• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ASOSAI 14: ຫວຽດນາມ ພັດທະນາແບບຍືນຍົງ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ

      ໂຄງການດຳເນີນງານກ່ຽວກັບການພັດທະນາແບບຍືນຍົງ ຮອດປີ 2030 ຂອງ ສະຫະປະຊາຊາດ ໄດ້ກາຍເປັນຍຸດທະສາດພັດທະນາຂອງທົ່ວໂລກ, ໃນນັ້ນມີຫວຽດນາມ. ໂຄງການດຳເນີນງານ ລວມມີ 17 ຄາດໝາຍ ໂດຍປິ່ນອ້ອມ 03 ເສົາຄ້ຳ ເສດຖະກິດ - ສັງຄົມ - ສິ່ງແວດລ້ອມ, ໃນນັ້ນມີ 04 ຄາດໝາຍກ່ຽວຂ້ອງໂດຍກົງເຖິງສິ່ງແວດລ້ອມ. ລັດຖະບານຫວຽດນາມ ໄດ້ສຸມທຸກແຫຼ່ງກຳລັງທີ່ຈຳເປັນ ເພື່ອປະຕິບັດສຳເລັດບັນດາເປົ້າໝາຍພັດທະນາແບບຍືນຍົງ; ໃນນັ້ນ ໄດ້ສຸມໃສ່ໜ້າທີ່ປົກປັກຮັກສາສິ່ງແວດລ້ອມ. 
 ວັນທີ 10 ພຶດສະພາ 2017, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຊັນປະກາດໃຊ້ແຜນການເຄື່ອນໄຫວແຫ່ງຊາດ ກ່ຽວກັບການປະຕິບັດ ໂຄງການດຳເນີນງານ ຮອດປີ 2030 ເພື່ອການພັດທະນາແບບຍືນຍົງ, ໃນນັ້ນ ໄດ້ຍົກອອກບັນດາເປົ້າໝາຍລະອຽດສຳລັບແຕ່ລະໄລຍະ ແລະ ມອບໝາຍໜ້າທີ່ໃຫ້ແຕ່ລະກະຊວງ, ຂະແໜງການທີ່ກ່ຽວຂ້ອງ ໃນການສົມທົບ, ພ້ອມກັນປະຕິບັດຢ່າງຄົບຊຸດ ເພື່ອຮັບປະກັນຜົນສຳເລັດຂອງໂຄງການດັ່ງກ່າວ. ໝາກຜົນໄດ້ສະແດງໃຫ້ເຫັນວ່າ, ລະດັບຄວາມໄວໃນການເຕີບໂຕສູງ, ຄວາມດຸ່ນດ່ຽງຂອງພື້ນຖານເສດຖະກິດໄດ້ຮັບການຮັກສາ, ການຂາດດຸ່ນງົບປະມານ ແລະ ໜີ້ສິນແຫ່ງຊາດໄດ້ຮັບການຄຸ້ມຄອງໃນລະດັບຄວາມປອດໄພ, ແກ້ໄຂບັນດາບັນຫາສັງຄົມ, ພັດທະນາເສດຖະກິດ-ສັງຄົມເທື່ອລະກ້າວຢ່າງສຳເລັດຜົນ, ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ສົມທົບບັນດາເປົ້າໝາຍພັດທະນາແບບຍືນຍົງ ກັບຍຸດທະສາດ, ການວາງແຜນຜັງ, ແຜນການ ແລະ ໂຄງການພັດທະນາເສດຖະກິດ-ສັງຄົມເວົ້າລວມ ແລະຂອງບັນດາຂະແໜງການເວົ້າສະເພາະ. ສຳລັບອົງການກວດສອບແຫ່ງລັດຫວຽດນາມ, ຜ່ານການເຄື່ອນໄຫວການກວດສອບສິ່ງແວດລ້ອມ, ໄດ້ປະຕິບັດບົດບາດການຕີລາຄາ, ການຕິດຕາມກວດກາ, ພົບເຫັນບັນດາຄວາມເຄັ່ງຮ້ອນ, ຂໍ້ຈຳກັດ ຢ່າງທັນການ ແລະຍົກອອກບັນດາຂໍ້ສະເໜີແນະ, ມາດຕະການແກ້ໄຂ ເພື່ອແນໃສ່ດັບປັບ, ຮັບປະກັນລະບຽບວິໄນ, ຄວາມໂປ່ງໃສ, ຍົກສູງລັກສະນະເສດຖະກິດ, ຜົນສັກສິດ ແລະ ປະສິດທິຜົນ ໃນວຽກງານການຄຸ້ມຄອງການນຳໃຊ້ຊັບພະຍາກອນສິ່ງແວດລ້ອມ, ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບປະກັນການພັດທະນາແບບຍືນຍົງ.ທ່ານ ຫງວຽນກວາງແທ່ງ, ຮອງຫົວໜ້າອົງການກວດສອບແຫ່ງລັດຫວຽດນາມ, ໃຫ້ຮູ້ວ່າ:
        ນັບແຕ່ປີ 1994 ມາຮອດປັດຈຸບັນ, ອົງການກວດສອບແຫ່ງລັດຫວຽດນາມ ໄດ້ປະຕິບັດການກວດສອບທີ່ກ່ຽວຂ້ອງເຖິງຂົງເຂດສິ່ງແວດລ້ອມຄື: ໂຄງການລົງທຶນກໍ່ສ້າງກິດຈະການລະບາຍນ້ຳ ເພື່ອແນໃສ່ປົວແປງສິ່ງແວດລ້ອມນະຄອນຮ່າໂນ້ຍ; ກວດສອບສິ່ງແວດລ້ອມແຫຼ່ງນ້ຳຢູ່ອ່າງແມ່ນ້ຳຂອງ; ກວດສອບວຽກງານຂຸດຄົ້ນແຮ່ທາດຢູ່ບັນດາທ້ອງຖິ່ນ; ກວດສອບວຽກງານການຄຸ້ມຄອງ ແລະ ແກ້ໄຂບັນຫາສິ່ງແວດລ້ອມຢູ່ບັນດາເຂດອຸດສາຫະກຳໃນທົ່ວປະເທດ;... ຜົນຂອງການກວດສອບໄດ້ປະກອບສ່ວນປັບປຸງກົນໄກນະໂຍບາຍ ເພື່ອແນໃສ່ຄຸ້ມຄອງສິ່ງແວດລ້ອມໃຫ້ດີກວ່າເກົ່າ, ຍົກສູງຄວາມຮັບຮູ້ຂອງອົງການຈັດຕັ້ງ, ສ່ວນບຸກຄົນໃນການປະຕິບັດບັນດາຂໍ້ກຳນົດກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ. ຜ່ານການກວດສອບ, ການເຂົ້າຮ່ວມບັນດາຊຸດຝຶກອົບຮົມ, ກອງປະຊຸມສຳມະນາແລກປ່ຽນບົດຮຽນ ແລະ ບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງການກວດສອບສິ່ງແວດລ້ອມໃນປະຊາຄົມກວດສອບສາກົນ ແລະ ພາກພື້ນ, ອົງການກວດສອບແຫ່ງລັດຫວຽດນາມ ຖອດຖອນໄດ້ບັນດາບົດຮຽນຕື່ມອີກ ແລະ ເປັນເຈົ້າການໃນການໝູນໃຊ້, ຜັນຂະຫຍາຍປະຕິບັດບາງບັ້ນກວດສອບ ກ່ຽວກັບຫົວເລື່ອງນ້ຳເສຍຈາກເຂດອຸດສາຫະກຳ. ຜົນຂອງການກວດສອບໄດ້ຮັບການສະໜັບສະໜູນ ແລະ ຕີລາຄາສູງຈາກວົງຄະນະຍາດປະຊາຊົນ”.

ທ່ານ ຫງວຽນກວາງແທ່ງ, ຮອງຫົວໜ້າອົງການກວດສອບແຫ່ງລັດຫວຽດນາມ (ພາບ:TTXVN)
      ເພື່ອເສີມຂະຫຍາຍບົດບາດຂອງອົງການກວດສອບແຫ່ງລັດຫວຽດນາມ ສຳລັບວຽກງານປົກປັກຮັກສາສິ່ງແວດລ້ອມ ຮັບປະກັນການພັດທະນາແບບຍືນຍົງໄດ້ເປັນຢ່າງດີໃນໄລຍະຈະມາເຖິງ, ອົງການກວດສອບແຫ່ງລັດຫວຽດນາມ ໄດ້ສ້າງແຜນການກວດສອບຍຸດທະສາ ແລະ ແຜນການກວດສອບປະຈຳປີ ບົນພື້ນຖານຕີລາຄາການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ທີ່ກ່ຽວຂ້ອງເຖິງວຽກງານປົກປັກຮັກສາສິ່ງແວດລ້ອມຂອງລັດຖະບານ, ຂອງບັນດາທ້ອງຖິ່ນ, ພິເສດເອົາໃຈໃສ່ເຖິງບັນຫານ້ຳເສຍ, ອາຍພິດ ແລະ ການປ່ຽນແປງຂອງດິນຟ້າອາກາດ. ອົງການກວດສອບແຫ່ງລັດຫວຽດນາມກໍສືບຕໍ່ຍູ້ແຮງການກວດສອບສິ່ງແວດລ້ອມ, ພິເສດເພີ່ມທະວີການກວດສອບໃນການເຄື່ອນໄຫວ ເພື່ອຕີລາຄາວຽກງານການຄຸ້ມຄອງ, ການນຳໃຊ້ແຫຼ່ງກຳລັງ, ຄວາມຮັບຜິດຊອບຄຸ້ມຄອງໃນວຽກງານປົກປັກຮັກສາສິ່ງແວດລ້ອມຂອງບັນດາອົງການຄຸ້ມຄອງແຫ່ງລັດຢ່າງຮອບດ້ານ ເພື່ອແນໃສ່ບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ. ທ່ານ ຫງວຽນກວາງແທ່ງ, ຮອງຫົວໜ້າອົງການກວດສອບແຫ່ງລັດຫວຽດນາມ, ໃຫ້ຮູ້ວ່າ: ເພື່ອຍົກສູງປະສິດທິຜົນໃນວຽກງານກວດສອບ, ອົງການກວດສອບແຫ່ງລັດຫວຽດນາມ ໄດ້ເອົາໃຈໃສ່ເປັນພິເສດເຖິງການບໍລຸງກໍ່ສ້າງ, ຍົກສູງກຳລັງຄວາມສາມາດໃຫ້ແກ່ຖັນແຖວພະນັກງານກວດສອບສິ່ງແວດລ້ອມ. ພ້ອມທັງເອົາໃຈໃສ່ເຖິງການເພີ່ມທະວີວຽກງານຕິດຕາມກວດກາຄຸນນະພາບຂອງການກວດສອບ ຈາກຂອດສ້າງແຜນການເຖິງຂອດພິມຈຳໜ່າຍບົດລາຍງານກວດສອບຖືກຕາມຂໍ້ກຳນົດ, ມາດຖານຂອງອົງການກວດສອບແຫ່ງລັດຫວຽດນາມ ແລະ ເໝາະສົມກັບທຳນຽມສາກົນ.
        “ສຳລັບລະດັບຊາດ: ຫວຽດນາມປະຕິບັດການກຳນົດທິດ ບໍ່ນໍາສິ່ງແວດລ້ອມແລກເອົາການພັດທະນາເສດຖະກິດໃນບໍ່ວ່າວິທີໃດໆຢ່າງເຂັ້ມງວດ. ເພີ່ມທະວີວຽກງານໂຄສະນາເຜີຍແຜ່ບັນດາແຜນນະໂຍບາຍ, ນະໂຍບາຍກ່ຽວກັບການປົກປັກຮັກສາສິ່ງແວດລ້ອມຕະຫຼອດຮອດທົ່ວລະບົບການເມືອງ, ປະກອບສ່ວນຍົກສູງຄວາມຮັບຮູ້ຂອງທົ່ວປວງຊົນ ແລະລະບົບການເມືອງ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ. ພ້ອມທັງສົມທົບກັບແຜນການປົກປັກຮັກສາສິ່ງແວດລ້ອມເຂົ້າໃນແຜນການພັດທະນາເສດຖະກິດ-ສັງຄົມຂອງບັນດາກະຊວງ, ຂະແໜງການຂັ້ນຕ່າງໆ ຕະຫຼອດຮອດຂັ້ນທ້ອງຖິ່ນ ເພື່ອສ້າງການຜັນປ່ຽນຢ່າງຕັ້ງໜ້າໃນການປະຕິບັດໜ້າທີ່ປົກປັກຮັກສາສິ່ງແວດລ້ອມ, ຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ຮັບປະກັນການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ”.
        ເນື່ອງໃນໂອກາດຈັດຕັ້ງກອງປະຊຸມໃຫຍ່ ບັນດາອົງການກວດສອບສູງສຸດ ອາຊີ ຄັ້ງທີ 14 ແລະ ພິທີສະເຫຼີມສະຫຼອງ 40 ປີ ແຫ່ງການສ້າງກົດບັດ ASOSAI, ຫວຽດນາມເພີ່ມທະວີການຮ່ວມມື, ແບ່ງປັນຄວາມຮູ້ໃນປະຊາຄົມ ASOSAI. ຈາກນັ້ນພັດທະນາກຳລັງຄວາມສາມາດຂອງບັນດາສະມາຊິກ, ແບ່ງປັນຄວາມຮູ້ ແລະ ເພີ່ມທະວີກຳລັງຄວາມສາມາດຜ່ານການຈັດບັນດາບັ້ນການກວດສອບ ຮ່ວມມືລະຫວ່າງສະມາຊິກໃນຂົງເຂດ ກວດສອບສິ່ງແວດລ້ອມ ແລະ ພັດທະນາແບບຍືນຍົງ./.
 (ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top