ວັນທີ 17 ມິຖຸນາ, ເມື່ອສົນທະນາທາງໂທລະສັບກັບ ທ່ານ Abbas Araghchi ລັດຖະມົນຕີການຕ່າງປະເທດ ອີຣານ ກ່ຽວກັບຂໍ້ຕົກລົງສັນຕິພາບລະຫວ່າງ ອີຣານ ແລະ ອາເມລິກາ, ທ່ານ ຫວາງອີ ລັດຖະມົນຕີການຕ່າງປະເທດ ຈີນ ຮຽກຮ້ອງໃຫ້ບັນດາຝ່າຍປະຕິບັດຄຳໝັ້ນສັນຍາ.
ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araghchi (ເບື້ອງຊ້າຍ) ແລະ ຄູ່ຕຳແໜ່ງ ຈີນ ຫວາງອີ ຢູ່ ປັກກິ່ງ (ພາບ: AP)
ທ່ານລັດຖະມົນຕີການຕ່າງປະເທດ ຫວາງອີ ໃຫ້ຮູ້ວ່າ ຈີນ ຍາມໃດກໍສະໜັບສະໜູນບັນດາຄຳຮຽກຮ້ອງທີ່ຊອບທຳຂອງ ອີຣານ, ບັນດາຄວາມມານະພະຍາຍາມປົກປ້ອງອະທິປະໄຕ ແລະ ຄວາມໝັ້ນຄົງຂອງປະເທດນີ້, ກໍຄືບັນດາຄວາມມານະພະຍາຍາມໄກ່ເກ່ຍຂອງ ປາກິດສະຖານ ແລະ ປະຊາຄົມສາກົນ; ພ້ອມທັງຖະແຫຼງວ່າ “ຈີນ ຍາມໃດກໍມານະພະຍາຍາມຢຸດຕິການປະທະກັນ ແລະ ຊຸກຍູ້ສັນຕິພາບຕາມວິທີສະເພາະຂອງຕົນ”. ຕາມທ່ານແລ້ວ, ບາດກ້າວເດີນສຳຄັນຕໍ່ໄປແມ່ນບັນດາຝ່າຍຕ້ອງປະຕິບັດຄຳໝັ້ນສັນຍາຢ່າງແທ້ຈິງ, ປັດເຂ່ຍການແຊກແຊງຈາກທຸກຝ່າຍ. ທ່ານ ຫວາງອີ ເນັ້ນໜັກວ່າ ບັນຫາການເດີນເຮືອຢູ່ຊ່ອງແຄບທະເລ Hormuz ຕ້ອງໄດ້ຮັບການແກ້ໄຂຢ່າງສົມເຫດສົມຜົນ, ບັນດາຄວາມວິຕົກກັງວົນລວມຂອງປະຊາຄົມສາກົນຕ້ອງໄດ້ຮັບການແກ້ໄຂໃຫ້ຖືກຕ້ອງກົມກ່ຽວກັນ. ຈີນ ສະໜັບສະໜູນ ອີຣານ ປັບປຸງການພົວພັນກັບບັນດາປະເທດໃນພາກພື້ນ ແລະ ຊອກຫາວິທີເພື່ອພ້ອມກັນສ້າງໂຄງປະກອບຄວາມໝັ້ນຄົງໃນພາກພື້ນ.
ສ່ວນທ່ານ Abbas Araghchi ຖືວ່າ ບົດບັນທຶກຄວາມເຂົ້າໃຈຕ້ອງໄດ້ຮັບການປະຕິບັດຢ່າງມີປະສິດທິຜົນ, ລວມທັງເລື່ອງ ອິດສະຣາແອັນ ຢຸດຕິບັນດາການເຄື່ອນໄຫວດ້ານການທະຫານຢູ່ ລີບັງ.
(ແຫຼ່ງຄັດຈາກ VOV)