ຂ່າວສານ

ການ​ເຈ​ລະ​ຈາ​ຂັ້ນ​ສູງ ຫວຽດ​ນາມ ກຳ​ປູ​ເຈຍ

ສິ້ນ​ສຸດ​ການ​ເຈ​ລະ​ຈາ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ສອງ​ທ່ານ​ໄດ້​ເປັນ​ສັນ​ຂີ​ພິ​ຍານ​ພິ​ທີ​ມອບ​ຮັ​ບ​ເອ​ກະ​ສານ​ແຜນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຖະ​ແຫຼງ​ຂ່າວ ໄລ​ຍະ 2026 – 2030 ລະ​ຫວ່າງ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ ຫວຽດ​ນາມ ແລະ ກະ​ຊວງ​ ຖະ​ແຫຼງ​ຂ່າວ ກຳ​ປູ​ເຈຍ.
  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hun Manet ​ດຳ​ເນີນ​ການ​ເຈ​ລະ​ຈາ (ພາບ: VOV)  

ໂດຍ​ໄດ້​ຮ​ັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hun Manet ໄດ້​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ ຄັ້ງ​ທີ 3 (AFF-3) ຢູ່​ຮ່າ​ໂນ້ຍໃນ​ລະ​ຫວ່າງວັນ​ທີ 8 – 9 ມິ​ຖຸ​ນາ. ຕອນ​ເຊົ້າ​ວັນ​ທີ 8 ມິ​ຖຸ​ນາ, ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ​ຢ່າງ​ເປັນ​ທາງ​ການ​ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hun Manet ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ.

ທີ່​ການ​ເຈ​ລະ​ຈາ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ປັບ​ປຸງ​ພື້ນ​ຖານ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢ່າງ​ແໜ້ນ​ແຟ້ນ, ຢັ້ງ​ຢືນ​ຄືນ​ໃໝ່​ຕ້ອງ​ປະ​ຕິ​ບັດຫຼັກ​ການ​ຢ່າງ​ມີ​ຄວາມ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ເພື່ອ​ບໍ່​ໃຫ້​ກຳ​ລັງ​ທີ່​ເປັນ​ປໍ​ລະ​ປັກ​ນຳ​ໃຊ້​ຜືນ​ແຜ່ນ​ດິນ​ຂອງ​ປະ​ເທດ​ນີ້ ຕ້ານ​ທຳ​ລາຍ, ນາບ​ຂູູ່​ຄວາມ​ໝັ້ນ​ຄົງ, ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ເພື່ອນ; ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ສອງ​ພື້ນ​ຖານ​ເສດ​ຖະ​ກິດ, ຍູ້​ແຮງ​ການ​ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳ, ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ. ສອງ​ຝ່າຍ​ເປັນ​ເອ​ກະ​ພາບຫຼາຍ​ເນື້ອ​ໃນ​ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ, ເຊື່ອມ​ຕໍ່​ເຂດ​ຊາຍ​ແດນ, ດ່ານ​ຊາຍ​ແດນ, ເປັນ​ເອ​ກະ​ພາບ​ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ເສັ້ນ​ທາງ​ຄວາມ​ໄວ​ສູງ ນະ​ຄອນ​ໂຮ່​ຈີ​ມິນ/ມົກ​ບ່າຍ - Bavet/Phnom Penh…

ສິ້ນ​ສຸດ​ການ​ເຈ​ລະ​ຈາ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ສອງ​ທ່ານ​ໄດ້​ເປັນ​ສັນ​ຂີ​ພິ​ຍານ​ພິ​ທີ​ມອບ​ຮັ​ບ​ເອ​ກະ​ສານ​ແຜນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຖະ​ແຫຼງ​ຂ່າວ ໄລ​ຍະ 2026 – 2030 ລະ​ຫວ່າງ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ ຫວຽດ​ນາມ ແລະ ກະ​ຊວງ​ ຖະ​ແຫຼງ​ຂ່າວ ກຳ​ປູ​ເຈຍ.


top