• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ຄວາມມະຫັດສະຈັນຂອງຫາດຫີນ ຮ່ອນຈົ່ງ

ຫາດ​​ຫີນ​ ຮ່ອນຈົ່ງ ປະ​ກອບ​ດ້ວຍ​ກ້ອນ​ຫີນ​ໃຫຍ່​ຫຼາຍກ້ອນ ຢູ່​ແຄມ​ຝັ່ງ​ທະ​ເລ, ໄດ້​ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ ທີ່ໜ້າຈັບໃຈ​ ຂອງ​ນະ​ຄອນ ຍາຈາງ (ແຂວງ ແຄ໋ງຮວ່າ) ​ມາ​ແຕ່​ດົນ​ນານແລ້ວ.

ຄວາມມະຫັດສະຈັນຂອງຫາດຫີນ ຮ່ອນຈົ່ງ

ມາທີ່​ນີ້, ນັກ​ທ່ອງ​ທ່ຽວ​ ສາມາດ​ຮູ້ສຶກ​ໄດ້ວ່າ ຫາດຫີນ ຮ່ອນຈົ່ງ​ ເປັນ​ຈຸດ​ຕັດ​ກັນລະຫວ່າງ​ພູ ​ກັບ ທະ​ເລ ​ແລະ ​ໄດ້​ຮັບຟັງຫຼາຍ​ເລື່ອງ​ທີ່​ໜ້າ​ສົນ​ໃຈ​ກ່ຽວ​ກັບ​ນິທານ​ ຂອງ​ ຫາດຫີນແຫ່ງ​ນີ້.

ຮ່ອນຈົ່ງ ​ຕັ້ງ​ຢູ່​ທາງ​ທິດຕາ​ເວັນ​ອອກ​ສຽງ​ເໜືອ ​ຂອງ ​ນະຄອນ​ ຍາຈາງ, ​ຂຶ້ນກັບ​ຄຸ້ມ​ບ້ານ ຫວິ໊ງ​ເຟືອກ, ຫ່າງ​ຈາກ​ໃຈກາງ​ຖະໜົນ ​ເຈິ່ນ​ຝູ ປະມານ 3 ກິ​ໂລ​ແມັດ. ອ້ອມ​ແອ້ມ ​ຮ່ອນຈົ່ງ ແມ່ນ ຮ່ອນດໍ, ຮ່ອນ​ຣົ່ວ, ​ໄກໆ ແມ່ນ​ ຮ່ອນ​ແຈ, ທາງ​ໜ້າ​ແມ່ນ​ພູ​ ໂກ​ຕຽນ.

ມີເລື່ອງເລົ່າພື້ນເມືອງ ທີ່ໜ້າສົນໃຈ ໄດ້ເລົ່າສູ່ຟັງ ກ່ຽວກັບຕໍານານ ຂອງ ຮ່ອນຈົ່ງ, ແປກປະຫຼາດທີ່ສຸດແມ່ນຢູ່ເທິງ ກ້ອນຫີນໃຫຍ່ ກ້ອນໜຶ່ງ ທີ່ຕັ້ງຢູ່ເທິງຈອມພູສູງສຸດ ຂອງ ຮ່ອນຈົ່ງ ມີຮ່ອງຮອຍ ຂອງ ຝ່າມື ໃຫຍ່ໜຶ່ງ ໄດ້ຝັງເລິກຢູ່ໃນຫີນ, ຄົບທັງ ຫ້ານີ້ວ ແລະ ລາຍມື, ຄືກັບວ່າ ເມື່ອພູຫາກໍ່ຖືກສ້າງຂຶ້ນ, ຫີນຍັງບໍ່ທັນແຂງ, ມີຝ່າມືໃຫຍ່ໜຶ່ງຈັບໃສ່ ເຊິ່ງເຮັດໃຫ້ ຮ່ອງຮອຍຝັງເລິກຢູ່ໃນຫີນ ຈົນເຖິງປັດຈຸບັນນີ້.



 ເຂດ​ທ່ອງ​ທ່ຽວ​ ຮ່ອນ​ຈົ່ງ​ ໄດ້ປະກອບດ້ວຍກ້ອນ​ຫີນ​​ໃຫຍ່ຫຼາຍກ້ອນ​ທີ່​ມີ​ຫຼາກຫຼາຍຮູບຊົງ, ​ຈາກ​ຝັ່ງ​ສູງ​ລົງ​ສູ່​ທະ​ເລ. ພາບ: ແທງຢາງ/VNP

ຖ້າມາແຕ່ເຊົ້າ, ນັກທ່ອງທ່ຽວສາມາດເບິ່ງຕາເວັນຂຶ້ນທີ່ສວຍງາມຢູ່ທີ່ນີ້. ພາບ: ແທງຢາງ/VNP


 

ກ້ອນຫີນຂະໜາດໃຫຍ່ ແລະ ນ້ອຍຫຼາຍກ້ອນທັບຊ້ອນກັນຢູ່ໃນບໍລິເວນຫາດຊາຍ ຮ່ອນຈົ່ງ. ພາບ: ແທງຢາງ/VNP

ປະຊາຊົນ​ຢູ່​ເຂດ​ແຄມ​ຝັ່ງ​ທະ​ເລ​ ຍາ​ຈາງ ​ຍັງ​ເລົ່າ​ສູ່ຟັງ ເລື່ອງກ່ຽວກັບ​ຊາຍ​ຕຶກຄຶກ ຄົນໜຶ່ງ​ທີ່​ເຄີຍ​ມາ​ແຫ່ງ​ນີ້ ​ເພື່ອ​ສ້າງ​ພູ ​ແລະ​ ສ້າງ​ອ່າວ​ ຍາ​ຈາງ​ ໃນ​ປັດຈຸ​ບັນ. ມື້ໜຶ່ງ, ເມື່ອຊາຍຕຶກຄຶກ ກຳລັງ ນັ່ງຕຶກປາ, ໄດ້ມີປາໃຫຍ່ໂຕໜຶ່ງ ມາສວບເຫຍື່ອ ແລະ ລາກມັນ ອອກໄປ, ເພິ່ນຕ້ອງດຶງຖອຍຫຼັງ, ມືໜຶ່ງຈັບຄັນເບັດ, ມືໜຶ່ງຈັບກ້ອນຫີນ ເພື່ອເລັ່ງແຮງ, ເຮັດໃຫ້ມືຂອງເພິ່ນ ຂ້າງໜຶ່ງກົດລົງໃສ່ຫີນ ແລະ ສ້າງເປັນຮອຍມື ຄືເຫັນໃນປັດຈຸບັນ.

ມີອີກຕໍານານເລົ່າວ່າ ​ແຕ່ກ່ອນ​ໜຶ່ງ, ມີ​ຊາຍໜຸ່ມ​ຄົນ​ໜຶ່ງ​ມາ​ແຜ່ນ ດິນແຫ່ງ​ນີ້​ ເພື່ອ​ຊົມ​ທັດສະນີ​ຍະ​ພາບ, ​ໄດ້​ພົບ​ກັບ​ນາງ​ຟ້າ ​ກຸ່ມ​ໜຶ່ງ​ພວມອາບ​ນ້ຳ, ​ຊາຍ​ໜຸ່ມ​ໄດ້​ລັກ​ເບິ່ງ ​ແລະ ບັງ​ເອີນ​ໄດ້ພະລາດລົ້ມ, ​ແລ້ວ​ລາວ ​ກໍ​ຟ້າວ​ເອົາມືຈັບໃສ່​ພູ​ ຈຶ່ງເຮັດໃຫ້​ພູ​ເຂົາ​​ພັງ​ລົງມາ, ກ້ອນ​ຫີນ​ໄດ້​ຫຼຸດ​ລົງ ເຊິ່ງເຮັດ​ໃຫ້​ຮອຍ​ມື​ຖືກຝັງເລິກຢູ່​ໃນ​ຫີນ. ຜູ້​ຄົນ​ຢູ່​ທີ່​ນີ້ ​ຍັງ​ເລົ່າສູ່ຟັງອີກວ່າ ຢູ່​ເທິງ​ຫາດຫີນ ແຫ່ງນີ້​ ມີ​ກ້ອນ​ຫີນກ້ອນໜຶ່ງ​ ທີ່​ມີ​ຮູບ​ຊົງຄືກັບ​ຄົນໜຶ່ງ ພວມນັ່ງ​ຫັນໜ້າອອກໄປເບິ່ງພູ​ ໂກ​ຕຽນ (ນາງ ຟ້າ). ນິທານເລົ່າວ່າ ນາງຟ້າ ຜູ້ຫຼ້າ ຍັງຄົງຢາກຢູ່ກັບຄວາມງາມຂອງໂລກ, ບໍ່ຢາກ ກັບຄືນສູ່ສະຫວັນ, ສະນັ້ນ ນາງຈຶ່ງກາຍເປັນພູໜ່ວຍນີ້. ປັດຈຸ​ບັນ, ພູ​ເຂົາ​ເຫຼົ່າ​ນີ້​ ໄດ້​ຮັບ​ການ​ພັດທະນາ​ການ​ທ່ອງ​ທ່ຽວ​ ໃສ່​ຊື່​ວ່າ ຫາດ ຕຽນ.


ນັກ​ທ່ອງ​ທ່ຽວ​ໄດ້​ສຳ​ຜັດ​ກັບ​ບັນ​ດາ​ການເຄື່ອນໄຫວດ້ານ
ວັດ​ທະ​ນະ​ທຳ, ​ສິ​ລະ​ປະ​ຢູ່​ເຂດ​ທ່ອງ​ທ່ຽວ ຮ່ອນຈົ່ງ
. ພາບ: ແທງຢາງ/VNP

 

ໃນ​ເວລາ​ທີ່​ບໍ່​ມີ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ 19, ​ໃນ​ແຕ່​ລະ​ມື້, ​ເຂດ​ທ່ອງ​ທ່ຽວ​ ຮ່ອນຈົ່ງ ໄດ້​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ​ນັບ​ຮ້ອຍ​ເທື່ອ​ຄົນ. ພາບ: ແທງຢາງ/VNP
 

ບັນດາກ້ອນຫີນໃຫຍ່ທີ່ມີຮູບຊົງ ແລະຈຸດທີ່ຕັ້ງເປັນເອກະ ລັກສະເພາະ ຄືກັບການຈັດລຽງດ້ວຍມືຂອງມະນຸດ. ພາບ: ແທງຢາງ/VNP
 
ເທິງ ກ້ອນຫີນໃຫຍ່ ກ້ອນໜຶ່ງ ທີ່ຕັ້ງຢູ່ເທິງຈອມພູສູງສຸດ ຂອງ ຮ່ອນຈົ່ງ ມີຮ່ອງຮອຍ ຂອງ ຝ່າມື ໃຫຍ່ໜຶ່ງ ໄດ້ຝັງເລິກຢູ່ໃນຫີນ, ຄົບທັງ ຫ້ານີ້ວ ແລະ ລາຍມື, ຄືກັບວ່າ ເມື່ອພູຫາກໍ່ຖືກສ້າງຂຶ້ນ. ພາບ: ແທງຢາງ/VNP
 

ຍັງມີນິທານອີກເລື່ອງໜຶ່ງກ່ຽວກັບ ຮ່ອນຈົ່ງ ວ່າ: ມື້ໜຶ່ງ, ມີເຮືອ ຂອງ ຜົວເມຍຄູ່ໜຶ່ງ ຖືກລົມ ແລະ ຄື້ນທະເລ ພັດເຂົ້າມາເຂດ ທະເລແຫ່ງນີ້. ຄື້ນທະເລ​ໄດ້​ຍູ້ເຮືອທັບໃສ່ຜາຫີນ ຈົນແຕກໝົດ. ຄື້ນຟອງໃຫຍ່ດຶງເມຍອອກໄປ. ຜູ້​ເປັນ​ຜົວ​ຟ້າວ​ອອກ​ໄປ​ດຶງ​ເມຍ​ເຂົ້າ​ມາ, ແຕ່​ຄື້ນ​ນັບມື້ນັບແຮງ​ຂຶ້ນ. ຜູ້ເປັນຜົວ​ກອດເມຍ​ດ້ວຍ​ມື​ເບື້ອງ​ໜຶ່ງ, ອີກ​ມື​ໜຶ່ງ​ຈັບໃສ່ກ້ອນຫີນ. ດັ້ງເດີນກ້ອນຫີນ ຢາກລົ້ມຢູ່ແລ້ວ, ດຽວນີ້ ດ້ວຍກຳລັງ ຂອງ ຜູ້ເປັນຜົວ ພວມຈັບໃສ່ ຈຶ່ງເຮັດ ໃຫ້ກ້ອນຫີນ ຕົກລົງສູ່ທະເລ ແລະ ຝັງສົບຄູ່ຜົວເມຍນີ້. ເຂົາ​ເຈົ້າ​ຕາຍ​ໄປ, ແຕ່​ຮອຍ​ມື​ຂອງ​ຜູ້ເປັນຜົວ ​ຍັງ​ຝັງໄວ້​ໃນ​ກ້ອນ​ຫີນ ແລະ ​ຖືກ​ຮັກສາ​ໄວ້​ຕະຫຼອດ​ໄປ. ສ້າງເປັນຮ່ອນຈົ່ງ-ຮ່ອນເວີ້ ໃນປັດຈຸບັນ (ກ້ອນຫີນຜົວ-ກ້ອນຫີນເມຍ). 

ນິທານທີ່ກ່າວມາຂ້າງເທິງນີ້ ເບິ່ງຄືວ່າ ໄດ້ປະດັບປະດາ ຄວາມງາມອັນລຶກລັບ ຂອງ ຫາດຫີນ ຮ່ອນຈົ່ງ.

ຢູ່​ທີ່​ນີ້, ທິວ​ທັດ​ແມ່ນ​ມີ​ສະ​ເໜ່. ພູເຂົາ, ທະເລ ແລະ ຝັ່ງແມ່ນຢູ່ ໃກ້ກັນ. ຢູ່​ທີ່​ນີ້, ນັກທ່ອງທ່ຽວ ສາ​ມາດ​ນັ່ງ​ຢູ່​ເທິງໂງ່ນ​ຫີນ ​ເພື່ອ​ຕຶກ​ປາ ຫຼື ເຄື່ອນ​ຍ້າຍ​ຫຼາຍ​ສິບ​ແມັດ​ໄປ​ຫາ​ຝັ່ງ ​ເພື່ອ​ລອຍ​ນ້ຳ​ເທິງ​ດິນ​ຊາຍ​ທີ່​ລຽບ​ງ່າຍ. ນ້ໍາທະເລ ແມ່ນໃສສະອາດ ແລະ ສະຫງົບ.

ຖ້າເບິ່ງກັບມາຕົວເມືອງແລ້ວ, ບາງທີເຂດ ຮ່ອນຈົ່ງ ແມ່ນໜຶ່ງ ໃນບັນດາຈຸດ ນັ່ງເບິ່ງນະຄອນແຄມຝັ່ງທະເລ ທີ່ສວຍງາມທີ່ສຸດ ດ້ວຍເສັ້ນໂຄ້ງຂອງຫາດຊາຍລຽບ ຕາມຖະໜົນ ເຈິ່ນຝູ; ປະດັບປະດາ ດ້ວຍຕົ້ນໝາກພ້າວ ເປັນແຖວສູງສະຫງ່າ ເພື່ອຕ້ອນຮັບຄື້ນ ທະ ເລ. 

ປະຕິບັດ: ແທງຢາງ ແລະ ກົງດາດ - ແປໂດຍ: ຢືຟຽນ

 

ມະຫັດສະຈັນ ຕາເທບພະເຈົ້າ ແຫ່ງພູເຂົາ

ມະຫັດສະຈັນ ຕາເທບພະເຈົ້າ ແຫ່ງພູເຂົາ

ຕັ້ງຢູ່ແຄມໜອງ ນໍ້າຈາ໊ ຂອງ ເມືອງ ຈຸ່ງແຄ໋ງ (ແຂວງ ກາວບັ່ງ), ທັດສະນີຍະພາບ ມັດເທິ່ນໜຸຍ (ຕາເທບພະເຈົ້າ ແຫ່ງພູເຂົາ) ທ່ີສວຍງາມ ແບບທໍາມະຊາດ ແລະ ໃຫຍ່ໂຕມະໂຫຖານ ໄດ້ ຖືວ່າ ເປັນພູເຂົາ ທີ່ສວຍງາມ ແລະ ແປກປະຫຼາດ ຂອງ ຫວຽດ ນາມ, ໄດ້ດຶງດູດນັກທ່ອງທ່ຽວ ໃຫ້ມາທ່ຽວຊົມ ແລະ ຄົ້ນຫາ ເປັນຈຳນວນຫຼວງຫຼາຍ.

Top