• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳ ຫວຽດ​ນາມ​ສົ່ງ​ຈົດ​ໝາຍອວຍ​ພອນ​ປີ​ໃໝ່​ລາວ ແລະ ກຳ​ປູ​ເຈຍ

ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ຂອງ​ປະ​ເທດ ສ​ປ​ປ.ລາວ ແລະ ບຸນປີ​ໃໝ່ Chol Chhnam Thmey ຂອງ​ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ, ບັນ​ດາ​ການ​ນຳ ຫວຽດ​ນາມ ໄດ້​ສົ່ງ​ຈົດ​ໝາຍອວຍ​ພອນ.
ພາບ​ປະ​ກອບ: TTXVN

ໃນ​ຈົດ​ໝາຍ​ສົ່ງ​ເຖິງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ລາວ ທອງ​ລຸນ ສີ​ສຸ​ລິດ ແລະ ການ​ນຳຫຼັກ​ແຫຼ່ງ​ລາວ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ​ໂຕ​ເລິມ ແລະ ການ​ນຳຫຼັກ​ແຫຼ່ງ​ຫວຽດ​ນາມ ຢັ້ງ​ຢືນ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ຈະ​ສືບ​ຕໍ່​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ​ກັບ​ລາວ ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດຫຼັກ​ແຫຼ່ງ​ຄື: ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ເຊື່ອມ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ, ກາ​ນ​ສຶກ​ສາ - ບຳ​ລຸງ​ສ້າງ ແລະ ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ, ພ້ອມ​ທັງ​ຢັ້ງ​ຢືນ​ຈະ​ເພີ່ມ​ພູນ​ຄູນ​ສ້າງ, ປົກ​ປັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ການ​ພົວ​ພັນຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ໃສ​ແຈ້ງ, ຫາ​ຍາກ​ລະ​ຫວ່າງ​ສອງ​ຊາດ​ຢ່າງ​ຕໍ່​ເນື່ອງ.

ໃນ​ຈົດ​ໝາຍ​ສົ່ງ​ໄປ​ຍັງ​ ​ພະ​ບາດ​ສົມ​ເດັດເຈົ້າ​ຊີ​ວິດ ກຳ​ປູ​ເຈຍ Norodom Sihamoni, ທ່ານ Hun Sen ປະ​ທານ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ, ປະ​ທານ​ສະ​ພາ​ສູງ ກຳ​ປູ​ເຈຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່,ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ການ​ນຳຫຼັກ​ແຫຼ່ງ​ຫວຽດ​ນາມ ເຊື່ອ​ໝັ້ນ​ວ່າ ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ​ບັນ​ດາ​ການ​ຢ້ຽມ​ຢາມ, ພົບ​ປະ​ຂັ້ນ​ສູງ, ພິ​ເສດ​ແມ່ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່​ກຳ​ປູ​ເຈຍ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຈະ​ໄດ້​​ຮັບ​ການ​ຜັນ​ຂະ​ຫຍາຍຈາກ​ສອງ​ຝ່າຍ​ຢ່າງ​ຕັ້ງ​ໜ້າ, ປະ​ກອບ​ສ່ວນ​ປັບ​ປຸງ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ສາຍ ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີ​ງາມ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບ​ດ້ານ, ຍືນ​ຍົງ​ຍາວ​ນານ​ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ​ເລິກ​ເຊິ່ງ​ກ່​ວາ​ອີກ.

(ແຫຼ່ງຄັດຈາກ VOV)

ລົງ​ທຶນ​ໃຫ້​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ໜຸ່ມ​ແມ່ນ​ການ​ລົງ​ທຶນ​ຍຸດ​ທະ​ສາດ​ໃຫ້​ແກ່​ອະ​ນາ​ຄົດ ຫວຽດ​ນາມ - ຈີນ

ລົງ​ທຶນ​ໃຫ້​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ໜຸ່ມ​ແມ່ນ​ການ​ລົງ​ທຶນ​ຍຸດ​ທະ​ສາດ​ໃຫ້​ແກ່​ອະ​ນາ​ຄົດ ຫວຽດ​ນາມ - ຈີນ

ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ພິ​ເສດ​ການ​ສຶກ​ສາ, ບຳ​ລຸງ​ສ້າງ ແລະ ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ເພາະ​ສະ​ນັ້ນ, ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ທີ່​ສຸດ​ເລື່ອງ​ນຳ​ໄວ​ໜຸ່ມ​ລຸ້ນ​ປັດ​ຈຸ​ບັນ​ອອກ​ໄປ​ຮ່ຳ​ຮຽນ, ຄົ້ນ​ຄ້​ວາ, ເຂົ້າ​ເຖິງ​ບັນ​ດາ​ສູນ​ພູມ​ປັນ​ຍາ ແລະ ເຕັກ​ໂນ​ໂລ​ຢີ​ແຖວ​ໜ້າ​ໂລກ.

Top