ກຳລັງແຮງໃໝ່ໃຫ້ແກ່ການພົວພັນ ຫວຽດນາມ-ຝຣັ່ງ
ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ແລະ ຄະນະ ຜູ້ແທນຂັ້ນສູງ ຫວຽດນາມ ໄດ້ທຳການຢ້ຽມຢາມ ສ. ຝຣັ່ງ ຢ່າງເປັນທາງການແຕ່ວັນທີ 25-27 ມີນາ 2018.

ໃນແຜນການຢ້ຽມຢາມ ສ. ຝຣັ່ງ ຢ່າງເປັນທາງການ, ຕອນບ່າຍວັນທີ 25 ມີນາ 2018, ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ໄປຖະຫວາຍດອກໄມ້ທູບທຽນບູຊາຢູ່ຮູບປັ້ນປະທານໂຮ່ຈີມິນ ແລະ ຢ້ຽມຊົມເຂດອະນຸສອນສະຖານ ໂຮ່ຈີມິນ ຢູ່ສວນສາທາລະນະ Montreuil. ພາບ: ຈີ໋ຢຸງ/VNA |

ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ມອບຂອງຂວັນໃຫ້ທ່ານ Patrice Bessac,
ເຈົ້າຄອງນະຄອນ Montreuil.ພາບ: ຈີ໋ຢຸງ/VNA |
ທີ່ ສາທາລະນະລັດ ຝຣັ່ງ, ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ໄດ້ທຳການພົບປະເຈລະຈາກັບ ປະທານາ ທິບໍດີ Emmanuel Macron; ພົບປະແລກປ່ຽນ ຄຳຄິດ ເຫັນ ກັບທ່ານນາຍົກລັດຖະມົນຕີ Édouard Philippe, ປະທານສະພາແຫ່ງຊາດ Francois De Rugy, ປະທານ ສະພາສູງ Gérard Larcher; ຢ້ຽມຢາມເຂດອະນຸສອນ ສະຖານປະທານ ໂຮ່ຈີມິນ ທີ່ນະຄອນ Montreuil; ຢ້ຽມ ຢາມນະຄອນ Choisy Le Roi; ພົບປະກັບບັນດາ ວິສາ ຫະກິດແຖວໜ້າຂອງ ຝຣັ່ງ; ພົບປະກັບປັນຍາຊົນ ໜຸ່ມ ຫວຽດນາມ ທີ່ອາໄສຢູ່ ຝຣັ່ງ.
ຜ່ານການພົບປະເຈລະຈາ, ແລກປ່ຽນ ຄຳຄິດເຫັນ, ສອງ ຝ່າຍໄດ້ສຸມໃສ່ໃນການແລກປ່ຽນ ຄຳຄິດເຫັນຢ່າງເລິກເຊິ່ງ ແລະ ກວ້າງຂວາງ ກ່ຽວກັບບັນດາທິດທາງ ແລະ ວິທີແກ້ ໄຂ, ແນໃສ່ສ້າງກອບຈຳກັດ, ການກຳນົດທິດ ແລະ ສ້າງ ກຳລັງໜູນໃໝ່ ເພື່ອເຮັດໃຫ້ສາຍພົວພັນ ຄູ່ຮ່ວມມືຍຸດທະ ສາດ ໃຫ້ເລິກເຊິ່ງ ກວ່າເກົ່າ, ເປີດສັກກະລາດໃໝ່ ໃຫ້ແກ່ ການພົວພັນ ຂອງສອງປະເທດ. ສອງຝ່າຍໄດ້ແຈ້ງກ່ຽວ ກັບ ສະພາບການຂອງ ແຕ່ລະປະເທດ; ແລກປ່ຽນ ຄຳຄິດ ເຫັນ ກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ ທີ່ສອງ ຝ່າຍມີຄວາມສົນໃຈ, ເປັນຕົ້ນແມ່ນບັນຫາປ້ອງກັນຄວາມ ສະຫງົບໃນພາກພື້ນ. ສອງຝ່າຍເຫັນວ່າ ຕ້ອງແກ້ໄຂບັນ ດາຂໍ້ຂັດແຍ້ງດ້ວຍສັນຕິວິທີ, ອີງໃສ່ກົດໝາຍສາກົນ ແລະ ຕ້ອງເສີມຂະຫຍາຍຖານະບົດບາດ, ຄວາມຮັບຜິດຊອບ ຂອງ ບັນດາປະເທດ, ເພື່ອຄວາມສະຫງົບ ແລະ ການພັດທະນາໃນພາກພື້ນ.

ຕອນເຊົ້າວັນທີ 26 ມີນາ 2018, ພິທີຕ້ອນຮັບ ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ດ້ວຍພິທີສູງສຸດທີ່ສະຫງວນ ໃຫ້ແກ່ປະມຸກລັດ ໄດ້ຈັດຂຶ້ນຢ່າງສົມກຽດທີ່ວັງ Invalides, ນະຄອນຫຼວງ ບາຣີ. ພາບ: ຈີ໋ຢຸງ/VNA |

ຕອນເຊົ້າວັນທີ 26 ມີນາ 2018, ທີ່ນະຄອນຫຼວງ ບາຣີ,ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ທຳການພົບປະກັບປັນຍາຊົນ ຫວຽດນາມ ທີ່ອາໄສຢູ່ ສ. ຝຣັ່ງ. ພາບ: ຈີ໋ຢຸງ/VNA |

ຕອນເຊົ້າວັນທີ 26 ມີນາ 2018, ທ່ານ Didier Guillaume, ເຈົ້າຄອງນະຄອນ Choisy Le Roi ພາສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ໄປຢ້ຽມຢາມຈະຕຸລັດ ສັນຍາ ປາຣີ ຢູ່ນະຄອນ Choisy Le Roi. ພາບ: ຈີ໋ຢຸງ/VNA |

ຕອນເຊົ້າວັນທີ 26 ມີນາ 2018, ທີ່ນະຄອນ Choisy Le Roi, ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ທຳການພົບປະກັບໝູ່ເພື່ອນຊາວ ຝຣັ່ງ ຈຳນວນໜຶ່ງ ເນື່ອງໃນໂອກາດສະເຫຼີມ ສະຫຼອງ 45 ປີວັນເຊັນສັນຍາ ປາຣີ ກ່ຽວກັບ ຫວຽດນາມ. ພາບ: ຈີ໋ຢຸງ/VNA |

ຕອນບ່າຍວັນທີ 26 ມີນາ 2018, ທີ່ສຳນັກງານສະພາ ແຫ່ງຊາດ ຝຣັ່ງ ຢູ່ນະຄອນຫຼວງ ປາຣີ, ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ທຳການພົບປະ ແລກປ່ຽນຄຳຄິດເຫັນກັບປະທານສະພາ ແຫ່ງຊາດ ຝຣ່ັງ Francois De Rugy. ພາບ: ຈີ໋ຢຸງ/VNA |

ຕອນບ່າຍວັນທີ 26 ມີນາ 2018, ທີ່ສຳນັກງານສະພາແຫ່ງຊາດ ຝຣັ່ງ ຢູ່ນະຄອນຫຼວງ ປາຣີ, ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ພ້ອມກັບປະທານສະພາແຫ່ງຊາດ ຝຣ່ັງ Francois De Rugy ເຂົ້າຮ່ວມພິທີສະເຫຼີມສະຫຼອງ 45 ປີ ວັນສ້າງ ຕັ້ງສາຍພົວພັນທາງດ້ານການທູດ ຫວຽດນາມ-ຝຣັ່ງ (1973-2018). ພາບ: ຈີ໋ຢຸງ/VNA |

ຕອນບ່າຍວັນທີ 26 ມີນາ 2018, ທີ່ສຳນັກງານນາຍົກລັດຖະມົນຕີຢູ່ນະຄອນຫຼວງ ປາຣີ, ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ທຳການພົບປະແລກປ່ຽນຄຳຄິດເຫັນກັບທ່ານ Édouard Phillippe ນາຍົກລັດຖະມົນຕີ ຝຣັ່ງ.ພາບ: ຈີ໋ຢຸງ/VNA |

ຕອນບ່າຍວັນທີ 26 ມີນາ 2018, ທີ່ສຳນັກງານສະພາສູງຢູ່ນະຄອນຫຼວງ ປາຣີ, ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ທຳການພົບປະແລກປ່ຽນຄຳຄິດເຫັນກັບທ່ານ Gérard Larcher, ປະທານສະພາສູງ ຝຣັ່ງ. ພາບ: ຈີ໋ຢຸງ/VNA |

ຕອນບ່າຍວັນທີ 26 ມີນາ 2018, ທີ່ສຳນັກງານສະພາແຫ່ງຊາດຢູ່ນະຄອນຫຼວງ ປາຣີ, ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ແລະ ປະທານສະພາແຫ່ງຊາດ ຝຣ່ັງ Francois De Rugy ໄດ້ເປັນສັກຂີພິຍານ ພິທີເຊັນ ເອກະສານວ່າດ້ວຍການຮ່ວມມືລະຫວ່າງ ຫວຽດນາມ ແລະ ຝັ່ງ ຈຳນວນໜ່ຶງ. ພາບ: ຈີ໋ຢຸງ/VNA
|

ພິທີເຊັນແຜນການຮ່ວມມືປີ 2018 ລະຫວ່າງ ກະຊວງຍຸຕິທຳ ຫວຽດນາມ ແລະ ສະພາທະບຽນສານສູງສຸດ ຝຣັ່ງ. ພາບ: ຈີ໋ຢຸງ/VNA |

ພິທີເຊັນສັນຍາສ້ອມແປ່ງເຄື່ອງຍົນ ລະຫວ່າງ Vietnam Airlines ກັບ Air France ແລະ ບໍລິສັດເຕັກນິກ ເຮືອບິນ Air France Industry. ພາບ: ຈີ໋ຢຸງ/VNA |

ພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຊື້ ເຮືອບິນ 24 ລຳລະຫວ່າງ ແຈຫວຽດ (Bamboo Airlines, FLC) ແລະ Airbus. ພາບ: ຈີ໋ຢຸງ/VNA |

ຕອນບ່າຍວັນທີ 27 ມີນາ 2018, ປະທານາທິບໍດີ ສ. ຝຣັ່ງ Emmanuel Macron ຕ້ອນຮັບສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ທີ່ທຳນຽບປະທານາທິບໍດີ. ພາບ: ຈີ໋ຢຸງ/VNA |

ຕອນບ່າຍວັນທີ 27 ມີນາ 2018, ທີ່ວັງÉlysée,ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ໄດ້ທຳການພົບປະເຈລະຈາກັບປະທານາທິບໍດີ ສ. ຝຣັ່ງ Emmanuel Macron. ພາບ: ຈີ໋ຢຸງ/VNA |

ທີ່ວັງ Élysée,ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ແລະ ປະທານາທິບໍດີ ສ. ຝຣັ່ງ Emmanuel Macron ກ່າວປາໄສກັບຝ່າຍໜັງສືພິມ. ພາບ: ຈີ໋ຢຸງ/VNA |

ທີ່ວັງÉlysée,ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ແລະ ປະທານາທິບໍດີ ສ. ຝຣັ່ງ Emmanuel Macron ໄດ້ເປັນສັກຂີພິຍານພິທີເຊັນເອກະສານວ່າດ້ວຍການຮ່ວມມືລະຫວ່າງສອງປະເທດຈຳນວນໜຶ່ງ. ພາບ: ຈີ໋ຢຸງ/VNA |

ພິທີລົງນາມໃນບົດບັນທຶກຊ່ວຍຈຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ຂໍ້ຕົກລົງ ປາຣີ ລະຫວ່າງກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມກັບອົງການພັດທະນາ ຝຣັ່ງ (AFD). ພາບ: ຈີ໋ຢຸງ/VNA |

ພິທີລົງນາມໃນບົດບັນທຶກຊ່ວຍຈຳ ລະຫວ່າງ ກຸ່ມບໍລິສັດ T&T ແລະ ກຸ່ມບໍລິສັດ Boyugues ກ່ຽວກັບໂຄງການກໍ່ສ້າງທາງລົດໄພ. ພາບ: ຈີ໋ຢຸງ/VNA |

ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າເຈິ່ນຕວນແອງ ມອບໃບອະນຸຍາດໃຫ້ກຸ່ມບໍລິສັດ ໄຟຟ້າ EDF ຂອງ ຝຣັ່ງ ໄດ້ລົງທຶນເຂົ້າໂຄງການກໍ່ສ້າງໂຮງງານຜະລິດໄຟຟ້າ ເຊີນໝີ໋. ພາບ: ຈີ໋ຢຸງ/VNA |

ຕອນບ່າຍວັນທີ 27 ມີນາ 2018, ທີ່ນະຄອນຫຼວງ ປາຣີ, ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ຕ້ອນຮັບສະຫາຍເລຂາພັກກອມມູນິດທົ່ວປະເທດ ຝຣັ່ງ (PCF) Pierre Laurent.ພາບ: ຈີ໋ຢຸງ/VNA |

ຕອນບ່າຍວັນທີ 27 ມີນາ 2018, ທີ່ນະຄອນຫຼວງ ປາຣີ, ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ທຳການ ພົບປະກັບປະທານ ແລະ ຮອງປະທານສະມາຄົມບັນດາວິສາຫະກິດ ຝຣັ່ງ (MEDEF). ພາບ: ຈີ໋ຢຸງ/VNA |

ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ກ່າວປາໄສໃນການພົບປະກັບຜູ້ຕາງໜ້າສະມາຄົມບັນດາວິສາຫະກິດ ຝຣັ່ງ (MEDEF). ພາບ: ຈີ໋ຢຸງ/VNA |

ຕອນບ່າຍວັນທີ 27 ມີນາ 2018, ທີ່ນະຄອນຫຼວງ ປາຣີ, ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ເຂົ້າຮ່ວມພິທີເປີດສະຫຼອງສຳນັກງານໃໝ່ຂອງສູນວັດທະນະທຳ ຫວຽດນາມ ຢູ່ ຝຣັ່ງ; ພົບປະກັບພະນັກງານສະຖານທູດຫວຽດນາມ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຝຣັ່ງ. ພາບ: ຈີ໋ຢຸງ/VNA |

ຕອນເຊົ້າວັນທີ 28 ມີນາ 2018, ທີ່ນະຄອນຫຼວງ ປາຣີ, ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ເຂົ້າຮ່ວມພິທີມອບຮັບເຮືອບິນຂອງກຸ່ມບໍລິສັດ Airbus ໃຫ້ Vietnam Airlines ແລະ Vietjet Air. ພາບ: ຈີ໋ຢຸງ/VNA |
|
ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ເຊັນເອກະສານຮ່ວມ 21 ສະບັບ, ໃນນັ້ນ ມີ 8 ສັນຍາຮ່ວມມືດ້ານເສດຖະກິດ ມີມູນຄ່າ ກວ່າ 10 ຕື້ ເອີໂຣ ລະຫວ່າງບັນດາ ວິສາຫະກິດ ສອງປະເທດ, ເປັນຕົ້ນແມ່ນໃນຂົງເຂດການເດີນອາກາດ , ເຕັກໂນໂລຊີຂ່າວສານ, ພະລັງງານ, ພື້ນຖານໂຄງລ່າງ. ພິເສດ ໃນການຢ້ຽມຢາມ, ການນຳຂັ້ນສູງສອງປະ ເທດ ໄດ້ສະແດງຄວາມຕັດສິນໃຈສູງ ເພື່ອສຳເລັດ ການເຊັນ ສັນຍາ ແລະ ໃຫ້ສັດຕະຍາບັນ ສັນຍາການຄ້າເສລີ ຫວຽດນາມ-ອີຢູ ໃນປີ 2018, ສ້າງພະລັງແຮງໃໝ່, ໂອ ກາດໃໝ່ ທາງດ້ານເສດຖະກິດ, ການລົງທຶນລະຫວ່າງ ສອງປະເທດ, ລະຫວ່າງ ຫວຽດນາມ ກັບບັນດາປະເທດ ອີຢູ.
ສະຫາຍເລຂາທິການໃຫຍ່ ໄດ້ສົ່ງເສິມບັນດາວິສາຫະກິດ ຝຣັ່ງ ເພີ່ມທະວີການລົງທຶນເຂົ້າສູ່ ຫວຽດນາມ, ເປັນຕົ້ນ ແມ່ນ ໃນບັນດາຂົງເຂດທີ່ ຝຣັ່ງ ມີທ່າແຮງ ແລະ ຫວຽດ ນາມ ມີຄວາມຕ້ອງການເຊັ່ນ: ເຕັກໂນໂລຊີສູງ, ພະລັງ ງານສະອາດ, ກະສິກຳ ອິນຊີ... ຄຽງຂ້າງກັບການ ຮ່ວມ ມືດ້ານເສດຖະກິດ, ຜ່ານອົງການພັດທະນາ ຝຣັ່ງ (AFD), ຝຣັ່ງ ກໍຢືນຢັນ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ຫວຽດນາມ ໃນບັນດາໂຄງການຮັບມືກັບການປ່ຽນແປງຂອງດິນຟ້າ ອາກາດ, ພັດທະນາແບບຍືນຍົງ, ປົກປັກຮັກສາສິ່ງແວດ ລ້ອມ, ກັນ-ຕ້ານໄພທຳມະຊາດ, ປະຕິບັດບັນດາ “ໂຄງ ການສີຂຽວ” ຢູ່ ຫວຽດນາມ.

ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ຝຣັ່ງ. ຝຣັ່ງ ເປັນຄູ່ຄ້າສຳຄັນແຖງໜ້າຂອງ ຫວຽດນາມ ຢູ່ ເອີຣົບ. ປະຈຸບັນ ຝຣັ່ງ ເປັນອັນດັບທີ 3 ໃນຈຳນວນບັນດາປະເທດ ເອີຣົບ ແລະ ເປັນອັນດັບທີ 16 ໃນ ຈຳນວນ 126 ປະເທດ ແລະ ເຂດແຄວ້ນ ມີການລົງທຶນເຂົ້າ ຫວຽດນາມ, ເປັນ ຜູ້ອຸປະຖຳທຶນ ODA ແຖວໜ້າໃຫ້ ຫວຽດນາມ ຢູ່ ເອີຣົບ. |
ນຳ້ໃຈມິດຕະພາບອັນເປັນພິເສດລະຫວ່າງ ຫວຽດນາມ-ກູບາ
ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ແລະ ຄະນະ ຜູ້ແທນຂັ້ນສູງ ຫວຽດນາມ ໄດ້ທຳການຢ້ຽມຢາມ ທາງລັດຖະກິດ ສ.ກູບາ ແຕ່ວັນທີ 28-30 ມີນາ 2018.

ໃນແຜນການຢ້ຽມຢາມທາງລັດຖະກິດ ສ ກູບາ, ຕອນບ່າຍ ວັນທີ 28 ມີນາ 2018, ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ໄດ້ມາວາງພວງມາລາທີ່ອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ສວນສາທາລະນະ ສັນຕິພາບ, ນະຄອນຫຼວງ ລາຮາວານ. ພາບ: ຈີ໋ຢຸງ/VNA |

ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ພົບປະກັບປະຊາຊົນ ແລະ ນັກຮຽນ ກູບາ ທີ່ອະນຸສອນສະຖານປະທານ ໂຮ່ຈີມິນ. ພາບ: ຈີ໋ຢຸງ/VNA |
ໃນລະຫວ່າງການຢ້ຽມຢາມປະເທດ ກູບາ, ສະຫາຍ ຫງວຽນຝູ໋ ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ ໄດ້ທຳການພົບປະ ເຈລະຈາກັບ ສະຫາຍພົນເອກ Raul Castro Ruz, ເລຂາຜູ້ທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ; ພົບປະແລກປ່ຽນຄຳຄິດເຫັນກັບສະຫາຍ José Ramón Machado Ventura, ເລຂາຜູ້ທີສອງຄະນະ ບໍລິຫານງານ ສູນກາງພັກກອມມູນິດກູບາ; ສະຫາຍ Esteban Lazo Hernández, ກຳມະການກົມການເມືອງ, ປະທານ ສະພາແຫ່ງຊາດ ກູບາ; ສະຫາຍ Miguel Díaz-Canel Bermudez, ກຳມະການກົມການເມືອງ, ຮອງປະທານ ຜູ້ທີໜຶ່ງສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ.
ຜ່ານການພົບປະເຈລະຈາ, ພົບປະແລກປ່ຽນຄຳຄິດເຫັນ, ສອງຝ່າຍໄດ້ຢັ້ງຢຶນຄືນເຖິງສາຍພົວພັນ ມິດຕະພາບ ແບບພິເສດ, ຄວາມສາມັກຄີສະໜິດແໜ້ນ ລະຫວ່າງ ຫວຽດນາມ ແລະ ກູບາ, ແມ່ນສັນຍາລັກຂອງ ຍຸກສະໄໝ, ແມ່ນຊັບສົມບັດອັນລຳ້ຄ່າຂອງສອງພັກ ແລະ ປະຊາຊົນ ສອງປະເທດ. ສອງຝ່າຍຕັດສິນໃຈສືບຕໍ່ ແລະ ເສີມຂະ ຫຍາຍມູນມໍລະດົກ ຂອງປະທານ ໂຮ່ຈີມິນ ແລະ ຜູ້ບັນ ຊາການສູງສຸດ Fidel Castro, ຊຶ່ງເປັນຜູ້ນຳໃນການປົກ ປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ຮັດແໜ້ນສອງຊາດ ຫວຽດນາມ-ກູບາ; ການເປີດກວ້າງ, ຮັດແໜ້ນ ແລະ ເຮັດໃຫ້ເລິກເຊິ່ງຍິ່ງຂຶ້ນ ສາຍພົວພັນສາມັກຄີຖານອ້າຍນ້ອງ ແລະ ການຮ່ວມມື ຮອບດ້ານລະຫວ່າງ ສອງປະເທດ, ແນໃສ່ ປະກອບສ່ວນ ຢ່າງຕັ້ງໜ້າໃຫ້ແກ່ ພາລະກິດສ້າງສາ ແລະ ປົກປັກຮັກສາ ປະເທດຊາດຢູ່ແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນ ລະພາບ, ການພັດທະນາຢູ່ຂົງເຂດ ແລະ ໃນໂລກ.

ຕອນເຊົ້າວັນທີ 29 ມີນາ 2018, ທີ່ສຳນັກງານ ສະພາແຫ່ງຊາດ ຢູ່ນະຄອນຫຼວງ ລາຮາວານ, ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ທຳການພົບປະ ແລກປ່ຽນຄຳຄິດເຫັນສະຫາຍປະທານສະພາແຫ່ງຊາດ ກູບາ Esteban Lazo Henández. ພາບ: ຈີ໋ຢຸງ/VNA |

ຕອນເຊົ້າວັນທີ 29 ມີນາ 2018, ທີ່ນະຄອນຫຼວງ ລາຮາວານ, ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ໄປຢ້ຽມຢາມ ແລະ ມີບົດກ່າວປາໄສທີ່ໂຮງຮຽນປະຖົມ ຫວໍທິຖັ໋ງ. ພາບ: ຈີ໋ຢຸງ/VNA |

ຕອນເຊົ້າວັນທີ 29 ມີນາ 2018, ທີ່ນະຄອນຫຼວງ ລາຮາວານ, ທ່ານ Gustavo Cobreiro Suarez, ຜູ້ອຳນວຍການໂຮງຮຽນມະຫາວິທະຍາໄລສັງລວມ ລາຮາວານ ໄດ້ປະດັບໃບປະກາດກຽດຕິຄຸນປະລິນຍາເອກກິຕິມະສັກ ໃຫ້ແກ່ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ. ພາບ: ຈີ໋ຢຸງ/VNA |

ຕອນເຊົ້າວັນທີ 29 ມີນາ 2018, ທີ່ນະຄອນຫຼວງ ລາຮາວານ,ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ໄດ້ໄປເຂົ້າຮ່ວມງານພົບປະຮຸ່ນໜຸ່ມ ຫວຽດນາມ-ກູບາ ແລະ ປະດັບຫຼຽນໄຊມິດຕະພາບໃຫ້ແກ່ບັນດາອະດີດ ນັກຊ່ຽວຊານການທະຫານ ກູບາ. ພາບ: ຈີ໋ຢຸງ/VNA |

ພິທີຕ້ອນຮັບຢ່າງເປັນທາງການ ແລະ ພົບປະເຈລະຈາໄດ້ຈັດຂຶ້ນຢ່າງສົມກຽດທີ່ວັງ ປະຕິວັດ ຢູ່ນະຄອນຫຼວງ ລາຮາວານ,
ສ ກູບາ. ໃນພາບ: ສະຫາຍRaul Castro Ruz, ເລຂາຜູ້ທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ ຕ້ອນຮັບສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ. ພາບ: ຈີ໋ຢຸງ/VNA |

ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ແລະ ສະຫາຍRaul Castro Ruz, ເລຂາຜູ້ທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ ກວດແຖວກອງກຽດຕິຍົດ ກອງທັບ ກູບາ.
ພາບ: ຈີ໋ຢຸງ/VNA |

ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ທຳການພົບປະ ເຈລະຈາກັບສະຫາຍRaul Castro Ruz, ເລຂາຜູ້ທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ. ພາບ: ຈີ໋ຢຸງ/VNA |

ໂດຍສືບຕໍ່ແຜນການຢ້ຽມຢາມທາງລັດຖະກິດ ສ ກູບາ, ຕອນບ່າຍວັນທີ 29 ມີນາ 2018, ທີ່ຈະຕຸລັດປະຕິວັດຢູ່ ນະຄອນຫຼວງ ລາຮາວານ, ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ໄດ້ປາວາງພວງມາລາທີ່ອະນຸສອນສະຖານ
ວິລະຊົນແຫ່ງຊາດ José Martí.ພາບ: ຈີ໋ຢຸງ/VNA |

ຕອນຄຳ່ວັນທີ 29 ມີນາ 2018, ທີ່ຈະຕຸລັດ ປະຕິວັດ ຢູ່ນະຄອນຫຼວງ ລາຮາວານ, ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ແລະ ສະຫາຍRaul Castro Ruz, ເລຂາຜູ້ທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ ໄດ້ເປັນສັກຂີພິຍານ ພິທີເຊັນສັນຍາລະຫວ່າງ ລັດຖະບານ ສອງປະເທດ ວ່າດ້ວຍການ ລົບລ້າງໜີ້ສິນ ທັງ ໝົດ ຂອງ ຫວຽດນາມ ໃຫ້ແກ່ລັດຖະບານ ກູບາ.ພາບ: ຈີ໋ຢຸງ/VNA |

ພິທີເຊັນສັນຍາວ່າດ້ວຍການຊ່ວຍເຫຼືອຍຸຕິທຳກ່ຽວກັບອາຍາ ລະຫວ່າງ ຫວຽດນາມ ແລະ ກູບາ. ພາບ: ຈີ໋ຢຸງ/VNA |

ພິທີລົງນາມໃນບົດບັນທຶກຊ່ວຍຈຳ ລະຫວ່າງກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ກັບກະຊວງ
ວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ກູບາ ວ່າດ້ວຍການເພີ່ມທະວີດ້ານວິທະຍາສາດເຕັກໂນໂລຊີ. ພາບ: ຈີ໋ຢຸງ/VNA |
ພິທີເຊັນສັນຍາແມ່ ແລະ ອະນຸສັນຍາ ການເງິນ ຂອງ ໂຄງການຮ່ວມມື ຫວຽດນາມ-ກູບາ ພັດທະນາການຜະລິດເຂົ້າຢູ່ ກູບາ ໃນໄລຍະ 2018-2022. ພາບ: ຈີ໋ຢຸງ/VNA |

ພິທີເຊັນຂໍ້ຕົກລົງຮ່ວມມືດ້ານວິຊາການ ລະຫວ່າງ ສຳນັກຂ່າວສານ ຫວຽດນາມ ກັບສຳນັກຂ່າວສານ Prensa Latina. ພາບ: ຈີ໋ຢຸງ/VNA |

ຕອນຄຳ່ວັນທີ 29 ມີນາ 2018, ທີ່ຈະຕຸລັດ ປະຕິວັດ ຢູ່ນະຄອນຫຼວງ ລາຮາວານ, ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ເຂົ້າຮ່ວມພິທີປະດັບ ຫຼຽນໄຊດາວຄຳ ໃຫ້ ແກ່ສະຫາຍRaul Castro Ruz, ເລຂາຜູ້ທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ. ພາບ: ຈີ໋ຢຸງ/VNA |

ຕອນເຊົ້າວັນທີ 30 ມີນາ 2018, ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ໄປຢ້ຽມຢາມນະຄອນ Santiago de Cuba. ພາບ: ຈີ໋ຢຸງ/VNA |

ຕອນບ່າຍວັນທີ 30 ມີນາ 2018, ທີ່ນະຄອນ Santiago de Cuba, ສະຫາຍເລຂາທິການ ໃຫຍ່ ຫງວຽນຝູ໋ຈ້ອງ ໄປຢ້ຽມຢາມຫໍພິພິດທະພັນປະຫວັດສາດ “26 ເດືອນ 7”.ພາບ: ຈີ໋ຢຸງ/VNA |

ຕອນບ່າຍວັນທີ 30 ມີນາ 2018, ທີ່ນະຄອນ Santiago de Cuba, ສະຫາຍເລຂາທິການ ໃຫຍ່ ຫງວຽນຝູ໋ຈ້ອງເຂົ້າໄວ້ອາໄລສຸສານຜູ້ບັນຊາການສູງສຸດ ປະຕິວັດ ກູບາ FidelCastro.ພາບ: ຈີ໋ຢຸງ/VNA |
|
ໃນການຢ້ຽມຢາມກູບາ ຄັ້ງນີ້, ມີເອກະສານ 22 ສະບັບ,ໃນນັ້ນ ມີສັນຍາການຮ່ວມມື ດ້ານເສດຖະກິດ 4 ສະບັບ ໄດ້ລົງນາມ. ຜົນງານຂອງ ການຢ້ຽມຢາມ ໄດ້ສ້າງພື້ນ ຖານທີ່ດີ ໃຫ້ແກ່ການຊຸກຍູ້ ສອງປະເທດ ແລະ ວິສາຫະ ກິດສອງປະເທດ ພ້ອມກັນພະຍາຍາມຊອກຫາບັນດາ ກົນໄກ, ຮູບການທີ່ເໝາະສົມ ເພື່ອເປີດກວ້າງການຮ່ວມ ມືຕາມແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ໃນເວທີປາ ຖະກະຖາວິສາຫະກິດ ເຊິ່ງຈັດຂຶ້ນໃນກອບ ຂອງການ ຢ້ຽມຢາມ, ບັນດາວິສາຫະກິດ ຫວຽດນາມ ແລະ ກູບາ ໄດ້ມີການແລກປ່ຽນນຳກັນຢ່າງເປີດເຜີຍ, ຕົວຈິງ ແລະ ມີປະສິດທິພາບ, ນຳມາຫຼາຍແງ່ຫວັງ ການຮ່ວມມື ແລະ ໂອກາດລົງທຶນເຊິ່ງກັນ ແລະ ກັນ, ເປັນຕົ້ນ ແມ່ນເມື່ອ ສັນຍາການຄ້າສະບັບໃໝ່ລະຫວ່າງສອງປະເທດ ຈະໄດ້ ລົງນາມ ໂດຍໄວ.
ເນື່ອງໃນໂອກາດນີ້, ສະຫາຍເລຂາທິການໃຫຍ່ໄດ້ ປະດັບ ຫຼຽນໄຊດາວຄຳ, ຫຼຽນໄຊດາວຄຳຊຶ່ງເປັນຫຼຽນສູງສຸດ ຂອງ ຫວຽດນາມ ໃຫ້ແກ່ ສະຫາຍ Raul Castro; ພ້ອມ ນີ້ ຫວຽດນາມ ໄດ້ ປະກາດຕັດສິນໃຈລົບລ້າງທັງໝົດໜີ້ສິນ ລັດຖະບານ ໃຫ້ແກ່ ກູບາ. ສະຫາຍເລຂາທິການໃຫຍ່ ໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍັງ ໄດ້ ມອບເຂົ້າສານຈຳນວນ 5.000 ໂຕນໃຫ້ແກ່ປະຊາຊົນ ກູບາ. ນີ້ ແມ່ນການເຄື່ອນໄຫວສະແດງໃຫ້ເຫັນການ ຕອບແທນບຸນຄຸນ ແລະ ນຳ້ໃຈສາມັກຄີແບບພິເສດຂອງ ປະຊາຊົນ ຫວຽດນາມ ກັບ ກູບາ ໃນໄລຍະໃໝ່.
ປະຕິບັດໂດຍ: VNA/VNP