• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ການຕໍ່ສູ້ກັບ ໂຄວິດ-19 ຄັ້ງທີ 2 ຢູ່ ດ່າໜັງ

ເກືອບໜຶ່ງເດືອນ ຜ່ານມາ, ນັບຕັ້ງແຕ່ກວດພົບ ກໍລະນີ ຕິດເຊື້ອ ໄວຣັດ SARS-CoV-2ລາຍທຳອິດໃນການ ແຜ່ລະບາດ ໂຄວິດ-19 ຄັ້ງທີ 2, ອີກເທື່ອໜຶ່ງ ນະຄອນ ດ່າໜັງ ຕ້ອງກ້າວເຂົ້າສູ່ ການຕໍ່ສູ້ ຄັ້ງໃໝ່ ດ້ວຍຄວາມ ຕັດສິນໃຈສູງ, ອົດທົນ ເພື່ອບໍ່ໃຫ້ໃຜຕ້ອງຕົກ ຄ້າງຢູ່ ຂ້າງຫຼັງ ຍ້ອນຄວາມອັນຕະລາຍຮ້າຍແຮງ ຂອງ ໂຄວິດ-19. ດ້ວຍສຸມກໍາລັງຄົນ ແລະ ຊັບສິນເງິນທອງ, ທົ່ວປະເທດ ຫັນໜ້າສູ່ນະຄອນ ດ່າໜັງ ດ້ວຍຄວາມ ຕັດສິນໃຈ ບໍ່ໃຫ້ເກີດຜົນເສຍຫາຍຢ່າງ ໜັກໜ່ວງ. 
ວັນທີ 25 ກໍລະກົດ 2020, ດ່າໜັງ ໄດ້ກວດພົບຜູ້ ຕິດເຊື້ອໄວຣັດ SARS-CoV-2(ກໍລະນີ 416) ລາຍ ທຳອິດ ຂອງ ປະເທດ ພາຍ ຫຼັງ 99 ວັນ ບໍ່ມີ ຜູ້ຕິດ ເຊື້ອໂຄວິດ-19 ໃນຊຸມຊົນ. ຂ່າວດັ່ງກ່າວໄດ້ ເຮັດໃຫ້ຫຼາຍຄົນຮູ້ສຶກເປັນຫ່ວງ ຕໍ່ສັນຍານ ການລະບາດໂຄວິດ-19 ທີ່ຈະເກີດຂຶ້ນ ເປັນຄັ້ງທີ 2 ຢູ່ນະຄອນ ດ່າໜັງ. ໃນວັນຕໍ່ມາ, ສະພາບການ ແຜ່ລະບາດ ໂຄວິດ-19 ໄດ້ຜັນແປໄປຢ່າງສັບສົນ ເມື່ອກວດພົບຜູ້ຕິດເຊື້ອ ໄວຣັດ SARS-CoV-2 ອີກຫຼາຍຄົນ. ພິເສດ, ວັນທີ 31 ກໍລະກົດ, ຄົນເຈັບໝາຍເລກ 428 (ໄດ້ກວດ ພົບຕິດເຊື້ອ ໄວຣັດ SARS-CoV-2 ທີ່ໂຮງໝໍ ດ່າໜັງ) ພວມໄດ້ຮັບການ ປິ່ນປົວຢູ່ນະຄອນ ເຫວ້ ໄດ້ເສຍຊີວິດ ຍ້ອນມີປະຫວັດ ເຄີຍມີພະຍາດປະຈໍາຕົວ ແລະ ຕິດເຊື້ອໄວຣັດ SARS-CoV-2, ນັ້ນແມ່ນກໍລະນີ ທຳອິດ ເສຍຊີວິດ ທີ່ກ່ຽວຂ້ອງກັບໂຄວິດ-19 ຢູ່ ຫວຽດນາມ.  

ຕໍ່ໜ້າສະພາບການແຜ່ລະບາດ ຍາກທ່ີຈະຄາດເດົາໄດ້, ເລີ່ມແຕ່ວັນທີ 28 ກໍລະກົດ 2020, ນະຄອນດ່າໜັງ ເລີ່ມປະຕິບັດການ ແຍກຫ່າງ ທ່ົວນະຄອນ ຕາມຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີ. ໂຮງໝໍຈໍານວນໜຶ່ງ, ເສັ້ນທາງຫຼາຍສາຍ ແລະ ເຂດຊຸມຊົນ ຫຼາຍເຂດ ຖືກປິດລ້ອມ. ໂຮງໝໍ ພາກສະໜາມ 2 ແຫ່ງ ຢູ່ເມືອງ ຮວ່າວາງ ແລະ ສະໜາມກິລາ ຕຽນເຊີນ ໄດ້ຖືກສ້າງຂຶ້ນ ເພື່ອປິ່ນ ປົວໃຫ້ແກ່ຜູ້ຕິດເຊື້ອ ໂຄວິດ-19.
 


ເສັ້ນທາງຫຼາຍສາຍ ຖືກປິດ. ພາບ: ແທງຮ່ວາ/VNP


ໂຮງໝໍຈຳນວນໜຶ່ງຖືກປິດລ້ອມ. ພາບ: ແທງຮ່ວາ/VNP


ການລາຍງານກ່ຽວກັບສຸຂະພາບ ແມ່ນຈໍາເປັນ ສໍາຫຼັບ ປະຊາຊົນ ທຸກຄົນ. ພາບ: ແທງຮ່ວາ/VNP


ກໍາລັງທະຫານ ພວມຂົນສົ່ງພາຫະນະອຸປະກອນປ້ອງກັນ ເຊື້ອພະຍາດໂຄວິດ-19. ພາບ: ແທງຮ່ວາ/VNP


ກໍາລັງທະຫານ ປະຕິບັດການສີດຢາຂ້າເຊື້ອ ຢູ່ຫຼາຍບ່ອນ ໃນນະຄອນ ດ່າໜັງ. ພາບ: ແທງຮ່ວາ/VNP


ພາຫະນະທີ່ເຂົ້າຮ່ວມໃນການປ້ອງກັນ ແລະ ສະກັດກັ້ນ ເຊື້ອພະຍາດ ໂຄວິດ-19 ໄດ້ສີດຢາຂ້າເຊື້ອ ເປັນປະຈໍາ. ພາບ: ແທງຮ່ວາ/VNP


ການວິເຄາະ ໄດ້ປະຕິບັດໃຫ້ແກ່ທຸກຄົນ. ພາບ: ແທງຮ່ວາ/VNP


ຕົວຢ່າງວິເຄາະໄດ້ຮັບການຄຸ້ມຄອງຢ່າງເຄັ່ງຄັດ. ພາບ: ແທງຮ່ວາ/VNP


ໂຮງໝໍ ພາກສະໜາມ ຢູ່ ສະໜາມກິລາ ຕຽນເຊີນ ໄດ້ຖືກ ສ້າງຂຶ້ນ ເພື່ອປິ່ນປົວໃຫ້ແກ່ຜູ້ຕິດເຊື້ອພະຍາດ ໂຄວິດ-19. ພາບ: ແທງຮ່ວາ/VNP


ເຄື່ອງວິເຄາະທັນສະໄໝ ໄດ້ນຳໃຊ້ທີ່ໂຮງໝໍພາກສະໜາມ ຕຽນເຊີນ. ພາບ: ແທງຮ່ວາ/VNP


ນັກຊ່ຽວຊານດ້ານການສຸກເສີນ ມາຈາກໂຮງໝໍ ແບກມາຍ-ຮ່າໂນ້ຍ ພວມແນະນຳວິທີການດູແລຄົນເຈັບທີ່ໂຮງໝໍພາກສະໜາມ ຕຽນເຊີນ. ພາບ: ແທງຮ່ວາ/VNP


ກໍາລັງທາງການແພດ ນະຄອນ ດ່າໜັງ ພ້ອມແລ້ວໃຫ້ການ ຊ່ວຍເຫຼືອ ປະຊາຊົນ 
ຢູ່ເຂດແຍກອອກຫ່າງ ໃນການປິ່ນປົວ ເມື່ອມີຄວາມຕ້ອງການ. ພາບ: ແທງຮ່ວາ/VNP


ການບັນຊາວຽກງານທີ່ໂຮງໝໍພາກສະໜາມ ຕຽນເຊີນ ໄດ້ປະຕິບັດຢ່າງໄວວາ ແລະ ຊັດເຈນ ຜ່ານເຄື່ອງໂທລະເລກ. ພາບ: ແທງຮ່ວາ/VNP


ເລີ່ມຮັບມືກັບໂລກລະບາດ. ພາບ: ແທງຮ່ວາ/VNP


ບັນດາທ່ານໝໍ ສືບຕໍ່ຕິດຕາມ ສຸຂະພາບ ຂອງ ຄົນເຈັບ. ພາບ: ແທງຮ່ວາ/VNP


ຄວາມດີໃຈຂອງບັນດາທ່ານໝໍ່ຢູ່ໂຮງໝໍ C ດ່າໜັງ ໃນເວລາໄດ້ຮັບການຍົກເລີກຄຳສັ່ງປິດລ້ອມ ພາຍຫຼັງ 15 ວັນ. ພາບ: ແທງຮ່ວາ/VNP


ລັດຖະບານ, ກະຊວງສາທາລະນະສຸກ ໄດ້ສົ່ງຄະນະຜູ້ຊ່ຽວຊານ ການແພດດີທີ່ສຸດຫຼາຍຄະນະ, ພ້ອມກັບພາຫະນະອຸປະກອນ ການແພດ ທ່ີທັນສະໄໝ ໄປຊ່ວຍເຫຼືອນະຄອນ ດ່າໜັງ ຢ່າງຮີບ ດ່ວນ. ພ້ອມກັນນັ້ນ, ນະຄອນ ຮາຍຟ່ອງ, ບິ່ງດິ້ງ, ເຫວ້ ແລະ ເງ້ະ ອານ ກໍ່ສົ່ງທິມແພດ ໄປຊ່ວຍ ດ່າໜັງ ໃນການປ້ອງກັນ, ສະກັດ ກັ້ນການລະບາດ ໂຄວິດ-19. ປະຊາຊົນ ໃນທົ່ວປະເທດຕ່າງ ກໍ່ ຫັນໜ້າສູ່ ດ່າໜັງ ດ້ວຍການບໍລິຈາກເງິນ ແລະ ພາຫະນະອຸປະ ກອນ ທີ່ຈຳເປັນເຊັ່ນ: ສະບຽງອາຫານ, ຜ້າອັດປາກ, ເຄື່ອງມືປ້ອງ ກັນ ແລະ ສະກັດກັ້ນໂຄວິດ-19 ອີກດ້ວຍ.  

ເປັນເວລາເກືອບໜຶ່ງເດືອນ ຜ່ານມາ, ດ່າໜັງ ໄດ້ຕໍ່ສູ້ກັບການລະ ບາດ ຈົນສຸດຄວາມສາມາດ, ແຂ່ງກັບເວລາ ໃນການໃຊ້ມາດຕະ ການຕ່າງໆ ຢ່າງເຄັ່ງຄັດ ເພື່ອປ້ອງກັນ ແລະ ສະກັດກັ້ນການ ແຜ່ ລະບາດຂອງ ໂຄວິດ-19, ໃນນັ້ນຖືການວິເຄາະ ຊອກຫາກໍລະນີ ສົງໄສຕິດເຊື້ອ ໂຄວິດ-19 ແລະ ແບ່ງເຂດເພື່ອກຳຈັດ ການລະ ບາດ ຖືເປັນໜ້າທີ່ສຳຄັນສຸດ. ທ່ານ ຮວິ່ນດຶກເທີ, ປະທານຄະນະ ກຳມະການ ປະຊາຊົນ ນະຄອນ ດ່າໜັງ ໄດ້ຮຽກຮ້ອງວ່າ: “ພວກ ເຮົາຕ້ອງ ເຮັດໄວກວ່າ ການລະບາດ. ການວິເຄາະຍິ່ງໄວ, ໃຫ້ຜົນ ຍິ່ງໄວ ຈະກັ້ນໄດ້ການລະບາດ ໃນຊຸມຊົນໂດຍໄວ. ພະຍາຍາມ ທຳການວິເຄາະໃຫ້ໄດ້ 20.000 ຕົວແບບ/ມື້ ແລະ ເປີດກວ້າງ ການວິເຄາະ ໃນຊຸມຊົນ”. 

ຕາມຕາຕະລາງກ່ຽວກັບສະພາບການແຜ່ລະບາດ ໂຄວິດ-19 ຢູ່ ດ່າໜັງ ໂດຍພະແນກສາທາລະນະສຸກ ດ່າໜັງ ປະກາດ ຈະເຫັນ ໄດ້ວ່າ ວັນທີ 31 ກໍລະ ກົດ ແລະ ວັນທີ 5 ສິງຫາ ແມ່ນ 2 ວັນ ທ່ີມີ ຜູ້ຕິດເຊື້ອໂຄວິດ-19 ເປັນຈຳນວນຫຼາຍກວ່າໝູ່, 45 ແລະ 34 ກໍ ລະນີ, ໃນວັນຕໍ່ມາ, ກໍລະນີ ຕິດເຊື້ອ ໂຄວິດ-19 ໄດ້ຫຼຸດລົງ.  ທັງ ນີ້ແມ່ນຍ້ອນໄດ້ນຳໃຊ້ບັນດາວິທີການແກ້ໄຂຢ່າງທັນການ ແລະ ເຄັ່ງຄັດ, ສະນັ້ນສະພາບການແຜ່ລະບາດ ໂຄວິດ-19 ຢູ່ ດ່າໜັງ ເຖິງປັດຈຸບັນ ໄດ້ຮັບການຄວບຄຸມ ໂດຍພື້ນຖານ, ກໍລະນີຕິດເຊື້ອ ໂຄວິດ-19 ຫຼຸດລົງ, ນັ້ນແມ່ນຂີດໝາຍສຳຄັນ ໃນການຕໍ່ສູ້ກັບ ການລະບາດໂຄວິດ-19 ຊຶ່ງນັບມື້ມີການຜັນແປ ຢ່າງສັບສົນ. 

ນັບແຕ່ວັນທີ 25/7-17/8, ດ່າໜັງ ກວດພົບຜູ້ຕິດເຊື້ອ ໂຄວິດ-19  344 ກໍລະນີ, 44 ກໍລະນີໄດ້ປິ່ນປົວຫາຍດີ, 20 ກໍລະນີ ເສຍຊີວິດ ແລະ 280 ກໍລະນີ ກໍາລັງໄດ້ຮັບການປິ່ນປົວ. ກ່ຽວກັບ ຄວບຄຸມ ກວດກາ ແລະ ກັກກັນ, ກຳນົດໄດ້ 10.778 ກໍລະນີ ເປັນ F1, ໃນ ນັ້ນ 1.057 ກໍລະນີ ໄດ້ກັກກັນ ຢູ່ບັນດາພື້ນຖານ ສາທາລະນະສຸກ, 3.738 ກໍລະນີ ໄດ້ກັກກັນ ຢູ່ເຂດແຍກຫ່າງຢູ່ສູນ; 11 ກໍລະ ນີ ໄດ້ກັກກັນຊົ່ວຄາວ ຢູ່ເຮືອນ. ໄດ້ທຳການກວດຫາ ເຊື້ອ ໄວ ຣັດ SARS-CoV-2 ໃຫ້ແກ່ 125.693 ກໍລະນີ, ໃນນັ້ນ 125.357 ກໍ ລະນີ ບໍ່ພົບເຊື້ອ ໄວຣັດ SARS-CoV-2, 344 ກໍລະນີ ຕິດເຊື້ອ ໄວຣັດ SARS-CoV-2.
(ຄັດຈາກແຫຼ່ງ: ກະຊວງສາທາລະນະສຸກ ແລະ ພະແນກສາທາລະ ນະສຸກ ດ່າໜັງ)

ບົດ ແລະ ພາບ: ແທງຮ່ວາ

ຮູບຫຼໍ່ ເທິງ ກື໊ວດີ໊ງ ເຫ້ວ ຖືກຮັບຮອງວ່າ ເປັນມໍລະດົກ ເອກະສານໂລກ

ຮູບຫຼໍ່ ເທິງ ກື໊ວດີ໊ງ ເຫ້ວ ຖືກຮັບຮອງວ່າ ເປັນມໍລະດົກ ເອກະສານໂລກ

ເມື່ອເວລາ 13ໂມງ 9 ນາທີ, ວັນທີ 8 ພຶດສະພາ (ຕາມເວລາທ້ອງ ຖິ່ນ), ຢູ່ນະຄອນຫຼວງ Ulaanbaatar, ປະເທດ ມົງໂກລີ, ເອກະ ສານ “ຮູູບຫຼໍ່ເທິງ ດີ໊ງ ທອງ 9 ໜ່ວຍຢູ່ພະລາຊະວັງ ເຫວ້” (162 ຮູບຫຼໍ່ເທິງ ກື໊ວດີ໊ງ ເຫວ້ 9 ໜ່ວຍ - ນັກຂ່າວ) ຂອງ ຫວຽດນາມ ໄດ້ຖືກຮັບຮອງເອົາ ແລະ ໄດ້ກາຍເປັນ ມໍລະດົກເອກະສານ ຂອງໂຄງການ ຄວາມຊົງຈຳໂລກ ພາກພື້ນອາຊີ-ປາຊີຟິກ ຂອງ UNESCO ຢ່າງເປັນທາງການ.

Top