ວາລະປະຊຸມໄດ້ສຸມໃສ່ເຮັດແຈ້ງຄວາມຕ້ອງການໃນການຮ່ວມມືສາກົນ ກ່ຽວກັບວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນຂອງ ຫວຽດນາມ
ບັນດາຜູ້ແທນເຂົ້າຮ່ວມວາລະປະຊຸມ (ພາບ: VNA)
ໃນຂອບເຂດກອງປະຊຸມການທູດຄັ້ງທີ 33, ຕອນບ່າຍວັນທີ 5 ສິງຫາ, ວາລະປະຊຸມ “ການທູດວິທະຍາສາດເຕັກໂນໂລຢີປະກອບສ່ວນສ້າງຄວາມສາມາດໃນການພັດທະນາປະເທດຊາດ” ໄດ້ດຳເນີນຢູ່ນະຄອນ ຮ່າໂນ້ຍ. ນີ້ແມ່ນຄັ້ງທຳອິດໃນກອງປະຊຸມທາງການທູດ ທີ່ມີວາລະປະຊຸມສະເພາະກ່ຽວກັບວິທະຍາສາດ ເຕັກໂນໂລຢີ. ວາລະປະຊຸມໄດ້ສຸມໃສ່ເຮັດແຈ້ງຄວາມຕ້ອງການໃນການຮ່ວມມືສາກົນ ກ່ຽວກັບວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນຂອງ ຫວຽດນາມ; ພ້ອມທັງກຳນົດບັນດາກາລະໂອກາດ, ຄູ່ຮ່ວມມືບຸລິມະສິດ ແລະ ມາດຕະການເສີມຂະຫຍາຍບົດບາດຂອງຂະແໜງການທູດ ແລະ ບັນດາອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ. ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານສ.ຈ, ປ.ອ ເຈິ່ນຮົ່ງທ້າຍ, ປະທານສະຖາບັນ ວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ຖືວ່າ:
ນີ້ໄດ້ຮັບຖືວ່າແມ່ນໜຶ່ງໃນບັດພາລະກຳຫຼັກແຫຼ່ງຂອງການທູດວິທະຍາສາດ. ຢາກປະຕິບັດພາລະກຳນີ້, ຫວຽດນາມຕ້ອງສ້າງ, ເຊື່ອມຕໍ່ ແລະ ເສີມຂະຫຍາຍບັນດາເຄືອຂ່າຍວິທະຍາສາດສາກົນຢ່າງມີປະສິດທິຜົນ, ຜ່ານນັ້ນກໍນຳວິທະຍາສາດ ຫວຽດນາມອອກສູ່ໂລກ, ພ້ອມທັງນຳໂລກເຂົ້າມາຫວຽດນາມ, ພ້ອມກັນເຮັດວິທະຍາສາດ, ພ້ອມກັນແກ້ໄຂບັນດາບັນຫາພັດທະນາໃໝ່ຂອງປະເທດຊາດ.
ກ່າວຄຳເຫັນຊີ້ນຳຢູ່ວາລະປະຊຸມ, ທ່ານພົນເອກ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ, ຮອງຫົວໜ້າຄະນະປະຈຳ ຄະນະຊີ້ນຳສູນກາງກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ເນັ້ນໜັກວ່າ:
ສະເໜີເສີມຂະຫຍາຍບົດບາດເປັນເສນາທິການຫຼັກແຫຼ່ງ, ຫັນການທູດວິທະຍາສາດເຕັກໂນໂລຢີຢ່າງແຮງ ຈາກການເຊື່ອມຕໍ່ກາຍເປັນການສ້າງສັນພັດທະນາ, ຈາກການລົງນາມກາຍເປັນການຈັດຕັ້ງປະຕິບັດ; ຈາກການລະດົມແຫຼ່ງກຳລັງພາຍນອກມາເປັນການສ້າງກຳລັງພາຍໃນ; ກາຍເປັນຊ່ອງທາງດຶງດູດບັນດາແຫຼ່ງກຳລັງກ່ຽວກັບພູມປັນຍາ, ເຕັກໂນໂລຢີ ແລະ ນັກຊ່ຽວຊານຢ່າງມີປະສິດທິຜົນ, ນຳຫວຽດນາມເຂົ້າຮ່ວມບັນດາຂອດທີ່ມີມູນຄ່າເພີ່ມສູງໃນລະບົບມູນຄ່າທົ່ວໂລກຢ່າງເລິກເຊິ່ງກວ່າ.
(ແຫຼ່ງຄັດຈາກ VOV)