ອາຫານການກິນ

ກາວເລົ່າ ຢູ່ຄຸ້ມເມືອງເກ່ົາ ໂຮ້ຍອານ

ຖ້າໃຜໄປຮອດເມືອງເກົ່າ ໂຮ້ຍອານ/ຈົ່ງແວ່ຢາມ ຟຸກກ໋ຽນກິນ ກາວເລົ່າ”. ຄໍາກ່າວນີ້ ໄດ້ສະແດງໃຫ້ເຫັນວ່າ ກາວເລົ່າເປັນອາ ຫານພິເສດ ທີ່ມີຊື່ສຽງ ຂອງຊາວເມືອງ ໂຮ້ຍອານ, ດັ່ງນັ້ນ ເມື່ອມາຍັງ ໂຮ້ຍອານ (ແຂວງ ກວ໊າງນາມ) ກໍ່ບໍ່ຄວນພາດ ຊີມ ຈັກຄັ້ງໜຶ່ງ.ເມື່ອ​ກ່າວເຖິງ​ອາ​ຫານ ​ໂຮ້ຍ​ອານ, ຜູ້​ຄົນ​ມັກຈະ​ເວົ້າ​ເຖິງ​ ກາວ​ເລົ່າ​ ໃນ​ທັນ​ທີ. ກາວເລົ່າ ຖ້ວຍໜຶ່ງມີລາຄາພຽງແຕ່ 30-35 ພັນດົ່ງ, ໝາຍວ່າ ບໍ່ຮອດ 2 ໂດລາສະຫະລັດ. ກາວເລົ່າ ມີລົດຊາດ ແຊບ ນັບແຕ່ເສັ້ນໝີ່ສີເຫຼືອງ ທີ່ໜຽວກອບ ໄປ ຈົນເຖິງຊີ້ນທ່ີອ່ອນນຸ້ມບາງໆ, ໜັງໝູຈືນກອບ, ຜັກຫອມ ສົດໆ, ເຂົ້າຂຽບປີ້ງກອບ ແລະ ນໍ້າຊ໊ອດສົ້ມຫວານ... ທັງໝົດ ໄດ້ເຈືອປົນເຂົ້າກັນ ສ້າງເປັນລົດຊາດທີ່ຫວານນົວ, ຫອມມັນ ແລະ ເຢືອກເຢັນ, ເຮັດໃຫ້ຜູ້ຮັບປະທານ ຮູ້ສຶກສະບາຍໃຈ ເປັນພິເສດ. 

ຕາມຄຳບອກເລົ່າ ຂອງ ຄົນມີຕົ້ນກຳເນີດ​ຢູ່ ​ໂຮ້ຍອານ​ ໃຫ້ຮູ້ວ່າ ກາວ​ເລົ່າ ກໍາເນີດໃນລະຫວ່າງ​ສະຕະວັດ​ທີ XVII, ​ໃນ​ໄລຍະ​ທ່າ​ເຮືອ​ການ​ຄ້າ​ໂຮ້ຍອານ ຍັງມີຄວາມຄັບຄາໜາແໜ້ນ, ​ກຳປັ່ນ​ຄ້າຂາຍ ຈາກບັນດາ​ປະ​ເທດ​ຕາ​ເວັນ​ຕົກ​ ລວມທັງ ​ຍີ່​ປຸ່ນ​ ແລະ ​ຈີນ​ ເຂົ້າ-ອອກຢ່າງໜາແໜ້ນ. 

ຕົ້ນກຳເນີດຂອງ ກາວເລົ່າ ບໍ່ມີໃຜຮູ້ແມ່ນມາຈາກໃສ,  ບາງຄົນ ຄິດວ່າ ມັນເລີ່ມຈາກປະເທດ ຈີນ ເພາະມັນມີຊີ້ນໝູ ຊັ້ນດີ, ບາງຄົນອື່ນຄິດວ່າ ມັນມາຈາກ ຍີ່ປຸ່ນເພາະມັນມີເສັ້ນໝີ່  ຄ້າຍຄືກັນ ກັບ ໝີ່ Udon ຂອງປະເທດນີ້, ແຕ່ເບິ່ງຄືວ່າ ທັງສອງ ຄໍາອະທິບາຍນີ້ບໍ່ເປັນທີ່ພໍໃຈ. ​ເພາະວ່າ​ທັງ​ສອງ​ປະ​ເທດ​ບໍ່​ມີ​ລາຍການອາຫານໃດ ​ຄ້າຍຄື​ກັບ​ ກາວ​ເລົ່າ ຂອງ​ ໂຮ້ຍອານ. ບາງ​ທີ​ ກາວ​ເລົ່າ ​ແມ່ນ​ເຍື່ອງ​ອາ​ຫານ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ຂອງ​ຊາວ ​ໂຮ້ຍອານ, ​ໄດ້ຮັບການປຸງແຕ່ງ​ບົນ​ພື້ນຖານ ການ​ແຊກ​ແຊງ​ ລະຫວ່າງ​ວັດທະນະທຳ​ ການ​ເຮັດ​ອາຫານ​ທີ່​ແຕກ​ຕ່າງ​ກັນ, ໃນນັ້ນມີລວມທັງ ​ຈີນ ​ແລະ ​ຍີ່ປຸ່ນ.

ຊື່ ກາວເລົ່າ ຍັງເປັນຄໍາອະທິບາຍທີ່ໜ້າສົນໃຈ. ​ຜູ້ຄົນທັງ ຫຼາຍເຫັນວ່າ ຮ້ານ ​ກາວ​ເລົ່າ​ຢູ່ ​ໂຮ້ຍອານ​ແມ່ນ​ຕັ້ງ​ຢູ່​ແຄມ​ແມ່​ນ້ຳ​ ແລະ ​ຢູ່​ເທິງສູງ, ​ລູກຄ້າທີ່​ມາ​ນັ່ງ​ຢູ່​ຊັ້ນ​ເທິງ​ ທັງກິນທັງຊົມ ພາບບັນຍາກາດ​ເຮືອຄ້າຂາຍ ​ເຂົ້າ-ອອກ, ດ້ວຍ​ເຫດ​ນີ້ ລາຍ ການອາຫານດັ່ງກ່າວ​ຈຶ່ງ​ມີ​ຊື່​ວ່າ “ກາວເລົ່າ”. 

ຄວາມ​ຈິງ​ບໍ່​ເປັນ​ທີ່​ຈະ​ແຈ້ງ, ພຽງ​ແຕ່​ຮູ້​ວ່າ​ ນັບ​ເປັນເວລາຫຼາຍ​ຮ້ອຍ​ປີ​ມາ​ນີ້, ກາວ​ເລົ່າ ​ໄດ້​ກາຍ​ເປັນ​ລາຍການອາຫານພິ​ເສດ​ ທີ່​ຂາດ​ບໍ່​ໄດ້​ ຂອງ​ນັກ​ທ່ອງ​ທ່ຽວ​ເມື່ອ​ມາ​ຍັງໂຮ້ຍອານ.

ຖ້າມີໂອກາດມາຍັງ ໂຮ້ຍອານ, ທ່ານຈະພົບເຫັນອາຫານ ທີ່ມີຊື່ສຽງນີ້ ໄດ້ຢ່າງງ່າຍດາຍ ຢູ່ໃນຮ້ານຄ້າ ຫຼາຍແຫ່ງ, ນັບແຕ່ ຮ້ານອາຫານສາມັນຊົນທົ່ວໄປ ຢູ່ແຄມທາງ ຈົນໄປເຖິງ ຮ້ານອາຫານທີ່ມີຊື່ສຽງ. 

ກາ​ວ​ເລົ່າ​ ແມ່ນ​ເຍື່ອງ​ອາ​ຫານ ​ທີ່​ມີ​ຊື່​ສຽງ​ ຂອງ​ ປະຊາຊົນ ແຂວງ ກວ໊າງນາມ. ພາບ: ແທງຮ່ວາ/VNP
ຮ້ານ​ກາວເລົ່າ ຮ້ານໜຶ່ງ ​ເທິງຖະ​ໜົນ ແບັກດັ່ງ ຢູ່​ຄຸ້ມເມືອງ​ເກົ່າ​ໂຮ້ຍ​ອານ. ພາບ: ແທງຮ່ວາ/VNP
ນັກ​ທ່ອງ​ທ່ຽວ​ຮັບປະທານ ລາຍການອາ​ຫານ​ ກາວ​ເລົ່າ​ ທີ່​ມີ​ຊື່​ສຽງ​ຂອງ​ ໂຮ້ຍ​ອານ. ພາບ: ແທງຮ່ວາ/VNP
ບັນຍາກາດ​ຢູ່ພາຍ​ໃນ​ຮ້ານ​ຂາຍ​ກາວເລົ່າ ຢູ່ ໂຮ້ຍອານ. ພາບ: ແທງຮ່ວາ/VNP