ຢູ່ກອງປະຊຸມສຳມະນາ, ສະມາຄົມການວາງແຜນຜັງພັດທະນາຕົວເມືອງ ຫວຽດນາມ ໄດ້ຈັດສອງວາລະໂອ້ລົມສົນທະນາດ້ວຍຫົວຂໍ້ “ບົດຮຽນປະສົບການຂອງໂລກ ແລະ ບົດຮຽນໃຫ້ແກ່ ຫວຽດນາມ” ແລະ “ບັນດາຜົນກະທົບຢ່າງຕັ້ງໜ້າມາຈາກມະຫາຕົວເມືອງລຸ້ນໃໝ່ ແລະ ບັນດາວິທີການໝູນໃຊ້ໃຫ້ແກ່ ຫວຽດນາມ”.
ບັນດານັກປະຖະກະຖາ ເຂົ້າຮ່ວມວາລະໂອ້ລົມສົນທະນາ “ບົດຮຽນປະສົບການຂອງໂລກ ແລະ ບົດຮຽນໃຫ້ແກ່ ຫວຽດນາມ” (ພາບ: ຄະນະຈັດຕັ້ງ)
ໃນເວລາຜ່ານມາ, ຢູ່ຮ່າໂນ້ຍ, ສະມາຄົມວາງແຜນຜັງກຳນົດພັດທະນາຕົວເມືອງ ຫວຽດນາມ (VUPDA) ຫາກໍ່ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດ ມະຫາຕົວເມືອງລຸ້ນໃໝ່ - ກຳລັງໜູນເຕີບໂຕເສດຖະກິດ ແລະພັດທະນາຕົວເມືອງ ຫວຽດນາມ ແບບຍືນຍົງ.
ການຄົ້ນຄ້ວາ ແລະ ກຳນົດທິດຮູບແບບມະຫາຕົວເມືອງລຸ້ນໃໝ່ຢູ່ ຫວຽດນາມ ຕ້ອງໄດ້ເຂົ້າເຖິງຕາມທິດບໍ່ຖືເປັນສຳຄັນເປົ້າໝາຍສ້າງບັນດາຕົວເມືອງຂະໜາດໃຫຍ່ ກ່ຽວກັບປະຊາກອນ, ຫາກຍັງສຸມໃສ່ສ້າງບັນດາຕົວເມືອງມີຄວາມສາມາດບົດບາດເປັນແກ່ນສານ, ມີຄວາມສາມາດເຊື່ອມຕໍ່ ເຄືອຂ່າຍ ແລະ ສວມບົດບາດແມ່ນຂົ້ວເຕີບໂຕໃນລະບົບຕົວເມືອງແຫ່ງຊາດ.ການກຳນົດທິດນີ້ ກໍ່ເປັນເອກະພາບກັບເນື້ອໃນປັບປຸງການວາງແຜນກຳນົດສັງລວມແຫ່ງຊາດໄລຍະ 2021 – 2030, ວິໄສທັດຮອດປີ 2050. ດັ່ງນັ້ນ, ໃນໄລຍະຈະມາເຖິງ, ບັນດາອົງການທີ່ມີໜ້າທີ່ ຮັບຜິດຊອບຕ້ອງສ້າງພື້ນຖານທິດສະດີ ແລະ ນິຕິກຳກ່ຽວກັບມະຫາຕົວເມືອງລຸ້ນໃໝ່ໃຫ້ສົມບູນແບບ, ສະສົມການກຳນົດທິດພັດທະນາ ເຂົ້າລະບົບວາງແຜນຜັງກຳນົດແຫ່ງຊາດ, ວາງແຜນຜັງກຳນົດເຂດ ແລະ ວາງຜັນຜັງກຳນົດຕົວເມືອງ, ຮັບປະກັນລັກສະນະເປັນເອກະພາບ ແລະ ຄົບຊຸດໃນການຈັດຕັ້ງສະຖານທີ່ພັດທະນາ.
ຢູ່ກອງປະຊຸມສຳມະນາ, ສະມາຄົມການວາງແຜນຜັງພັດທະນາຕົວເມືອງ ຫວຽດນາມ ໄດ້ຈັດສອງວາລະໂອ້ລົມສົນທະນາດ້ວຍຫົວຂໍ້ “ບົດຮຽນປະສົບການຂອງໂລກ ແລະ ບົດຮຽນໃຫ້ແກ່ ຫວຽດນາມ” ແລະ “ບັນດາຜົນກະທົບຢ່າງຕັ້ງໜ້າມາຈາກມະຫາຕົວເມືອງລຸ້ນໃໝ່ ແລະ ບັນດາວິທີການໝູນໃຊ້ໃຫ້ແກ່ ຫວຽດນາມ”.
(ແຫຼ່ງຄັດຈາກ VOV)