• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລີ່ມ​ຕົ້ນ​ໂຄງ​ການ​ຊຸກ​ຍູ້​ການ​ໝູນ​ໃຊ້​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ ພາກ​ພື້ນ (RCEP)

RCEP ໄດ້ລົງນາມແຕ່ເດືອນພະຈິກ 202 ລະຫວ່າງອາຊຽນ ກັບ 5 ປະເທດຄູ່ຮ່ວມມືລວມມີ: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ ແລະ ນິວຊີແລນ, ປັດຈຸບັນແມ່ນເຂດການຄ້າເສລີໃຫຍ່ທີ່ສຸດໃນໂລກດ້ວຍຜູ້ບໍລິໂພກປະມານ 2,3 ຕື້ຄົນ, ກວມເອົາເກືອບ 30%ປະຊາກອນ ແລະ ປະມານ 30% GDP ທົ່ວໂລກ.
   ທ່ານເລຈ້ຽວຢຸງ, ຫົວໜ້າກົມນະໂຍບາຍການຄ້າ ກ່າວຄຳເຫັນທີ່ພິທີ (ພາບ: thoibaotaichinhvietnam.vn)  

ພິທີເລີ່ມປະຕິບັດໂຄງການ “ຊຸກຍູ້ການໝູນໃຊ້ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP), ພິເສດໃນຂົງເຂດການຄ້າດີຈີຕອນ, ດ້ວຍການເຂົ້າຮ່ວມຂອງເຂດເອກະຊົນ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ” ໂດຍກະຊວງອຸດສາຫະກຳ ແລະ ການຄ້າສົມທົບກັບໂຄງການການຄ້າໃນພາກພື້ນ ເພື່ອການພັດທະນາ ຈັດຂຶ້ນໃນຕອນເຊົ້າວັນທີ 23 ມີນາຢູ່ຮ່າໂນ້ຍ.

ພິທີເລີ່ມປະຕິບັດເພື່ອແນໃສ່ແນະນຳເປົ້າໝາຍ, ວິວັດການຜັນຂະຫຍາຍ ແລະ ບັນດາການເຄື່ອນໄຫວຫຼັກຂອງໂຄງການ, ພ້ອມທັງສ້າງເວທີປາໄສເພື່ອໃຫ້ບັນດາອົງການຄຸ້ມຄອງລັດ, ອົງການໜູນຊ່ວຍວິສາຫະກິດ, ສະມາຄົມຂະແໜງຜະລິດສິນຄ້າ ແລະ ປະຊາຄົມວິສາຫະກິດ ແລກປ່ຽນກ່ຽວກັບການປະຕິບັດ ແລະ ລະດັບການໝູນໃຊ້ RCEP ຢູ່ຫວຽດນາມ.

ກ່າວຄຳເຫັນໄຂຢູ່ພິທີ, ທ່ານເລຈ້ຽວຢຸງ, ຫົວໜ້າກົມນະໂຍບາຍການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ) ໃຫ້ຮູ້ວ່າ RCEP ໄດ້ລົງນາມແຕ່ເດືອນພະຈິກ 202 ລະຫວ່າງອາຊຽນ ກັບ 5 ປະເທດຄູ່ຮ່ວມມືລວມມີ: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ ແລະ ນິວຊີແລນ, ປັດຈຸບັນແມ່ນເຂດການຄ້າເສລີໃຫຍ່ທີ່ສຸດໃນໂລກດ້ວຍຜູ້ບໍລິໂພກປະມານ 2,3 ຕື້ຄົນ, ກວມເອົາເກືອບ 30%ປະຊາກອນ ແລະ ປະມານ 30% GDP ທົ່ວໂລກ. ສຳລັບຫວຽດນາມ, RCEP ພວມກາຍເປັນໜຶ່ງໃນບັນດາກຳລັງໜູນສຳຄັນຊຸກຍູ້ການເປີດກວ້າງຕະຫຼາດສົ່ງອອກ ແລະ ເພີ່ມທະວີການເຊື່ອມໂຍງເສດຖະກິດສາກົນ. ປີ 2025, ວົງເງິນການສົ່ງອອກຂອງ ຫວຽດນາມ ໄປຍັງບັນດາຕະຫຼາດ RCEP ບັນລຸກວ່າ 172 ຕື້ USD, ເພີ່ມຂຶ້ນກວ່າ 30%ເມື່ອທຽບໃສ່ປີ 2021.

(ແຫຼ່ງຄັດຈາກ VOV)

ການປະທະກັນຢູ່ຕາເວັນອອກກາງ: ອາເມລິກາ ສ້າງຂອບເຂດການເຈລະຈາກັບ ອີຣານ

ການປະທະກັນຢູ່ຕາເວັນອອກກາງ: ອາເມລິກາ ສ້າງຂອບເຂດການເຈລະຈາກັບ ອີຣານ

ອຳນາດການປົກຄອງ ອາເມລິກາ ໄດ້ເລີ່ມດຳເນີນບັນດາການປຶກສາຫາລືພາຍໃນ ເພື່ອສ້າງຂອບເຂດການເຈລະຈາກັບ ອີຣານ, ໃນສະພາບການປະທະກັນຢູ່ ຕາເວັນອອກກາງ ກ້າວເຂົ້າສູ່ ອາທິດທີ 4.

Top