ຂ່າວສານ Passport ວັກຊິນ: ຂະແໜງທ່ອງທ່ຽວມີຄວາມລະມັດລະວັງໃນການເປີດປະຕູເທື່ອລະກ້າວ 16/04/2021 ຄາດວ່າ, ນັບແຕ່ນີ້ຮອດທ້າຍເດືອນ ເມສາ, ທາງກະຊວງຈະລາຍງານຕໍ່ນາຍົກລັດຖະມົນຕີບັນດາບັນຫາທີ່ກ່ຽວຂ້ອງ. (ພາບປະກອບ: vovgiaothong.vn) ໃນຄວາມມານະພະຍາຍາມມຸ່ງໄປເຖິງ “passport ແດນວັກຊິນ” ເພື່ອກະກຽມການຕ້ອນຮັບນັກທ່ອງທ່ຽວສາກົນໃນເງື່ອນໄຂສຳມະດາ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ພວມຊີ້ນຳກົມໃຫຍ່ທ່ອງທ່ຽວ ເຮັດວຽກກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງ, ສະຫະສະມາຄົມທ່ອງທ່ຽວ, ວິສາຫະກິດ ສ້າງເຄື່ອງມືເພື່ອຄຸ້ມຄອງນັກທ່ອງທ່ຽວ. ຄາດວ່າ, ນັບແຕ່ນີ້ຮອດທ້າຍເດືອນ ເມສາ, ທາງກະຊວງຈະລາຍງານຕໍ່ນາຍົກລັດຖະມົນຕີບັນດາບັນຫາທີ່ກ່ຽວຂ້ອງ. ຕາມນັ້ນແລ້ວ, ກົມໃຫຍ່ທ່ອງທ່ຽວຫວຽດນາມ ພວມຄົ້ນຄວ້າ, ກະກຽມການທົດລອງຄັດເລືອກບາງຜະລິດຕະພັນ, ຕະຫຼາດເທື່ອລະກ້າວເພື່ອນຳໃຊ້ passport ວັກຊິນ, ສ້າງເງື່ອນໄຂຕ້ອນຮັບນັກທ່ອງທ່ຽວ, ພ້ອມທັງຮັບປະກັນຄວາມປອດໄພໃນການປ້ອງກັນ, ສະກັດກັ້ນໂລກລະບາດ. ທ່ານ ຫງວຽນຈຸ໊ງແຄ໊ງ, ຫົວໜ້າຫົມໃຫຍ່ທ່ອງທ່ຽວຫວຽດນາມ, ໃຫ້ຮູ້ວ່າ: “ຍາມໃດພວກຂ້າພະເຈົ້າກໍ່ຊັ່ງຊາກ່ຽວກັບໄລຍະການທົດລອງຂອງການເປີດປະຕູຕະຫຼາດສາກົນ, ຍາມໃດກໍ່ໃຫ້ບຸລິມະສິດປັດໄຈຮັບປະກັນຄວາມປອດໄພໃນການປ້ອງກັນ ສະກັດກັ້ນໂລກລະບາດໃຫ້ແກ່ຊຸມຊົນ, ກໍຄືບັນດາຜູ້ເຮັດວຽກງານການບໍລິການທ່ອງທ່ຽວ. ພວກຂ້າພະເຈົ້າມີແຜນນະໂຍບາຍແມ່ນ ທົດລອງ ແລະ ແບ່ງປັນຕາມແຕ່ລະໄລຍະ ແລະ ໃນແຕ່ລະໄລຍະນັ້ນຕ້ອງປະຕິບັດການຮັບປະກັນຄວາມປອດໄພໃນການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຄັ່ງຄັດ ແຕ່ບໍ່ຊ້າກວ່າເມື່ອທຽບໃສ່ບັນດາປະເທດອື່ນໃນການເປີດປະຕູຕະຫຼາດຄືນໃໝ່”. (ແຫຼ່ງຄັດຈາກ VOV)

ຄາດວ່າ, ນັບແຕ່ນີ້ຮອດທ້າຍເດືອນ ເມສາ, ທາງກະຊວງຈະລາຍງານຕໍ່ນາຍົກລັດຖະມົນຕີບັນດາບັນຫາທີ່ກ່ຽວຂ້ອງ. (ພາບປະກອບ: vovgiaothong.vn) ໃນຄວາມມານະພະຍາຍາມມຸ່ງໄປເຖິງ “passport ແດນວັກຊິນ” ເພື່ອກະກຽມການຕ້ອນຮັບນັກທ່ອງທ່ຽວສາກົນໃນເງື່ອນໄຂສຳມະດາ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ພວມຊີ້ນຳກົມໃຫຍ່ທ່ອງທ່ຽວ ເຮັດວຽກກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງ, ສະຫະສະມາຄົມທ່ອງທ່ຽວ, ວິສາຫະກິດ ສ້າງເຄື່ອງມືເພື່ອຄຸ້ມຄອງນັກທ່ອງທ່ຽວ. ຄາດວ່າ, ນັບແຕ່ນີ້ຮອດທ້າຍເດືອນ ເມສາ, ທາງກະຊວງຈະລາຍງານຕໍ່ນາຍົກລັດຖະມົນຕີບັນດາບັນຫາທີ່ກ່ຽວຂ້ອງ. ຕາມນັ້ນແລ້ວ, ກົມໃຫຍ່ທ່ອງທ່ຽວຫວຽດນາມ ພວມຄົ້ນຄວ້າ, ກະກຽມການທົດລອງຄັດເລືອກບາງຜະລິດຕະພັນ, ຕະຫຼາດເທື່ອລະກ້າວເພື່ອນຳໃຊ້ passport ວັກຊິນ, ສ້າງເງື່ອນໄຂຕ້ອນຮັບນັກທ່ອງທ່ຽວ, ພ້ອມທັງຮັບປະກັນຄວາມປອດໄພໃນການປ້ອງກັນ, ສະກັດກັ້ນໂລກລະບາດ. ທ່ານ ຫງວຽນຈຸ໊ງແຄ໊ງ, ຫົວໜ້າຫົມໃຫຍ່ທ່ອງທ່ຽວຫວຽດນາມ, ໃຫ້ຮູ້ວ່າ: “ຍາມໃດພວກຂ້າພະເຈົ້າກໍ່ຊັ່ງຊາກ່ຽວກັບໄລຍະການທົດລອງຂອງການເປີດປະຕູຕະຫຼາດສາກົນ, ຍາມໃດກໍ່ໃຫ້ບຸລິມະສິດປັດໄຈຮັບປະກັນຄວາມປອດໄພໃນການປ້ອງກັນ ສະກັດກັ້ນໂລກລະບາດໃຫ້ແກ່ຊຸມຊົນ, ກໍຄືບັນດາຜູ້ເຮັດວຽກງານການບໍລິການທ່ອງທ່ຽວ. ພວກຂ້າພະເຈົ້າມີແຜນນະໂຍບາຍແມ່ນ ທົດລອງ ແລະ ແບ່ງປັນຕາມແຕ່ລະໄລຍະ ແລະ ໃນແຕ່ລະໄລຍະນັ້ນຕ້ອງປະຕິບັດການຮັບປະກັນຄວາມປອດໄພໃນການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຄັ່ງຄັດ ແຕ່ບໍ່ຊ້າກວ່າເມື່ອທຽບໃສ່ບັນດາປະເທດອື່ນໃນການເປີດປະຕູຕະຫຼາດຄືນໃໝ່”. (ແຫຼ່ງຄັດຈາກ VOV)