• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

SPIEF 2019 - ຫວຽດນາມໄດ້ຮັບການຕີລາຄາສູງໃນກອງປະຊຸມສົນທະນາດຳເນີນທຸລະກິດ EAEU-ອາຊຽນ

      ໃນຂອບເຂດເວທີປາໄສເສດຖະກິດສາກົນ ແຊງເປແຕັກປົວ - 2019, ວັນທີ 8 ມີຖຸນາ, ຢູ່ມົດສະກູ ໄດ້ດຳເນີນກອງປະຊຸມສົນທະນາດຳເນີນທຸລະກິດສະຫະພັນເສດຖະກິດອາຊີ-ເອີລົບ EAEU-ອາຊຽນ ຊຶ່ງມີການເຂົ້າຮ່ວມຂອງຜູ້ຕ່າງໜ້າກະຊວງ, ຂະແໜງການບັນດາປະເທດທີ່ຂຶ້ນ 2 ກຸ່ມດັ່ງກ່າວ. ຜູ້ຕາງໜ້າຄະນະຜູ້ແທນຫວຽດນາມ ທ່ານ ຮ່ວາງກ໋ວກເວື້ອງ, ຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສທີ່ວາລະປຶກສາຫາລື

ກອງປະຊຸມສົນທະນາທຸລະກິດສະຫະພັນເສດຖະກິດອາຊີ-ເອີລົບ        
      ທ່ານ ຮ່ວາງກ໋ວກເວື້ອງ, ຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ໄດ້ແນະນຳໂດຍສັງເຂບກ່ຽວກັບປະຫວັດຄວາມເປັນມາ ແລະ ການພັດທະນາຂອງປະຊາຄົມອາຊຽນ, ບົດບາດຂອງຫວຽດນາມໃນປະຊາຄົມອາຊຽນ, ກ່ຽວກັບສາຍພົວພັນລະຫວ່າງຫວຽດນາມ ແລະ EAEU ເວົ້າສະເພາະ ແລະ ອາຊຽນ ກັບ EAEU ເວົ້າລວມ.
    ຫວຽດນາມ ແລະ ລັດເຊຍແມ່ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ຊ່ວຍໜູນຊຶ່ງກັນ ແລະ ກັນ ໃນຂະບວນວິວັດເຊື່ອມໂຍງເສດຖະກິດສາກົນ, ຍົກສູງທີ່ຕັ້ງບົດບາດໃນບັນດາເວທີປາໄສຫຼາຍຝ່າຍ ແລະ ພາກພື້ນ.
    ໂດຍແມ່ນປະເທດສະມາຊິກທີ່ຕັ້ງໜ້າຂອງອາຊຽນ, ພ້ອມທັງແມ່ນປະເທດທຳອິດທີ່ໄດ້ລົງນາມໃນ FTA ກັບ EAEU, ຫວຽດນາມຈະສືບຕໍ່ມານະພະຍາຍາມເປັນຂົວເຊື່ອມຕໍ່ເພື່ອໃຫ້ລັດເຊຍ ແລະ EAEU ເປີດກ້ວາງການພົວພັນ, ພັດທະນາຕະຫຼາດຢູ່ອາຊຽນ. ໂດຍຜ່ານຫວຽດນາມ, EAEU ແລະ ບັນດາປະເທດສະມາຊິກ ຈະມີໂອກາດຊຸກຍູ້ບັນດາການເຄື່ອນໄຫວດ້ານການຄ້າ ແລະ ການລົງທຶນໃນບັນດາຂົງເຂດອຸດສາຫະກຳ, ພະລັງງານໃນ ປະຊາຄົມອາຊຽນ.
     ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມສົນທະນາ ໄດ້ຕີລາຄາສູງທີ່ຕັ້ງບົດບາດຂອງຫວຽດນາມໃນພາກພື້ນ, ເປັນຕົ້ນແມ່ນບົດບາດນຳໜ້າໃນການຊຸກຍູ້ການເຊື່ອມໂຍງລະຫວ່າງ ອາຊຽນ- EAEU.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top