• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Petrovietnam ເປັນເຈົ້າການ ທົບທວນຄືນ ບັນດາຂໍ້ຄົງຄ້າງ ກ່ຽວກັບ ຂໍ້ກຳນົດທາງດ້ານກົດໝາຍ

      ກຸ່ມບໍລິສັດ ນໍ້າມັນອາຍແກັສ ຫວຽດນາມ (Petrovietnam) ໄດ້ ແລະ ກຳລັງເປັນເຈົ້າການ ທົບທວນຄືນ ບັນດາຂໍ້ຄົງຄ້າງ ກ່ຽວກັບ ຂໍ້ກຳນົດ ທາງດ້ານກົດໝາຍ ທີ່ສົ່ງຜົນກະທົບ ຕໍ່ທຸກດ້ານ ໃນການ ເຄື່ອນໄຫວ ຂອງກຸ່ມ ເພື່ອສະເໜີ ແລະ ແນະນໍາວິທີແກ້ໄຂ ຢ່າງ ທັນການ.
      ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ລະບຸໄວ້ ຢ່າງຈະແຈ້ງວ່າ ການປ່ຽນໃໝ່ ແລະ ເຮັດໃຫ້ກົດບັນຍັດ ສົມບູນແບບ ແມ່ນໜຶ່ງ ໃນສາມຂອດບຸກທະລຸ ຍຸດທະສາດ ໃນອາຍຸການນີ້. ໃນແຜນດຳເນີນງານ ຂອງ ລັດຖະບານ ເພື່ອ ປະຕິບັດ ມະຕິ ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງ ພັກ, ມີເນື້ອໃນໜຶ່ງທີ່ສຳຄັນ ແມ່ນສືບຕໍ່ ເຮັດໃຫ້ສົມບູນ ບົດບັນຍັດ, ກົນໄກ, ນະໂຍບາຍ ເພື່ອພັດທະນາ ເສດຖະ ກິດ-ສັງຄົມ, ຊຸກຍູ້ ການຜະລິດ ດຳເນີນທຸລະກິດ, ຮັບປະກັນ ຄວາມສະຫງົບ ປອດໄພ ທາງສັງຄົມ. ລັດຖະບານ ມຸ້ງໝັ້ນໃນການ ແກ້ໄຂ ຂອດອຸດຕັນ, ຂໍ້ຈຳກັດ ກ່ຽວກັບກົດບັນຍັດ ໃນອາຍຸການນີ້. 
      ໃນຂະບວນວິວັດແຫ່ງການເຄື່ອນໄຫວຕົວຈິງ, ຫຼາຍບັນຫາຂໍ້ຄົງ ຄ້າງທາງດ້ານກົດໝາຍ ໄດ້ສົ່ງຜົນກະທົບ ຕໍ່ປະສິດທິຜົນການ ເຄື່ອນໄຫວ ຂອງ Petrovietnam. ນອກຈາກ ຄວາມມຸ້ງຫວັງ ທີ່ ຈະແກ້ໄຂ ຂໍ້ກົດໝາຍວ່າດ້ວຍ ນໍ້າມັນອາຍແກັສ ທີ່ພວມນຳໃຊ້ ໃນປັດຈຸບັນ ເພື່ອສ້າງແຮງພັກດັນ ພັດທະນາແບບຍືນຍົງ, Petrovietnam ໄດ້ເປັນເຈົ້າການທົບທວນຄືນ ແລະ ປະເມີນ ບັນ ດາຂໍ້ຄົງຄ້າງ ໃນຂໍ້ກໍານົດທາງດ້ານກົດໝາຍ ຕໍ່ທຸກດ້ານ ຂອງ ການເຄື່ອນໄຫວ, ຈາກນັ້ນ ສະເໜີ ແລະ ແນະນໍາວິທີແກ້ໄຂ ທີ່ ສອດຄ່ອງ ເພື່ອໃຫ້ອົງການ ທີ່ມີອຳນາດຕັດສິນ, ພິຈາລະນະ ແລະ ປັບປຸງ. 

ພາບລວມ ການທົບທວນຄືນ ບັນດາຂໍ້ຄົງຄ້າງ ກ່ຽວກັບຂໍ້ກຳນົດ ທາງດ້ານກົດໝາຍ. ພາບ: ຮຸ່ງເກື່ອງ
      ປັດຈຸບັນ, ມີເນື້ອໃນທາງດ້ານກົດໝາຍ ປະມານ 60 ບັນຫາ ທ່ີ ຕ້ອງໄດ້ພິຈາລະນາ ແລະ ສະເໜີ ປັບປຸງ ແກ້ໄຂ, ສ້າງເງື່ອນໄຂ ຮັບປະກັນ ໃຫ້ແກ່ ການພັດທະນາ ຂອງ Petrovietnam ເວົ້າສະ ເພາະ ແລະ ວິສາຫະກິດເວົ້າລວມ ເຊັ່ນ: ບັນດາຂໍ້ກໍານົດ ໃນກົດ ໝາຍວ່າດ້ວຍ ການລົງທຶນພາກລັດ, ກົດໝາຍວ່າດ້ວຍ ການຄຸ້ມ ຄອງທຶນພາກລັດ, ກົດໝາຍວ່າດ້ວຍວິສາຫະກິດ, ກົດໝາຍວ່າ ດ້ວຍການປະມູນ…ໂດຍພື້ນຖານແລ້ວ, ບັນດາຂໍ້ກຳນົດໃນ ເອກະສານວ່າດ້ວຍກົດໝາຍ ໃນປັດຈຸບັນ ຕ້ອງໄດ້ປັບປຸງແກ້ໄຂ ຍ້ອນສາເຫດ ທັບຊ້ອນກັນ ແລະ ຄວາມບໍ່ສອດຄ່ອງ ລະຫວ່າງກົດໝາຍ, ດໍາລັດ.
      ຕົວຢ່າງ: ອີງຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍການປະມູນ, Petrovietnam ຈະປະສົບກັບຄວາມຫຍຸ້ງຍາກ ໃນການຈັດຕັ້ງ ປະຕິບັດ ບັນດາໂຄງການລົງທຶນ, ພິເສດແມ່ນ ໂຄງການຮ່ວມມື ກັບ ບັນດາຄູ່ຮ່ວມງານຕ່າງປະເທດ, ເຮັດໃຫ້ການຜັນຂະຫຍາຍ ໂຄງການຖືກຊັກຊ້າ ແລະ ຫຍຸ້ງຍາກ ເຊິ່ງສາມາດ ພາໄປເຖິງ ຄວາມເສຍຫາຍທາງດ້ານເສດຖະກິດ.
       ນອກຈາກນັ້ນ, ເນື່ອງຈາກຄຸນລັກສະນະ ຂອງຂະແໜງການອຸດ ສາຫະກໍາ ນໍ້າມັນອາຍແກັສ, ບັນຫາ ແລະ ອຸປະສັກຫຼາຍຢ່າງ ທີ່ Petrovietnam ກໍາລັງປະເຊີນໜ້າ ໃນເວລາຈັດຕັ້ງປະຕິບັດ ກິດ ຈະກໍາ ບໍ່ທັນມີການກຳນົດ ໃນກົດໝາຍທີ່ພວມນຳໃຊ້ ຫຼື ບໍ່ໄດ້ ກໍານົດ ຢ່າງຄົບຖ້ວນ ຫຼື ກຳນົດບໍ່ເໝາະສົມ ຊຶ່ງເຮັດໃຫ້ ຄວາມ ຄືບໜ້າ ຂອງ ແຕ່ລະໂຄງການຖືກແກ່ຍາວ, ຊັກຊ້າໃນຕົວຈິງ. 
ຄຽງຄູ່ກັບການທົບທວນຄືນ ອຸປະສັກ ໃນຂໍ້ກຳນົດທາງດ້ານ ກົດ ໝາຍ, Petrovietnam ຍັງໄດ້ປະສານສົມທົບ ກັບ ກະຊວງອຸດ ສາຫະກຳ ແລະ ການຄ້າ ເພື່ອຮຽບຮຽງຮ່າງກົດໝາຍວ່າດ້ວຍ ນໍ້າມັນອາຍແກັສ ສະບັບປັບປຸງ ເພື່ອນຳສະເໜີ ຕໍ່ ສະພາແຫ່ງຊາດ ພິຈາລະນາ ໃນກອງປະຊຸມຄັ້ງຕໍ່ໄປ.
      ໃຫ້ຂໍ້ສັງເກດ ກ່ຽວກັບບັນຫາ ພິຈາລະນາ, ທົບທວນຄືນບັນດາຂໍ້ ຄົງຄ້າງ ກ່ຽວກັບ ຂໍ້ກຳນົດທາງດ້ານກົດໝາຍ, ຜູ້ອຳນວຍການ ໃຫຍ່ບໍລິສັດ Petrovietnam ເລແມ້ງຮຸ່ງ ເນັ້ນໜັກວ່າ ບັນດາຂໍ້ ຄົງຄ້າງນີ້ ພວມສົ່ງຜົນກະທົບໂດຍກົງ ຕໍ່ທຸກຂົງເຂດ ການເຄື່ອນໄຫວ ຂອງ ກຸ່ມບໍລິສັດ ນໍ້າມັນອາຍແກັສ ຫວຽດນາມ ແລະ ບັນດາຫົວໜ່ວຍ ສະມາຊິກ. ໃນສະພາບການປັດຈຸບັນ, ແຫຼ່ງ ນໍ້າມັນອາຍແກັສ ກໍາລັງຫຼຸດລົງ, ເງື່ອນໄຂໃນການດໍາເນີນ ກິດຈະກໍາ ຊອກຫາ, ສຳຫຼວດ, ຂຸດຄົ້ນ ນໍ້າມັນອາຍແກັສ (E&P) ແມ່ນມີ ຄວາມຫຍຸ້ງຍາກຍິ່ງຂຶ້ນ ເມື່ອຕ້ອງດໍາເນີນ ໃນເຂດນ້ຳ ທີ່ໄກຈາກ ຝັ່ງ. ຄຽງຄູ່ກັນນັ້ນ, ບັນດາກົນໄກ, ນະໂຍບາຍ ສໍາລັບ ການເຄື່ອນໄຫວ ຂອງ E&P ກໍຄືການເຄື່ອນໄຫວລົງທຶນ ໂຄງການໃໝ່ ກໍາລັງ ປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງ ທ້າທາຍຫຼາຍປະການ. ບັນດາກົນໄກສົ່ງເສີມການລົງທຶນ, ການຊອກຫາ, ສຳຫຼວດ, ຂຸດຄົ້ນ ນໍ້າມັນ ອາຍແກັສ ຍັງບໍ່ເປັນ ທີ່ດຶງດູດພຽງພໍ ເພື່ອດຶງດູດການລົງທຶນ. ສິ່ງດັ່ງກ່່າວມີຜົນກະທົບ ໂດຍກົງຕໍ່ການເຄື່ອນໄຫວ ໃນຂົງເຂດຫຼັກຂອງກຸ່ມ. ນອກຈາກນັ້ນ, ຖ້າບັນຫາຈັດຕັ້ງ ປະຕິບັດ ໃນຂົງເຂດ ເຄື່ອນໄຫວອື່ນໆ ຂອງກຸ່ມ ບໍ່ໄດ້ຮັບການແກ້ໄຂ ໃຫ້ທັນເວລາ, Petrovietnam ຈະບໍ່ມີເງື່ອນໄຂ ແລະ ພື້ນຖານເພື່ອສືບຕໍ່ ພັດ ທະນາ ຕາມຍຸດທະສາດ ທີ່ໄດ້ວາງອອກ ຈະສົ່ງຜົນ ກະທົບຢ່າງ ໃຫຍ່ຫຼວງ ເຖິງການຮັບປະກັນ ຄວາມໝັ້ນຄົງ ທາງດ້ານເສດຖະ ກິດ ແລະ ພະລັງງານແຫ່ງຊາດ.
      ດ້ວຍຈິດໃຈທີ່ເຂັ້ມແຂງ ພາຍໃຕ້ ການຊີ້ນໍາ ຂອງ ນາຍົກລັດຖະ ມົນຕີ ຟ້າມມິງຈິ໋ງ ກ່ຽວກັບການສຸມໃສ່ ແກ້ໄຂຂໍ້ຄົງຄ້າງ ກ່ຽວກັບ ກົດບັນຍັດ ໃຫ້ແກ່ວິສາຫະກິດ, Petrovietnam ໄດ້ເປັນເຈົ້າການ ທົບທວນຄືນບັນດາຂໍ້ຄົງຄ້າງ, ຈາກນັ້ນສະຫຼຸບ ແລະ ສະເໜີແນະ ວິທີແກ້ໄຂທີ່ເໝາະສົມ. ຄຽງຄູ່ກັບຄວາມປາຖະໜາ ແກ້ໄຂກົດໝາຍວ່າດ້ວຍ ນໍ້າມັນອາຍແກັສ, ການສະໜີ, ແນະນຳວິທີແກ້ໄຂດັດແປງ ລະບຽບກົດໝາຍ ທີ່ບໍ່ເໝາະສົມຈະປະກອບ ສ່ວນ ເຂົ້າໃນການ ບັນເທົາຄວາມຫຍຸ້ງຍາກ ໃນວຽກງານຄຸ້ມຄອງ, ບໍລິຫານ ການຜະລິດດຳເນີນທຸລະກິດຂອງກຸ່ມ, ສ້າງພະລັງແຮງ ແລະ ໂອກາດ ປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ ຂອງ ປະເທດຊາດ ໃນອະນາຄົດ. 
ປະຕິບັດ: ຮຸ່ງເກື່ອງ - ແປໂດຍ: ບິກລຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top