ລະບົບໄຟຟ້າໄດ້ເຊື່ອມຕໍ່ຄືນໃໝ່ຢູ່ເກືອບທັງໝົດປະເທດນີ້, ພຽງແຕ່ 2 ແຂວງທີ່ຍັງບໍ່ທັນໄດ້ເຊື່ອມຕໍ່.
ກຸຍບາ ໄດ້ຄ່ອຍເລີ່ມຟື້ນຟູການສະໜອງໄຟຟ້າຄືນໃໝ່ (ພາບປະກອບ: REUTERS/Norlys Perez)
ວັນທີ 22 ມີນາ, ກຸຍບາ ໄດ້ຄ່ອຍເລີ່ມຟື້ນຟູການສະໜອງໄຟຟ້າຄືນໃໝ່ ພາຍຫຼັງເກີດການຂາດໄຟຟ້າໃນທົ່ວປະເທດເປັນຄັ້ງທີ 2 ໃນຮອບເວລາ 1 ອາທິດ. ບໍລິສັດໄຟຟ້ານະຄອນຫຼວງໃຫ້ຮູ້ວ່າ 2/3 ບໍລິເວັນໃນນະຄອນຫຼວງ ລາຮາວານ ໄດ້ມີໄຟຟ້າໃຊ້ຄືນໃໝ່ໃນຕອນບ່າຍວັນທີ 22 ມີນາ, ພາຍຫຼັງທີ່ກະຊວງພະລັງງານ ລາຍງານການຂາດການເຊື່ອມຕໍ່ກັບລະບົບໄຟຟ້າແຫ່ງຊາດຢູ່ປະເທດເກືອບ 10 ລ້ານຄົນນີ້ເປັນເວລາ 1 ວັນ.
ລະບົບໄຟຟ້າໄດ້ເຊື່ອມຕໍ່ຄືນໃໝ່ຢູ່ເກືອບທັງໝົດປະເທດນີ້, ພຽງແຕ່ 2 ແຂວງທີ່ຍັງບໍ່ທັນໄດ້ເຊື່ອມຕໍ່.
(ແຫຼ່ງຄັດຈາກ VOV)