ເຫດການ ແລະ ບັນຫາ
ການພົວພັນຕ່າງປະເທດ ຫວຽດນາມ: 35 ປີແຫ່ງການປ່ຽນ ແປງໃໝ່ ໄດ້ບັນລຸຜົນສຳເລັດຫຼາຍຢ່າງທີ່ໃຫຍ່ຫຼວງ
ຂ່າວພາບ ຫວຽດນາມ ຂໍເປັນກຽດ ສະເໜີຕໍ່ທ່ານຜູ້ອ່ານບັນດາຮູບພາບ ທີ່ເປັນຂີດໝາຍສຳຄັນ
ໃນວຽກງານການພົວພັນຕ່າງປະເທດ ຂອງ ຫວຽດນາມ ຕະຫຼອດ 35 ປີຜ່ານມາ:
ໃນວຽກງານການພົວພັນຕ່າງປະເທດ ຂອງ ຫວຽດນາມ ຕະຫຼອດ 35 ປີຜ່ານມາ:
![]() ຕອນຄໍ່າວັນທີ 11 ກໍລະກົດ 1995 (ຕາມເວລາ ສ ອາເມລິກາ), ທ່ານປະທານາທິບໍດີ ສ ອາເມລິກາ William Jefferson Clinton ໄດ້ປະກາດຕົກລົງສ້າງຕັ້ງສາຍພົວພັນທາງການທູດ ເປັນປົກກະຕິ ກັບ ຫວຽດນາມ. ພາບ: ທຳນຽບຂາວ/VNA ![]() ພິທີການຊັກທຸງ ໃນພິທີຮັບ ຫວຽດນາມ ເຂົ້າເປັນສະມາຊິກ ປະເທດ ທີເຈັດ ຢ່າງເປັນທາງການ ຂອງ ສະມາຄົມ ປະຊາ ຊາດ ອາຊີ ຕາເວັນອອກສ່ຽງໃຕ້ (ASEAN), ຕອນບ່າຍວັນທີ 28 ກໍລະກົດ 1995, ຢູ່ນະຄອນຫຼວງ Bandar Seri Begawan (ບຣູໄນ). ພາບ: ເຈິ່ນເຊີນ/VNA ![]() ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Tomiichi Murayama ແລະສະຫາຍ ເລຂາທິການໃຫຍ່ ໂດ໊ເມື່ອຍ ໃນກອບການຢ້ຽມຢາມ ຍີ່ປຸ່ນ ລະຫວ່າງວັນທີ 18–19 ເມສາ1995. ພາບ: ຊວນເລີມ/VNA ![]() ວັນທີ 5 ສິງຫາ 1995, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງ ປະເທດ ສ ອາເມລິກາ Warren Christopher ແລະ ທ່ານລັດ ຖະມົນຕີ ການຕ່າງປະເທດ ຫງວຽນແມ້ງເກ່ີມ ໄດ້ລົງນາມ ໃນອະນຸສັນຍາ, ສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ສ ອາເມລິກາ ຢ່າງເປັນທາງການ. ພາບ: ຊວນຕວນ/VNA ![]() ຕອນເຊົ້າວັນທີ 19/9/1995, ພິທີຮັບສະພາແຫ່ງຊາດຫວຽດ ນາມ ເຂົ້າເປັນສະມາຊິກ ຂອງອົງການລັດຖະສະພາລະຫວ່າງຊາດ ອາຊຽນ (AIPO) ແລະ ພິທີລົງນາມໃນເອກະສານທາງການ ຢືນຢັນ ສະພາແຫ່ງຊາດ ຫວຽດນາມ ເປັນສະມາຊິກຂອງ AIPO ຊຶ່ງໄດ້ຈັດຂຶ້ນ ໃນພິທີໄຂ ກອງປະຊຸມ AIPO-16 ຢູ່ ສິງກະໂປ. ພາບ: ຊວນຕວນ/VNA ![]() ເນື່ອງໃນໂອກາດເຂົ້າຮ່ວມ ພິທີສະເຫຼີມສະຫຼອງ 50 ປີວັນສ້າງຕັ້ງ ສະຫະປະຊາຊາດ (1945-1995), ຕອນບ່າຍວັນທີ 25 ຕຸລາ1995, ທີ່ສຳນັກງານໃຫຍ່ ສະຫະປະຊາຊາດ ຢູ່ນະຄອນ ນິວຢອກ (ສ ອາເມລິກາ), ທ່ານປະທານປະເທດ ເລດຶກແອງ ໄດ້ ມອບຕົວແບບ ກອງທອງ ຫງອກຫຼູ ໃຫ້ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Boutros B. Ghali. ພາບ: ກາວຟອງ/VNA ![]() ຫວຽດນາມ ເຂົ້າຮ່ວມ ເວທີປາໄສ ການຮ່ວມມື ອາຊີ-ເອີຣົບ (ASEM), ຫຼືເອີ້ນວ່າ ກອງປະຊຸມສຸດຍອດ ອາຊີ - ເອີຣົບ ໄດ້ຮັບການສ້າງຕັ້ງ ຢ່າງເປັນທາງການ ໃນປີ 1996 ໃນກອງປະ ຊຸມສຸດຍອດ ຄັ້ງທຳອິດຢູ່ ບາງກອກ (ປະເທດໄທ) (1-2 ມີນາ 1996). ພາບ: VNA ![]() ວັນທີ 14 ພະຈິກ 1998, ຫວຽດນາມ ໄດ້ເຂົ້າເປັນສະມາຊິກຂອງ ອົງການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຢ່າງເປັນທາງການ. ພາບ: ເຖ໋ທ່ວນ/VNA ![]() ເດືອນ ທັນວາປີ 1998, ຫວຽດນາມໄດ້ຈັດກອງປະຊຸມ ອາຊຽນ ຄັ້ງທີ VI ຢ່າງສຳເລັດຜົນ. ນີ້ແມ່ນຄັ້ງທຳອິດ ທີ່ ຫວຽດນາມ ເປັນເຈົ້າພາບ ຈັດກອງປະຊຸມ ຂອງ ສະມາຄົມ ນັບແຕ່ເຂົ້າຮ່ວມ. ພາບ: ເຖ໋ທ່ວນ/VNA ![]() ທ່ານປະທານປະເທດ ເຈິ່ນດຶກເລືອງ ກ່າວຄຳປາໄສ ທີ່ກອງປະຊຸມສຸດຍອດ ສະຫັດສະວັດ ຂອງ ສະຫະປະຊາຊາດ, ຢູ່ນະຄອນ ນິວຢອກ, ສ ອາເມລິກາ (ວັນທີ 6 ກັນຍາ 2000). ພາບ: ຈ້ອງຫງຽບ/VNA ![]() ທ່ານປະທານປະເທດ ເຈິ່ນດຶກເລືອງ ໄດ້ເປັນປະທານ ພິທີຕ້ອນຮັບ ທ່ານປະທານາທິບໍດີ Bill Clinton ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ລະຫວ່າງວັນທີ 16 – 19 ພະ ຈິກ 2000. ທ່ານ Bill Clinton ແມ່ນປະທານາທິບໍດີ ສ ອາເມລິກາ ຄົນທຳອິດ ທີ່ມາຢ້ຽມຢາມ ຫວຽດນາມ, 25 ປີ ພາຍຫຼັງສົງຄາມສິ້ນສຸດລົງ. ພາບ: ຈ້ອງຫງຽບ/VNA ![]() ຫວຽດນາມໄດ້ຈັດຕັ້ງຫຼາຍເຫດການສາກົນທີ່ສຳຄັນ, ໃນນັ້ນມີການຈັດຕັ້ງກອງປະຊຸມສຸດຍອດ ອາຊີ-ເອີຣົບ ຄັ້ງທີ 5 (ASEM 5), ລະຫວ່າງວັນທີ 8-9 ຕຸລາ 2004 ຢູ່ຮ່າໂນ້ຍ. ພາບ: VNA ![]() ການສຳຜັດມືຄັ້ງປະຫວັດສາດ ຂອງທ່ານນາຍົກລັດຖະມົນຕີ ຟານວັນຂາຍ ແລະ ປະທານາທິບໍດີ George W. Bush ທີ່ທຳນຽບຂາວ ວັນທີ 21 ມິຖຸນາ 2005, ໃນການຢ້ຽມຢາມ ສ ອາ ເມລິກາ ຢ່າງເປັນທາງການ ລະຫວ່າງວັນທີ 19-25 ມິຖຸນາ 2005, ເປັນຂີດໝາຍແຫ່ງການພັດທະນາໃໝ່ ໃນການພົວພັນສອງຝ່າຍ ພາຍຫຼັງ 10 ປີ ແຫ່ງການ ສ້າງຕັ້ງສາຍພົວພັນທາງການທູດ ເປັນປົກກະຕິ. ນີ້ກໍ່ແມ່ນການຢ້ຽມຢາມ ສ ອາເມລິກາ ຢ່າງເປັນທາງການ ຄັ້ງທຳອິດ ຂອງ ທ່ານປະທານປະເທດ ແຫ່ງ ສສ ຫວຽດນາມ ພາຍຫຼັງສົງຄາມສິ້ນສຸດລົງ 30 ປີ. ພາບ: AP/VNA ![]() ທ່ານນາຍົກລັດຖະມົນຕີ ຟານວັນຂາຍ ພ້ອມການນຳ ຂັ້ນສູງ ອາຊຽນ ເຂົ້າຮ່ວມພິທີລົງນາມ ຖະແຫຼງການ Kuala Lumpur ກ່ຽວກັບ ການສ້າງກົດບັດ ອາຊຽນ, ວັນທີ 12 ທັນວາ 2005, ຢູ່ນະຄອນຫຼວງ Kuala Lumpur, ປະເທດ ມາເລເຊຍ. ພາບ: ເອກະສານ VNA ![]() ຫວຽດນາມ ໄດ້ຈັດຕັ້ງຫຼາຍເຫດການສາກົນໃຫຍ່, ໃນນັ້ນມີການຈັດຕັ້ງ APEC 2006 ປະສົບຜົນສຳເລັດ (18-19 ພະຈິກ 2006) ຢູ່ ຮ່າໂນ້ຍ. ພາບ: VNA ![]() ຫວຽດນາມ ເປັນເຈົ້າພາບ ຈັດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ XVI ແລະ XVII ຢູ່ ຮ່າໂນ້ຍ (ເດືອນ ຕຸລາ 2010). ນີ້ແມ່ນປີທີ່ ຫວຽດນາມ ຮັບຕຳແໜ່ງເປັນປະທານ ອາຊຽນ ແລະ ສະເຫຼີມສະຫຼອງ 15 ປີ ວັນ ເຂົ້າເປັນສະມາຊິກ ອາຊຽນ. ພາບ: ດຶກຕ໋າມ/VNA ![]() ທ່ານນາຍົກລັດຖະມົນຕີ Shinzo Abe ໄດ້ເປັນປະທານ ໃນພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ມາຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ ແຕ່ວັນທີ 15-18 ກັນຍາ 2015. ພາບ: ຈີ໋ຢຸງ/VNA ![]() ເປັນຄັ້ງທີ 2, ຫວຽດນາມ ໄດ້ຈັດກອງປະຊຸມສຸດຍອດ ຜູ້ນຳ APEC ຢ່າງສຳເລັດຜົນ (ດ່າໜັງ, ພະຈິກ 2018). ພາບ: VNA ![]() ສັນຍາ ຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າ ຂ້າມປາຊີຟິກ (CPTPP) ໄດ້ຮັບການລົງນາມຢ່າງເປັນທາງການ ຈາກ 11 ປະເທດເຂົ້າຮ່ວມ ໃນຕົ້ນເດືອນ ມີນາ 2018, ໃນນັ້ນ ຫວຽດນາມ ໄດ້ຮັບຕີລາຄາວ່າ ເປັນສະມາຊິກ ທີ່ຕັ້ງໜ້າໃນການເຈລະຈາ ແລະ ລົງນາມ. ພາບ: ຊິນຮົວ/VNA ![]() ພະນັກງານ ແລະ ນັກຮົບ ໂຮງໝໍພາກສະໜາມ ຂັ້ນ 2 ເລກ 2 ອຳລາ ພີ່ນ້ອງ ແລະ ເພື່ອນຮ່ວມງານ ເພື່ອເດີນທາງ ໄປປະຕິ ບັດໜ້າທີ່ ຮັກສາສັນຕິພາບ ສະຫະປະຊາຊາດ ຢູ່ ຊູດັງໃຕ້. ພາບ: ເຢືອງຢາງ/VNA ![]() ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ກ່າວປາໄສ ທີ່ກອງປະຊຸມຄັ້ງທີ 26 ຂອງ ບັນດາຝ່າຍທີ່ເຂົ້າຮ່ວມ ສົນທິສັນຍາ ຂອງ ສະຫະປະຊາຊາດ ວ່າດ້ວຍ ການປ່ຽນແປງຂອງດິນຟ້າອາກາດ (COP26) ທີ່ໄດ້ຈັດຂຶ້ນຢູ່ ນະຄອນ Glasgow, ສະກອັດແລນ (ລາຊະອານາຈັກ ອັງກິດ), ວັນທີ 1 ພະຈິກ 2021. ພາບ:ເຢືອງຢາງ/VNA |
ປະຕິບັດໂດຍ: VNA - ແປໂດຍ: ບິກລຽນ