• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Passport ວັກຊິນ: ຂະແໜງທ່ອງທ່ຽວມີຄວາມລະມັດລະວັງໃນການເປີດປະຕູເທື່ອລະກ້າວ

      ຄາດວ່າ, ນັບແຕ່ນີ້ຮອດທ້າຍເດືອນ ເມສາ, ທາງກະຊວງຈະລາຍງານຕໍ່ນາຍົກລັດຖະມົນຕີບັນດາບັນຫາທີ່ກ່ຽວຂ້ອງ.
(ພາບປະກອບ: vovgiaothong.vn)
      ໃນຄວາມມານະພະຍາຍາມມຸ່ງໄປເຖິງ “passport ແດນວັກຊິນ” ເພື່ອກະກຽມການຕ້ອນຮັບນັກທ່ອງທ່ຽວສາກົນໃນເງື່ອນໄຂສຳມະດາ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ພວມຊີ້ນຳກົມໃຫຍ່ທ່ອງທ່ຽວ ເຮັດວຽກກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງ, ສະຫະສະມາຄົມທ່ອງທ່ຽວ, ວິສາຫະກິດ ສ້າງເຄື່ອງມືເພື່ອຄຸ້ມຄອງນັກທ່ອງທ່ຽວ. ຄາດວ່າ, ນັບແຕ່ນີ້ຮອດທ້າຍເດືອນ ເມສາ, ທາງກະຊວງຈະລາຍງານຕໍ່ນາຍົກລັດຖະມົນຕີບັນດາບັນຫາທີ່ກ່ຽວຂ້ອງ. ຕາມນັ້ນແລ້ວ, ກົມໃຫຍ່ທ່ອງທ່ຽວຫວຽດນາມ ພວມຄົ້ນຄວ້າ, ກະກຽມການທົດລອງຄັດເລືອກບາງຜະລິດຕະພັນ, ຕະຫຼາດເທື່ອລະກ້າວເພື່ອນຳໃຊ້ passport ວັກຊິນ, ສ້າງເງື່ອນໄຂຕ້ອນຮັບນັກທ່ອງທ່ຽວ, ພ້ອມທັງຮັບປະກັນຄວາມປອດໄພໃນການປ້ອງກັນ, ສະກັດກັ້ນໂລກລະບາດ. ທ່ານ ຫງວຽນຈຸ໊ງແຄ໊ງ, ຫົວໜ້າຫົມໃຫຍ່ທ່ອງທ່ຽວຫວຽດນາມ, ໃຫ້ຮູ້ວ່າ:
        “ຍາມໃດພວກຂ້າພະເຈົ້າກໍ່ຊັ່ງຊາກ່ຽວກັບໄລຍະການທົດລອງຂອງການເປີດປະຕູຕະຫຼາດສາກົນ, ຍາມໃດກໍ່ໃຫ້ບຸລິມະສິດປັດໄຈຮັບປະກັນຄວາມປອດໄພໃນການປ້ອງກັນ ສະກັດກັ້ນໂລກລະບາດໃຫ້ແກ່ຊຸມຊົນ, ກໍຄືບັນດາຜູ້ເຮັດວຽກງານການບໍລິການທ່ອງທ່ຽວ. ພວກຂ້າພະເຈົ້າມີແຜນນະໂຍບາຍແມ່ນ ທົດລອງ ແລະ ແບ່ງປັນຕາມແຕ່ລະໄລຍະ ແລະ ໃນແຕ່ລະໄລຍະນັ້ນຕ້ອງປະຕິບັດການຮັບປະກັນຄວາມປອດໄພໃນການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຄັ່ງຄັດ ແຕ່ບໍ່ຊ້າກວ່າເມື່ອທຽບໃສ່ບັນດາປະເທດອື່ນໃນການເປີດປະຕູຕະຫຼາດຄືນໃໝ່”.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top