• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຸດຍອດ CLMV ຄັ້ງທີ 12 ເປັນບາດກ້າວສຳຄັນ ປະກອບສ່ວນເຂົ້າໃນວິໄສທັດປະຊາຄົມ ອາຊຽນ 2045

ທີ່ກອງປະຊຸມ, ບັນດາການນຳໄດ້ຮັບຮູ້ຜົນສຳເລັດຂອງແຕ່ລະປະເທດ ກໍ່ຄືຂອງທັງກຸ່ມ CLMV, ພ້ອມທັງທົບທວນຄືນສິ່ງທ້າທາຍ ແລະ ປຶກສາຫາລືຍຸດທະສາດເພື່ອຮັບມືໃນອະນາຄົດ.
ທ່ານ Kao Kim Hourn, ເລຂາທິການໃຫຍ່ ອາຊຽນ (ພາບ: VNA)

ຕອນບ່າຍວັນ​ທີ 28 ພະຈິກ, ຢູ່ ຮ່າໂນ້ຍ, ໂດຍ​ຕອບສຳພາດ​ຕໍ່​ສື່​ມວນ​ຊົນ​ພາຍ​ຫຼັງກອງປະຊຸມສຸດຍອດການຮ່ວມມື ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ ຄັ້ງທີ 12 (CLMV 12) ສິ້​ນ​ສຸດ​ລົງ, ທ່ານ Kao Kim Hourn, ເລຂາທິການໃຫຍ່ ອາຊຽນ ຕີ​ລາ​ຄາ​ວ່າ ນີ້​ແມ່ນເຫດການພິເສດ, ມີຄວາມສຳຄັນຕໍ່ຫຼາຍປະເທດ​ຢູ່ພາກພື້ນ ອາຊີຕາເວັນ​ອອກ​ສ່ຽງໃຕ້.

ທ່ານເລຂາທິການໃຫຍ່ອາຊຽນ ​ໃຫ້​ຮູ້ວ່າ ​ທີ່ກອງປະຊຸມ, ​ບັນ​ດາການນຳໄດ້ຮັບຮູ້​ຜົນ​ສຳ​ເລັດ​ຂອງແຕ່ລະປະເທດ ກໍ່​ຄື​ຂອງ​ທັງກຸ່ມ CLMV, ພ້ອມທັງທົບທວນຄືນສິ່ງທ້າທາຍ ແລະ ປຶກສາຫາລືຍຸດທະສາດ​ເພື່ອ​ຮັບ​ມື​ໃນອະນາຄົດ. ​ໂດຍ​ເນັ້ນ​ໜັ​ກ​ເຖິງບັນ​ດາຄວາມພະຍາຍາມ​ດັ່ງ​ກ່າວແມ່ນປັດ​ໄຈຂອງການກໍ່ສ້າງທີ່ສຳ​ຄັນ​ໃຫ້​ແກ່ປະຊາຄົມ ອາຊຽນ, ທ່ານເລຂາທິການໃຫຍ່ Kao Kim Hourn ຖືວ່າ ການຮ່ວມມື CLMV ປະກອບສ່ວນໂດຍກົງ​ເຂົ້າ​ໃນວິໄສທັດປະຊາຄົມອາຊຽນ 2045 ​ກໍ່​ຄື​ບັນ​ດາແຜນແມ່ບົດ​ຂອງ ອາຊຽນ. ທ່ານຢືນຢັນວ່າ ຫວຽດນາມ ໄດ້ສະ​ແດງ​ໃຫ້​ເຫັນບົດບາດ​ແກ່ນ​ສານໃນການ​ຊຸກ​ຍູ້​ນ້ຳ​ໃຈມິດຕະພາບ ແລະ ການຮ່ວມມື​ລະ​ຫວ່າງ​ບັນດາປະເທດ CLMV.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ເລມິງຮຶງ: ຫັນທ່າແຮງຂອງແຕ່ລະປະເທດໃຫ້ກາຍເປັນກຳລັງແຮງລວມຂອງພາກພື້ນ CLMV

ທ່ານນາຍົກລັດຖະມົນຕີ ເລມິງຮຶງ: ຫັນທ່າແຮງຂອງແຕ່ລະປະເທດໃຫ້ກາຍເປັນກຳລັງແຮງລວມຂອງພາກພື້ນ CLMV

ການຮ່ວມມືລະຫວ່າງ 4 ປະເທດໄດ້ປະກອບສ່ວນສຳຄັນເຂົ້າໃນການຫຼຸດຊ່ອງຫວ່າງຂອງການພັດທະນາ, ຊຸກຍູ້ການເຊື່ອມໂຍງເສດຖະກິດ ແລະ ຢືນຢັນບົດບາດເປັນຂົ້ວເຕີບໂຕທີ່ຂະຫຍັນຂັນເຄື່ອນເປັນເທື່ອລະກ້າວ.

Top