ງານບຸນປະເພນີຂອງບັນດາປະເທດ ກຳປູເຈຍ, ລາວ, ໄທ ທີ່ນະຄອນ ໂຮ່ຈິມິນ ໄດ້ຮັບການຈັດຕັ້ງປະຈຳປີ, ເຊິ່ງສະແດງໃຫ້ເຫັນນ້ຳໃຈມິດຕະພາບລະຫວ່າງປະຊາຊົນບັນດາປະເທດໃນ ອາຊຽນ
ງານບຸນປະເພນີຂອງບັນດາປະເທດ ກຳປູເຈຍ, ລາວ, ໄທ (ພາບ: TTXVN)
ຕອນເຊົ້າວັນທີ 11 ເມສາ, ຢູ່ວັດ ໂຝມິງ, ນະຄອນ ໂຮ່ຈິມິນ, ສະຫະພັນບັນດາອົງການມິດຕະພາບ ນະຄອນ ໂຮ່ຈິມິນ (HUFO) ໄດ້ສົມທົບຄະນະພຸດທະສາສະໜາສາກົນ ສະມາຄົມພຸດທະສາສະໜາ ຫວຽດນາມ ນະຄອນ ໂຮ່ຈິມິນ ຈັດຕັ້ງງານບຸນ Chol Chhnam Thmey ຂອງ ກຳປູເຈຍ, ບຸນປີໃໝ່ຂອງ ລາວ, ບຸນສົງການ ຂອງ ໄທ.
ງານບຸນປະເພນີຂອງບັນດາປະເທດ ກຳປູເຈຍ, ລາວ, ໄທ ທີ່ນະຄອນ ໂຮ່ຈິມິນ ໄດ້ຮັບການຈັດຕັ້ງປະຈຳປີ, ເຊິ່ງສະແດງໃຫ້ເຫັນນ້ຳໃຈມິດຕະພາບລະຫວ່າງປະຊາຊົນບັນດາປະເທດໃນ ອາຊຽນ, ປະກອບສ່ວນຊຸກຍູ້ຄວາມເຂົ້າໃຈເຊິ່ງກັນແລະກັນ ລະຫວ່າງ ຫວຽດນາມ ກັບບັນດາປະເທດບ້ານໃກ້ເຮືອງຄຽງໃຫ້ຫຼາຍກວ່າອີກ, ເພີ່ມທະວີການແລກປ່ຽນວັດທະນະທຳ, ການຮ່ວມມືຫຼາຍດ້ານລະຫວ່າງປະຊາຊົນ ຫວຽດນາມ ເວົ້າລວມ ກໍ່ຄືປະຊາຊົນນະຄອນ ໂຮ່ຈິມິນ ເວົ້າສະເພາະ ກັບບັນດາປະເທດ.
ເນື່ອງໃນໂອກາດນີ້, ວັນທີ 12 ເມສາ, ສະຫະພັນບັນດາອົງການມິດຕະພາບ ນະຄອນ ໂຮ່ຈິມິນ ກໍ່ຈະຈັັດຕັ້ງງານບຸນແຂ່ງຂັນກິລາງານບຸນປີໃໝ່ ກຳປູເຈຍ - ລາວ ປີ 2026 ສະຫງວນໃຫ້ບັນດານັກສຶກສາ ແລະ ປະຊາຄົມຊາວ ກຳປູເຈຍ - ລາວ ທີ່ພວມດຳລົງຊີວິດ, ຮ່ຳຮຽນ, ເຮັດວຽກຢູ່ນະຄອນ ໂຮ່ຈີມິນ.