• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ຂັບຊວານ ສາລາ ຮຸ່່ງໂລ

ຫຼັງຈາກໄດ້ຮັບຮອງເປັນ “ປະກົດການ ທາງດ້ານມໍລະດົກ” ຂອງ ຢູແນັສໂກ (UNESCO), ສິລະປະ ຂັບຊວານ ໄດ້ກາຍເປັນ “ຜະລິດ ຕະພັນ ພິເສດ” ຂອງ ແຂວງ ຝູ໋ເຖາະ. ພິເສດ, ລາຍການສະແດງ “ຂັບຊວານ ໝູ່ບ້ານບູຮານ” ຊຶ່ງຄະນະ ກຳມະການ ປະຊາຊົນ ແຂວງ ຝູ໋ເຖາະ ຮັບການຈັດຂຶ້ນ ເປັນໄລຍະຕາມກຳນົດ ຢູ່ສາລາເກົ່າ ຮຸ່ງໂລ ເຮັດໃຫ້ ເຂດຮ່ອງຮອຍປະຫວັດສາດນີ້ ກາຍເປັນ ຈຸດນັດໝາຍ ທີ່ບໍ່ ຄວນພາດ ສຳລັບ ບັນດາທົວທ່ອງທ່ຽວ ມາຍັງ ຝູ໋ເຖາະ ຊຶ່ງເປັນ ສະ ຖານທີ່ ຖືວ່າ ເປັນດິນແດນ ຕົ້ນກຳເນີດ ຂອງ ບັນພະບຸລຸດ. 
ຕັ້ງຢູ່ໝູ່ບ້ານບູຮານ ຮຸ່ງໂລ, ຫ່າງຈາກ ວິຫານ ຮຸ່ງ ປະມານ 10 ຫຼັກ ໄປທາງທິດຕາເວັນອອກ, ສາລາຮຸ່ງໂລ ແມ່ນກຸ່ມປູສະນີຍະສະຖານ ມີຄຸນຄ່າ ດ້ານວັດທະນະທຳ ແລະ ປະຫວັດສາດທີ່ເກົ່າແກ່ ຊຶ່ງໄດ້ ຄົງຕົວມາເປັນເວລາ ກວ່າ 300 ປີແລ້ວ.

ຕາມເລື່ອງເລົ່າທ່ີສືບທອດກັນມາວ່າ ສາລາ ຮຸ່ງໂລ ເປັນດິນແດນ ສັກສິດ, ເປັນສະຖານທີ່ ເຈົ້າຊີວິດ ຮຸ່ງ ເຄີຍໄດ້ຢຸດພັກ ໃນຄັ້ງໄປ ທ່ຽວ. ດ້ວຍເຫດນັ້ນ, ປະຊາຊົນ ຢູ່ທີ່ນີ້ ໄດ້ສ້າງຫໍວິຫານ ຂຶ້ນເພື່ອ ສັກກາລະບູຊາເພິ່ນ. ມາຮອດສະໄໝເຈົ້າຊີວິດ ເລຮີຕົງ (ປີ 1697), ສາລາ ຮຸ່ງໂລ ໄດ້ຮັບການກໍ່ສ້າງ ຫັນໜ້າສູ່ພູ ເງ້ຍຫຼິ໊ງ.



ສາລາ ຮຸ່ງໂລ ກັບການສະຖາປັດຕະຍະກຳທີ່ປົກຄຸມເຕັມ ແຕ່ໄຄນຳ້ ຊຶ່ງເປັນບ່ອນແທດເໝາະ ເພື່ອການຮັບຊົມ ບັນດາທຳນອງ ຂັບຊວານ ຢູ່ ແຂວງ ຝູ໋ເຖາະ
ຊຶ່ງເປັນ ສະຖານທີ່ ຖືວ່າ ເປັນດິນແດນ ຕົ້ນກຳເນີດ ຂອງ ບັນພະບຸລຸດ.



ສາລາ ຮຸ່ງໂລ ຖືກເລືອກເປັນ ສະຖານທ່ີສະແດງຂັບຊວານ ຮັບໃຊ້ ໃຫ້ນັກທ່ອງທ່ຽວ.


ບັນດານັກສະແດງຂັບຊວານ ລຸ້ນເຍົາ ຂອງ ສະໂມສອນ ອານຖ໋າຍ ກຳລັງຝຶກແອບ ທີ່ ສາລາ ຮຸ່ງໂລ.

ນອກຈາກຄຸນຄ່າດ້ານສະຖາປັດຕະຍະກໍາ ແລ້ວ, ສາລາ ຮຸ່ງໂລ ຍັງຖືວ່າ ເປັນ “ຫໍພິພິທະພັນ ຫຍໍ້ສ່ວນ” ຍ້ອນສະຖານທ່ີແຫ່ງນີ້ ເປັນບ່ອນເກັບຮັກສາໄວ້ ວັດຖຸບູຮານທີ່ມີຄ່າຫຼາຍຢ່າງເຊັ່ນ: ແຈກັນທອງ, ໂຄມໄຟ, ໂຖປັກທູບ, ນົກຮຸງດ້ວຍທອງ ແລະ ພົ້ນເດັ່ນຂຶ້ນ ແມ່ນ “ສະຫຼຽງ ວັນ” 4 ຊຸດ (ເພື່ອແຫ່ສານ ຍື່ນຕໍ່ ເທວະດາ) ແລະ “ສະຫຼຽງ ບ໋າດກົງ” ຫຼື ເອີ້ນວ່າ ສະຫຼຽງ 8 ຄົນຫາມ ໜຶ່ງຊຸດ (ເພື່ອການແຫ່ຮູບປັ້ນພະອໍລະຫັນ ຫຼື ເທວະດາ) ຊຶ່ງມີ ແຕ່ສະຕະວັດທີ XVII, ສະໄໝ ເຮົ້າເລ.

ພ້ອມກັບການອະນຸລັກຮັກສາ ບັນດາຄຸນຄ່າ ດ້ານສະຖາປັດຕະຍະ ກຳ, ວັດທະນະທຳ, ປະຫວັດສາດ, ສາລາ ຮຸ່ງໂລ ໄດ້ຄະນະກຳມະ ການ ປະຊາຊົນ ແຂວງ ຝູ໋ເຖາະ ເລືອກ ໃຫ້ເປັນໜຶ່ງ ໃນບັນດາຮ່ອງ ຮອຍປະຫວັດສາດ ເພື່ອຈັດລາຍການ “ຂັບ ຊວານໝູ່ບ້ານບູຮານ” ຊຶ່ງນອນຢູ່ໃນລາຍການທ່ອງທ່ຽວດ້ານຈິດວິນຍານ ມາຍັງແຖບດິນ ແດນ ຝູ໋ເຖາະ.

ຫຼັງຈາກຜັນຂະຫຍາຍທົດລອງທົວ “ຂັບຊວານໝູ່ບ້ານບູຮານ” ບໍລິ ການນັກທ່ອງທ່ຽວ ເປັນເວລາ 6 ປີ, ໃນເດືອນ ເມສາ 2018, ພະ ແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ຝູ໋ເຖາະ ໄດ້ປະ ກາດລາຍການ “ຂັບຊວານໝູ່ບ້ານບູຮານ” ເປັນຜະລິດຕະພັນ ທ່ອງ ທ່ຽວ ທີ່ເປັນເອກະລັກ ແລະ ມີສະເພາະ ຢູ່ແຂວງ ຝູ໋ເຖາະ ຢ່າງເປັນທາງການ.

ເມື່ອເຂົ້າຮ່ວມລາຍການ “ຂັບຊວານໝູ່ບ້ານບູຮານ”, ນັກທ່ອງທ່ຽວ ຈະ ໄດ້ຮັບຊົມ ບັນດາລາຍການ ຂັບຊວານ ໂດຍບັນດານັກສິລະປິນ ຂອງ 4 ບ້ານ ຊວານທີ່ໄດ້ຖືວ່າ ເປັນຕົ້ນກຳເນີດ ຂອງ ສິລະປະ ຂັບ ຊວານ ທຳການສະແດງເຊັ່ນ: ຝູ່ດຶກ, ກີມເດີ໋ຍ, ແທ໊ດ ແລະ ອານ ຖ໋າຍ.

ສາລາ ຮຸ່ງໂລ ຖືກເລືອກເປັນໜຶ່ງໃນບັນດາສະຖານທ່ີເກົ່າແກ່ ແຫ່ງທຳອິດ ໃນການທົດລອງໂຄງການ “ຂັບຊວານໝູ່ບ້ານບູຮານ”, ປ່ຽນສະຖານທີ່ແຫ່ງນີ້ໃຫ້ເປັນໜຶ່ງ ໃນອະນຸສອນສະຖານ ພິເສດ ທ່ີໃຫ້ບໍລິການ ຂັບຊວານ ຮັບໃຊ້ນັກທ່ອງທ່ຽວ.



ນັກທ່ອງທ່ຽວ ພ້ອມກັບ ບັນດານັກສິລະປິນ ພ້ອມກັນ ຂັບ ຊວານ ຮ່ວມກັນ ໃນທຳນອງ ຊວານມູນເຊື້ອ. 


ປີ 2015, ແຂວງ ຝູ໋ເຖາະ ໄດ້ນຳສິລະປະຂັບຊວານ ກາຍເປັນ ຜະລິດຕະພັນທ່ອງທ່ຽວ ທີ່ມີລັກສະນະຈຳເພາະ ໃນໂຄງການ ພັດທະນາການທ່ອງທ່ຽວຂອງແຂວງ.


ບັນດານັກສິລະປິນ ຂັບຊວານ ເຊີນນັກທ່ອງທ່ຽວດື່ມເຫຼົ້າ ໃນທຳນອງ ຊວານ “ຂັບກ່ອມ, ເຊີນດື່ມເຫຼົ້າ”.


ແຕ່ປີ 2018, ແຂວງ ຝູ໋ເຖາະ ໄດ້ນຳສະເໜີຜະລິດຕະພັນ “ຂັບຊວານ ໝູ່ບ້ານບູຮານ” ຕິດພັນກັບທົວທ່ອງທ່ຽວ ປະຈຳວັນ ສາຍ ຮ່າໂນ້ຍ-ຝູ໋ເຖາະ
ຮັບໃຊ້ນັກທ່ອງທ່ຽວ ແລະ ໄດ້ດຶງດູດ ນັກທ່ອງທ່ຽວ ທີ່ມາ ກັບແຂວງ ຝູ໋ເຖາະ ເປັນຈຳນວນຫຼວງຫຼາຍ. 

ທ່າມກາງບັນຍາກາດຂອງ ຫໍສາລາທີ່ມີອາຍຸກວ່າ 3 ສະຕະວັດນີ້, ບັນດາທຳນອງຂັບຊວານ ໄດ້ຮັບການສະແດງ ໂດຍຜ່ານສຽງເພງ, ວາດຟ້ອນຂອງ ຜູ້ຄົນທີ່ ກຳເນີດ ແລະ ໃຫຍ່ຂຶ້ນ ຈາກບ້ານ ຊວານ ອານຖ໋າຍ ໄດ້ດຶດດູດໃຈ ຜູ້ທີ່ມາທ່ຽວຊົມ. ເຂົ້າຮ່ວມລາຍການ “ຂັບຊວານໝູ່ບ້ານບູຮານ”, ນັກທ່ອງທ່ຽວ ຍັງມີ ໂອກາດ ໄດ້ພົບປະສັງສັນ ແລະ ຮຽນຂັບຊວານ ພາຍໃຕ້ການ ແນະ ນຳຢ່າງເຕັມໃຈ ຂອງ ບັນດານັກສິລະປິນ ຊັບຊວານບ້ານ ອານ ຖ໋າຍ ອີກດ້ວຍ.

ຕາມສະຖິຕິ ຂອງ ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ຝູ໋ເຖາະ, ແຕ່ລະປີ, ບັນດາບ້ານ ຊວານໃຫຍ່ ໄດ້ທຳການສະ ແດງ ໃຫ້ນັກທ່ອງທ່ຽວ ທີ່ມາຢ້ຽມຢາມ ເປັນຈຳນວນຫຼາຍສິບພັນ ເທື່ອຄົນ. ໃນນັ້ນສາລາ ຮຸ່ງໂລ ເປັນຈຸດນັດໝາຍ ທີ່ໄດ້ຮັບເລືອກ ຢູ່ແຖວໜ້າ ເພື່ອການຕ້ອນຮັບ ຄະນະ ນັກທ່ອງທ່ຽວ ທີ່ມາຈາກປະ ເທດຕ່າງໆ ເຊັ່ນ: ອັງກິດ, ຝຣັ່ງ, ໂຮນລັງ ແລະ ສ ອາເມລິກາ... 
ບົດ: ຖາວວີ - ພາບ: ກົງດາດ

ວັງ ກ໋ຽນຈຸງ ທີ່ງົດງາມ

ວັງ ກ໋ຽນຈຸງ ທີ່ງົດງາມ

ພາຍຫຼັງ 70 ປີແຫ່ງການຄົງຕົວໃນ ຊາກສະຫຼັກຫັກພັງ, ໃນລະດູບານ ໃໝ່ ປີ 2024, ວັງ ກ໋ຽນຈູງ, ໜຶ່ງໃນ 5 ກິດຈະການ ສະຖາປັດຕະຍະ ກຳ ຂະໜາດໃຫຍ່ ທີ່ຕັ້ງ ຢູ່ເທິງແກນ ຊິນໂຕ (Shinto) ໃນ ຕື໊ເກີ໋ມ ແທ່ງ (ພາຍໃນ ວັງຕ້ອງຫ້າມ) ເຫວ້ ໄດ້ ກັບຄືນມາ ວາດຊົງທີ່ໃຫຍ່ໂຕ ແລະ ສວຍງົດງາມ ຄືໃນສະໄໝກ່ອນ ເພື່ອສືບຕໍ່ເລົ່າເລື່ອງທີ່ໜ້າສົນ ໃຈ ກ່ຽວກັບຊີວິດຢູ່ ວັງໃນ ສະໄໝ ລາຊະວົງ ຫງວຽນ ແລະ ບັນດາ ເຫດການ ທີ່ເປັນຂີດໝາຍ ປະຫວັດສາດ ຂອງປະເທດ.

Top