• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ກາວເລົ່າ ຢູ່ຄຸ້ມເມືອງເກ່ົາ ໂຮ້ຍອານ

ຖ້າໃຜໄປຮອດເມືອງເກົ່າ ໂຮ້ຍອານ/ຈົ່ງແວ່ຢາມ ຟຸກກ໋ຽນກິນ ກາວເລົ່າ”. ຄໍາກ່າວນີ້ ໄດ້ສະແດງໃຫ້ເຫັນວ່າ ກາວເລົ່າເປັນອາ ຫານພິເສດ ທີ່ມີຊື່ສຽງ ຂອງຊາວເມືອງ ໂຮ້ຍອານ, ດັ່ງນັ້ນ ເມື່ອມາຍັງ ໂຮ້ຍອານ (ແຂວງ ກວ໊າງນາມ) ກໍ່ບໍ່ຄວນພາດ ຊີມ ຈັກຄັ້ງໜຶ່ງ.

ເມື່ອ​ກ່າວເຖິງ​ອາ​ຫານ ​ໂຮ້ຍ​ອານ, ຜູ້​ຄົນ​ມັກຈະ​ເວົ້າ​ເຖິງ​ ກາວ​ເລົ່າ​ ໃນ​ທັນ​ທີ. ກາວເລົ່າ ຖ້ວຍໜຶ່ງມີລາຄາພຽງແຕ່ 30-35 ພັນດົ່ງ, ໝາຍວ່າ ບໍ່ຮອດ 2 ໂດລາສະຫະລັດ. ກາວເລົ່າ ມີລົດຊາດ ແຊບ ນັບແຕ່ເສັ້ນໝີ່ສີເຫຼືອງ ທີ່ໜຽວກອບ ໄປ ຈົນເຖິງຊີ້ນທ່ີອ່ອນນຸ້ມບາງໆ, ໜັງໝູຈືນກອບ, ຜັກຫອມ ສົດໆ, ເຂົ້າຂຽບປີ້ງກອບ ແລະ ນໍ້າຊ໊ອດສົ້ມຫວານ... ທັງໝົດ ໄດ້ເຈືອປົນເຂົ້າກັນ ສ້າງເປັນລົດຊາດທີ່ຫວານນົວ, ຫອມມັນ ແລະ ເຢືອກເຢັນ, ເຮັດໃຫ້ຜູ້ຮັບປະທານ ຮູ້ສຶກສະບາຍໃຈ ເປັນພິເສດ. 

ຕາມຄຳບອກເລົ່າ ຂອງ ຄົນມີຕົ້ນກຳເນີດ​ຢູ່ ​ໂຮ້ຍອານ​ ໃຫ້ຮູ້ວ່າ ກາວ​ເລົ່າ ກໍາເນີດໃນລະຫວ່າງ​ສະຕະວັດ​ທີ XVII, ​ໃນ​ໄລຍະ​ທ່າ​ເຮືອ​ການ​ຄ້າ​ໂຮ້ຍອານ ຍັງມີຄວາມຄັບຄາໜາແໜ້ນ, ​ກຳປັ່ນ​ຄ້າຂາຍ ຈາກບັນດາ​ປະ​ເທດ​ຕາ​ເວັນ​ຕົກ​ ລວມທັງ ​ຍີ່​ປຸ່ນ​ ແລະ ​ຈີນ​ ເຂົ້າ-ອອກຢ່າງໜາແໜ້ນ. 

ຕົ້ນກຳເນີດຂອງ ກາວເລົ່າ ບໍ່ມີໃຜຮູ້ແມ່ນມາຈາກໃສ,  ບາງຄົນ ຄິດວ່າ ມັນເລີ່ມຈາກປະເທດ ຈີນ ເພາະມັນມີຊີ້ນໝູ ຊັ້ນດີ, ບາງຄົນອື່ນຄິດວ່າ ມັນມາຈາກ ຍີ່ປຸ່ນເພາະມັນມີເສັ້ນໝີ່  ຄ້າຍຄືກັນ ກັບ ໝີ່ Udon ຂອງປະເທດນີ້, ແຕ່ເບິ່ງຄືວ່າ ທັງສອງ ຄໍາອະທິບາຍນີ້ບໍ່ເປັນທີ່ພໍໃຈ. ​ເພາະວ່າ​ທັງ​ສອງ​ປະ​ເທດ​ບໍ່​ມີ​ລາຍການອາຫານໃດ ​ຄ້າຍຄື​ກັບ​ ກາວ​ເລົ່າ ຂອງ​ ໂຮ້ຍອານ. ບາງ​ທີ​ ກາວ​ເລົ່າ ​ແມ່ນ​ເຍື່ອງ​ອາ​ຫານ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ຂອງ​ຊາວ ​ໂຮ້ຍອານ, ​ໄດ້ຮັບການປຸງແຕ່ງ​ບົນ​ພື້ນຖານ ການ​ແຊກ​ແຊງ​ ລະຫວ່າງ​ວັດທະນະທຳ​ ການ​ເຮັດ​ອາຫານ​ທີ່​ແຕກ​ຕ່າງ​ກັນ, ໃນນັ້ນມີລວມທັງ ​ຈີນ ​ແລະ ​ຍີ່ປຸ່ນ.

ຊື່ ກາວເລົ່າ ຍັງເປັນຄໍາອະທິບາຍທີ່ໜ້າສົນໃຈ. ​ຜູ້ຄົນທັງ ຫຼາຍເຫັນວ່າ ຮ້ານ ​ກາວ​ເລົ່າ​ຢູ່ ​ໂຮ້ຍອານ​ແມ່ນ​ຕັ້ງ​ຢູ່​ແຄມ​ແມ່​ນ້ຳ​ ແລະ ​ຢູ່​ເທິງສູງ, ​ລູກຄ້າທີ່​ມາ​ນັ່ງ​ຢູ່​ຊັ້ນ​ເທິງ​ ທັງກິນທັງຊົມ ພາບບັນຍາກາດ​ເຮືອຄ້າຂາຍ ​ເຂົ້າ-ອອກ, ດ້ວຍ​ເຫດ​ນີ້ ລາຍ ການອາຫານດັ່ງກ່າວ​ຈຶ່ງ​ມີ​ຊື່​ວ່າ “ກາວເລົ່າ”. 

ຄວາມ​ຈິງ​ບໍ່​ເປັນ​ທີ່​ຈະ​ແຈ້ງ, ພຽງ​ແຕ່​ຮູ້​ວ່າ​ ນັບ​ເປັນເວລາຫຼາຍ​ຮ້ອຍ​ປີ​ມາ​ນີ້, ກາວ​ເລົ່າ ​ໄດ້​ກາຍ​ເປັນ​ລາຍການອາຫານພິ​ເສດ​ ທີ່​ຂາດ​ບໍ່​ໄດ້​ ຂອງ​ນັກ​ທ່ອງ​ທ່ຽວ​ເມື່ອ​ມາ​ຍັງໂຮ້ຍອານ.

ຖ້າມີໂອກາດມາຍັງ ໂຮ້ຍອານ, ທ່ານຈະພົບເຫັນອາຫານ ທີ່ມີຊື່ສຽງນີ້ ໄດ້ຢ່າງງ່າຍດາຍ ຢູ່ໃນຮ້ານຄ້າ ຫຼາຍແຫ່ງ, ນັບແຕ່ ຮ້ານອາຫານສາມັນຊົນທົ່ວໄປ ຢູ່ແຄມທາງ ຈົນໄປເຖິງ ຮ້ານອາຫານທີ່ມີຊື່ສຽງ. 

ກາ​ວ​ເລົ່າ​ ແມ່ນ​ເຍື່ອງ​ອາ​ຫານ ​ທີ່​ມີ​ຊື່​ສຽງ​ ຂອງ​ ປະຊາຊົນ ແຂວງ ກວ໊າງນາມ. ພາບ: ແທງຮ່ວາ/VNP
ຮ້ານ​ກາວເລົ່າ ຮ້ານໜຶ່ງ ​ເທິງຖະ​ໜົນ ແບັກດັ່ງ ຢູ່​ຄຸ້ມເມືອງ​ເກົ່າ​ໂຮ້ຍ​ອານ. ພາບ: ແທງຮ່ວາ/VNP
ນັກ​ທ່ອງ​ທ່ຽວ​ຮັບປະທານ ລາຍການອາ​ຫານ​ ກາວ​ເລົ່າ​ ທີ່​ມີ​ຊື່​ສຽງ​ຂອງ​ ໂຮ້ຍ​ອານ. ພາບ: ແທງຮ່ວາ/VNP
ບັນຍາກາດ​ຢູ່ພາຍ​ໃນ​ຮ້ານ​ຂາຍ​ກາວເລົ່າ ຢູ່ ໂຮ້ຍອານ. ພາບ: ແທງຮ່ວາ/VNP

ປະຕິບັດໂດຍ: ແທງຮ່ວາ - ແປໂດຍ: ບິກລຽນ

ເຂົ້າໜຽວ ຝູ໋ເຖື້ອງ ໜຽວນຸ້ມ ຫອມແຊບ

ເຂົ້າໜຽວ ຝູ໋ເຖື້ອງ ໜຽວນຸ້ມ ຫອມແຊບ

ທຸກໆ ປີ ໃນວັນທີ 8 ເດືອນຈຽງ ຕາມຈັນທະປະຕິທິນ, ຢູ່ບໍລິເວນ ສາລາວັດ ໝູ່ບ້ານ ຝູ໋ຢາ, ຕາແສງ ຝູ໋ເຖື້ອງ, ງານບຸນເຂົ້າໜຽວ ຝູ໋ເຖື້ອງ ໄດ້ຮັບການຈັດຂຶ້ນຢ່າງຄຶກຄື້ນ, ດຶງດູດຊາວບ້ານ ແລະ ນັກທ່ອງທ່ຽວ ຈຳນວນຫຼວງຫຼາຍ. ງານບຸນບໍ່ພຽງແຕ່ເປັນໂອກາດ ເຊີດຊູ ອາຊີບ ໜຶ້ງເຂົ້າໜຽວ ແບບດັ້ງເດີມເທົ່ານັ້ນ, ແຕ່ຍັງ ປະກອບສ່ວນ ໂຄສະນາເຜີຍແຜ່ ຝູ໋ເຖື້ອງ ໃຫ້ເປັນ ຈຸດໝາຍປາຍທາງ ດ້ານວັດ ທະນະທຳ ແລະ ອາຫານການກິນ ທີ່ເປັນເອກະລັກ ຂອງ ນະຄອນຫຼວງ ອີກດ້ວຍ.

Top