• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

TATA ແມ່ນຫນຶ່ງໃນບັນດາກຸ່ມບໍລິສັດອິນເດຍມີເງິນລົງທຶນໃຫຍ່ສຸດຢູ່ຫວຽດນາມ


ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ​ຕ້ອນ​ຮັບ​ທ່ານ Indronil Sengupta,
ຜູ້​ອຳ​ນວຍ​ການ​ໃຫຍ່​ກຸ່ມ​ບໍ​ລິ​ສັດ TATA
ພາບ:TTXVN
 
      ຕອນ​ບ່າຍ​ວັນ​ທີ 12/1 ຢູ່ ຮ່​າ​ໂນ້ຍ, ເມື່ອ​ຕ້ອນ​ຮັບ​ທ່ານ Indronil Sengupta, ຜູ້​ອຳ​ນວຍ​ການ​ໃຫຍ່​ກຸ່ມ​ບໍ​ລິ​ສັດ TATA ປະ​ເທດ ອິນ​ເດຍ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຕີ​ລາ​ຄາ​ສູງ ເລື່ອງ​ທ່ານ Indronil Sengupta ໄດ້​ມີ​ການ​ປະ​ກອບ​ສ່ວນ​ຫລາຍ​ຢ່າງ​ເຮັດ​ໃຫ້ TATA ກາຍ​ເປັນ​ຫນຶ່ງ​ໃນ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ອິນ​ເດຍ ມີ​ເງິນ​ລົງ​ທຶນ​ຫລາຍ​ສຸດ​ຢູ່ ຫວຽດ​ນາມ. ທ່ານ​ປະ​ທານ​ປະ​ເທດ ສະ​ເຫ​ນີ ກຸ່ມ​ບໍ​ລິ​ສັດ TATA ກໍ​ຄື​ທ່ານ Indronil Sengupta ຍາດ​ແຍ່ງ​ບັນ​ດາ​ກາ​ລະ​ໂອ​ກາດ​ຈະ​ມາ​ເຖິງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປະ​ກອບ​ສ່ວນ​ເຮັດ​ໃຫ້ ອິນ​ເດຍ ກາຍ​ເປັນ​ຫນຶ່ງ​ໃນ​ບັນ​ດາ​ນັກ​ລົງ​ທຶນ​ແຖວ​ຫນ້າ​ຢູ່​ຫວຽດ​ນາມ. ທ່ານ​ປະ​ທານ​ປະ​ເທດ​ ຊົມ​ເຊີຍ​ກຸ່ມ​ບໍ​ລິ​ສັດ TATA ໄດ້​ເປີດກວ້າງ​ບັນ​ດາ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ ແລະ ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ໂຮງ​ງານ​ໄຟ​ຟ້າ​ໃຊ້​ພະ​ລັງ​ຄວາມ​ຮ້ອນ ລອງ​ຟູ 2 ຢູ່​ແຂວງ ຊອກ​ຈັງ ຈະ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ປະ​ເທດ, ເປີດ​ຊ່ອງ​ທາງ​ໃຫ້​ແກ່​ຫລາຍ​ໂຄງ​ການ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ, ກຸ່ມ​ບໍ​ລິ​ສັດ​ໃຫຍ່​ຂອງ​ອິນ​ເດຍ ຢູ່​ຫວຽດ​ນາມ. ສ່ວນ​ທ່ານ Indronil Sengupta ໃຫ້​ຮູ້​ວ່າ: ກຸ່ມ​ບໍ​ລິ​ສັດ​ຈະ​ລົງ​ທຶນ​ເຂົ້າ​ບັນ​ດາ​ໂຄງ​ການ​ພະ​ລັງ​ງານ​ໃຫມ່, ສ້າງ​ແຜນ​ການ​ລົງ​ທຶນ​ໂຮງ​ງານ​ປຸງ​ແຕ່ງ​ກາ​ເຟ ຢູ່ ບີງ​ເຢືອງ, ຜັນ​ຂະ​ຫຍາຍ​ລະ​ບົບ​ສະ​ຫນອງ​ກົນ​ຈັກ​ກະ​ສິ​ກຳ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ. 
(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top