• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

Nicolas Cornet-ການເດີນທາງຂ້າມຜ່ານວັດ ຫວຽດ ຫຼາຍຫຼັງ

ນັກຖ່າຍຮູບຄົນ ຝຣັ່ງ Nicolas Cornet ໄດ້ມາຢ້ຽມຢາມ ຫວຽດນາມ ເທື່ອທຳອິດໃນທ້າຍທົດສະວັດ 1980 ແລະ ກວ່າ 30 ປີ ຜ່ານມາລາວມີຄວາມສະໜິດຕິດພັນກັບແຜ່ນດິນແຫ່ງນີ້. ຈາກຄວາມເປັນຫ່ວງວ່າ  ການຜັນແປຂອງການເວລາອາດຈະ ເຮັດໃຫ້ວັດຫຼາຍແຫ່ງທີ່ມີຊື່ສຽງ ຖືກສູນຫາຍໄປ, 3 ປີຜ່ານມາ, ເພິ່ນ ໄດ້ໄປຫາວັດກວ່າ 30 ແຫ່ງຢູ່ ຫວຽດນາມ ເພື່ອປະຕິບັດ ໃຫ້ສຳເລັດປຶ້ມຮູບພາບ: ວັດ ຫວຽດນາມ.  
ຄວາມສະໜິດຕິດພັນກັບວັດທະນະທຳ ຫວຽດ

ນັກຖ່າຍຮູບ Nicolas Cornet ໄດ້ຮູ້ຈັກກັບກ້ອງຖ່າຍຮູບເມື່ອ ອາຍຸຫາແຕ່ 12 ປີ ແລະ ເຖິງ 19 ປີ, ລາວຕັດສິນໃຈ ໄປຮຽນ ກ່ຽວກັບການຖ່າຍຮູບ. ປີ 1987, ທ່ານ Nicolas Cornet ມາ ຫວຽດນາມ ເທື່ອທຳອິດເພື່ອຊ່ວຍໝູ່ຂອງຕົນປະຕິບັດ ປຶ້ມ ຫົວໜຶ່ງກ່ຽວກັບ ຫວຽດນາມ. ຫຼັງຈາກທີ່ມາ ຫວຽດນາມ ຄັ້ງນັ້ນ, ຄວາມຈັບໃຈຂອງວັດທະນະທຳ ແລະ ຄົນ ຫວຽດນາມ ໄດ້ເຮັດ ໃຫ້ນັກຖ່າຍຮູບຄົນນີ້ ກັບມາ ຫວຽດນາມ ອີກຫຼາຍເທື່ອ.
 
ທ່ານ Nicolas Cornet ໃຫ້ຮູ້ວ່າ ຄວາມດຶງດູດໃຈຂອງ ຫວຽດນາມ ເຮັດໃຫ້ລາວຕັດສິນໃຈຍ້າຍມາເຮັດວຽກຢູ່ນະຄອນ ໂຮ່ຈີມິນ ແລະ ກາຍເປັນເຂີຍຂອງປະເທດ ຫວຽດນາມ. 


ນັກຖ່າຍຮູບ Nicolas Cornet ມີຄວາມສະໜິດຕິດພັນກັບ ຫວຽດນາມ ມາເປັນເວລາກວ່າ 30ປີ.


ເດືອນ ມິຖຸນາ 2018, ທ່ານ Nicolas Cornet ໄດ້ຈັດງານວາງ
ສະແດງບັນດາຮູບພາບທີ່ມີໃນປຶ້ມຮູບພາບ  “ວັດ ຫວຽດນາມ” ທີ່ຫໍພິພິດທະພັນວິຈິດສິນ ນະຄອນ ໂຮ່ຈີມິນ.



ທ່ານ Nicolas Cornet ພວມເວົ້າເຖິງການປະຕິບັດ ປຶ້ມ ຮູບພາບກ່ຽວກັບ ວັດ ຫວຽດນາມ ໃນຕະຫຼອດເວລາ 3 ປີ. 


ຜູ້ເຂົ້າຮ່ວມງານວາງສະແດງຈະມີໂອກາດເພື່ອຊອກຮູ້ກ່ຽວກັບ
ວັດທະນະທຳ ວັດວາອາຮາມ ຫວຽດນາມ ຜ່ານບັນດາ ຊຸດສະສົມຮູບພາບຂອງທ່ານ Nicolas Cornet. 



ທ່ານ Nicolas Cornet ລົງລາຍເຊັນເຂົ້າໃນປຶ້ມເພື່ອມອບໃຫ້
ແກ່ຜູ້ອ່ານທີ່ມາເຂົ້າຮ່ວມໃນພິທີອອກຈຳໜ່າຍປຶ້ມຮູບພາບ “ວັດ ຫວຽດນາມ”.

ທ່ານ Nicolas Cornet ໄດ້ເຫັນກັບຕາການປ່ຽນແປງໃນ ທົ່ວທຸກແຫ່ງຫົນຂອງ ຫວຽດນາມ ໂດຍໄວ. ເພິ່ນເວົ້າວ່າ ການຂະຫຍາຍຕົວດ້ານເສດຖະກິດໄດ້ສ້າງສົມໜ້າໃໝ່ແບບ ທັນສະໄໝ, ຂະຫຍັນໃຫ້ແກ່ ຫວຽດນາມ, ທັງຢູ່ຕົວເມືອງກໍ່ຄືຢູ່ ຊົນນະບົດກໍ່ຕາມ. ຄືກັບນັກຖ່າຍຮູບຫຼາຍຄົນຕ່າງໆ, ທ່ານ Nicolas Cornet ເປັນຄົນມັກການ “ເຄື່ອນຍ້າຍ”. ລາວໄປທຸກແຫ່ງຫົນໃນທົ່ວປະເທດ ຫວຽດນາມ ເພື່ອຄົ້ນຫາ, ຊອກຮູ້ ແລະ ບັນທຶກໄວ້ບັນດາຮູບພາບທີ່ສວຍງາມກ່ຽວກັບ ປະເທດຊາດ ແລະ ຜູ້ຄົນ ຫວຽດນາມ. ໝູ່ບ້ານຫຼາຍແຫ່ງ, ປະຫວັດສາດ, ວັດທະນະທຳ ແລະ ຊີວິດການເປັນຢູ່ໃນ ປະຈຳວັນຂອງປະຊາຊົນ ຫວຽດນາມ ເປັນຫົວຂໍ້ທີ່ ເພິ່ນ ມີຄວາມປະທັບໃຈເປັນຢ່າງຍິ່ງ.
 
“ວັດ ຫວຽດນາມ” - ຫົງປຶ້ມຈົ່ງໄວ້ໃຫ້ແກ່ອະນາຄົດ
ເລົ່ມແຕ່ຕົ້ນປີ 2014, ທ່ານ Nicolas Cornet ໄດ້ເອົາໃຈໃສ່ໃນການຖ່າຍຮູບວັດຫຼາຍແຫ່ງທີ່ມີຊື່ສຽງຂອງ ຫວຽດນາມ. ບໍ່ພຽງແຕ່ຖ່າຍຮູບ, ເພິ່ນຍັງຊອກຮູ້ກ່ຽວກັບສະຖາປັດຕະຍະກຳ ແລະ ວັດທະນະທຳທາງໃຈຂອງວັດຫຼາຍແຫ່ງຢູ່ ຫວຽດນາມ ອີກດ້ວຍ. ຈາກຄວາມເປັນຫ່ວງວ່າ  ການຜັນແປຂອງການ ເວລາອາດຈະ ເຮັດໃຫ້ວັດຫຼາຍແຫ່ງທີ່ມີຊື່ສຽງ ຖືກສູນຫາຍໄປ, ທ່ານ Nicolas Cornet ຈຶ່ງຕັດສິນໃຈປະຕິບັດປຶ້ມຮູບພາບ ຫົວໜຶ່ງທີ່ມີຊື່ວ່າ “ວັດ ຫວຽດນາມ” ດ້ວຍຄວາມມຸ່ງຫວັງ ທ່ານຜູ້ອ່ານຈະຮັບຮູ້ໄດ້ວ່າ ວັດວາອາຮາມເປັນສ່ວນໜຶ່ງ ຂອງມໍລະດົກ ວັດທະນະທຳ ແຫ່ງຊາດ. ເພິ່ນໝັ້ນໃຈວ່າ ປຶ້ມຫົວນີ້ ຈະເປັນເອກະສານທີ່ມີຄ່າ ເພື່ອໃຫ້ຄົນຮຸ້ນຫຼັງ ຮູ້ໄດ້ຄວາມຮັ່ງມີຂອງພື້ນຖານວັດທະນະທຳ ຫວຽດນາມ.
 
ເມື່ອເວົ້າເຖິງການປະຕິບັດ ແລະ ສຳເລັດປຶ້ມຮູບພາບ “ວັດ ຫວຽດນາມ”, ທ່ານ Nicolas Cornet ໃຫ້ຮູ້ວ່າ ເພິ່ນ ເສຍເວລາ 3 ປີເພ່ືອປະຕິບັດການປະມວນຮູບພາບກ່ຽວກັບວັດຫຼາຍແຫ່ງ ຂອງ ຫວຽດນາມ ແຕ່ເໜືອຫາໃຕ້, ພາຍໃຕການຊ່ວຍເຫຼືອ ຂອງເພື່ອນຮ່ວມງານ, ໝູ່ເພື່ອນ, ນັກຄົ້ນຄວ້າ, ນັກຂຽນ, ນັກຂ່າວຂອງ ຫວຽດນາມ. ນອກຈາກນັ້ນ ເພິ່ນຍັງຊອກຫາແຫຼ່ງຂໍ້ມູນຂ່າວສານຕ່າງໆ ກ່ຽວກັບວັດຂອງ ຫວຽດນາມ ເພື່ອຂຽນ ຄຳອະທິບາຍຮູບໃນປຶ້ມຂອງຕົນ.
 
ສຳລັບທ່ານ Nicolas Cornet, ຮູບພາບແຕ່ລະແຜ່ນໃນ ປຶ້ມຫົວນີ້ ເປັນສິ່ງທີ່ລະນຶກກັບວັດແຕ່ລະແຫ່ງທີ່ ເພິ່ນ ໄດ້ມາຫາ. ບາງເທື່ອ, ເພິ່ນຕ້ອງຂໍພັກໃນວັດ 2-3 ມື້ ເພື່ອທົດ ລອງຊີວິດການເປັນຢູ່ແບບຕົວຈິງຂອງພຸດທະສາສະນິກະຊົນຄົນໜຶ່ງ ແລະ ເພື່ອໃຫ້ມີຮູບພາບຫຼາຍແຜ່ນມີລັກສະນະພິເສດ ທີ່ສຸດ. 

ບົດປະພັນຈຳນວນໜຶ່ງໃນປຶ້ມຮູບພາບ “ວັດ ຫວຽດນາມ” ຂອງທ່ານ Nicolas Cornet:
























ປຶ້ມຮູບພາບ “ວັດ ຫວຽດນາມ” ຂອງນັກຖ່າຍຮູບ Nicolas Cornet ລວມມີທັງໝົດ 5 ມາດຕາ ເວົ້າເຖິງວັດ 31 ແຫ່ງທີ່ມີຊື່ສຽງຂອງ ຫວຽດນາມ, ໃນນັ້ນ 2 ມາດຕາທຳອິດໄດ້ເວົ້າເຖິງວັດຢູ່ພາກເໜືອ, ມາດຕາທີ 3 ເວົ້າເຖິງວັດຢູ່ ເຫວ້, ໂຮ້ຍອານ ແລະ 2 ມາດຕາສຸດທ້າຍເວົ້າເຖິງວັດຫຼາຍແຫ່ງຢູ່ພາກໃຕ້. ໃນແຕ່ລະມາດຕາ ຈະມີໜ້າໜຶ່ງໄດ້ຈົ່ງໄວ້ເພື່ອເວົ້າເຖິງ ສະຖາບັດຕະຍະກຳຂອງວັດແຕ່ລະແຫ່ງ, ບັນດາລວດລາຍ ຢູ່ເທິງພະພຸດທະຮູບ ແລະ ການເຄື່ອນໄຫວດ້ານສາສະໜາຂອງປະຊາຊົນ ຫວຽດນາມ ທີ່ບັນດາວັດ.

ຮູບພາບຫຼາຍແຜ່ນໃນປຶ້ມຮູບພາບ “ວັດ ຫວຽດນາມ” ທີ່ໄດ້ວາງ ສະແດງຄືຮູບພາບແຜ່ນໜຶ່ງກ່ຽວກັບສາຖະບັດຕະຍະກຳ ວັດວາອາຮາມເກົ່າແກ່, ໃນນັ້ນ ເອົາໃຈໃສ່ເປັນສຳຄັນເຖິງບັນດາພາກສ່ວນດ້ານປານິດສິລະປະຂອງມໍລະດົກແຕ່ລະແຫ່ງ. ທ່ານຜູ້ຊົມອາດສາມາດເຫັນໄດ້ວ່າ ນັກຖ່າຍຮູບ Nicolas Cornet ພັນລະນາເຖິງຊີວິດການເປັນຢູ່ໃນວັດຢ່າງເລິກເຊິ່ງ ແລະ ລະອຽດລະອໍ. ຜ່ານໜ້ານັ້ນ ກໍ່ສະແດງໃຫ້ເຫັນນຳ້ໃຈຂອງເພິ່ນທີ່ມີຕໍ່ ຫວຽດນາມ ໃນຕະຫຼອດເວລາກວ່າ 30ປີ ຜ່ານມາ.
 
ນັກຖ່າຍຮູບ Nicolas Cornet ໃຫ້ຮູ້ວ່າ ເດືອນພະຈິກ 2018, ເພິ່ນຈະຈັດຕັ້ງງານວາງສະແດງກ່ຽວກັບບັນດາຮູບພາບໃນປຶ້ມຫົວໜຶ່ງທີ່ໄດ້ແປເປັນສອງພາສາແມ່ນ ອັງກິດ-ຝຣັ່ງ “ວັດ ຫວຽດນາມ”. ເພິ່ນກໍ່ຢາກພິມຈຳໜ່າຍປຶ້ມຫົວນີ້ ດ້ວຍພາສາຫວຽດ ຢູ່ ຫວຽດນາມ ໃນປີ 2019 ອີກດ້ວຍ.

 
ບົດ: ເງິນຮ່າ, ໂຮ່ງຮ່າ - ພາບ: ທົງຫາຍ, ເອກະສານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top