ສິ້ນສຸດການເຈລະຈາ, ນາຍົກລັດຖະມົນຕີສອງທ່ານໄດ້ເປັນສັນຂີພິຍານພິທີມອບຮັບເອກະສານແຜນການຮ່ວມມືໃນຂົງເຂດຖະແຫຼງຂ່າວ ໄລຍະ 2026 – 2030 ລະຫວ່າງກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ແລະ ກະຊວງ ຖະແຫຼງຂ່າວ ກຳປູເຈຍ.
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ດຳເນີນການເຈລະຈາ (ພາບ: VOV)
ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ ຄັ້ງທີ 3 (AFF-3) ຢູ່ຮ່າໂນ້ຍໃນລະຫວ່າງວັນທີ 8 – 9 ມິຖຸນາ. ຕອນເຊົ້າວັນທີ 8 ມິຖຸນາ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ໄດ້ດຳເນີນການເຈລະຈາ.
ທີ່ການເຈລະຈາ, ນາຍົກລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບປັບປຸງພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢ່າງບໍ່ຢຸດຢັ້ງ, ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງແໜ້ນແຟ້ນ, ຢັ້ງຢືນຄືນໃໝ່ຕ້ອງປະຕິບັດຫຼັກການຢ່າງມີຄວາມສະເໝີຕົ້ນສະເໝີປາຍເພື່ອບໍ່ໃຫ້ກຳລັງທີ່ເປັນປໍລະປັກນຳໃຊ້ຜືນແຜ່ນດິນຂອງປະເທດນີ້ ຕ້ານທຳລາຍ, ນາບຂູູ່ຄວາມໝັ້ນຄົງ, ຜົນປະໂຫຍດຂອງປະເທດເພື່ອນ; ເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ຍູ້ແຮງການເຊື່ອມຕໍ່ວັດທະນະທຳ, ການສຶກສາ ແລະ ບຳລຸງສ້າງ. ສອງຝ່າຍເປັນເອກະພາບຫຼາຍເນື້ອໃນກ່ຽວກັບການເຊື່ອມຕໍ່ພື້ນຖານໂຄງລ່າງ, ເຊື່ອມຕໍ່ເຂດຊາຍແດນ, ດ່ານຊາຍແດນ, ເປັນເອກະພາບຊຸກຍູ້ການເຊື່ອມຕໍ່ເສັ້ນທາງຄວາມໄວສູງ ນະຄອນໂຮ່ຈີມິນ/ມົກບ່າຍ - Bavet/Phnom Penh…
ສິ້ນສຸດການເຈລະຈາ, ນາຍົກລັດຖະມົນຕີສອງທ່ານໄດ້ເປັນສັນຂີພິຍານພິທີມອບຮັບເອກະສານແຜນການຮ່ວມມືໃນຂົງເຂດຖະແຫຼງຂ່າວ ໄລຍະ 2026 – 2030 ລະຫວ່າງກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ແລະ ກະຊວງ ຖະແຫຼງຂ່າວ ກຳປູເຈຍ.
(ແຫຼ່ງຄັດຈາກ VOV)