ທ່ານນາຍົກລັດຖະມົນຕີ ເລມິນຮຶງ ສະໜັບສະໜູນເລື່ອງ Zarubezhneft ສືບຕໍ່ຄົ້ນຄວ້າ, ເປີດກວ້າງການເຄື່ອນໄຫວລົງທຶນ ແລະ ລົງນາມໃນບັນດາເອກະສານຮ່ວມມືດ້ານນ້ຳມັນອາຍແກັດສະບັບໃໝ່ສຳລັບບັນດາເຂດເປີດຢູ່ໄຫຼ່ທະວີບຂອງ ຫວຽດນາມ
(ທ່ານນາຍົກລັດຖະມົນຕີ ເລມິນຮຶງ ຕ້ອນຮັບ ທ່ານ Sergey Kudryashov, ຜູ້ອຳນວຍການໃຫຍ່ບໍລິສັດ Zarubezhneft)
ວັນທີ 17 ມິຖຸນາ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ອາຊຽນ - ລັດເຊຍ ຢູ່ນະຄອນ Kazan, ສ.Tatarstan (ສະຫະພັນ ລັດເຊຍ), ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Sergey Kudryashov, ຜູ້ອຳນວຍການໃຫຍ່ບໍລິສັດ Zarubezhneft.
ເມື່ອເນັ້ນໜັກການຮ່ວມມືດ້ານພະລັງງານກັບ ລັດເຊຍ ແມ່ນບຸລິມະສິດຂອງ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ສະໜັບສະໜູນເລື່ອງ Zarubezhneft ສືບຕໍ່ຄົ້ນຄວ້າ, ເປີດກວ້າງການເຄື່ອນໄຫວລົງທຶນ ແລະ ລົງນາມໃນບັນດາເອກະສານຮ່ວມມືດ້ານນ້ຳມັນອາຍແກັດສະບັບໃໝ່ສຳລັບບັນດາເຂດເປີດຢູ່ໄຫຼ່ທະວີບຂອງ ຫວຽດນາມ, ເຄົາລົບບັນດາຂໍ້ກຳນົດຂອງກົດໝາຍ ຫວຽດນາມ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ Petrovietnam ແລະ Zarubezhneft ຜັນຂະຫຍາຍບັນດາອະນຸສັນຍາສະບັບປັບປຸງສັນຍາລະຫວ່າງລັດຖະບານກ່ຽວກັບ Vietsovpetro ແລະ Rusvietpetro, ກໍຄືສັນຍາລະຫວ່າງລັດຖະບານໃນຂົງເຂດນ້ຳມັນອາຍແກັດກ່ຽວກັບການເປີດກວ້າງເຂດເຄື່ອນໄຫວໃນຂົງເຂດສຳຫຼວດທໍລະນີສາດ ແລະ ຂຸດຄົ້ນນ້ຳມັນອາຍແກັດຢູ່ເຂດໄຫຼ່ທະວີບຂອງ ຫວຽດນາມ ແລະ ໃນຜືນແຜ່ນດິນຂອງ ລັດເຊຍ.
ໃນວັນດຽວກັນ, ທີ່ການຕ້ອນຮັບທ່ານ Alexey Likhachev, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດພະລັງງງານປະລະມານູແຫ່ງຊາດ (Rosatom), ທ່ານນາຍົກລັດຖະມົນຕີ ເລມິນຮຶງ ຖືວ່າ ການຮ່ວມມືກັບ ລັດເຊຍ ແລະ ຜັນຂະຫຍາຍໂຄງການໂຮງງານໄຟຟ້ານິວເຄຼຍ ນິງທ້ວນ 1 ແມ່ນບຸລິມະສິດແຖວໜ້າຂອງ ຫວຽດນາມ. ທ່ານສະເໜີໃຫ້ Rosatom ແລະ ຝ່າຍ ລັດເຊຍ ສືບຕໍ່ໜູນຊ່ວຍເພື່ອແກ່ຍາວການເຄື່ອນໄຫວຂອງເຕົາປະຕິກອນ ດ່າລາດ ໃນໄລຍະຕໍ່ໄປ; ສະໜັບສະໜູນການຜັນຂະຫຍາຍໂຄງການສູນວິທະຍາສາດ ແລະ ເຕັກໂນໂລຊີນິວເຄຼຍຢູ່ ດົ່ງນາຍ…
(ແຫຼ່ງຄັດຈາກ VOV)