ຜົນສຳເລັດ ສີ່ປະການ ໃນການເດີນທາງປະຕິບັດງານ ຂອງ ປະທານ ສະພາແຫ່ງຊາດ
ກ່ອນອື່ນໝົດແມ່ນການທູດການເມືອງ, ຄະນະປະຕິບັດງານ ໄດ້ ປະຕິບັດ ໜ້າທີ່ຕາມ ຄວາມຮຽກຮ້ອງ ການເດີນທາງ ແລະ ຜ່ານ ນັ້ນ ໄດ້ປະກອບສ່ວນ ເຂົ້າໃນ ການທູດລັດຖະສະພາ ກໍ່ຄື ຖານະ ບົດບາດຂອງ ຫວຽດນາມ ບົນເວທີສາກົນ ສືບຕໍ່ໄດ້ຮັບການ ຢືນ ຢັນ ແລະ ຍົກສູງຍິ່ງຂຶ້ນ.
ການເຂົ້າຮ່ວມ ຂອງທ່ານປະທານສະພາແຫ່ງຊາດ ຢູ່ກອງປະຊຸມ ບັນດາປະທານສະພາແຫ່ງຊາດໂລກ ຄັ້ງທີ 5 ຂອງ (WCSP5) ຢັ້ງຢືນຄວາມເປັນເຈົ້າການ, ຄວາມຮັບຜິດຊອບ ຂອງ ສະພາ ແຫ່ງຊາດ ຫວຽດນາມ ເຂົ້າໃນກິດຈະກຳ ການທູດ ລັດຖະສະພາ ຫຼາຍຝ່າຍ. ການພົບປະ, ຕິດຕໍ່ພົວພັນສອງຝ່າຍ ໃນກອບກອງ ປະຊຸມ ໄດ້ປະກອບສ່ວນ ປັບປຸງ ແລະ ເພີ່ມທະວີ ການພົວພັນ ຕ່າງປະເທດເວົ້າລວມ ແລະ ການພົວພັນ ລັດຖະສະພາເວົ້າ ສະ ເພາະ ລະຫວ່າງ ຫວຽດນາມ ແລະ ບັນດາປະເທດ.
ສອງ: ການທູດເສດຖະກິດ, ທ່ານປະທານສະພາແຫ່ງຊາດ ເວືອງ ດິ່ງເຫວ້ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ໄດ້ຊຸກຍູ້ ເລື່ອງບັນດາປະເທດຂອງ ສະຫະພາບ ເອີຣົບ ສືບຕໍ່ ພິ ຈາລະນາ ເພື່ອໃຫ້ສັດຕະຍາບັນ ສັນຍາປົກປ້ອງ ການລົງທຶນ (EVIPA) ພ້ອມກັບສັນຍາການຄ້າເສລີ (EVFTA).
ຄະນະປະຕິບັດງານໄດ້ຊຸກຍູ້ການຍົກເລີກ ບັດເຫຼືອງ IUU (ແຈ້ງ ອາຫານທະເລ ທີ່ຜິດກົດໝາຍ, ບໍ່ແຈ້ງ ແລະ ບໍ່ເຄົາລົບ ຕາມກົດ ລະບຽບ) ສໍາລັບ ຫວຽດນາມ ກໍຄືການຄ້າສອງຝ່າຍ.
ສາມ: ການທູດວັດຊີນ, ທ່ານ ບຸ່ຍວັນເກືື່ອງ ເລຂາທິການໃຫຍ່ ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການ ສະພາແຫ່ງຊາດ ໄດ້ເນັ້ນ ໜັກວ່າ ການທູດວັກຊີນ ໄດ້ຜັນຂະຫຍາຍ ໃນທຸກການ ເຄື່ອນ ໄຫວ, ນັບແຕ່ການກ່າວປາໄສ ຂອງທ່ານປະທານສະພາ ແຫ່ງ ຊາດ ຢູ່ກອງປະຊຸມ ບັນດາປະທານ ສະພາແຫ່ງຊາດໂລກ ເຖິງ ການພົບປະສອງຝ່າຍ ຢູ່ນອກກອງປະຊຸມ ແລະ ການພົບປະໃນ ສາມປະເທດທີ່ຄະນະ ໄປຢ້ຽມຢາມ.
ໃນລະຫວ່າງ ການພົບປະກັບຜູ້ນຳ ຂອງບັນດາປະເທດ ລວມທັງ ປະທານາທິບໍດີ, ນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດ ຫຼື ບັນດາອົງການທີ່ກ່ຽວຂ້ອງ ຂອງປະເທດເພື່ອນມິດ, ຄະນະຜູ້ ແທນ ລ້້ວນແຕ່ຕັ້ງບັນຫາ ກ່ຽວກັບ ການສະໜອງ ວັກຊີນ, ອຸປະ ກອນ ການແພດ ເພື່ອສະໜັບສະໜູນ ໃຫ້ແກ່ຫວຽດນາມໃນການ ປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດໂຄວິດ-19. ໃນການ ປະຕິບັດງານຄັ້ງນີີ້, ທ່ານປະທານສະພາແຫ່ງຊາດ ໄດ້ເປັນສັກຂີ ພິຍານ ໃນພິທີລົງນາມ ເພື່ອການຜະລິດຊຸດ test ໄວຣັດ SARS-CoV-2 ພ້ອມທັງ ວັກຊີນຢູ່ ຫວຽດນາມ ລະຫວ່າງ ບັນດາວິສາ ຫະກິດ ຫວຽດນາມ ແລະ ຄູ່ຮ່ວມມືຕ່າງປະເທດ. ນີ້ແມ່ນຜົນໄດ້ ຮັບທີ່ໃຫຍ່ຫຼວງ ແລະ ສໍາຄັນຍິ່ງ.
ຂົງເຂດສຸດທ້າຍທີ່ໄດ້ຮັບຜົນສຳເລັດໃນການເດີນທາງ ປະຕິບັດ ງານຄັ້ງນີ້, ອີງຕາມທ່ານ ບຸ່ຍວັນເກື່ອງ ເລຂາທິການໃຫຍ່ ຂອງ ສະພາແຫ່ງຊາດ, ປະທານຫ້ອງວ່າການສະພາແຫ່ງຊາດ, ນັ້ນ ແມ່ນ ການທູດ ວັດທະນະທໍາ. ບັນດາເພື່ອນມິດ ໄດ້ຕີລາຄາສູງ ຕໍ່ແບບແຜນ ແລະ ວິທີເຮັດວຽກຢ່າງຂະຫຍັນຂັນແຂງ, ມີສະຕິ ປັນຍາ ແລະ ມີຫົວຄິດປະດິດສ້າງ ຂອງ ທ່ານປະທານ ສະພາ ແຫ່ງຊາດ ຫວຽດນາມ.
ສະຫງວນພື້ນທີ່ຫຼາຍສຸດ ຂອງເຮືອບິນ ເພ່ື່ອຂົນສົ່ງອຸປະກອນ ສໍາ ລັບ ການປ້ອງກັນ ແລະ ຕ້ານ ໂຄວິດ-19
ໜຶ່ງໃນຈຸດເດັ່ນ ຂອງ ການເດີນທາງ ໄປເອີຣົບ ຄັ້ງນີ້ ຂອງ ຄະນະ ຜູ້ແທນ ຂັ້ນ ສູງ ສະພາແຫ່ງຊາດ ຫວຽດນາມ ແມ່ນການຈັດຕັ້ງ ປະຕິບັດ “ການທູດວັກຊີນ”. ເວລາເຄື່ີອງບິນ ກັບຄືນປະເທດ ໄດ້ ສົ່ງ ວັກຊີນຕ້ານໂຄວິດ-19, ອຸປະກອນການແພດ ດ້ວຍຈໍານວນ ຫຼວງຫຼາຍ ເພື່ອຮັບໃຊ້ການປ້ອງກັນ ແລະ ຕ້ານການແຜ່ລະບາດ.
ໃນຕອນບ່າຍ ວັນທີ 12 ກັນຍາ, ທັນທີຫຼັງຈາກເຄື່ອງບິນ ມາຮອດ ສະໜາມບິນ ໂນ້ຍບ່າຍ, ຫ້ອງວ່າການສະພາແຫ່ງຊາດ ໄດ້ເປັນ ເຈົ້າພາບ, ປະສານສົມທົບ ກັບ ກະຊວງສາທາລະນະສຸກ ແລະ ຄະນະກໍາມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ ຈັດພິທີມອບ-ຮັບ ວັກຊີນ, ອຸປະກອນການແພດ ແລະ ທຶນ ໄດ້ ຮັບການສະໜັບສະໜູນ ໃນການປະຕິບັດງານຢູ່ ເອີຣົບ ຄັ້ງນີ້ ຂອງ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ.
ທ່ານ ບຸ່ຍວັນເກືື່ອງ ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າ ຫ້ອງວ່າການ ສະພາແຫ່ງຊາດໃຫ້ຮູ້ວ່າ ຈຳນວນ ວັກຊີນ, ອຸປະ ກອນການແພດນີ້ ຈະຖືກ ສົ່ງໄປຍັງບັນດາທ້ອງຖິ່ນ ໃນທັນທີ, ໂດຍສະເພາະແມ່ນບັນດາແຂວງ, ນະຄອນ ເພື່ອ ການຮັບໃຊ້ ວຽກງານປ້ອງກັນ ແລະ ຕ້ານໂຄວິດ-19.
ຕາມປະທານກຳມາທິການ ການຕ່າງປະເທດ ຂອງ ສະພາແຫ່ງ ຊາດ, ຜ່ານການທູດຂອງລັດຖະສະພາ, ລັດຖະສະພາ ພາຍໃນ ຂອງທຸກປະເທດ ໄດ້ເຫັນດີ ສະໜັບສະໜູນ ແບ່ງປັນວັກຊີນ ໃຫ້ ແກ່ ຫວຽດນາມ, ມີຄວາມປາດຖະໜາ ໃນການປະກອບສ່ວນ ຊ່ວຍເຫຼືອ ຫວຽດນາມ ໃນການຄວບຄຸມ ການແຜ່ລະບາດ ຂອງ ພະຍາດ ໂດຍໄວ ກໍຄືການຟື້ນຟູ ຫຼັງການລະບາດ ເພື່ອຮັບປະ ກັນດ້ານ ສຸຂະພາບ ຂອງ ປະຊາຊົນ ພ້ອມທັງຮັບປະກັນລະບົບ ຕ່ອງໂສ້ ການສະໜອງທົ່ວໂລກ.
ເຮັດໃຫ້ການພົວພັນ ຄູ່ຮ່ວມມືຮອບດ້ານ ຫວຽດນາມ-ອີຢູ ເລິກເຊິ່ງ ຍິ່ງຂຶ້ນ
ທ່ານ ຫວູຫາຍຮ່າ ປະທານກຳມາທິການ ການຕ່າງປະເທດ ຂອງ ສະພາແຫ່ງຊາດ ໃຫ້ຮູ້ວ່າ ບັນດາການເຄື່ອນໄຫວ ຢູ່ລັດຖະສະ ພາ ເອີຣົບ, ສະພາ ເອີຣົບ ແລະ ລາຊະອານາຈັກ ແບນຊິກ, ການ ຢ້ຽມຢາມ ສ ແຟງລັງ ຢ່າງເປັນທາງການ ຂອງ ທ່ານປະທານ ສະ ພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ປະກອບສ່ວນ ເຮັດໃຫ້ຄວາມສໍາ ພັນມິດຕະພາບ ເລິກເຊິ່ງຍິ່ງຂຶ້ນ ແລະ ຊຸກຍູ້ການຮ່ວມມື ລະ ຫວ່າງ ຫວຽດນາມ ແລະ ບັນດາປະເທດ ໃນຂົງເຂດການເມືອງ, ເສດຖະກິດ-ການຄ້າ-ການລົງທຶນ, ວິທະຍາສາດ-ເຕັກໂນໂລຊີ, ວັດທະນະທຳ, ການສຶກສາ, ການແລກປ່ຽນ ວັດທະນະທໍາ ແລະ ການປ້ອງກັນ ແລະ ຕ້ານການແຜ່ລະບາດ ໂຄວິດ -19.
ເນື່ອງໃນໂອກາດນີິ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ທຳການພົບປະກັບ ປະຊາຄົມຊາວ ຫວຽດນາມ ຢູ່ບັນດາ ປະ ເທດດັ່ງກ່າວ ແລະ ບັນດາປະເທດໃກ້ຄຽງ ເພື່ອ ປະຕິບັດ ບົດສະ ຫຼຸບ ເລກທີ 12-KL/TW ລົງວັນທີ 12 ສິງຫາ 2021 ຂອງ ກົມ ການເມືອງ ກ່ຽວກັບ ການເຮັດວຽກຂອງຊາວ ຫວຽດນາມ ຢູ່ຕ່າງ ປະເທດ ໃນສະພາບການໃໝ່, ສ້າງວົງຄະນາຍາດຊາວ ຫວຽດ ນາມ ຢູ່ຕ່າງປະເທດ ທີ່ມີຄວາມສາມັກຄີ, ເຂັ້ມແຂງ, ມຸ່ງສູ່ ປະ ເທດຊາດ ແລະ ພ້ອມກັນກ້າວຂຶ້ນ, ພ້ອມກັນຂະຫຍາຍຕົວ, ປະ ກອບສ່ວນ ເຂົ້າໃນການພັດທະນາ ປະເທດ ທ່ີຕົນດໍາລົງຢູ່...
ໃນການຢ້ຽມຢາມ ເອີຣົບ ຄັ້ງທຳອິດ ຂອງ ທ່ານປະທານ ສະພາ ແຫ່ງຊາດ ເວືອງດິ່ງເຫວ້ ໃນຖານະປະທານສະພາແຫ່ງຊາດ ຊຸດ ທີ XV ໄດ້ຮັບການຕີລາຄາສູງ ຈາກບັນດາຜູ້ນຳ ຂອງ ບັນດາປະ ເທດທີ່ຄະນະໄປຢ້ຽມຢາມ ແລະ ເຮັດວຽກ, ສະແດງໃຫ້ເຫັນການ ຖືສຳຄັນ ສາຍພົວພັນ ຂອງ ຫວຽດນາມ ຕໍ່ກັບສະຫະພາບ ເອີຣົບ ແລະ ບັນດາປະເທດ ສະມາຊິກ ໃນຖານະເປັນຄູ່ຮ່ວມມື ແຖວ ໜ້າ ຂອງ ຫວຽດນາມ ໃນທຸກຂົງເຂດ, ໂດຍສະເພາະຢ່າງຍິ່ງ ແມ່ນເສດຖະກິດ, ການຄ້າ ແລະ ການລົງທຶນ...
ການຢ້ຽມຢາມບັນດາປະເທດ ເອີຣົບ ຂອງທ່ານ ປະທານສະພາ ແຫ່ງຊາດ ໄດ້ມີຂຶ້ນ ພາຍຫຼັງ ກົມການເມືອງປະກາດໃຊ້ ຂໍ້ສະ ຫຼຸບ 12 ວ່າດ້ວຍ ສືບຕໍ່ປະຕິບັດມະຕິ 36 ແລະ ຄຳສັ່ງ 45 ຂອງ ກົມການເມືອງ ວ່າດ້ວຍວຽກງານຊາວ ຫວຽດນາມ ຢູ່ຕ່າງ ປະ ເທດ. ນີ້ແມ່ນໂອກາດເພື່ອໃຫ້ ທ່ານປະທານສະພາແຫ່ງຊາດ ແລກປ່ຽນ ກັບປະຊາຄົມ ຊາວຫວຽດນາມ ຢູ່ຕ່າງປະເທດ ກ່ຽວກັບນະໂຍ ບາຍ ຂອງ ພັກ ແລະ ລັດ, ຢືນຢັນ ວົງຄະນາຍາດ ຊາວ ຫວຽດ ນາມ ຢູ່ຕ່າງປະເທດວ່າ ເປັນພາກສ່ວນໜຶ່ງ ທີ່ບໍ່ອາດແຍກອອກ ຈາກກັນ ຂອງວົງຄະນາຍາດ ບັນດາເຜົ່າ ຫວຽດນາມ. |
ກ່ອນອື່ນໝົດແມ່ນການທູດການເມືອງ, ຄະນະປະຕິບັດງານ ໄດ້ ປະຕິບັດ ໜ້າທີ່ຕາມ ຄວາມຮຽກຮ້ອງ ການເດີນທາງ ແລະ ຜ່ານ ນັ້ນ ໄດ້ປະກອບສ່ວນ ເຂົ້າໃນ ການທູດລັດຖະສະພາ ກໍ່ຄື ຖານະ ບົດບາດຂອງ ຫວຽດນາມ ບົນເວທີສາກົນ ສືບຕໍ່ໄດ້ຮັບການ ຢືນ ຢັນ ແລະ ຍົກສູງຍິ່ງຂຶ້ນ.
ການເຂົ້າຮ່ວມ ຂອງທ່ານປະທານສະພາແຫ່ງຊາດ ຢູ່ກອງປະຊຸມ ບັນດາປະທານສະພາແຫ່ງຊາດໂລກ ຄັ້ງທີ 5 ຂອງ (WCSP5) ຢັ້ງຢືນຄວາມເປັນເຈົ້າການ, ຄວາມຮັບຜິດຊອບ ຂອງ ສະພາ ແຫ່ງຊາດ ຫວຽດນາມ ເຂົ້າໃນກິດຈະກຳ ການທູດ ລັດຖະສະພາ ຫຼາຍຝ່າຍ. ການພົບປະ, ຕິດຕໍ່ພົວພັນສອງຝ່າຍ ໃນກອບກອງ ປະຊຸມ ໄດ້ປະກອບສ່ວນ ປັບປຸງ ແລະ ເພີ່ມທະວີ ການພົວພັນ ຕ່າງປະເທດເວົ້າລວມ ແລະ ການພົວພັນ ລັດຖະສະພາເວົ້າ ສະ ເພາະ ລະຫວ່າງ ຫວຽດນາມ ແລະ ບັນດາປະເທດ.
![]() ຕອນເຊົ້າວັນທີ 6 ກັນຍາ 2002, ທີ່ນະຄອນຫຼວງ Vienna (ສ ໂອຕຣິດ), ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເຂົ້າ ຮ່ວມ ແລະ ກ່າວປາໄສ ທີ່ເວທີປາໄສ ວິສາຫະກິດ ຫວຽດນາມ - ໂອຕຣິດ. ພາບ: ຢວ໊ານເຕິ໋ນ/VNA ![]() ຕອນບ່າຍວັນທີ 6 ກັນຍາ 2021 (ຕາມເວລາທ້ອງຖິ່ນ), ທີ່ ນະ ຄອນຫຼວງ Vienna, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງ ເຫວ້ ໄດ້ທຳການພົບປະກັບ ທ່ານປະທານສະຫະພັນ ລັດຖະສະ ພາສາກົນ (IPU) Duarte Pacheco. ພາບ: ຢວ໊ານເຕິ໋ນ/VNA ![]() ຕອນບ່າຍ ວັນທີ 6 ກັນຍາ 2021, ທີ່ນະຄອນຫຼວງ Vienna, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ທຳການພົບປະ ກັບທ່ານຜູ້ອຳນວຍການໃຫຍ່ ອົງການພະລັງງານ ປະລະມານູ ສາກົນ (IAEA) Rafael Mariano Grossi. ພາບ: ຢວ໊ານເຕິ໋ນ/VNA ![]() ໃນຕອນຄໍ່າວັນທີ 6 ກັນຍາ 2021, ທີ່ນະຄອນຫຼວງ Vienna, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ໃຫ້ການຕ້ອນ ຮັບ ຜູ້ນໍາມະຫາວິທະຍາໄລ IMC Krem, ກຸ່ມບໍລິສັດ WEFORYOU, ກຸ່ມບໍລິສັດ CHRISTOF System ແລະ ຊາວ ຫວຽດນາມຢູ່ ຕ່າງປະເທດ ຈໍານວນໜຶ່ງ ທີ່ມາ ບໍລິຈາກ ອຸປະ ກອນການແພດ. ພາບ: ຢວ໊ານເຕິ໋ນ/VNA ![]() ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໃນພິທີມອບ-ຮັບ ອຸ ປະກອນການແພດ ຈາກທ່ານ Armin Amirpanah, ຜູ້ອໍານວຍ ການໃຫຍ່ກຸ່ມບໍລິສັດ WEFORYOU. ພາບ: ຢວ໊ານເຕິ໋ນ/VNA ![]() ຕອນເຊົ້າວັນທີ 7 ກັນຍາ 2021, ທີ່ນະຄອນຫຼວງ Vienna, ທ່ານ ປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ເຂົ້າຮ່ວມ ພິທີເປີດ ກອງປະຊຸມ ບັນດາປະທານສະພາແຫ່ງຊາດ ໂລກ ຄັ້ງທີ 5. ພາບ: ຢວ໊ານເຕິ໋ນ/VNA ![]() ໃນຕອນບ່າຍວັນທີ 7 ກັນຍາ 2021, ທີ່ນະຄອນຫຼວງ Vienna, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ທຳການພົບ ປະ ກັບທ່ານ Martin Chungoong, ເລຂາທິການໃຫຍ່ ສະຫະພັນ ລັດຖະສະພາສາກົນ (IPU). ໃນພາບ: ທ່ານປະທານ ສະພາແຫ່ງ ຊາດ ເວືອງດິ່ງເຫວ້ ມອບຂອງຂວັນທີ່ລະນຶກ ໃຫ້ແກ່ ທ່ານເລຂາ ທິການໃຫຍ່ ສະຫະພັນລັດຖະສະພາສາກົນ Martin Chungoong. ພາບ: ຢວ໊ານເຕິ໋ນ/VNA ![]() |
ສອງ: ການທູດເສດຖະກິດ, ທ່ານປະທານສະພາແຫ່ງຊາດ ເວືອງ ດິ່ງເຫວ້ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ໄດ້ຊຸກຍູ້ ເລື່ອງບັນດາປະເທດຂອງ ສະຫະພາບ ເອີຣົບ ສືບຕໍ່ ພິ ຈາລະນາ ເພື່ອໃຫ້ສັດຕະຍາບັນ ສັນຍາປົກປ້ອງ ການລົງທຶນ (EVIPA) ພ້ອມກັບສັນຍາການຄ້າເສລີ (EVFTA).
ນອກຈາກເຂົ້າຮ່ວມການເຄື່ອນໄຫວຫຼາຍຝ່າຍແລ້ວ, ທ່ານ ປະ ທານສະພາແຫ່ງຊາດ ຍັງໄດ້ເຂົ້າຮ່ວມ ກ່າວບົດກ່າວປາໄສ ທີ່ ສຳຄັນ ໃນວາລະການປະຊຸມ ຄົບຄະນະ ແລະ ວາລະການປະ ຊຸມ ຂອງ WCSP5 ກ່ຽວກັບຈຸດຢືນ ຂອງ ຫວຽດນາມ ຕໍ່ບັນຫາ ສາກົນ ແລະ ພາກພື້ນ ແລະ ທິດທາງ ການພັດທະນາ ຂອງ ຫວຽດນາມ. ນອກນັ້ນ, ຍັງມີກອງປະຊຸມ ສອງຝ່າຍ 10 ຄັ້ງ ຢູ່ນອກ ກອງປະ ຊຸມ ກັບບັນດາຄູ່ຮ່ວມມື ທີ່ສຳຄັນ ທີ່ມາຈາກທະວີບ ທົ່ວທຸກມູມ ໂລກ ເຊັ່ນ: ຣັດເຊຍ, ອິນເດຍ, ຍີ່ປຸ່ນ, ສ ເກົາຫຼີ, ອີຕາລີ, ໂມຊຳ ບິກ, ກູບາ, ຊີເລ, ອັງກິດ ... |
ຄະນະປະຕິບັດງານໄດ້ຊຸກຍູ້ການຍົກເລີກ ບັດເຫຼືອງ IUU (ແຈ້ງ ອາຫານທະເລ ທີ່ຜິດກົດໝາຍ, ບໍ່ແຈ້ງ ແລະ ບໍ່ເຄົາລົບ ຕາມກົດ ລະບຽບ) ສໍາລັບ ຫວຽດນາມ ກໍຄືການຄ້າສອງຝ່າຍ.
ສາມ: ການທູດວັດຊີນ, ທ່ານ ບຸ່ຍວັນເກືື່ອງ ເລຂາທິການໃຫຍ່ ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການ ສະພາແຫ່ງຊາດ ໄດ້ເນັ້ນ ໜັກວ່າ ການທູດວັກຊີນ ໄດ້ຜັນຂະຫຍາຍ ໃນທຸກການ ເຄື່ອນ ໄຫວ, ນັບແຕ່ການກ່າວປາໄສ ຂອງທ່ານປະທານສະພາ ແຫ່ງ ຊາດ ຢູ່ກອງປະຊຸມ ບັນດາປະທານ ສະພາແຫ່ງຊາດໂລກ ເຖິງ ການພົບປະສອງຝ່າຍ ຢູ່ນອກກອງປະຊຸມ ແລະ ການພົບປະໃນ ສາມປະເທດທີ່ຄະນະ ໄປຢ້ຽມຢາມ.
ໃນລະຫວ່າງ ການພົບປະກັບຜູ້ນຳ ຂອງບັນດາປະເທດ ລວມທັງ ປະທານາທິບໍດີ, ນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດ ຫຼື ບັນດາອົງການທີ່ກ່ຽວຂ້ອງ ຂອງປະເທດເພື່ອນມິດ, ຄະນະຜູ້ ແທນ ລ້້ວນແຕ່ຕັ້ງບັນຫາ ກ່ຽວກັບ ການສະໜອງ ວັກຊີນ, ອຸປະ ກອນ ການແພດ ເພື່ອສະໜັບສະໜູນ ໃຫ້ແກ່ຫວຽດນາມໃນການ ປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດໂຄວິດ-19. ໃນການ ປະຕິບັດງານຄັ້ງນີີ້, ທ່ານປະທານສະພາແຫ່ງຊາດ ໄດ້ເປັນສັກຂີ ພິຍານ ໃນພິທີລົງນາມ ເພື່ອການຜະລິດຊຸດ test ໄວຣັດ SARS-CoV-2 ພ້ອມທັງ ວັກຊີນຢູ່ ຫວຽດນາມ ລະຫວ່າງ ບັນດາວິສາ ຫະກິດ ຫວຽດນາມ ແລະ ຄູ່ຮ່ວມມືຕ່າງປະເທດ. ນີ້ແມ່ນຜົນໄດ້ ຮັບທີ່ໃຫຍ່ຫຼວງ ແລະ ສໍາຄັນຍິ່ງ.
ຂົງເຂດສຸດທ້າຍທີ່ໄດ້ຮັບຜົນສຳເລັດໃນການເດີນທາງ ປະຕິບັດ ງານຄັ້ງນີ້, ອີງຕາມທ່ານ ບຸ່ຍວັນເກື່ອງ ເລຂາທິການໃຫຍ່ ຂອງ ສະພາແຫ່ງຊາດ, ປະທານຫ້ອງວ່າການສະພາແຫ່ງຊາດ, ນັ້ນ ແມ່ນ ການທູດ ວັດທະນະທໍາ. ບັນດາເພື່ອນມິດ ໄດ້ຕີລາຄາສູງ ຕໍ່ແບບແຜນ ແລະ ວິທີເຮັດວຽກຢ່າງຂະຫຍັນຂັນແຂງ, ມີສະຕິ ປັນຍາ ແລະ ມີຫົວຄິດປະດິດສ້າງ ຂອງ ທ່ານປະທານ ສະພາ ແຫ່ງຊາດ ຫວຽດນາມ.
ສະຫງວນພື້ນທີ່ຫຼາຍສຸດ ຂອງເຮືອບິນ ເພ່ື່ອຂົນສົ່ງອຸປະກອນ ສໍາ ລັບ ການປ້ອງກັນ ແລະ ຕ້ານ ໂຄວິດ-19
ໜຶ່ງໃນຈຸດເດັ່ນ ຂອງ ການເດີນທາງ ໄປເອີຣົບ ຄັ້ງນີ້ ຂອງ ຄະນະ ຜູ້ແທນ ຂັ້ນ ສູງ ສະພາແຫ່ງຊາດ ຫວຽດນາມ ແມ່ນການຈັດຕັ້ງ ປະຕິບັດ “ການທູດວັກຊີນ”. ເວລາເຄື່ີອງບິນ ກັບຄືນປະເທດ ໄດ້ ສົ່ງ ວັກຊີນຕ້ານໂຄວິດ-19, ອຸປະກອນການແພດ ດ້ວຍຈໍານວນ ຫຼວງຫຼາຍ ເພື່ອຮັບໃຊ້ການປ້ອງກັນ ແລະ ຕ້ານການແຜ່ລະບາດ.
![]() ຕອນເຊົ້າວັນທີ 8 ກັນຍາ 2021, ທີ່ນະຄອນຫຼວງ Brussels (ລາ ຊະນາອາຈັກ ແບນຊິກ), ທ່ານປະທານສະພາແຫ່ງຊາດ ເວືອງ ດິ່ງເຫວ້ ໄດ້ທຳການພົບປະກັບ ທ່ານ Charles Michel ປະທານ ສະພາ ເອີຣົບ. ພາບ: ຢວ໊ານເຕິ໋ນ/VNA ![]() ຕອນບ່າຍວັນທີ 8 ກັນຍາ 2021, ທີ່ສໍານັກງານໃຫຍ່ ຂອງ ລັດ ຖະສະພາ ເອີຣົບ ທີ່ນະຄອນຫຼວງ Brussels, ທ່ານ ປະທານສະ ພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ພົບປະກັບ ທ່ານ David Sassoli, ປະທານລັດຖະສະພາເອີຣົບ(EP). ພາບ: ຢວ໊ານເຕິ໋ນ/VNA ![]() ຕອນບ່າຍ ວັນທີ 8 ກັນຍາ 2021, ທີ່ສໍານັກງານໃຫຍ່ ລັດຖະສະ ພາ ເອີຣົບ (EP) ທີ່ນະຄອນຫຼວງ Brussels, ທ່ານປະທານສະ ພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ເຮັດວຽກ ກັບທ່ານ Bernd Lange, ປະທານ ຄະນະກໍາມະການ ການຄ້າສາກົນ ຂອງ ສະ ພາເອີຣົບ (INTA), ສະມາຊິກ EP ຈຳນວນ ໜຶ່ງ ສັງກັດ ກຸ່ມສະ ມາຊິກ ລັດຖະສະພາ EU- ASEAN (DASE), ສະມາຄົມລັດ ຖະສະພາ ມິດຕະພາບ EP - ຫວຽດນາມ. ພາບ: ຢວ໊ານເຕິ໋ນ/VNA ![]() ຕອນບ່າຍວັນທີ 8 ກັນຍາ 2021, ທີ່ນະຄອນຫຼວງ Brussels, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ຕ້ອນຮັບທ່ານ Peter R.Lavoy, ຜູ້ອຳນວຍການຂັ້ນສູງ ພາກພື້ນ ອາຊີ - ປາຊີ ຟິກ ຂອງ ກຸ່ມບໍລິສັດ ນໍ້າມັນ ອາຍແກັສ ExxonMobil (ສ ອາເມ ລິກາ). ພາບ: ຢວ໊ານເຕິ໋ນ/VNA ![]() ຕອນເຊົ້າວັນທີ 9 ກັນຍາ 2021, ທີ່ນະຄອນຫຼວງ Brussels, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ທຳການພົບປະ ກັບຜູ້ຕາງໜ້າ ວົງຄະນາຍາດຊາວ ຫວຽດນາມ ຢູ່ແບນຊິກ. ໃນພາບ: ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກ່າວປາ ໄສ. ພາບ: ຢວ໊ານເຕິ໋ນ/VNA ![]() ຕອນບ່າຍວັນທີ 9 ກັນຍາ 2021 (ຕາມເວລາທ້ອງຖິ່ນ), ທີ່ນະ ຄອນຫຼວງ Brussels, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງ ເຫວ້ ໄດ້ເຂົ້າຮ່ວມພິທີ ມອບ-ຮັບ ວັກຊີນ, ອຸປະກອນ ການແພດ ເພື່ອການປ້ອງກັນ ແລະ ຕ້ານໂຄວິດ-19 ແລະ ພິທີລົງນາມໃນ ເອກະສານສະບັບຕ່າງໆ ວ່າດ້ວຍການຮ່ວມມື. ໃນພາບ: ທ່ານ ປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ເປັນສັກຂີພິຍານ ພິທີລົງ ນາມໃນເອກະສານສະບັບຕ່າງໆ ວ່າດ້ວຍການຮ່ວມມື. ພາບ: ຢວ໊ານເຕິ໋ນ/VNA ![]() ຕອນບ່າຍວັນທີ 9 ກັນຍາ 2021, ທີ່ນະຄອນຫຼວງ Brussels, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ເຂົ້າຮ່ວມ ການ ພົບປະແລກປ່ຽນລະຫວ່າງ ວິສາຫະກິດ ຫວຽດນາມ - ແບນຊິກ. ພາບ: ຢວ໊ານເຕິ໋ນ/VNA ![]() ຕອນບ່າຍວັນທີ 9 ກັນຍາ 2021, ທີ່ນະຄອນຫຼວງ Brussels, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ເຮັດວຽກ ກັບ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ເສດຖະກິດ ແລະ ແຮງງານ ແບນຊິກ Pierres-Yves Dermagne. ພາບ: ຢວ໊ານເຕິ໋ນ/VNA ![]() ຕອນບ່າຍວັນທີ 9 ກັນຍາ 2021, ທີ່ນະຄອນຫຼວງ Brussels, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ໂອ້ລົມ ກັບ ທ່ານປະທານສະພາຕໍ່າ ລາຊະອານາຈັກ ແບນຊິກ Elliance Tillieux. ພາບ: ຢວ໊ານເຕິ໋ນ/VNA ![]() |
ໃນຕອນບ່າຍ ວັນທີ 12 ກັນຍາ, ທັນທີຫຼັງຈາກເຄື່ອງບິນ ມາຮອດ ສະໜາມບິນ ໂນ້ຍບ່າຍ, ຫ້ອງວ່າການສະພາແຫ່ງຊາດ ໄດ້ເປັນ ເຈົ້າພາບ, ປະສານສົມທົບ ກັບ ກະຊວງສາທາລະນະສຸກ ແລະ ຄະນະກໍາມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ ຈັດພິທີມອບ-ຮັບ ວັກຊີນ, ອຸປະກອນການແພດ ແລະ ທຶນ ໄດ້ ຮັບການສະໜັບສະໜູນ ໃນການປະຕິບັດງານຢູ່ ເອີຣົບ ຄັ້ງນີ້ ຂອງ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ.
ຜົນໄດ້ຮັບ ໃນການປະຕິບັດງານຄັ້ງນີ້ ລວມມີ: ປະເທດ ແບນຊິກ ແລະ ສະໂລວາເກຍ ໄດ້ສະໜັບສະໜູນ ວັກຊີນ 200.000 ໂດສ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະສະໜັບສະໜູນ ແລະ ແບ່ງປັນ ວັກຊີນ ໃຫ້ຫຼາຍລ້ານໂດສ; ຫຼາຍອົງການ ຈັດຕັ້ງ, ວິສາຫະກິດ ແລະ ບຸກຄົນ ໄດ້ສະໜອງອຸປະກອນ ການແພດ, ໂດຍສະເພາະ ຢ່າງຍິ່ງແມ່ນ ຊຸດກວດພະຍາດ ໂຄວິດ-19, ລວມມູນຄ່າ ກວ່າ 1.028 ຕື້ດົ່ງ, ປະກອບສ່ວນ ອັນສຳຄັນ ເຂົ້າໃນວຽກງານການ ປ້ອງກັນ ແລະ ຕ້ານການແຜ່ລະບາດພະຍາດ ໃນໄລຍະ ຈະມາ ເຖິງ ແລະ ຮັບປະກັນລະບົບຕ່ອງໂສ້ການສະໜອງ ສິນຄ້າທົ່ວ ໂລກ ບໍ່ມີການຢຸດສະງັກ. |
ທ່ານ ບຸ່ຍວັນເກືື່ອງ ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າ ຫ້ອງວ່າການ ສະພາແຫ່ງຊາດໃຫ້ຮູ້ວ່າ ຈຳນວນ ວັກຊີນ, ອຸປະ ກອນການແພດນີ້ ຈະຖືກ ສົ່ງໄປຍັງບັນດາທ້ອງຖິ່ນ ໃນທັນທີ, ໂດຍສະເພາະແມ່ນບັນດາແຂວງ, ນະຄອນ ເພື່ອ ການຮັບໃຊ້ ວຽກງານປ້ອງກັນ ແລະ ຕ້ານໂຄວິດ-19.
ຕາມປະທານກຳມາທິການ ການຕ່າງປະເທດ ຂອງ ສະພາແຫ່ງ ຊາດ, ຜ່ານການທູດຂອງລັດຖະສະພາ, ລັດຖະສະພາ ພາຍໃນ ຂອງທຸກປະເທດ ໄດ້ເຫັນດີ ສະໜັບສະໜູນ ແບ່ງປັນວັກຊີນ ໃຫ້ ແກ່ ຫວຽດນາມ, ມີຄວາມປາດຖະໜາ ໃນການປະກອບສ່ວນ ຊ່ວຍເຫຼືອ ຫວຽດນາມ ໃນການຄວບຄຸມ ການແຜ່ລະບາດ ຂອງ ພະຍາດ ໂດຍໄວ ກໍຄືການຟື້ນຟູ ຫຼັງການລະບາດ ເພື່ອຮັບປະ ກັນດ້ານ ສຸຂະພາບ ຂອງ ປະຊາຊົນ ພ້ອມທັງຮັບປະກັນລະບົບ ຕ່ອງໂສ້ ການສະໜອງທົ່ວໂລກ.
ເຮັດໃຫ້ການພົວພັນ ຄູ່ຮ່ວມມືຮອບດ້ານ ຫວຽດນາມ-ອີຢູ ເລິກເຊິ່ງ ຍິ່ງຂຶ້ນ
ທ່ານ ຫວູຫາຍຮ່າ ປະທານກຳມາທິການ ການຕ່າງປະເທດ ຂອງ ສະພາແຫ່ງຊາດ ໃຫ້ຮູ້ວ່າ ບັນດາການເຄື່ອນໄຫວ ຢູ່ລັດຖະສະ ພາ ເອີຣົບ, ສະພາ ເອີຣົບ ແລະ ລາຊະອານາຈັກ ແບນຊິກ, ການ ຢ້ຽມຢາມ ສ ແຟງລັງ ຢ່າງເປັນທາງການ ຂອງ ທ່ານປະທານ ສະ ພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ປະກອບສ່ວນ ເຮັດໃຫ້ຄວາມສໍາ ພັນມິດຕະພາບ ເລິກເຊິ່ງຍິ່ງຂຶ້ນ ແລະ ຊຸກຍູ້ການຮ່ວມມື ລະ ຫວ່າງ ຫວຽດນາມ ແລະ ບັນດາປະເທດ ໃນຂົງເຂດການເມືອງ, ເສດຖະກິດ-ການຄ້າ-ການລົງທຶນ, ວິທະຍາສາດ-ເຕັກໂນໂລຊີ, ວັດທະນະທຳ, ການສຶກສາ, ການແລກປ່ຽນ ວັດທະນະທໍາ ແລະ ການປ້ອງກັນ ແລະ ຕ້ານການແຜ່ລະບາດ ໂຄວິດ -19.
![]() ໃນການຢ້ຽມຢາມ ສ ແຟງລັງ ຢ່າງເປັນທາງການ, ຕອນເຊົ້າ ວັນ ທີ 10 ກັນຍາ 2021, ຢູ່ນະຄອນຫຼວງ Helsinki, ທ່ານປະທານ ສະພາແຫ່ງຊາດ ເວືອງດິ່ງເຫວ້ໄດ້ ນຳໜ້າ ຄະນະຜູ້ ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ປະທານາທິບໍດີ ສ ແຟງລັງ Sauli. Niinisto. ພາບ: ຢວ໊ານເຕິ໋ນ/VNA ![]() ຕອນເຊົ້າວັນທີ 10 ກັນຍາ 2021, ຢູ່ສູນປະຊຸມ Finlandia ທີ່ Helsinki, ທ່ານປະທານ ສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ນຳ ໜ້າຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມ ພິທີຕ້ອນຮັບ ຢ່າງເປັນທາງການ ແລະ ພົບປະເຈລະຈາ ກັບ ທ່ານ ປະທານສະພາແຫ່ງຊາດແຟງລັງ Lan Anu Vehvilainen. ພາບ: ຢວ໊ານເຕິ໋ນ/VNA ![]() ທ່ານປະທານ ສະພາແຫ່ງຊາດ ເວືອງດິ່ງເຫວ້ ແລະ ທ່ານປະ ທານ ສະພາແຫ່ງຊາດ ແຟງລັງ Lan Anu Vehvilainen ເປັນສັກ ຂີພິຍານໃນພິທີລົງນາມ. ພາບ: ຢວ໊ານເຕິ໋ນ/VNA ![]() ຕອນບ່າຍວັນທີ 10 ກັນຍາ 2021, ທີ່ນະຄອນຫຼວງ Helsinki (ສ ແຟງລັງ), ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ທຳ ການ ພົບປະກັບ ທ່ານນາງ Sanna Marin ນາຍົກລັດຖະມົນຕີ ສ ແຟງລັງ. ພາບ: ຢວ໊ານເຕິ໋ນ/VNA ![]() ຕອນບ່າຍວັນທີ 10 ກັນຍາ 2021, ທີ່ນະຄອນຫຼວງ Helsinki (ສ ແຟງລັງ), ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ຕ້ອນ ຮັບຜູ້ຕາງໜ້າ ຂອງ ວິສາຫະກິດ GERBION (ສ ເຢຍລະມັນ). ພາບ: ຢວ໊ານເຕິ໋ນ/VNA ![]() ຕອນເຊົ້າວັນທີ 11 ກັນຍາ 2021, ທີ່ນະຄອນຫຼວງ Helsinki, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ເຂົ້າຮ່ວມ ການ ພົບປະແລກປ່ຽນ ລະຫວ່າງ ວິສາຫະກິດ ຫວຽດນາມ - ແຟງລັງ. ພາບ: ຢວ໊ານເຕິ໋ນ/VNA ![]() ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ເປັນສັກຂີພິຍານ ທີ່ລັດຖະບານ ສະໂລວາເກຍ ມອບຢາວັກຊີນ AstraZeneca ຈໍາ ນວນ 100.000 ໂດສໃຫ້ແກ່ ຫວຽດນາມ ເພື່ອປ້ອງກັນ ແລະ ຕ້ານໂຄວິດ-19. ພາບ: ຢວ໊ານເຕິ໋ນ/VNA ![]() ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ເປັນສັກຂີພິຍານ ໃນພິທີລົງນາມ ສັນຍາວ່າດ້ວຍການຖ່າຍທອດເຕັກໂນໂລຊີການ ຜະລິດ ວັກຊີນ ປ້ອງກັນ COVID-19 ຢູ່ ຫວຽດນາມ ລະຫວ່າງບໍ ລິ ສັດຫຸ້ນສ່ວນ ການຢາ T&T ແລະ ບໍລິສັດ HIPRA Human Health S.L.U (ແອັດສະປາຍ). ພາບ: ຢວ໊ານເຕິ໋ນ/VNA ![]() ຕອນເຊົ້າວັນທີ 11 ກັນຍາ 2021, ທີ່ນະຄອນຫຼວງ Helsinki, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ທຳການພົບປະ ກັບຄະນະຜູ້ແທນ ວິສາຫະກິດໜຸ່ມ ຫວຽດນາມ ຈຳນວນໜຶ່ງ ຢູ່ ແຟງລັງ, ໂດຍທ່ານນາງ ດັ້ງທິຫາຍເຕີມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແຟງລັງ ເປັນຜູ້ນຳ. ພາບ: ຢວ໊ານເຕິ໋ນ/VNA ![]() ໃນການຢ້ຽມຢາມ ສ ແຟງລັງ ຢ່າງເປັນທາງການ, ຕອນບ່າຍ ວັນ ທີ 11 ກັນຍາ 2021, ທີ່ນະຄອນຫຼວງ Helsinki, ທ່ານປະທານ ສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ຕ້ອນຮັບ ທ່ານນາງ Anna-Kaisa Ikonen, ເຈົ້າຄອງນະຄອນ Tampere ແລະ ຜູ້ ຕາງໜ້າ ວິສາຫະກິດ ແຟງລັງ ຈຳນວນໜ່ຶງ. ພາບ: ຢວ໊ານເຕິ໋ນ/VNA ![]() ໃນຕອນບ່າຍ ວັນທີ 11 ກັນຍາ 2021 (ຕາມເວລາທ້ອງຖິ່ນ), ທີ່ ນະຄອນຫຼວງ Helsinki, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງ ເຫວ້ ໄດ້ຕ້ອນຮັບທ່ານ Christian Bruch, ປະທານ, ຜູ້ອໍານວຍ ການໃຫຍ່ (CEO) ກຸ່ມບໍລິສັດ ພະລັງງານ ຂອງ SIEMENS ENERGY AG. ພາບ: ຢວ໊ານເຕິ໋ນ/VNA |
ໜັງສືພິມທີ່ມີຊື່ສຽງຂອງ ແບນຊິກ ຫຼາຍສະບັບເຊັ່ນ: Brussels Times, EU Today ໄດ້ລົງຂ່າວ ແລະ ບົດວິຈານ ກ່ຽວກັບ ການ ຢ້ຽມຢາມ ຂອງ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້, ສ້າງກໍາລັງໜູນ ໃນການຊຸກຍູ້ ການພົວພັນ ຫວຽດນາມ-ແບນຊິກ ແລະ ຫວຽດນາມ-EU. |
ໃນການຢ້ຽມຢາມ ເອີຣົບ ຄັ້ງທຳອິດ ຂອງ ທ່ານປະທານ ສະພາ ແຫ່ງຊາດ ເວືອງດິ່ງເຫວ້ ໃນຖານະປະທານສະພາແຫ່ງຊາດ ຊຸດ ທີ XV ໄດ້ຮັບການຕີລາຄາສູງ ຈາກບັນດາຜູ້ນຳ ຂອງ ບັນດາປະ ເທດທີ່ຄະນະໄປຢ້ຽມຢາມ ແລະ ເຮັດວຽກ, ສະແດງໃຫ້ເຫັນການ ຖືສຳຄັນ ສາຍພົວພັນ ຂອງ ຫວຽດນາມ ຕໍ່ກັບສະຫະພາບ ເອີຣົບ ແລະ ບັນດາປະເທດ ສະມາຊິກ ໃນຖານະເປັນຄູ່ຮ່ວມມື ແຖວ ໜ້າ ຂອງ ຫວຽດນາມ ໃນທຸກຂົງເຂດ, ໂດຍສະເພາະຢ່າງຍິ່ງ ແມ່ນເສດຖະກິດ, ການຄ້າ ແລະ ການລົງທຶນ...
ປະຕິບັດ: VNA/VNP - ແປໂດຍ: ບິກລຽນ