ຂ່າວສານ

ຊາວໜຸ່ມ ຫວຽດນາມ - ລາວ, ຂົວເຊື່ອມຕໍ່ຕິດພັນ ແລະ ຮັດແໜ້ນສາຍພົວພັນລະຫວ່າງ 2 ປະເທດ

ຄະນະຊາວໜຸ່ມອາສາສະໝັກໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວຮັບປະກັນຊີວິດສັງຄົມ, ໜູນຊ່ວຍປະຊາຄົມ ແລະ ສ້າງກິດຈະກຳຊາວໜຸ່ມ
ຄະນະຊາວໜຸ່ມອາສາສະໝັກ ມອບຂອງຂວັນໃຫ້ແກ່ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກແຂ​ງ ເຊກອງ (ພາບ: TTXVN)

ໃນ​ຂອບ​ເຂດ​ລາຍ​ການ​ອາ​ສາ​ສະ​ໝັກ​ລະ​ດູ​ແລ້ງ​ຄັ້ງ​ທີ 22 ຢູ່ ລາວ ຂອງ​ຄະ​ນະ​ຊາວ​ໜຸ່ມ​ນະ​ຄອນ ໂຮ່​ຈີ​ມິນ, ຈັດ​ຂຶ້ນ​ແຕ່​ວັນ​ທີ 12 – 28 ມິ​ຖຸ​ນາ, ຄະ​ນະຊາວ​ໜຸ່ມ​ອາ​ສາ​ສະ​ໝັກ​ລະ​ດູ​ແລ້ງ​ຄະ​ນະ​ຊາວ​ໜຸ່ມ​ນະ​ຄອນ ໂຮ່​ຈີ​ມິນ ​ລວມ​ມີ 67 ຄົນ​ໄດ້​ປະ​ຕິ​ບັດ​ບັນ​ດາ​ການ​ເຄື່ອນ​ໄຫວ​ອາ​ສາ​ສະ​ໝັກ​ຢູ່​ຫຼາຍ​ທ້ອງ​ຖ​ິ່ນ​ຂຶ້ນ​ກັບ​ພາກ​ໃຕ້​ຂອງ ລາວ.

ຢູ່​ບັນ​ດາ​ເມືອງ​ຂອງ ລາວ, ຄະ​ນະ​ຊາວ​ໜຸ່ມອາ​ສາ​ສະ​ໝັກ​ໄດ້​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ, ໜູນ​ຊ່ວຍ​ປະ​ຊາ​ຄົມ ແລະ ສ້າງ​ກິດ​ຈະ​ກຳ​ຊາວ​ໜຸ່ມ ດ້ວຍຍອດ​ມູນ​ຄ່າ​ໜູນ​ຊ່ວຍ​ເກືອບ 1 ຕື້​ດົ່ງ (42.000 USD). ຄະ​ນະ​ໄດ້​ຈັດ​ການ​ກວດພະ​ຍາດ, ໃຫ້​ຄຳ​ປຶກ​ສາ ແລະ ແຈກ​ຢາຍ​ຢາ​ໂດຍບໍ່​ເກັບ​ຄ່າ​ໃຫ້​ແກ່​ປະ​ຊາ​ຊົນ​ນັບ​ພັນ​ຄົນ; ຜັນ​ຂະ​ຫຍາຍ​ການ​ຕິດ​ຕັ້ງ​ລະ​ບົບ​ເຄື່ອງກັ່ນ​ຕອງ​ນ້ຳ​ສະ​ອາດ ​ເພື່ອ​ໜູນ​ຊ່ວຍ​ເງື່ອນ​ໄຂ​ການ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ​ຢູ່​ທ້ອງ​ຖິ່ນ; ມອບ​ຂອງ​ຂວັນ, ເປິດ​ສະ​ຫຼອງ​ນຳ​ໃຊ້ ແລະ ມອບ​ກິດ​ຈະ​ກຳ​ເຮືອນ​ມິດ​ຕະ​ພາບ​ໃຫ້​ແກ່​ຄອບ​ຄົວ​ທີ​່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ, ຈັດ​ຕັ້ງ​ການ​ສອນ​ພາ​ສາ ຫວຽດ…


top