ນັບແຕ່ກາງເດືອນ ເມສາ, ມີຫຼາຍບ້ານ ຈຳ ຢູ່ທາງທິດໃຕ້ພາກກາງ ໄດ້ກ້າວເຂົ້າສູ່ງານບຸນ Rija Nagar, ເປີດສາກໃຫ້ຕົ້ນປີໃໝ່ຕາມປະຕິທິນ ຈຳ.
(ງານບຸນ Rija Nagar, ເປີດສາກໃຫ້ຕົ້ນປີໃໝ່ຕາມປະຕິທິນ ຈຳ)
ຢູ່ຕາແສງ ເຟືອກຮຶວ, ແຂວງ ແຄງຮວ່າ, ບ້ານ ຈຳ ແຕ່ລະບ້ານໄດ້ປະຕິບັດພິທີຫຼັກໆໃນ 2 ວັນ ດ້ວຍບັນດາພິທີກຳຖະຫວາຍບູຊາທີ່ເປັນມູນເຊື້ອ, ເຖິງຢ່າງໃດກໍ່ຕາມ ເວລາຈັດງານບຸນຂອງບັນດາບ້ານອາດຈະມີຄວາມແຕກຕ່າງກັນ. ງານບຸນ Rija Nagar ແມ່ນແຫ່ງເກັບຮັກສາຫຼາຍຮູບແບບສະແດງສິລະປະພື້ນເມືອງທີ່ເປັນເອກະລັກສະເພາະຂອງປະຊາຄົມຊາວເຜົ່າ ຈຳ. ບັນດາລາຍການສະແດງໄດ້ວາດພາບຄືນການດຳລົງຊີວິດ ແລະ ການອອກແຮງງານຂອງຊາວເຜົ່າ ຈຳ ຢ່າງມີຊີວິດຊີວາ, ຈາກຮູບພາບເປ້ກະພາເຂົ້າ, ໄຖນາ, ຕ່ຳແຜ່ນແພ ຕະຫຼອດຮອດບັນດາວາດຟ້ອນພື້ນເມືອງທີ່ເຂັ້ມຂຸ້ນໄປດ້ວຍສີສັນຊົນເຜົ່າ.
ພະພິຂຸ ລຶວແຊັງແທັງ, ຕາແສງ ເຟືອກຮຶວ, ແຂວງ ແຄງຮວ່າ, ໃຫ້ຮູ້ວ່າ:
“ໃນໄລຍະຜ່ານມາ, ພັກ ແລະ ລັດໄດ້ເອົາໃຈໃສ່ເປັນພິເສດເຖິງນະໂຍບາຍວັດທະນະທຳຂອງຊາວເຜົ່າ. ພວກຂ້າພະເຈົ້າປາດຖະໜາວ່າ ງານບຸນ Rija Nagar ຈະໄດ້ນຳເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ”.
(ແຫຼ່ງຄັດຈາກ VOV)