• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

Lũa Décor

ຕາມທຳມະດາ ໄມ້ຜຸນອນຢູ່ໃນປ່າຈະຖືກປະຖິ້ມ, ແຕ່ພາຍໃຕ້ຝີມືທີ່ຄ່ອງແຄ້ວຂອງຊ່າງໄມ້ຫຼາຍຄົນ ແລະ ຫົວຄິດປະດິດສ້າງຂອງທ່ານນາງ ຫງວຽນແທງຮ່ຽນ, ໄມ້ຜຸ ໄດ້ປະດິດສ້າງເປັນບັນດາຜະລິດຕະພັນສິລະປະ ກຳ ຖືເຄື່ອງໝາຍການຄ້າ Lũa Décor. 
ທ່ານນາງ ຮ່ຽນ ໃຫ້ຮູ້ວ່າ: “ຂ້າພະເຈົ້າຢາກນຳມາຈິດໃຈໃໝ່ຂອງໄມ້ Lũa ຜ່ານບັນດາຜະລິດຕະພັນມີໜຶ່ງບໍ່ມີສອງຂອງຕົນ, ການອອກແບບຈະຖືລົມຫາຍໃຈຂອງສິລະປະການຈັດວາງ, ແບບທັນສະໄໝ ແລະ ມີການປະສານສົມທົບກັບສິລະປະ ຫັດຖະກຳ, ຕົ້ນໄມ້ໃບຫຍ້າ ແລະ ບັນດາວັດຖຸອຸປະກອນຕ່າງໆ. ເພື່ອເຮັດໃຫ້ຫວ່າງເວຫາໃນການເປັນຢູ່ຂອງ ຄອວຄົວເຈົ້າຂອງ ຈະມີພະລັງງານທີ່ດີ, ມີຄວາມຢູ່ເຢັນເປັນສຸກ”.
 
ໄມ້ Lũa ທີ່ໄດ້ນຳໃຊ້ເພື່ອຜະລິດບັນດາຜະລິດຕະພັນຂອງ Lũa Décor ເປັນແກ່ນຂອງຕົ້ນໄມ້ທີ່ຫາຍາກຫຼາຍຊະນິດ, ຕາຍ ແລະ ນອນຢູ່ໃນປ່າມາເປັນເວລາຫຼາຍປີ, ຕ້ອງໃຊ້ເວລາຫຼາຍເພື່ອໄປຊອກຫາ, ຂຸດເອົາ, ເຮັດໃຫ້ສະອາດ ແລະ ຂົນສົ່ງກັບມາບ່ອນຜະລິດຢ່າງລະມັດລະວັງ.
 
ກ່ອນທີ່ຈະປະຕິບັດການຜະລິດ,ໄມ້ Lũa ຈະໄດ້ເອົາໄປທຳການສະອາດໃຫ້ສະອາດ. ທ່ານນາງ ຮ່ຽນ ເປັນຜູ້ອອກແບບ ແລະ ສົ່ງໃຫ້ນາຍຊ່າງ ແຕ່ງຮູບຊົງເທິງຜະລິດຕະພັນ. ການອອກແບບ ແລະ ແຕ່ງຮູບຊົງ ເປັນສອງຂັ້ນຕອນ ໄດ້ຖືວ່າ ແມ່ນຍາກກວ່າໝູ່ ເພາະວ່າ ໄມ້ Lũa ແຕ່ລະທ່ອນ ຈະມີຮູບຊົງແຕກຕ່າງກັນ, ສະນັ້ນ ຕ້ອງໃຊ້ເວລາຫຼາຍໃຫ້ການອອກແບບ ແລະ ແຕ່ງຮູບຊົງ ເພື່ອປະດິດສ້າງເປັນຜະລິດຕະພັນໜຶ່ງທີ່ມີຄວາມປານີດ, ທັງມີຄຸນລັກສະນະດ້ານສິລະປະ, ທັງມີຄຸນລັກສະນະການນຳໃຊ້ສູງອີກດ້ວຍ.


ທ່ານນາງ ຫງວຽນແທງຮ່ຽນ ເປັນຜູ້ເຮັດໃຫ້ ໄມ້ຜຸ ສາມາດກາຍເປັນບັນດາຜະລິດຕະພັນສິລະປະກຳ ຖືເຄື່ອງໝາຍການຄ້າ Lũa Décor. ພາບ: ເອກະສານ


ດ້ວຍຄວາມມຸ່ງຫວັງຢາກນຳມາຈິດໃຈໃໝ່ຂອງໄມ້ Lũa ໃນການດຳລົງຊີວິດ, ທ່ານນາງ ຮ່ຽນ ໄດ້ໃຊ້ເວລາຫຼາຍໃນການ
ຂຶ້ນແຜນເພື່ອສາມາດຜະລິດອອກມາບັນດາ ຜະລິດຕະພັນມີໜຶ່ງບໍ່ມີສອງ. ພາບ: ເອກະສານ



ໄມ້ Lũa ຫຼັງຈາກໄດ້ເອົາໄປທຳການອະນາໄມໃຫ້ສະອາດແລ້ວ ຈະໄດ້ແຕ່ງຮູບຊົງທີ່ເໝາະສົມຕາມການອອກແບບໃນ
ເບື້ອງຕົ້ນ. ພາບ: ເອກະສານ



ໄມ້ Lũa ຫຼັງຈາກທີ່ເອົາມາ ຈະໄດ້ຮັບການກວດກາ, ອອກແບບ ເພື່ອປະດິດສ້າງເປັນບັນດາຜະລິດຕະພັນປະທັບໃຈທີ່ສຸດ. ພາບ: ແຄ໋ງລອງ


ບັນດາຜະລິດຕະພັນທີ່ເຮັດຈາກ ໄມ້ Lũa ຈະໄດ້ທ່ານນາງ ຮ່ຽນ ຕິດຕາມໃນຕະຫຼອດເວລາຂອງການປະຕິບັດ ຈົນເຖິງເວລາກາຍເປັນຜະລິດຕະພັນສຳເລັດຮູບ. ພາບ: ແຄ໋ງລອງ


ຂັ້ນຕອນການທາສີໃຫ້ແກ່ຜະລິດຕະພັນ. ພາບ: ແຄ໋ງລອງ


Lũa Décor ຫັນການຜະລິດເຖິງບັນດາຜະລິດຕະພັນທັງມີຄຸນລັກສະນະດ້ານສິລະປະ, ທັງມີຄຸນລັກສະນະການນຳໃຊ້ສູງອີກດ້ວຍ.


ຈາກໄມ້ຜຸແຕ່ລະທ່ອນ, ທ່ານນາງ ຮ່ຽນ ໄດ້ປະດິດສ້າງເປັນ
ບັນດາຜະລິດຕະພັນທີ່ມີຄວາມປະທັບໃຈຄື: ໂຕະນັ່ງກິນນຳ້ຊາ, ໂຖດອກໄມ້... ພາບ: ເອກະສານ

ທ່ານ ຫງວຽນແມ້ງເກື່ອງ, ຜູ້ຮັບຜິດຊອບການແຕ່ງຮູບຊົງໃຫ້ບັນດາຜະລິດຕະພັນຂອງ Lũa Décor ໃຫ້ຮູ້ວ່າ ບັນດາຜະລິດຕະພັນຂອງ Lũa Décor ບໍ່ພຽງແຕ່ແມ່ນຜະລິດຕະພັນໄມ້ທຳມະດາເທົ່ານັ້ນ, ຫາກຍັງກ່ຽວຂ້ອງເຖິງປັດໄຈດ້ານວັດທະນະທຳອີກດ້ວຍ,  ເພາະສະນັ້ນ ເພິ່ນຕ້ອງໃຊ້ເວລາຫຼາຍໃນການແຕ່ງຮູບຊົງໃຫ້ແກ່ຜະລິດຕະພັນແຕ່ລະຢ່າງ.

ເຖິງປັດຈຸບັນ, ບັນດາຜະລິດຕະພັນຂອງ Lũa Décor ໄດ້ອອກແບບຕາມຫົວຂໍ້ ເຄື່ອງເຟີນີເຈີ ຕົບແຕ່ງພາຍໃນຄອບຄົວຄື: ໂຖດອກໄມ້, ຖ້ວຍ, ໂຄມສີໃຊ້ໃນຫ້ອງນອນ, ໂຕະຕັ່ງ, ໂມງ... ແລະ ຕາມຫົວຂໍ້ຂອງການກິນນຳ້ໍຊາ ຄື: ຖ້ວຍລ້າງເຕົ້ານຳ້ຊາ, ພາໃສ່ເຕົ້າ ແລະ ຈອກ, ກັບໃສ່ຊາ, ຈານໃສ່ຈອກ.
 
ລູກຄ້າຂອງ Lũa Décor ສ່ວນຫຼາຍແມ່ນຜູ້ມີຄວາມຮັກມັກກັບສິລະປະ, ທຳມະຊາດ ແລະ ບັນດາຜະລິດຕະພັນເປັນມິດກັບສິ່ງແວດລ້ອມ... ບັດນາຜະລິດຕະພັນຂອງ Lũa Décor ໄດ້ນຳໃຊ້ຫຼາຍໃນຄອບຄົວ, ຮ້ານຂາຍນຳ້ຊາ ຫຼື ໂຮງແຮມ ແລະ ອື່ນໆ.

ຜະລິດຕະພັນຈຳນວນໜຶ່ງຂອງ Lũa Décor . ພາບ: ເອກະສານ















 
ບົດ: ເງິນຮ່າ - ພາບ: ແຄ໋ງລອງ ແລະ ເອກະສານ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top