• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ຊາວຕ່າງປະເທດ ຫຼາຍພັນຄົນ ຢູ່ ດ່າໜັງ ໄດ້ຮັບບຸລິມະສິດ ວິເຄາະຫາ ເຊື້ອໄວຣັດ COVID-19

ເພື່ອຊ່ວຍໃຫ້ຊາວຕ່າງປະເທດ ມີຄວາມອຸ່ນອຽນໃຈ ກ່ຽວກັບ ສຸຂະ ພາບ ຂອງຕົນ ແລະ ເພື່ອໃຫ້ແນ່ໃຈວ່າ ການແຜ່ລະບາດ ຂອງ ໂຄວິດ-19 ຈະບໍ່ແຜ່ລະບາດໄປສູ່ຊຸມຊົນ, ດ່າໜັງ ໄດ້້ດຳເນີນການ ວິເຄາະຫາເຊື້ອ ໄວຣັດ Sars-CoV2 ໃຫ້ ຊາວຕ່າງປະເທດ ນັບ ຫຼາຍພັນຄົນ ທີ່ກຳລັງອາໄສ ແລະ ພັກເຊົາ ໃນພື້ນທີ່ ນະຄອນ. ນີ້ ແມ່ນການວິເຄາະຫາເຊື້ອພະຍາດ ໂຄວິດ-19 ຄັ້ງໃຫຍ່ ທຳອິດ ໃຫ້ແກ່ຊາວຕ່າງປະເທດ ຢູ່ ຫວຽດນາມ. 
ດ່າໜັງ ເປັນທ້ອງຖິ່ນ ທ່ີມີຄົນຕ່າງປະເທດອາໄສຢູ່, ທຳມາຫາກິນ, ເຮັດວຽກ ແລະ ມີທັງນັກທ່ອງທ່ຽວຕ່າງປະເທດຕົກຄ້າງ ຍ້ອນການ ລະບາດໂຄວິດ-19. ດ້ວຍເຫດນັ້ນ ແນໃສ່ເພີ່ມທະວີ ບັນດາ ມາດ ຕະການປ້ອງກັນການແຜ່ລະບາດ ໂຄວິດ-19 ຄຽງຄູ່ກັນກັບຄວາມ ພະຍາຍາມ ໃນການວິເຄາະ ຢ່າງທົ່ວເຖິງໃຫ້ແກ່ປະຊາຊົນ, ດ່າໜັງ ໄດ້ຮີບຮ້ອນຂຶ້ນແຜນ ເພື່ອວິເຄາະຫາເຊື້ອ ໄວຣັດ Sars-CoV2 ໂດຍບໍ່ເສຍຄ່າ ໃຫ້ແກ່ ຊາວຕ່າງປະເທດ ທີ່ກຳລັງອາໄສ ແລະ ພັກ ເຊົາຢູ່ໃນພື້ນທີ່ ເປັນຈຳນວນຫຼາຍ.

ເລີ່ມຕົ້ນໃຫ້ແກ່ແຜນການນີ້, ແຕ່ວັນທີ 21-25 ສິງຫາ, ຂະແໜງ ການສາທາລະນະສຸກ ດ່າໜັງ ໄດ້ດຳເນີນການວິເຄາະຫາເຊື້ອ ໄວ ຣັດ Sars-CoV2 ໃຫ້ຊາວຕ່າງປະເທດຈໍານວນ 2.184 ຄົນ ທີ່ກໍາ ລັງອາໄສ ແລະ ພັກເຊົາຢູ່ເມືອງ ເຊີນຈ່າ. ນີ້ແມ່ນຈຸດໃຈກາງ ການ ທ່ອງທ່ຽວ, ທັງເປັນບ່ອນມີຊາວຕ່າງປະເທດອາໄສຢູ່ຫຼາຍທີສຸດຢູ່ ດ່າໜັງ. ແຕ່ວັນທີ 26-28 ສິງຫາ ຈະດໍາເນີນການ ວິເຄາະຫາເຊື້ອ ໄວຣັດ Sars-CoV2 ໃຫ້ແກ່ ຊາວຕ່າງປະເທດ ປະມານ 1000 ຄົນ ໃນພື້ນທີ່ ເມືອງ ຫາຍເຈົາ.

ທ່ານ ຫງວຽນດັກສື໋ງ, ຮອງປະທານຄະນະກຳມະການ ປະຊາຊົນ ເມືອງ ເຊີນຈ່າ ໃຫ້ຮູ້ວ່າ ຊາວຕ່າງປະເທດ ມີຄວາມດີໃຈ ເມື່ອຮູ້ ຂ່າວວ່າ ອຳນາດການປົກຄອງ ຈະຈັດການວິເຄາະ ໃຫ້ເຂົາເຈົ້າ, ຍ້ອນອາໄສສິ່ງດັ່ງກ່າວ ເຂົາເຈົ້າ ຮູ້ໄດ້ບັນຫາສຸຂະພາບຂອງຕົນ. ເພື່ອຜັນຂະຫຍາຍ ການວິເຄາະຄັ້ງໃຫຍ່ນີ້, ອຳນາດການປົກຄອງ ເມືອງ ໄດ້ລະດົມກຳລັງ ບັນດາອົງການຈັດຕັ້ງ, ຕຳຫຼວດພື້ນທີ່, ຫົວ ໜ້າຂອງໜ່ວຍຊຸມຊົນ ຕະຫຼອດຮອດ ບັນດາອາສາສະໝັກ ໄປເຖິງ ແຕ່ລະໂຮງແຮມ, ເຂດຄອນໂດມີນຽມ, ເຮືອນປະຊາຊົນ... ບ່ອນທີ່ ມີ ຊາວຕ່າງປະເທດຢູ່ອາໄສ ເພື່ອປະກາດແຈ້ງຂ່າວ. 

 

ຊາວຕ່າງປະເທດ ສະເໜີ ໜັງສືຜ່ານແດນ ເພື່ອເຮັດລະບຽບການ ເພື່ອຮັບການ ວິເຄາະ. ພາບ: ແທງຮ່ວາ


ພະນັກງານສາທາລະນະສຸກ ແນະນຳໃຫ້ທຸກຄົນ ຂັ້ນຕອນ ແຈ້ງ ສາທາລະນະສຸກ ແລະ ການເອົາຕົວແບບວິເຄາະ. ພາບ: ແທງຮ່ວາ


ພະນັກງານສາທາລະນະສຸກ ຕັກເຕືອນທຸກຄົນ ນັ່ງໃຫ້ຖືກບ່ອນ ເພື່ອຮັບປະກັນ ໄລຍະຫ່າງ ທີ່ປອດໄພ ໃນເວລາລໍຖ້າເອົາຕົວຢ່າງ. ພາບ: ແທງຮ່ວາ


ພື້ນທີ່ເອົາຕົວຢ່າງວິເຄາະໄດ້ ຈັດວາງ ຢ່າງກວ້າງຂວາງ, ປອດໂປ່ງ ແລະ ສະອາດງາມຕາ. ພາບ: ແທງຮ່ວາ


ເຊີນຈ່າ ເປັນເມືອງທຳອິດ ຂອງ ດ່າໜັງ ໄດ້ດຳເນີນການວິເຄາະ ຫາ ເຊື້ອພະຍາດ ໂຄວິດ-19 ໃຫ້ແກ່ຊາວຕ່າງປະເທດ ກວ່າ 2000 ຄົນ ທີ່ກຳລັງອາໄສ ແລະ ພັກເຊົາໃນພື້ນທີ່ເມືອງ.  ພາບ: ແທງຮ່ວາ


ກວດກາຂໍ້ມູນຂ່າວສານ ຄັ້ງສຸດທ້າຍ ຜູ້ຖືກຮັບການວິເຄາະ. ພາບ: ແທງຮ່ວາ

ຊາວຕ່າງປະເທດຄົນໜຶ່ງຍາດເວລາຖ່າຍຮູບ ບັນທຶກ ບັນດາຮູບ  ທີ່ເປັນໜ້າຈົດຈຳ ໃນເວລາຖໍຖ້າ ເອົາຕົວຢ່າງວິເຄາະ. ພາບ: ແທງຮ່ວາ

ທ່ານ ໂງວັນດິ່ງຮວ່າຍ ຮອງຜູ້ອຳນວຍການ, ສູນການແພດ ເມືອງ ເຊີນຈ່າ ໃຫ້ຮູ້ວ່າ ການວິເຄາະຄັ້ງນີ້ ຊາວຕ່າງປະເທດ ຈະໄດ້ເອົາ ຕົວຢ່າງວິເຄາະ ດ້ວຍທັງສອງວິທີຄື ບົ່ງມະຕິພະຍາດ ດ້ວຍ Elisa ແລະ Real Time-PCR ເພື່ອ ຮັບປະກັນຄວາມຊັດເຈນສູງ. ວຽກ ງານເອົາຕົວແບບວິເຄາະ ໃຫ້ຊາວຕ່າງປະເທດ ໄດ້ປະສົບກັບ ຄວາມຫຍຸ້ງຍາກບໍ່ໜ້ອຍ, ພິເສດແມ່ນກ່ຽວກັບ ດ້ານພາສາ ຍ້ອນ ຊາວຕ່າງປະເທດຢູ່ພື້ນທີ່ ມາຈາກຫຼາຍປະເທດ, ຫຼາຍພາສາ ທີ່ ແຕກຕ່າງກັນ. ດ້ວຍເຫດນັ້ນ ອຳນາດການປົກຄອງ ຕ້ອງໄດ້ ຈັດສັນ ນັກແປພາສາ ສົມທົບ ກັບ ພະນັກງານສາທາລະນະສຸກ ແລະ ຕຳຫຼວດ ຮ່ວມກັນປະຕິບັດ ຈຶ່ງສາມາດຊຸກຍູ້ ການ ເອົາຕົວຢ່າງວິເຄາະໄວຍິ່ງຂຶ້ນ.

ໃນ 5 ວັນ ຈັດເອົາຕົວຢ່າງວິເຄາະ, ຊາວຕ່າງປະເທດໄດ້ມາລົງທະ ບຽນເພື່ອຮັບການວິເຄາະ ຢູ່ເມືອງ ເຊີນຈ່າ ເປັນຈຳນວນຫຼວງຫຼາຍ, ຍ້ອນທຸກຄົນຕ່າງກໍມີຄວາມອຸ່ນອຽນໃຈ ເມື່ອໄດ້ທາງນະຄອນ ໃຫ້ ຄວາມເອົາໃຈໃສ່ເບິ່ງແຍງດູແລ ຕໍ່ສຸຂະພາບຂອງຕົນ.

ທ່ານ Seif Hamdy, ຊາວ ເອຢິບ ໃຊ້ຊີວິດ ຢູ່ ດ່າໜັງ ເປັນເວລາ 5 ປີ ແລ້ວ ໄດ້ພາເມຍ ແລະ ລູກສອງຄົນ ໄປວິເຄາະຫາເຊື້ອ ພະ ຍາດ ໂຄວິດ-19 ຢູ່ ເຮືອນເລກທີ 95 ຖະໜົນໂງກວ່ຽນ, ເມືອງເຊີນ ຈ່າ. ທ່ານ Seif Hamdy ກ່າວດ້ວຍຄວາມດີໃຈວ່າ: “ຄອບຄົວ ຂ້າ ພະເຈົ້າ ຂໍສະແດງ ຄວາມຮູ້ບຸນຄຸນ ເມື່ອລັດຖະບານ ຫວຽດນາມ ເອົາໃຈໃສ່ໃຫ້ໄປວິເຄາະ, ອາໄສສິ່ງດັ່ງກ່າວ ໄດ້ຊ່ວຍໃຫ້ ພວກ ຂ້າພະເຈົ້າ ຫຼຸດຜ່ອນຄວາມຫ່ວງໃຍ ກ່ຽວກັບສຸຂະພາບ ຂອງຕົນ ໃນການລະບາດ. ຫວຽດນາມ ໄດ້ມີການແນະນຳ ຢ່າງຈະແຈ້ງທີ່ ສຸດ ຊ່ວຍໃຫ້ພວກເຮົາ ຮູ້ວິທີປ້ອງກັນການລະບາດ, ເພາະສະນັ້ນ ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ຫວຽດນາມຈະຄວບຄຸມໄດ້ການ ລະບາດ ໂຄວິດ-19 ໃນມໍ່ໆ ນີ້. ດ້ວຍເຫດນັ້ນ ຖ້າໄດ້ ເລືອກບ່ອນ ໃດໜຶ່ງ ເພື່ອການດໍາລົງຊີວິດ ຜ່ານການລະບາດ ໂຄວິດ 19 ນີ້ ຢ່າງປອດໄພ, ຂ້າພະເຈົ້າຈະເລືອກ ຫວຽດນາມ, ພິເສດແມ່ນ ດ່າ ໜັງ, ຍ້ອນຢູ່ທີ່ນີ້ ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງເຕັມທ່ີ” . 

ສ່ວນທ່ານ Dennis ນັກທ່ອງທ່ຽວ ຊາວອາເມລິກາ ຖືກຕົກຄ້າງ ຢູ່ ດ່າໜັງ ເມື່ອການລະບາດ ໂຄວິດ-19 ຄັ້ງທີສອງເກີດຂຶ້ນ ໄດ້ໃຫ້ ຮູ້ວ່າ ທ່ານ ຄາດວ່າ ຈະກັບ ສ ອາເມລິກາ ແຕ່ເດືອນ ພຶດສະພາ ແຕ່ບໍ່ໂຊກດີເກີດການລະບາດ, ບັນດາຖ້ຽວບິນຖືກໂຈາະ, ເພາະ ສະນັ້ນ ທ່ານບໍ່ສາມາດກັບຄືນປະເທດ, ລໍຖ້າເມື່ອ ສະຖານະການ ກັບຄືນສູ່ປົກກະຕິ. ທ່ານ Dennis ເວົ້າວ່າ: “ລັດຖະບານ ຫວຽດ ນາມ ໄດ້ ແລະ ກຳລັງຄວບຄຸມ ການລະບາດເປັນຢ່າງດີ ໃນຫຼາຍ ເດືອນຜ່ານມາ. ຂ້າພະເຈົ້າໂຊກດີທີ່ໄດ້ໃຊ້ຊີວິດຢູ່ທີ່ນີ້ ແລະ ໄດ້ ຮັບການວິເຄາະ, ເພາະສະນັ້ນກໍມີຄວາມຮູ້ສຶກອຸ່ນອຽນໃຈຍິ່ງຂຶ້ນ. ຂ້າພະເຈົ້າຕີລາຄາສູງ ສິ່ງດັ່ງກ່າວ”.

ຄືກັບຊາວຕ່າງປະເທດຄົນອື່ນໆ, ທ່ານ Henry ຊາວ ຟີລິບປິນ ໄດ້ ສະແດງຄວາມດີໃຈອອກມາວ່າ: “ພວກຂ້າພະເຈົ້າມີຄວາມຮູ້ສຶກ ປິຕິຍິນດີ ແລະ ຮູ້ບຸນຄຸນເປັນຢ່າງຍິ່ງ ຍ້ອນໄດ້ເອົາຕົວແບບວິເຄາະ ເຊື້ອພະຍາດ ໂຄວິດ-19 ໂດຍບໍ່ເສຍຄ່າ. ພວກຂ້າພະເຈົ້າ ຕີລາ ຄາສູງ ຕໍ່ຄວາມພະຍາຍາມ ຂອງອຳນາດການປົກຄອງ ນະຄອນ ດ່າໜັງ ໃນວຽກງານຄວບຄຸມການລະບາດ”.



ພະນັກງານສາທາລະນະສຸກ ແນະນຳຂັ້ນຕອນ ເອົາຕົວຢ່າງວິເຄາະ ຢ່າງສຸດໃຈ. ພາບ: ແທງຮ່ວາ


ພະນັກງານສາທາລະນະສຸກ ເອົາຕົວຢ່າງເລືອດເພື່ອການວິເຄາະ. ພາບ: ແທງຮ່ວາ


ຂັ້ນຕອນເອົາຕົວຢ່າງເລືອດເພື່ອການວິເຄາະ ໄດ້ປະຕິບັດ ຢ່າງ ວ່ອງໄວ, ປອດໄພ ແລະ ເປັນມືອາຊີບ. ພາບ: ແທງຮ່ວາ


ຄອບຄົວທ່ານ Seif Hamdy (ຊາວ ເອຢິບ) ພ້ອມກັນໄປ ວິເຄາະ ຫາເຊື້ອພະຍາດ ໂຄວິດ-19. ພາບ: ແທງຮ່ວາ


ພະນັກງານສາທາລະນະສຸກ ເອົາຕົວຢ່າງວິເຄາະ ໃຫ້ນັກທ່ອງ ທ່ຽວຍິງ ຊາວຕ່າງປະເທດ. ພາບ: ແທງຮ່ວາ


ພະນັກງານສາທາລະນະສຸກ ເອົາຕົວຢ່າງວິເຄາະ ດ້ວຍການເອົາ ທາດແຫຼວຈາກດັງ ແລະ ຄໍ. ພາບ: ແທງຮ່ວາ


ພະນັກງານສາທາລະນະສຸກ ແລະ ຜູ້ເປັນແມ່ ປອບໃຈ ລູກນ້ອຍ ກ່ອນເອົາຕົວຢ່າງວິເຄາະ. ພາບ: ແທງຮ່ວາ


ການເອົາຕົວຢ່າງວິເຄາະ ຈະຊ່ວຍໃຫ້ຊາວຕ່າງປະເທດ ມີຄວາມ ອຸ່່ນອຽນໃຈ ກ່ຽວກັບສະພາບສຸຂະພາບ ຂອງ ຕົນໃນໄລຍະການ ລະບາດ. ພາບ: ແທງຮ່ວາ


ແຕ່ລະຄົນໄດ້ແຈກຢາຍຫຼອດສອງຫຼອດ ເພື່ອບັນຈຸເລືອດ ແລະ ຂອງ ແຫຼວ ເອົາມາຈາກດັງ ແລະ ຄໍ. ພາບ: ແທງຮ່ວາ


ບັນດາຫຼອດ ບັນຈຸຕົວຢ່າງວິເຄາະ ໄດ້ບັນທຶກຕົວເລກ ແລະ ຊື່ຢ່າງ ລະອຽດຊັດເຈນ ເພື່ອຫຼີກລ່ຽງ ຄວາມຜິດພາດ. ພາບ: ແທງຮ່ວາ


ຄວາມດີໃຈຂອງນາງສາວ ຕ່າງປະເທດ ເມື່ອໄດ້ເອົາຕົວຢ່າງ ວິ ເຄາະ ຫາເຊື້ອພະຍາດໂຄວິດ-19. ພາບ: ແທງຮ່ວາ
 
ເປັນທ່ີຮູ້ກັນວ່າ ຫຼັງການວິເຄາະ ຢູ່ພື້ນທີ່ ເມືອງ ເຊີນຈ່າ ແລະ ຫາຍ ເຈົາ, ດ່າໜັງ ຈະສືບຕໍ່ທຳການວິເຄາະ ໃຫ້ຊາວຕ່າງປະເທດ ຢູ່ພື້ນ ທີ່ ເມືອງທີ່ຍັງເຫຼືອ.

ອາດເວົ້າໄດ້ວ່າ, ໃນສະຖານະການ ດ່າໜັງ ກຳລັງ ຕໍ່ສູ້ ຕ້ານການ ລະບາດ,  ແຕ່ຍັງເອົາໃຈໃສ່ ເຖິງວຽກງານ ຈັດການວິເຄາະ ຫຼາຍ ຄັ້ງ ໃຫ້ຊາວຕ່າງປະເທດ ດ້ວຍຂອບຂະໜາດ ແລະ ຄວາມຮອບ ຄອບ ແມ່ນຄວາມພະຍາຍາມທີ່ບໍ່ໜ້ອຍ. ສິ່ງດັ່ງກ່າວ ສະແດງໃຫ້ ເຫັນວ່າ ດ່າໜັງ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ ຍາມ ໃດກໍມີຄວາມມານະພະຍາຍາມ ຢ່າງສຸດຂີດ ເພື່ອສຸຂະພາບ ຂອງ ວົງຄະນາຍາດ ແລະ ກຳລັງປະຕິບັດ ຖືກຕາມທິດນຳ ການປະພຶດ ທີ່ເຕັມໄປດ້ວຍຄວາມມະນຸດສະທຳ ແລະ ນຳ້ໃຈລະຫວ່າງ ຜູ້ຄົນ ດ້ວຍກັນ ໃນການລະບາດ, ນັ້ນແມ່ນ “ບໍ່ມີໃຜຖືກປະໄວ້ຢູ່ເບື້ອງ ຫຼັງ” ເຖິງວ່າ ນັ້ນແມ່ນ ຊາວ ຫວຽດນາມ ຫຼື ຊາວຕ່າງ ປະເທດ.

ບົດ ແລະ ພາບ: ແທງຮ່ວາ

ຮູບຫຼໍ່ ເທິງ ກື໊ວດີ໊ງ ເຫ້ວ ຖືກຮັບຮອງວ່າ ເປັນມໍລະດົກ ເອກະສານໂລກ

ຮູບຫຼໍ່ ເທິງ ກື໊ວດີ໊ງ ເຫ້ວ ຖືກຮັບຮອງວ່າ ເປັນມໍລະດົກ ເອກະສານໂລກ

ເມື່ອເວລາ 13ໂມງ 9 ນາທີ, ວັນທີ 8 ພຶດສະພາ (ຕາມເວລາທ້ອງ ຖິ່ນ), ຢູ່ນະຄອນຫຼວງ Ulaanbaatar, ປະເທດ ມົງໂກລີ, ເອກະ ສານ “ຮູູບຫຼໍ່ເທິງ ດີ໊ງ ທອງ 9 ໜ່ວຍຢູ່ພະລາຊະວັງ ເຫວ້” (162 ຮູບຫຼໍ່ເທິງ ກື໊ວດີ໊ງ ເຫວ້ 9 ໜ່ວຍ - ນັກຂ່າວ) ຂອງ ຫວຽດນາມ ໄດ້ຖືກຮັບຮອງເອົາ ແລະ ໄດ້ກາຍເປັນ ມໍລະດົກເອກະສານ ຂອງໂຄງການ ຄວາມຊົງຈຳໂລກ ພາກພື້ນອາຊີ-ປາຊີຟິກ ຂອງ UNESCO ຢ່າງເປັນທາງການ.

Top