• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ຂີດໝາຍສຳຄັນໃນສາຍພົວພັນ ອາຊຽນ-ສ ເກົາຫຼີ

ເຫດການ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ ເຂົ້າຮ່ວມກອງປະຊຸມຂັ້ນສູງ ສະເຫຼີມສະຫຼອງ 30 ປີ ແຫ່ງສາຍ ພົວພັນຄູ່ສົນທະນາ ອາຊຽນ (ASEAN)-ສ ເກົາຫຼີ, ກອງປະຊຸມຂັ້ນສູງ ແມ່ຂອງ-ສ ເກົາຫຼີ ຄັ້ງທຳອິດ ແລະ ຢ້ຽມຢາມ ສ ເກົາຫຼີ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 24-28 ພະຈິກ ແນໃສ່ ຢືນຢັນ ຄວາມສຳຄັນ, ການຕັດສິນໃຈຮັດແໜ້ນຍິ່ງຂຶ້ນ ສາຍພົວພັນ ລະຫວ່າງ ອາຊຽນ ແລະ ສ ເກົາຫຼີ ກໍຄືສາຍພົວພັນ ຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ສ ເກົາຫຼີ. 
ກອງປະຊຸມຄັ້ງຕ່າງໆ ໄດ້ຖືກດຳເນີນໄປ ໃນສະຖານະການໂລກ ແລະ ພາກພື້ນມີການຜັນແປຢ່າງສັບສົນ, ຍາກຈະ ຄາດຄະເນ ລ່ວງໜ້າ. ແຕ່ວ່າ, ອາຊຽນ ຍັງສືບຕໍ່ຮັກສາຄວາມສາມັກຄີ, ເປັນເອກະພາບກັນ ແລະ ບັນລຸໄດ້ຜົນສຳເລັດຢ່າງຕັ້ງໜ້າ ຈຳນວນໜຶ່ງ ບົນຈິດໃຈ “ຊຸກຍູ້ສາຍພົວພັນຄູ່ຮ່ວມມື ເພື່ອ ຄວາມໝັ້ນຄົງຖາວອນ”. ນັບຕັ້ງແຕ່ເມື່ອໄດ້ຮັບການສ້າງຕັ້ງ ແຕ່ປີ 1989 ມາຮອດປັດຈຸບັນ, ສາຍພົວພັນ ລະຫວ່າງ ອາຊຽນ ແລະ ສ ເກົາຫຼີ ໄດ້ບັນລຸຜົນສຳເລັດຫຼາຍຢ່າງທີ່ຈົບງາມ. ປີ 2010, ສອງຝ່າຍໄດ້ຍົກການພົວພັນ ຂຶ້ນຢູ່ລະດັບ ຄູ່ຮ່ວມມື ຍຸດທະສາດ, ເປີດໄລຍະໃໝ່ ໃນການພົວພັນສອງຝ່າຍ ລະຫວ່າງ ສອງຊາດ.
 

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນຳໜ້າຄະນະຜູ້ແທນ ຂັ້ນສູງ ລັດຖະບານ ຫວຽດນາມ ເຂົ້າຮ່ວມ ວາລະປະຊຸມ ຄັ້ງທຳອິດ ກອງປະຊຸມຂັ້ນສູງ ສະເຫຼີມສະຫຼອງ 30 ປີ
ແຫ່ງສາຍພົວພັນຄູ່ສົນທະນາ ລະຫວ່າງ ອາຊຽນ-ສ ເກົາຫຼີ. ພາບ: ຖົ໋ງເຍິດ/VNA



ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມ  ກອງປະຊຸມ ຂັ້ນສູງ ອາຊຽນ-ສ ເກົາຫຼີ ຄັ້ງທຳອິດ. ພາບ: ຖົ໋ງເຍິດ/VNA


ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມ  ກອງປະຊຸມ ຂັ້ນສູງ ອາຊຽນ-ສ ເກົາຫຼີ ຄັ້ງທຳອິດ. ພາບ: ຖົ໋ງເຍິດ/VNA


ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວປາໄສທີ່ພິທີປິດ ກອງປະຊຸມສຸດຍອດ CEO ອາຊຽນ-ສ ເກົາຫຼີ. ພາບ: ຖົ໋ງເຍິດ/VNA


ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບ ປະທານາທິບໍດີ ສ ເກົາຫຼີ Moon Jae-in ແລະ ຫົວໜ້າຄະນະ ບັນດາປະເທດ ອາຊຽນ ເຂົ້າຮ່ວມກອງປະຊຸມສຸດຍອດ ວ່າດ້ວຍ
ການເລີ່ມຕົ້ນ ທຸລະກິດ ແລະ ງານວາງສະແດງ ກ່ຽວກັບ ປ່ຽນແປງໃໝ່ ການປະດິດຄິດສ້າງ. ພາບ: ຖົ໋ງເຍິດ/VNA



ປະທານາທິບໍດີ Moon Jae-in ຕ້ອນຮັບ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ພາບ: ຖົ໋ງເຍິດ/VNA


ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະເຈລະຈາກັບ ປະທານາທິບໍດີ Moon Jae-in.  ພາບ: ຖົ໋ງເຍິດ/VNA


ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ປະທານາທິບໍດີ Moon Jae-in ເປັນສັກຂີພິຍານ ໃນພິທີລົງນາມ ໃນ ບົດບັນທຶກຊ່ວຍຈຳວ່າດ້ວຍ ການຮ່ວມມືໃນຂົງເຂດ ການເດີນ ທະເລ
ແລະ ການບຳລຸງສ້າງນັກເຮືອ ລະຫວ່າງ ກະຊວງ ການຄົມມະນາຄົມຂົນສົ່ງ ຫວຽດນາມ ກັບກະຊວງ ມະຫາສະໝຸດ ແລະ ສິນທະເລ, ກະຊວງການສຶກສາ ສ ເກົາຫຼີ. ພາບ: ຖົ໋ງເຍິດ/VNA



ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ປະທານາທິບໍດີ Moon Jae-in ເປັນສັກຂີພິຍານໃນພິທີລົງນາມ ໃນ ອະນຸສັນຍາວ່າດ້ວຍການ ປັບປຸງ ຂໍ້ຕົກລົງ ຫຼີກລ້ຽງ
ການເກັບ ພາສີສອງເທື່ອ ລະຫວ່າງ ຫວຽດນາມ ແລະ ສ ເກົາຫຼີ. ພາບ: ຖົ໋ງເຍິດ/VNA



ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະແລກປ່ຽນ ຄຳຄິດຄຳເຫັນ ກັບປະທານສະພາແຫ່ງຊາດ ສ ເກົາຫຼີ Moon Hee - sang. ພາບ: ຖົ໋ງເຍິດ/VNA


ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບ ນາຍົກລັດຖະມົນຕີ ສ ເກົາຫຼີ Lee Nak - yeon. ພາບ: ຖົ໋ງເຍິດ/VNA


ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ທອງລຸນ ສີສຸລິດ. ພາບ: ຖົ໋ງເຍິດ/VNA

ໄລຍະທາງ 30 ປີ ຜ່ານມາ ໄດ້ເປັນຂີດໝາຍ ແຫ່ງການ ພັດທະນາ ຢ່າງຕັ້ງໜ້າ ໃນການພົວພັນຮ່ວມມື ທຸກດ້ານ ລະຫວ່າງ ອາຊຽນ ແລະ ສ ເກົາຫຼີ, ໂດຍສະເພາະຢ່າງຍິ່ງ ແມ່ນ ກ່ຽວກັບດ້ານເສດຖະກິດ ແລະ ການພົບປະແລກປ່ຽນລະຫວ່າງ ປະຊາຊົນ. ບັນດາທ່ານຜູ້ນຳ ສ ເກົາຫຼີ ເຄີຍຢັ້ງຢືນຫຼາຍຄັ້ງວ່າ, ສ ເກົາຫຼີ ສະໜັບສະໜູນ ບົດບາດເປັນໃຈກາງ ຂອງ ອາຊຽນ ຢູ່ພາກພື້ນ, ຕັ້ງໜ້າເຂົ້າຮ່ວມ ບັນດາກົນໄກຮ່ວມມື ໂດຍ ອາຊຽນ ເປັນຜູ້ລິເລີ່ມ. ຫຼັງຈາກ ຮັບຕຳແໜ່ງບໍ່ດົນ, ປະທານາທິບໍດີ ສ ເກົາຫຼີ Moon Jae-in ໄດ້ປະກາດ “ນະໂຍບາຍມຸ່ງສູ່ທິດໃຕ້ໃໝ່” ເພື່ອຊຸກຍູ້ຢ່າງແຂງແຮງ ການພົວພັນກັບ ອາຊຽນ. ນີ້ເປັນສິ່ງ ພິເສດສະແດງໃຫ້ເຫັນ ການຖືສຳຄັນ ແລະ ຄວາມປາດຖະໜາ ຂອງ ສ ເກົາຫຼີ ແນໃສ່ປັບປຸງ, ພັດທະນາ ການພົວພັນກັບ ອາຊຽນ. ປັດຈຸບັນ, ອາຊຽນເປັນຄູ່ຮ່ວມການຄ້າໃຫຍ່ອັນດັບ ທີສອງຂອງ ສ ເກົາຫຼີ, ໃນຂະນະນັ້ນ ສ ເກົາຫຼີ ເປັນຄູ່ຮ່ວມມື ການຄ້າໃຫຍ່ອັນດັບທີ ຫ້າຂອງ ອາຊຽນ. ກອງປະຊຸມຂັ້ນສູງ ສະເຫຼີມສະຫຼອງ 30 ປີ ແຫ່ງການພົວພັນຄູ່ສົນທະນາ ອາຊຽນ (ASEAN)-ສ ເກົາຫຼີ ເປັນໂອກາດອັນສຳຄັນ ເພື່ອໃຫ້ ຝ່າຍຕ່າງໆ ຕີລາຄາຜົນສຳເລັດ ກ່ຽວກັບການຮ່ວມມື ອາຊຽນ-ສ ເກົາຫຼີ ໃນ 30 ປີຜ່ານມາ, ກໍຄືຊຸກຍູ້ ການກຳນົດທິດ ຍຸດທະສາດ ຮ່ວມມືໃນ 30 ປີຕໍ່ໜ້າ.

ການຮ່ວມມື ລະຫວ່າງ ບັນດາປະເທດ ໃນອະນຸພາກພື້ນ ແມ່ນຳ້ຂອງ ແລະ ສ ເກົາຫຼີ ກໍບັນລຸໄດ້ຜົນສຳເລັດ ອັນສຳຄັນ ຫຼາຍຢ່າງ ບົນພື້ນຖານການພົວພັນຄູ່ຮ່ວມມືຮອບດ້ານ ເພື່ອການຈະເລີນຮັ່ງມີລວມ. ພາກພື້ນ ແມ່ຂອງ ນັບມື້ນັບ ຖືບົດບາດສຳຄັນ ໃນນະໂຍບາຍການຕ່າງປະເທດໂດຍລວມ ຂອງ ສ ເກົາຫຼີ. ເມື່ອເດືອນກັນຍາ 2019, ປະທານາທິບໍດີ Moon Jae-in ໄດ້ສະເໜີວິໄສທັດຮ່ວມມື ແມ່ຂອງ-ສ ເກົາຫຼີ ຊຶ່ງສຸມໃສ່ສາມເສົາຄຳ້ເຊັ່ນ: ຄວາມວັດທະນາຖາວອນ ໂດຍຜ່ານການແປ່ງປັນປະສົບການ, ວັດທະນນາຖາວອນ ໂດຍຜ່ານການພັດທະນາຢ່າງໝັ້ນຄົງ, ສັນຕິພາບ ແລະ ຄວາມວັດທະນາຖາວອນ ໂດຍຜ່ານການເຊື່ອມຕໍ່ຮອບດ້ານ. ດ້ວຍຫົວເລື່ອງທີ່ວ່າ: “ການຮ່ວມມື ໃນອະນາຄົດລະຫວ່າງ ແມ່ຂອງ-ສ ເກົາຫຼີ ເພື່ອຄວາມວັດຖະນາຖາວອນລວມ”, ກອງປະຊຸມຂັ້ນສູງ ແມ່ຂອງ-ສ ເກົາຫຼີ ຄັ້ງທຳອິດ ໄດ້ສຸມໃສ່ ແລກປ່ຽນ ກ່ຽວກັບເນື້ອໃນຕ່າງໆເຊັ່ນ: ທົບທວນຄືນ ສະພາບການ ຮ່ວມມືໃນເວລາຜ່ານມາ, ພິຈາລະນາ ການກຳນົດທິດ ໃນໄລຍະໄໝ່, ໃນນັ້ນມີຂໍ້ສະເໜີວິໄສທັດ ການຮ່ວມມື ແມ່ຂອງ- ສ ເກົາຫຼີ ຂອງ ປະທານາທິບໍດີ Moon Jae-in…



ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີ ວາງສິລາລຶກ ນະຄອນ ສະຫຼາດ Busan Eco-Delta. ພາບ: ຖົ໋ງເຍິດ/VNA


ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມດ້ວຍ ບັນດາ ສະມາຊິກ ໃນຄະນະຜູ້ແທນຂັ້ນສູງ ລັດຖະບານ ຫວຽດນາມ ໄປຢ້ຽມຢາມ ທ່າກຳປັ່ນສາກົນ
Busan (ນະຄອນ Busan). ພາບ: ຖົ໋ງເຍິດ/VNA



ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມດ້ວຍ ບັນດາສະມາຊິກ ໃນຄະນະຜູ້ແທນຂັ້ນສູງ ລັດຖະບານ ຫວຽດນາມ ມາຢ້ຽມຢາມ ຮ້ານ ສິນຄ້າ ຫວຽດນາມ
ທີ່ ງານວາງສະແດງ Korea - ASEAN Invest. ພາບ: ຖົ໋ງເຍິດ/VNA



ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ ປະທານ ສະມາຄົມ ສ ເກົາຫຼີ-ຫວຽດນາມ Choi Young Joo ມາສະແດງຄວາມຂຳ່ນັບ.  ພາບ: ຖົ໋ງເຍິດ/VNA


ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ບັນດາ ທ່ານຜູ້ແທນ ປະຕິບັດພິທີຕ່າງໆ ທີ່ພິທີປະກາດ ເປັນທາງການ ແຜນການ ຂຸດຄົ້ນ ສາຍທາງບິນໃໝ່ ໄປ ແລະ ມາ ເຊີ ອູນ ຈາກ ນະຄອນ ດ່າລາດ, ເກີ່ນເທີ, ຍາຈາງ ແລະ ຝູ໋ກວກ (ຫວຽດນາມ) ຂອງ ບໍລິສັດການບິນ Vietjet. ພາບ: ຖົ໋ງເຍິດ/VNA


ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຮອງປະທານ ກຸ່ມບໍລິສັດ Samsung Lee Jae Young. ພາບ: ຖົ໋ງເຍິດ/VNA


ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຮອງປະທານ ກຸ່ມບໍລິສັດ Hyundai Kisun Chung ມາສະແດງ ຄວາມຂຳ່ນັບ. ພາບ: ຖົ໋ງເຍິດ/VNA


ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບເຈົ້າຄອງ ນະຄອນ ເຊີ ອູນ Park Won – soon ມາສະແດງ ຄວາມຂຳ່ນັບ. ພາບ: ຖົ໋ງເຍິດ/VNA

ສາຍພົວພັນອັນຈົບງາມລະຫວ່າງ ຫວຽດນາມ ແລະ ສ ເກົາຫຼີ ໄດ້ຊຸກຍູ້ຢ່າງແຂງແຮງ ໂດຍຜ່ານການຢ້ຽມຢາມ, ພົບປະຂັ້ນສູງ ຄັ້ງຕ່າງໆ ລະຫວ່າງຜູ້ນຳສອງປະເທດ. ສ ເກົາຫຼີ ຖື ຫວຽດນາມ ເປັນຄູ່ຮ່ວມມືສຳຄັນໃນ “ນະໂຍບາຍມຸ່ງສູ່ທິດໃຕ້ໃໝ່”, ປະສານສົມທົບຢ່າງແໜ້ນແຟ້ນ ແລະ ມີປະສິດທິພາບ ກັບ ຫວຽດນາມ ທີ່ ບັນດາເວທີປາໄສຫຼາຍຝ່າຍ ແລະ ອົງການຈັດຕັ້ງ ສາກົນ. ການຮ່ວມມືດ້ານເສດຖະກິດເປັນຈຸດສຸມ ທີ່ໃຫຍ່ກວ່າໝູ່ ໃນການພົວພັນສອງຝ່າຍ. ສ ເກົາຫຼີ ເປັນໜຶ່ງໃນບັນດາຄູ່ຮ່ວມມື ສຳຄັນອັນດັບໜຶ່ງຂອງ ຫວຽດນາມ. ບັນດາກົນໄກຮ່ວມມື ສືບຕໍ່ ໄດ້ຮັກສາໄວ້ ເຊັ່ນ ຄະນະກຳມະການລະຫວ່າງລັດຖະບານ ວ່າດ້ວຍ ການຮ່ວມມືດ້ານເສດຖະກິດ ແລະ ວິທະຍາສາດ-ເຕັກນິກ ຫວຽດນາມ-ສ ເກົາຫຼີ, ຄະນະກຳມະການປະສົມ ຂັ້ນລັດຖະມົນຕີ ກ່ຽວກັບການຮ່ວມມື ໃນຂົງເຂດໄຟຟ້າ ນິວເກຼຍ, ພະລັງງານ ແລະ ອຸດສາຫະກຳ... ໃນຊຸມປີມໍ່່ໆ ນີ້, ສ ເກົາຫຼີ ພົ້ນເດັ່ນຂຶ້ນເໝືອນດັ່ງ ໜຶ່ງໃນບັນດາຕະຫຼາດ ສະໜອງ ແຂກທ່ອງທ່ຽວທີ່ສຳຄັນ ຂອງ ຫວຽດນາມ. ການພົວພັນຮ່ວມມື ກ່ຽວກັບດ້ານການສຶກສາ, ວິທະຍາສາດ-ເຕັກນິກ, ກະສິກຳ, ແຮງງານ... ກໍບັນລຸໄດ້ຜົນງານຫຼາຍຢ່າງທີ່ຈົບງາມ. 
ບົດ: VNP ສັງລວມ - ພາບ: VNA

ປະຕິວັດ ປັບປຸງກົງຈັກລັດ ໃຫ້ກະທັດລັດ: ເຂັ້ມແຂງ-ປະສິດທິພາບ-ຜົນສັກສິດ-ປະສິດທິຜົນ

ປະຕິວັດ ປັບປຸງກົງຈັກລັດ ໃຫ້ກະທັດລັດ: “ເຂັ້ມແຂງ-ປະສິດທິພາບ-ຜົນສັກສິດ-ປະສິດທິຜົນ”

ປະເທດຊາດ ກຳລັງ ຢືນຢູ່ຕໍ່ໜ້າປະຕູປະຫວັດສາດ ກ້າວເຂົ້າສູ່ ຍຸກໃໝ່, ຫວຽດນາມ ໄດ້ຕັດສິນໃຈ ໃນການປັບປຸງ ອົງການຈັດຕັ້ງກົງຈັກ ລະບົບການເມືອງ ຕາມທິດກະທັດລັດ, ເຄື່ອນໄຫວມີຜົນສັກສິດ, ມີປະສິດທິຜົນ, ເພື່ອສ້າງແຮງຈູງໃຈໃໝ່, ປະສິດທິພາບໃໝ່ ໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ແລະ ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງ ປະຊາຊົນ.ປະເທດຊາດ ກຳລັງ ຢືນຢູ່ຕໍ່ໜ້າປະຕູປະຫວັດສາດ ກ້າວເຂົ້າສູ່ ຍຸກໃໝ່, ຫວຽດນາມ ໄດ້ຕັດສິນໃຈ ໃນການປັບປຸງ ອົງການຈັດຕັ້ງກົງຈັກ ລະບົບການເມືອງ ຕາມທິດກະທັດລັດ, ເຄື່ອນໄຫວມີຜົນສັກສິດ, ມີປະສິດທິຜົນ, ເພື່ອສ້າງແຮງຈູງໃຈໃໝ່, ປະສິດທິພາບໃໝ່ ໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ແລະ ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງ ປະຊາຊົນ.

Top