• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຟົດຟື້ນມ່ວນຊື່ນທີ່ງານບຸນປີໃໝ່ບັນດາປະເທດ ກຳປູເຈຍ, ລາວ, ໄທ ຢູ່ນະຄອນ ໂຮ່ຈິມິນ

ງານບຸນປະເພນີຂອງບັນດາປະເທດ ກຳປູເຈຍ, ລາວ, ໄທ ທີ່ນະຄອນ ໂຮ່ຈິມິນ ໄດ້ຮັບການຈັດຕັ້ງປະຈຳປີ, ເຊິ່ງສະແດງໃຫ້ເຫັນນ້ຳໃຈມິດຕະພາບລະຫວ່າງປະຊາຊົນບັນດາປະເທດໃນ ອາຊຽນ
  ງານບຸນປະເພນີ​ຂອງ​ບັນ​ດາ​ປະ​ເທດ ກຳປູເຈຍ, ລາວ, ໄທ (ພາບ: TTXVN)  

ຕອນເຊົ້າວັນທີ 11 ເມສາ, ຢູ່ວັດ ໂຝມິງ, ນະຄອນ ໂຮ່ຈິມິນ, ສະຫະພັນບັນດາອົງການມິດຕະພາບ ນະຄອນ ໂຮ່ຈິມິນ (HUFO) ໄດ້ສົມທົບຄະນະພຸດທະສາສະໜາສາກົນ ສະມາຄົມພຸດທະສາສະໜາ ຫວຽດນາມ ນະຄອນ ໂຮ່ຈິມິນ ຈັດຕັ້ງງານບຸນ Chol Chhnam Thmey ຂອງ ກຳປູເຈຍ, ບຸນປີໃໝ່ຂອງ ລາວ, ບຸນສົງການ ຂອງ ໄທ.

ງານບຸນປະເພນີ​ຂອງ​ບັນ​ດາ​ປະ​ເທດ ກຳປູເຈຍ, ລາວ, ໄທ ທີ່ນະຄອນ ໂຮ່ຈິມິນ ໄດ້ຮັບການຈັດຕັ້ງປະຈຳປີ, ເຊິ່ງສະແດງໃຫ້ເຫັນນ້ຳໃຈມິດຕະພາບ​ລະ​ຫວ່າງປະຊາຊົນບັນດາປະເທດໃນ ອາຊຽນ, ປະກອບສ່ວນຊຸກຍູ້ຄວາມເຂົ້າໃຈເຊິ່ງກັນແລະກັນ ລະຫວ່າງ ຫວຽດນາມ ກັບບັນດາປະເທດບ້ານໃກ້ເຮືອງຄຽງໃຫ້ຫຼາຍກວ່າອີກ, ເພີ່ມທະວີການແລກປ່ຽນວັດທະນະທຳ, ການຮ່ວມມືຫຼາຍດ້ານລະຫວ່າງປະຊາຊົນ ຫວຽດນາມ ເວົ້າລວມ ກໍ່ຄືປະຊາຊົນນະຄອນ ໂຮ່ຈິມິນ ເວົ້າສະເພາະ ກັບບັນດາປະເທດ.

ເນື່ອງໃນໂອກາດນີ້, ວັນທີ 12 ເມສາ, ສະຫະພັນບັນດາອົງການມິດຕະພາບ ນະຄອນ ໂຮ່ຈິມິນ ກໍ່ຈະຈັັດຕັ້ງງານ​ບຸນ​ແຂ່ງ​ຂັນ​ກິ​ລາ​ງານ​ບຸນ​ປີ​ໃໝ່ ກຳ​ປູ​ເຈຍ - ລາວ ປີ 2026 ສະ​ຫງວນ​ໃຫ້​ບັນ​ດາ​ນັກ​ສຶກ​ສາ ແລະ​ ປະ​ຊາ​ຄົມ​ຊາວ ກຳ​ປູ​ເຈຍ - ລາວ ທີ່​ພວມ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽ​ນ, ເຮັດ​ວຽກ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ້ຽມຢາມ ອີຕາລີ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ້ຽມຢາມ ອີຕາລີ ຢ່າງເປັນທາງການ

ການຢ້ຽມຢາມໄດ້ປະກອບສ່ວນຢືນຢັນທີ່ຕັ້ງ ແລະ ຈິນຕະນາການການຕ່າງປະເທດໃໝ່ຂອງ ຫວຽດນາມ

Top