• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວ​ຽດ​ນາມ ແລະ ລັດ​ເຊຍ ຊຸກ​ຍູ້​ບັນ​ດາ​ໂຄງ​ການ​​ອາຍ​ແກັດ LNG

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງເລື່ອງ Novatek ເປັນເຈົ້າການແລກປ່ຽນ, ຮ່ວມມືກັບບັນດາຄູ່ຮ່ວມມື ຫວຽດນາມ ແລະ ເຊື່ອໝັ້ນຕໍ່ຄວາມເໝາະສົມໃນການກຳນົດທິດພັດທະນາຈະສ້າງຜົນກະທົບ, ປະສິດທິຜົນໃຫ້ແກ່ທັງສອງຝ່າຍ.
   ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບກຸ່ມບໍລິສັດ Novatek (ພາບ: VGP)  

ໃນການເດີນທາງຢ້ຽມຢາມ ສະຫະພັນ ລັດເຊຍຢ່າງເປັນທາງການ, ຕອນເຊົ້າວັນທີ 23 ມີນາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ມົດສະກູ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ, ເຮັດວຽກກັບກຸ່ມບໍລິສັດ Novatek, ກຸ່ມບໍລິສັດແຖວໜ້າຂອງ ລັດເຊຍ ແລະ ໂລກໃນຂົງເຂດອາຍແກັດທຳມະຊາດເພື່ອຊຸກຍູ້ບັນດາໂຄງການອາດແກັດແຫຼວ (LNG) ໃຫຍ່ທີ່ສຸດຢູ່ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງເລື່ອງ Novatek ເປັນເຈົ້າການແລກປ່ຽນ, ຮ່ວມມືກັບບັນດາຄູ່ຮ່ວມມື ຫວຽດນາມ ແລະ ເຊື່ອໝັ້ນຕໍ່ຄວາມເໝາະສົມໃນການກຳນົດທິດພັດທະນາຈະສ້າງຜົນກະທົບ, ປະສິດທິຜົນໃຫ້ແກ່ທັງສອງຝ່າຍ. ທ່ານນາຍົກລັດຖະມົນຕີ ສະເໜີ Novatek ປະສານສົມທົບກັບບັນດາທ້ອງຖິ່ນ, ອົງການ ແລະ ລັດວິສາຫະກິດຢ່າງແໜ້ນແຟ້ນໃນຂົງເຂດພະລັງງານ, ນ້ຳມັນອາຍແກັດ ຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ສົ່ງເສີມບັນດາວິສາຫະກິດ ຫວຽດນາມ ເພີ່ມທະວີການຮ່ວມມືກັບ Novatek ກ່ຽວກັບເຕັກໂນໂລຢີ ຫັນອາຍແກັດທຳມະຊາດເປັນທາດແຫຼວ.

ສ່ວນການນຳ Novatek ສະແດງຄວາມເຫັນດີຢູ່ລະດັບສູງ ແລະ ໃຫ້ຮູ້ວ່າຈະຕັ້ງໜ້າແລກປ່ຽນກັບບັນດາຄູ່ຮ່ວມມື ຫວຽດນາມ ເພື່ອຊຸກຍູ້ບັນດາໂຄງການ, ການເຄື່ອນໄຫວຮ່ວມມືເຊິ່ງທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ ມີຄຳເຫັນສະເໜີ.

ໃນການປະຕິບັດງານຢູ່ ສະຫະພັນ ລັດເຊຍຢູ່ນະຄອນຫຼວງ ມົດສະກູ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປວາງພວງມາລາຢູ່ອະນຸສາວາລີ ປະທານໂຮ່ຈີມິນ.

(ແຫຼ່ງຄັດຈາກ VOV)

ການປະທະກັນຢູ່ຕາເວັນອອກກາງ: ອາເມລິກາ ສ້າງຂອບເຂດການເຈລະຈາກັບ ອີຣານ

ການປະທະກັນຢູ່ຕາເວັນອອກກາງ: ອາເມລິກາ ສ້າງຂອບເຂດການເຈລະຈາກັບ ອີຣານ

ອຳນາດການປົກຄອງ ອາເມລິກາ ໄດ້ເລີ່ມດຳເນີນບັນດາການປຶກສາຫາລືພາຍໃນ ເພື່ອສ້າງຂອບເຂດການເຈລະຈາກັບ ອີຣານ, ໃນສະພາບການປະທະກັນຢູ່ ຕາເວັນອອກກາງ ກ້າວເຂົ້າສູ່ ອາທິດທີ 4.

Top