• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

Mark Rapoport: ວັດຖຸບູຮານ ແຕ່ລະສິ້ນ ລ້ວນແຝງໄວ້ ລວງເລິກ ວັດທະນະທຳ ຂອງ ຊາດ ຫວຽດນາມ

ທ່ານ Mark Rapoport, ນັກສະສົມ ເຄື່ອງບູຮານ ວັດທະນະທຳ ບັນດາຊົນເຜົ່າ ຫວຽດນາມ ມີຊື່ສຽງ ທີສຸດຢູ່ ຮ່າໂນ້ຍ  ໃນປັດຈຸບັນ ໄດ້ໃຫ້ຄຳເຫັນວ່າ ເບື້ອງຫຼັງ ສີສັນ ທີ່ເກົ່າແກ່ ຂອງ ບັນດາວັດຖຸບູ ຮານ ແມ່ນພະລັງ ຊີວິດອັນແຮງກ້າ ຂອງ ຄຸນຄ່າ ແລະ ລວງເລິກ ທາງ ວັດທະນະທຳ ຂອງ ຊົນຊາດ ຫວຽດນາມ. ໂດຍອາໄສການ ສະສົມຂອງເພິ່ນ, ມີເຄື່ອງບູຮານຫຼາຍຢ່າງ ທີ່ເປັນເອກະລັກຂອງ 54 ຊົນເຜົ່າ ຫວຽດນາມ ໄດ້ ແລະ ກຳລັງ ຖືກແນະນຳ ແລະ ວາງ ສະແດງ ຢູ່ບັນດາ ຫໍພິພິທະພັນ ຢູ່ ສ ອາເມລິກາ ແລະ ອີກຫຼາຍ ປະເທດ. 
ເມື່ອປີ 1969, ທ່ານ Mark ມາຫວຽດນາມ ເຮັດວຽກ ເປັນອາສາ ສະໝັກ. ໃນຄາວນັ້ນ ທ່ານ Mark ເປັນທ່ານໝໍ ທັງເປັນ ຜູ້ໄດ້ ເຫັນກັບຕາ ສົງຄາມ ສຸດທີ່ດຸເດືອດ ຂອງ ສ ອາເມລິກາ ຢູ່ຫວຽດນາມ. ໃນ ເວລານັ້ນ, ທ່ານ Mark ເປັນໜຶ່ງ ໃນຈຳນວນທ່ານໝໍ ຊາວ ອາເມລິກາ ບໍ່ພໍເທົ່າໃດຄົນ ອາສາສະໝັກ ເຂົ້າຮ່ວມການ ປິ່ນປົວພະຍາດ ໃຫ້ແກ່ ຊົນເຜົ່າສ່່ວນໜ້ອຍ ຂອງ ຫວຽດນາມ ຢູ່ພາກກາງ. ຈາກນັ້ນ, ທ່ານໝໍ Mark ເໝືອນວ່າ ໄດ້ມີຄວາມຜູກພັນກັບ ວັດທະນະທຳ ມູນເຊື້ອ ບັນດາເຜົ່າ ຫວຽດນາມ ແລະ ໄດ້ເລີ່ມຄົ້ນຄວ້າ, ຈົດກ່າຍ ກໍຄື ສະສົມວັດຖຸບູຮານ ວັດທະນະທຳ ຂອງ ບັນດາຊົນເຜົ່າ ຫວຽດນາມ. 
 

ທ່ານ Mark Rapoport ເປັນຄົນ ອາເມລິກາ, ມາ ຫວຽດນາມ ຄັ້ງ ທຳອິດເມື່ອປີ 1967. ຄັ້ງທີສອງ ໃນປີ 2001, ທ່ານ ແລະ ຄອບຄົວ
ໄດ້ຕັດສິນໃຈ ໃຊ້ຊີວິດ ຢ່າງຍາວນານ ຢູ່ ຫວຽດນາມ. 



ປັດຈຸບັນ, ຫ້ອງວາງສະແດງ ຂອງ ທ່ານ Mark Rapoport ມີວັດ ຖຸບູຮານ ຂອງ ຊົນເຜົ່າສ່ວນໜ້ອຍ ຢູ່ເຂດພູສູງ ພາກເໜືອ ກວ່າ 1000 ສິ້ນ
ແລະ ເຄື່ອງໃຊ້ສອຍ ຂອງ ບັນດາຊົນເຜົ່າ ໄຕງວຽນ ນັບຫຼາຍຮ້ອຍຢ່າງ. 



ມູມໜຶ່ງໃນຫ້ອງວາງສະແດງ ວັດຖຸບູຮານ ຂອງ ທ່ານ Mark Rapoport ທີ່ເຮືອນເລກທີ 33 ຖະໜົນ ຮ່າງບຸ໋ນ, ຮ່າໂນ້ຍ. 


ເປ້ ສານດ້ວຍຫວາຍ ຂອງຊົນເຜົ່າ ເອເດ ເປັນໜຶ່ງ ໃນບັນດາ ວັດຖຸ ທີ່ທ່ານ ມັກທີ່ສຸດ ໃນຊຸດສະສົມຂອງຕົນ. 


ມູມໜຶ່ງ ວາງສະແດງ ບັນດາເຄື່ອງໃຊ້ສອຍໃນຊີວິດປະຈຳວັນ ຂອງ ບັນດາຊົນເຜົ່າເຂດພູດອຍ ຢູ່ທາງທິດເໜືອ ຫວຽດນາມ ຂອງ ທ່ານ Mark Rapoport.


ສຳລັບທ່ານ Mark Rapoport, ວັດຖຸບູຮານ ແຕ່ລະສິ້ນ ລ້ວນແຕ່ ແຝງໄວ້ ລວງເລິກທາງວັດທະນະທຳ ຂອງ ຊົນຊາດນັ້ນ. 

ທ່ານ Mark ໄດ້ເລົ່າສູ່ພວກຂ້າພະເຈົ້າຟັງວ່າ: ເມື່ອປີ 2001, ຄອບ ຄົວ ຂອງ ທ່ານ ຢາກປ່ຽນ ສິ່ງແວດລ້ອມ ໃນການດຳລົງຊີວິດ ແລະ ພ້ອມກັນເລືອກ ນະຄອນຫຼວງ ຮ່າໂນ້ຍ, ຫວຽດນາມ ເປັນຈຸດໝາຍ ປາຍທາງ. ພັນລະຍາ ແລະ ລູກທຸກຄົນຂອງທ່ານ ລ້ວນແຕ່ ຮັກ ມັກ ນະຄອນແຫ່ງນີ້ ເນື່ອງຈາກວ່າ ຜູ້ຄົນ ຮ່າໂນ້ຍ ມີຄວາມໃກ້ຊິດ ສະ ໜິດສະໜົມ ແລະ ຮັກແຂກແພງຄົນ.

ປັດຈຸບັນ, ທ່ານ Mark ສະສົມໄດ້ເຄື່ອງບູຮານ ຂອງ ຊົນເຜົ່າ ສ່ວນ ໜ້ອຍ ຢູ່ເຂດພູສູງທາງທິດເໜືອ ກວ່າ 1000 ສິ້ນ ແລະ ເຄື່ອງ ໃຊ້ ສອຍ ຂອງ ບັນດາຊົນເຜົ່າ ຢູ່ເຂດໄຕງວຽນ ນັບຫຼາຍຮ້ອຍສິ້ນ. ຫ້ອງເຮືອນຂອງທ່ານ ມີເຄື່ອງບູຮານ ຫຼາຍກວ່າ ເຄື່ອງໃຊ້ປະຈຳວັນ. ທ່ານ Mark ໄດ້ຮ່ວມກັບ ບັນດາເພື່ອນຮ່ວມງານ ຄົນ ຫວຽດ ເພື່ອເປີດຫ້ອງວາງສະແດງ ເຄື່ອງບູຮານໃສ່ຊື່ວ່າ “54 traditions” ຢູ່ເຮືອນເລກທີ 33 ຄຸ້ມຖະໜົນ ຮ່າງບຸ໋ນ (ຮ່າໂນ້ຍ).

ປີ 2002, ຫໍພິພິທະພັນ ຊົນຊາດວິທະຍາ ໄດ້ແນະນຳ ງານວາງ ສະ ແດງໜຶ່ງ ກັບວັດຖຸບູຮານ 230 ສິ້ນ ໂດຍ ທ່ານ Mark ເປັນ ຜູ້ສະ ສົມ, ໃນນັ້ນມີວັດຖຸບູຮານ ຫຼາຍຢ່າງ ແມ່ນຂອງ ກຸ່ມຄົນອາ ໄສ ຢູ່ ເຂດພູດອຍ ທາງພາກເໜືອ ແລະ ເຂດໄຕ່ງວຽນ ຫວຽດນາມ.

ທ່ານ Mark ໄດ້ມອບວັດຖຸບູຮານ 200 ສິ້ນ ໃຫ້ແກ່ ຫໍພິພິທະພັນ ຊົນຊາດວິທະຍາ ແລະ ຈັດຕັ້ງງານວາງສະແດງ ກ່ຽວກັບ “ສິລະປະ Shaman ຂອງ ຫວຽດນາມ” ທີ່ ສ ອາເມລິກາ, ຍີ່ປຸ່ນ ແລະ ຫຼາຍ ປະເທດອື່ນໆອີກ.

 
ປັດຈຸບັນ, ຫ້ອງວາງສະແດງນີ້ ເປັນໜຶ່ງດຽວ ຢູ່ ຫວຽດນາມ ລວມ ສູນ ບັນດາບັນດາວັດຖຸບູຮານ, ເຄື່ອງປະດິດສ້າງ ແລະ ສິລະປະ ຂອງ 53 ກຸ່ມຊົນເຜົ່າສ່ວນໜ້ອຍ. ນັ້ນແມ່ນ ບັນດາວັດຖຸສິ່ງ ຂອງ ທີ່ໄດ້ຜະລິດຈາກສີມືຂອງ ຊົນເຜົ່າ ເຖິງວ່າ ຜ່ານການຜັນແປຫຼາຍ ຢ່າງ ຂອງ ປະຫວັດສາດ ແຕ່ຍັງຄົງ ຮັກສາໄວ້ໄດ້ ຄວາມເປັນ ເອກະລັກ ຂອງມັນ. ຈາກແຫຼ່ງຂໍ້ມູນເອກະສານ ທີ່ ເກັບກຳໄດ້, ທ່ານ Mark ໄດ້ຂຽນເປັນ box ຂໍ້ມູນຂ່າວສານ ຢູ່ເບື້ອງຫຼັງຂອງ ເຄື່ອງບູຮານ ເພື່ອຊ່ວຍໃຫ້ ທ່ານຜູ້ຊົມສາມາດເຂົ້າໃຈໄດ້ ຕົ້ນກຳ ເນີດ, ເລື່ອງລາວຕ່າງໆ ຂອງວັດຖຸບູຮານ ໃນຊີວິດ ການເປັນຢູ່ ຂອງ ວົງຄະນາຍາດ ຊົນເຜົ່າ.

ຫໍພິພິທະພັນ 54 traditions ໄດ້ແບ່ງເປັນແຕ່ລະພາກສ່ວນ ຕ່າງ ຫາກເຊັ່ນ: ເຄື່ອງບູຮານ ໄຕງວຽນ, ເຄື່ອງຕໍ່າແຜ່ນ ຕັດຫຍິບ ຊົນ ເຜົ່າ, ມູນເຊື້ອ Shaman, ຫຸ່ນກະບອກນຳ້, ຫ້ອງວາງສະແດງ ວັດຖຸ ບູຮານ ສຳລັບ ການທຳພິທີບູຊາເຊັ່ນໄຫວ້ ຂອງ ໝໍເຢົາ. ນັກ ທ່ອງທ່ຽວ ໃດ ມີຄວາມຕ້ອງການ ຊອກຮູ້ຢ່າງລະອຽດ ກ່ຽວກັບ ປະຫວັດຄວາມເປັນມາ ຂອງ ວັດຖຸບູຮານ, ທາງ ຫໍພິພິທະພັນ ຈະມີ ການອະທິບາຍ ຢ່າງລະອຽດ ແລະ ເຂົ້າໃຈງ່າຍ. ຕົວຢ່າງ: ທ່ານ Mark ເຕົ້າໂຮມໄດ້ຊຸດສະສົມ ຂອງ ໝໍເຢົາ ຢູ່ເຂດ ພູດອຍພາກເໜືອ ກັບ ໂສ້ງເສື້ອ, ເຄື່ອງມື ໃນການທຳພິທີ ຕ່າງໆ, ຮູບພາບ ສຳລັບການບູຊາ... ກວ່າ 200 ຊະນິດ. ເມື່ອເບິ່ງ ຊຸດສະສົມນີ້ ນັກ ທ່ອງທ່ຽວ ຈະໄດ້ ເຂົ້າໃຈ ຍິ່ງຂຶ້ນກ່ຽວກັບ ຄວາມເຊື່ອຖື ຂອງ ບັນດາຊົນເຜົ່າ ເຊັ່ນ: ຢ້າວ, ນຸ່ງ, ມົ້ງ ຢ່າງລະອຽດ, ໜ້າປະທັບໃຈ.

ທ່ານ Mark ອ້າງກັບພວກຂ້າພະເຈົ້າ ບັນດາວັດຖຸບູຮານ ທີ່ທ່ານ ໄດ້ສະສົມ. ໃນຈຳນວນນັ້ນ ມີຊຸດເຄື່ອງນຸ່ງ ຂອງ ໝໍເຢົາ ທີ່ ຕົກສີ ຕາມການເວລາ. ທ່ານ Mark ຕີລາຄາວ່າ ບັນດາ ພິທີໄຫ້ວບູຊາ ຊຶ່ງໄດ້ ຕົກທອດມາເປັນເວລາຫຼາຍຮ້ອຍປີ ຜ່ານຮຸ່ນຄົນ ຕ່າງໆ ເປັນສີສັນແຫ່ງຊາດ ຊຶ່ງບໍ່ອາດ ສັບປົນກັນ ຫຼື ເຮັດໃຫ້ກາຍເປັນ ປະເພດດຽວກັນ ຕໍ່ການຜັນແປປ່ຽນແປງ ຂອງ ປະຫວັດສາດ. ທ່ານ ໄຂຄວາມໃນໃຈອອກມາວ່າ “ວັດຖຸບູຮານ ແຕ່ລະສິ້ນ ຕ່າງ ກໍມີເລື່ອງ ລາວ ຂອງ ມັນເອງ ແລະ ມີ ປັດໄຈການສຶກສາຢູ່ທາງໃນ ຫາກຍິ່ງ ຊອກຮູ້ ຍິ່ງຄົ້ນຄວ້າ ຈະຍິ່ງ ພົບເຫັນສິ່ງທີ່ດຶງດູດຈັບໃຈ”.


ມູມໜຶ່ງ ວາງສະແດງຊຸດສະສົມ ມັງກອນ ຫວຽດນາມ ຂອງ ທ່ານ Mark Rapoport.


ບັນດາເຄື່ອງມື ສຳລັບການສະແດງຫຸ່ນກະບອກ ນຳ້ ທີ່ຈັດວາງສະ ແດງ ຢູ່ຊັ້ນ 2. 


ໜ້າກາກ ເຮັດດ້ວຍໄມ້ ຂອງ ຊາວເຜົ່າ ໄຕງວຽນ ທີ່ ຫ້ອງວາງ ສະ ແດງ ຂອງ ທ່ານ Mark Rapoport. 


ບັນດາເຄື່ອງມືໃນການສະແດງຫຸ່ນກະບອກ ນຳ້ ທີ່ໄດ້ວາງສະແດງ ຢູ່ ຊັ້ນ 2.


ບັນດາເຄື່ອງ ສຳລັບທຳພິທີໄຫວ້ບູຊາ ຂອງ ຄົນຫວຽດ ໃນຊຸດ ສະ ສົມ ທ່ານ Mark Rapoport. 


ທ່ານ Mark Rapoport ເລືອກວິທີການວາງສະແດງ, ແນະນຳ ວັດ ຖຸບູຮານ ແບບມືອາຊີບ, ວັດຖຸບູຮານ ແຕ່ລະສິ້ນ ຕ່າງມີຄຳອະທິ ບາຍ ຢ່າງກະທັດລັດ. 

ທ່ານ Mark ໄດ້ຈັດຕັ້ງ ການພົບປະສັງສັນ ຢ່າງເປັນປະຈຳ ກັບ ຊາວຕ່າງປະເທດ ທີ່ກຳລັງໃຊ້ຊີວິດ ຢູ່ ຫວຽດນາມ ພາຍໃຕ້ຂໍ້: ວັດ ທະນະທຳ ບັນດາຊົນເຜົ່າສ່ວນໜ້ອຍ. ໃຜມັກ ທ່ອງທ່ຽວ ໄປຍັງ ທ້ອງຖິ່ນ ຈະໄດ້ທ່ານ ແລະ ເພື່ອນຮ່ວມງານ ໃຫ້ການປຶກສາ ຂໍ້ມູນ ຂ່າວສານທີ່ລະອຽດ ແລະ ຊ່ວຍໃຫ້ເຂົາເຈົ້າ ໄປເຖິງບ່ອນ ເພື່ອການ ຄົ້ນພົບໃຫ້ແກ່ຕົນເອງ.

ປີ 2018, ທ່ານ Mark ພ້ອມກັບເພື່ອນຮ່ວມງານຂອງຕົນ ທ່ານ Robert, Alison, Jane Hughes ໄດ້ຈຳໜ່າຍປຶ້ມເຫຼັ້ມໜຶ່ງ ພາຍ ໃຕ້ຊື່ເອີ້ນ “101 ຂໍ້ອ້າງທີ່ໜ້າຢູ່ ຮ່າໂນ້ຍ” ເພື່ອແຈກຢາຍ ໃຫ້ນັກ ທ່ອງທ່ຽວສາກົນໂດຍບໍ່ຮຽກຮ້ອງຄ່າຕອບແທນ. ທ່ານ Mark ເຄີຍ ເປັນບັນນາທິການໃຫ້ແກ່ສິ່ງພິມ “ໜຶ່ງປະຕູ ເບິ່ງສູ່ໂລກ” ຂອງ ຫວຽດນາມ.

ທ່ານ Mark ໄດ້ບໍລິຈາກ ແລະ ວາງສະແດງວັດຖຸບູຮານ ນັບ ຫຼາຍ ຮ້ອຍສິ້ນ ຂອງ ຊົນເຜົ່າສ່ວນໜ້ອຍ ຫວຽດນາມ ທີ່ ຫໍພິພິທະພັນ ສິລະປະຫຼາຍແຫ່ງ ເຊັ່ນ: Brooklyn, Minger ຢູ່ California, ປະ ກອບສ່ວນບັນດາວັດຖຸບູຮານ ໃຫ້ແກ່ ບັນດາ ຊຸດສະສົມ ທີ່ມະຫາ ວິທະຍາໄລ Harvard, Boston, Yale ແລະ Brown ກໍຄື ແນະນຳ ທີ່ສູນສິລະປະ ການສະແດງ New Jersey (ສ ອາເມລິກາ). 

ບົດ: ບິກເວີນ - ພາບ: ຫວຽດເກື່ອງ


Top