• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົບປະ ອາເມລິກາ - ອີຣານ “ຍັງບໍ່ທັນໄດ້ຈັດຂຶ້ນ”

ຂໍ້ຕົກລົງນີ້ໄດ້ຍົກອອກມາໃນເວລາພຽງ 2 – 3 ຊົ່ວໂມງກ່ອນທີ່ຄະນະຜູ້ແທນ ອາເມລິກາ ຈະອອກເດີນທາງ

ວັນ​ທີ 25 ເມ​ສາ, ທ່ານ Donald Trump, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໄດ້​ແຈ້ງກະທັນຫັນຕໍ່​ເລື່ອງ ຄະ​ນະ​ຜູ້​ແທນ ອາ​ເມ​ລິ​ກາ ຍົກ​ເລີກ​ການ​ໄປ​ປະ​ຕິ​ບັດ​ງານ​ດ້ານ​ການ​ທູ​ດຢູ່ ນະ​ຄອນ​ຫຼວງ Islamabad, ປາ​ກິດ​ສະ​ຖານ. ກ່ອນ​ໜ້ານັ້ນ, ຕາມ​ການ​ຄາດ​ຄະ​ເນ, ອາ​ເມ​ລິ​ກາ ຈະ​ຈັດ​ສົ່ງ​ທູ​ດ​ພິ​ເສດ​ໄປ ປາ​ກິດ​ສະ​ຖານ ເພື່ອ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຈ​ລະ​ຈາ​ກັບ ອີ​ຣານ ກ່ຽວ​ກັບ​ການ​ຢຸ​ດ​ຍິງ​. ຂໍ້​ຕົກ​ລົງ​ນີ້​ໄດ້​ຍົກ​ອອກ​ມາ​ໃນ​ເວ​ລາ​ພຽງ 2 – 3 ຊົ່ວ​ໂມງ​ກ່ອນ​ທີ່​ຄະ​ນະ​ຜູ້​ແທນ ອາ​ເມ​ລິ​ກາ ຈະອອກເດີນ​ທາງ, ພາຍ​ຫຼັງ​ທີ່ ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ສະ​ແດງ​ຄວາມ​ບໍ່​ເພິ່ງ​ພໍ​ໃຈຕໍ່​ກັບ​ຄວາມ​ຊັກ​ຊ້າ​ຂອງ ເຕ​ເຮ​ຣານ.

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ເນັ້ນ​ໜັກ​ວ່າ ອາ​ເມ​ລິ​ກາ ພວມ​ກຳ​ແໜ້ນ​ທຸກ​ທ່າ​ແຮງ​ໃນ​ວິ​ວັດ​ການນີ້, ພ້ອມ​ກັນ​ນັ້ນ ກໍ່​ຖະ​ແຫຼງວ່າ ຝ່າຍ ອີ​ຣານ ອາ​ດ​ຈະ​ເປັນ​ເຈົ້າ​ການ​ຕິດ​ຕໍ່ປະສານ​ຖ້າ​ຢາກ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ, ແທນ​ທີ່​ແກ່​ຍາວ​ການ​ເຈ​ລະ​ຈາ​ທີ່ບໍ່​ນຳ​ມາ​ເຊິ່ງ​ໝາກ​ຜົນ​ແທ້​ຈິງ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ພ້ອມແລ້ວທີ່ຈະຮັບບົດບາດປະທານສະພາສຳຫຼວດກວດກາ NPT ຄັ້ງທີ 11

ຫວຽດນາມ ພ້ອມແລ້ວທີ່ຈະຮັບບົດບາດປະທານສະພາສຳຫຼວດກວດກາ NPT ຄັ້ງທີ 11

ກອງປະຊຸມຄັ້ງທີ 11 ນີ້ແມ່ນເຫດການທີ່ມີຄວາມໝາຍສຳຄັນພິເສດ ໃນສະພາບຄວາມໝັ້ນຄົງທົ່ວໂລກສືບຕໍ່ມີການຜັນແປຢ່າງສັບສົນ.

Top