• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ການ​ເຄື່ອນ​ໄຫວ​ຂອງ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢູ່ ດ້ຽນ​ບຽນ

ໃນຂອບເຂດປະຕິບັດງານຢູ່ແຂວງ ດ້ຽນບຽນ, ມຸ່ງໄປເຖິງການສະເຫຼີມສະຫຼອງວັນໄຊຊະນະດ້ຽນບຽນຝູ ຄົບຄອບ 72 ປີ (7/5/1954 - 7/5/2026), ຕອນເຊົ້າວັນທີ 08 ມີນາ, ທ່ານນາຍົກລັດະຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ, ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອສ້າງໄຊຊະນະ ດ້ຽນບຽນຝູ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຖະຫວາຍທູບທຽນອາໄລຫາ ແລະ ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ປະທານ ໂຮ່ຈີມິນ

ຢູ່ເຮືອນອາໄລຫາປະທານ ໂຮ່ຈີມິນ ຢູ່ເຂດຮ່ອງຮອຍສະຖານປະຫວັດສາດ E2, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະປະຕິບັດງານໄດ້ຖະຫວາຍທູບທຽນອາໄລຫາ ແລະ ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່, ນັກວິລະຊົນແຫ່ງຊາດ, ນັກວັດທະນະທຳທີ່ມີຊື່ສຽງໃນໂລກ ທີ່ໄດ້ອຸທິດສ່ວນຕະຫຼອດຊີວິດເພື່ອປົດປ່ອຍຊາດ, ສຸດຈິດສຸດໃຈເພື່ອປະເທດຊາດ ແລະ ປະຊາຊົນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງພ້ອມດ້ວຍຄະນະກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມຮູບແບບປູກຕົ້ນມາກກາເດເມຍ.

ຖັດຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ບັນດາສະມາຊິກໃນຄະນະປະຕິບັດງານໄດ້ຖະຫວາຍທູບທຽນອາໄລຫາພົນເອກ ຫວໍງວຽນຢາບ, ບັນດານັກຮົບວິລະຊົນ ທີ່ໄດ້ຕໍ່ສູ້, ເສຍສະຫຼະຊີວິດຢ່າງພິລະອາດຫານໃນດິນແດນ ດ້ຽນບຽນຝູວິລະຊົນ.

ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ ກັບພໍ່ແມ່ປະຊາຊົນ ເຂດຕາແສງ ປູ່ຍີ່, ແຂວງ ດ້ຽນບຽນ. (ພາບ: Vũ Lợi)

ກໍໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມຮູບແບບປູກຕົ້ນມາກກາເດເມຍ ແລະ ມອບຂອງຂວັນ, ຊົມເຊີຍບັນດາຄອບຄົວດີເດັ່ນໃນການຜະລິດຕົ້ນມາກກາເດເມຍ, ພັດທະນາເສດຖະກິດຄອບຄົວ, ຢູ່ບ້ານ ຫ້ວຍຕາວ B, ຕາແສງ ປູຍີ, ແຂວງ ດ້ຽນບຽນ.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມພິທີເປີດສະຫຼອງໂຄງການລົງທຶນກໍ່ສ້າງອະນຸລັກຮັກສາ, ບູລະນະເຂດປູຊະນີຍະສະຖານປະຫວັດສາດ ຮິມລາມ ໄລຍະ II ນອນໃນເຂດຮ່ອງຮອຍສະຖານປະຫວັດສາດລະດັບຊາດພິເສດ ດ້ຽນບຽນຝູ, ແຂວງ ດ້ຽນບຽນ. 

ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ ຟ້ອນແຊ່ວ ກັບ ພີ່ນ້ອງບັນດາເຜົ່າ ຢູ່ ເຂດຕາແສງ ປູ່ຍີ່, ແຂວງ ດ້ຽນບຽນ. ພາບ: TTXVN

ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຮັດວຽກກັບຄະນະກຳມະການປະຊາຊົນແຂວງ ດ້ຽນບຽນ ກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມ, ໂດຍສະເພາະແມ່ນສະພາບການຜັນຂະຫຍາຍຄຳຊີ້ນຳຂອງທ່ານເລຂາທິການໃຫຍ່ ໂຕເລິມ ໃນການຢ້ຽມຢາມ, ເຮັດວຽກຢູ່ ດ້ຽນບຽນ ໃນທ້າຍເດືອນ ມັງກອນ 2026. 

(ແຫຼ່ງຄັດຈາກ VOV)

ແມ່ຍິງ ຫວຽດນາມ - ຈາກບ່ອນໄດ້ຮັບການມອບສິດ ໄປສູ່ການເປັນຜູ້ນໍາພາການພັດທະນາ

ແມ່ຍິງ ຫວຽດນາມ - ຈາກບ່ອນໄດ້ຮັບການມອບສິດ ໄປສູ່ການເປັນຜູ້ນໍາພາການພັດທະນາ

ໃນສະພາບການທີ່ ຫວຽດນາມ ພວມເຊື່ອມໂຍງ ເຂົ້າກັບສາກົນ ຢ່າງກວ້າງຂວາງເລິກເຊິ່ງນັ້ນ, ແມ່ຍິງ ນັບມື້ນັບຢືນຢັນບົດບາດຂອງຕົນ ບໍ່ພຽງແຕ່ເປັນຜູ້ໄດ້ຮັບການຊົມໃຊ້ເທົ່ານັ້ນ, ແຕ່ຍັງເປັນຜູ້ມີສ່ວນຮ່ວມ ໃນການພັດທະນາອີກດ້ວຍ. ນັບແຕ່ການສຶກສາ, ເສດຖະກິດ ໄປຈົນເຖິງການມີສ່ວນຮ່ວມໃນການວາງນະໂຍບາຍ, ບາດກ້າວຂະຫຍາຍຕົວ ຂອງແມ່ຍິງ ໄດ້ສ່ອງແສງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມມຸ່ງໝັ້ນ ຂອງ ຫວຽດນາມ ໃນການສົ່ງເສີມສິດທິມະນຸດ ແລະ ຄວາມສະເໝີພາບຍິງ - ຊາຍ.

Top