• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ກຸ່ມພະພຸດທະຮູບຂະໜາດໃຫຍ່ ຢູ່ວັດ ຂະແມ ແຂວງ ອານຢາງ

ວັດ ເຊເຣ ມັງກອນ ຊາກໍ ຫຼື ວັດ ຫວິ໊ງແທ່ງ ຕັ້ງຢູ່ຕາແສງ ອານເຈົາ, ແຂວງ ອານຢາງ ມີກຸ່ມພະພຸດທະຮູບຂະໜາດໃຫຍ່ ດ້ວຍສະຖາ ປັດຕະຍະກຳ ທີ່ເຂັ້ມຂຸ້ນ ໄປດ້ວຍວັດທະນະທຳ ພຸດທະສາສະໜາ ນິກາຍ ຫິນະຍານເຜົ່າ ຂະແມ.
ພະພຸດທະຮູບປາງນັ່ງ ສະມາທິ ແມ່ນຈຸດເດັ່ນທີ່ພົ້ນເດັ່ນ ຂອງ ວັດ ເຊເຣ ມັງກອນ ຊາກໍ (ແຂວງ ອານຢາງ). ພາບ: ແທັງຊາງ - VNA 
ວັດ ເຊເຣ ມັງກອນ ຊາກໍ ສ້າງຄວາມປະທັບໃຈ ດ້ວຍສະຖາປັດ ຕະ ຍະກຳ ນິກາຍຫິນະຍານ ເຜົ່າ ຂະແມ ທີ່ເປັນເອກະລັກ. ພາບ: ແທັງຊາງ - VNA
ພະພຸດທະຮູບປາງນັ່ງ ສະມາທິ ແມ່ນຈຸດເດັ່ນທີ່ພົ້ນເດັ່ນ ຂອງ ວັດ ເຊເຣ ມັງກອນ ຊາກໍ (ແຂວງ ອານຢາງ). ພາບ: ແທັງຊາງ - VNA 
ພະພຸດທະຮູບ ປາງນັ່ງ ສະມາທິ ສູງ 27 ມ ຢູ່ວັດ ເຊເຣ ມັງກອນ ຊາກໍ (ແຂວງ ອານຢາງ). ພາບ: ແທັງຊາງ - VNA
ວັດ ເຊເຣ ມັງກອນ ຊາກໍ ແມ່ນສະຖານທີ່ທ່ອງທ່ຽວ ທາງດ້ານ ວັດ ທະນະທຳ ແລະ ຈິດວິນຍານ ທີ່ເປັນເອກະລັກ ຂອງ ແຂວງ ອານ ຢາງ. ພາບ: ແທັງຊາງ - VNA
ພະພຸດທະຮູບ ປາງ ປະລິນິພານ ຍາວ 100 ມ ຢູ່ວັດ ເຊເຣມັງກອນ ຊາກໍ. ພາບ: ແທັງຊາງ - VNA

ບໍລິເວນວັດ ມີຄວາມໂດດເດັ່ນດ້ວຍ ພະພຸດທະຮູບ ປາງນັ່ງສະມາ ທິ ສູງ 27 ມ ແລະ ພະພຸດທະຮູບ ປາງໃສຍາ ເຂົ້າສູ່ປະລິນິພານ (ພະນອນ) ຍາວ 100 ມ. ວັດແຫ່ງນີ້ ຍັງຖືກຕົກແຕ່ງລວດລາຍ ແລະ ຮູບປັ້ນນູນ ທີ່ໄດ້ຮັບການປະດັບປະດາຢ່າງປານີດ ທີ່ມີລັກ ສະນະສະເພາະ ຂອງສິລະປະ ຂະແມ ພາກໃຕ້.

ຮູບປັ້ນພະຍານາກ (Naga) ທີ່ໄດ້ຮັບການຄວັດສະຫຼັກ ຢ່າງປານີດ ຕາມທາງຍ່າງໃນບໍລິເວນວັດ. ພາບ: ແທັງຊາງ - VNA
ຢູ່ທາງໃນສິມ, ເສົາໃຫຍ່ສອງແຖວສູງສະຫງ່າ ເພື່ອຄ້ຳຫຼັງຄາວັດ, ສ້າງເນື້ອທີ່ໃຫ້ກວ້າງຂວາງ ແລະ ເຢັນສະບາຍ. ຝາ ແລະ ເພດານ ຂອງສິມ ຖືກປະດັບດ້ວຍຮູບປັ້ນນູນ ແລະ ຮູບແຕ້ມຝາຜະໜັງ ທີ່ ລະອຽດອ່ອນ, ມີສີສັນສົດໃສ ເຊິ່ງໄດ້ຈຳລອງຊີວິດຂອງ ພະພຸດທະ ເຈົ້າ ຕັ້ງແຕ່ຕອນປະສູດ ຈົນຮອດໄລຍະອອກບວດ ແລະ ຈຳສິນ ສຳເລັດ ພະອໍລະຫັນ. ພາບ: ແທັງຊາງ - VNA 
ຮູບປັ້ນ ຍັກສອງອົງທີ່ໃຫຍ່ສູງ (Yeak) ໃນບໍລິເວນວັດ ເຊິ່ງເປັນສັນ ຍະລັກ ຂອງ ການຄອຍເຝົ້າຍາມ ແລະ ປົກປັກຮັກສາສິມຕາມ ຄວາມເຊື່ອທາງວັດທະນະທຳ ຂະແມ. ພາບ: ແທັງຊາງ - VNA
ພະພຸດທະຮູບ ປາງນັ່ງສະມາທິ ສູງ 27 ມ ທີ່ພົ້ນເດັ່ນ ທ່າມກາງບັນ ຍາກາດທີ່ງຽບສະຫງົບ ພາຍໃນວັດ ເຊເຣ ມັງກອນ ຊາກໍ (ແຂວງ ອານຢາງ). ພາບ: ແທັງຊາງ - VNA

ໃນຊຸມປີມໍ່ໆມານີ້, ວັດໄດ້ກາຍເປັນສະຖານທີ່ທ່ອງທ່ຽວ ແລະ ສັກກາລະບູຊາ ທີ່ດຶງດູດປະຊາຊົນ ແລະ ນັກທ່ອງທ່ຽວ ເຂົ້າມາ ຢ່າງຫຼວງຫຼາຍ.

ປະຕິບັດໂດຍ: VNP/VNA

ຮູບເງົາເລື່ອງ ຝົນແດງ ແລະ ເສັ້ນທາງການເຊື່ອມໂຍງ ຍຸດທະ ສາດ ຫວຽດນາມ - ລາວ

ຮູບເງົາເລື່ອງ “ຝົນແດງ” ແລະ ເສັ້ນທາງການເຊື່ອມໂຍງ ຍຸດທະ ສາດ ຫວຽດນາມ - ລາວ

ການສາຍຮູບເງົາເລື່ອງ “ຝົນແດງ” ຢູ່ນະຄອນຫຼວງ ວຽງຈັນ ໄດ້ສ້າງ ຄວາມປະທັບໃຈຢ່າງຍິ່ງໃຫ້ແກ່ຜູ້ຊົມ ແລະ ຕໍ່ເພື່ອນມິດ ລາວ ເປັນ ຈຳນວນຫຼວງຫຼາຍ. ຮູບເງົາເລື່ອງນີ້ ໄດ້ຟື້ນຄືນ ຢ່າງມີຊີວິດຊີວາ ການຕໍ່ສູ້ 81 ວັນຄືນ ຢ່າງອົງອາດກ້າຫານ, ປົກປັກຮັກສາ ກໍາແພງ ເກົ່າ ກວາງຈິ ໃນປີ 1972 ພ້ອມກັບການເສຍສະຫຼະ ອັນໃຫຍ່ຫຼວງ ຂອງ ບັນດານວິລະຊົນ ນັກຮົບ ທີ່ໄດ້ເສຍສະຫຼະ ຊີວິດເພື່ອຊາດ ຫວຽດນາມ ເພື່ອຄວາມອິດສະຫຼະພາບ, ຜືນແຜ່ນດິນ ອັນຄົບຖ້ວນ ຂອງ ປະເທດຊາດ. ຜ່ານຮູບເງົາປະຫວັດສາດ ທີ່ເຕັມໄປດ້ວຍສິລະ ປະ, ເຫດການບໍ່ພຽງແຕ່ຊ່ວຍໃຫ້ ວົງຄະນາຍາດຊາວ ຫວຽດນາມ ແລະ ຄົນຮຸ່ນໜຸ່ມ ຢູ່ລາວ ມີຄວາມເຂົ້າໃຈຍິ່ງຂຶ້ນ ກ່ຽວກັບ ຄຸນຄ່າ ຂອງ ສັນຕິພາບ ເທົ່ານັ້ນ, ແຕ່ຍັງປະກອບສ່ວນ ຮັດແໜ້ນ ໄມຕີຈິດ ມິດຕະພາບ, ຄວາມເຊື່ອມໂຍງ ມູນເຊື້ອ ລະຫວ່າງ ປະຊາຊົນ ສອງ ປະເທດ.

Top