• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Angkor Milk ເຄື່ອງໝາຍການຄ້າແຫ່ງນ້ຳໃຈມິດຕະພາບຫວຽດນາມ-ກຳປູເຈຍ

      ໂດຍຕັ້ງຢູ່ເຂດເສດຖະກິດພິເສດ ພະນົມເປັນ, ດ້ວຍເນື້ອທີ່ທັງໝົດເກືອບ 30.000 m2 ນັ້ນ, ໂຮງງານຜະລິດນ້ຳນົມ Angkor Milk (ໂຮງງານຜະລິດນ້ຳນົມຮ່ວມທຸລະກິດລະຫວ່າງໂຮງງານຜະລິດນ້ຳນົມ Vinamilk ຂອງຫວຽດນາມ ແລະ ຄູ່ຮ່ວມມື BPC ຢູ່ກຳປູເຈຍ) ມີຍອດຈຳນວນເງິນລົງທຶນ 23 ລ້ານ USD ຊື່ງໄດ້ຮັບການກໍ່ສ້ງເມື່ອປີ 2014 ແລະ ນຳເຂົ້າຜະລິດເມື່ອປີ 2016. ໃນໄລຍະທີ 1 (2017-2019), Angkor Milk  ຜະລິດນ້ຳນົມໄດ້ 19 ລ້ານລິດ, ນົມສົ້ມ 64 ລ້ານກັບ ແລະ ນົມຂຸ້ນ 80 ລ້ານກັບໃນແຕ່ລະປີ. ນີ້ກໍ່ແມ່ນໂຮງງານຜະລິດນ້ຳນົມແຫ່ງທຳອິດ ແລະ ແຫ່ງດຽວຢູ່ກຳປູເຈຍ ໃນຈຸດເວລາປະຈຸບັນນີ້.

ຕັດແຖບຜ້າເປີດສະຫຼອງໂຮງງານຜະລິດນ້ຳນົມ Angkor Milk
        ໄດ້ເປີດສະຫຼອງໃນວັນທີ 25 ພຶດສະພາປີ 2016 ຊື່ງແມ່ນໝາກຜົນຂອງວິວັດການຊອກຮູ້ ແລະ ແຊກຊືມເຂົ້າຕະຫຼາດກຳປູເຈຍຂອງໂຮງງານຜະລິດນ້ຳນົມ Vinamilk ຂອງຫວຽດນາມ. ຕ່ອງໂສ້ຜະລິດ ຂອງ Angkor Milk ໄດ້ນຳເຂົ້າຈາກບັນດາປະເທດທີ່ມີຂະແໜງຜະລິດນ້ຳນົມພັດທະນາຄື G7, EU. ຂັ້ນຕອນການຜະລິດນ້ຳນົມຢູ່ Angkor Milk ໄດ້ຮັບການຄວບຄຸມຢ່າງແໜ້ນແຟ້ນ ແລະ ຄົບຊຸດ, ຈາກການປຸງແຕງ ຕະຫຼອດຮອດການຫໍ່ຜະລິດຕະພັນ, ໄດ້ຮັບການຄວບຄຸມແບບອັດຕະໂນມັດ ເຊື່ອມຕໍ່ກັບລະບົບບໍລິຫານແຫຼ່ງກຳລັງວິສາຫະກິດ ERP. ທ່ານ ດ່ວານກວັກແຄັງ ຜູ້ອຳນວຍການໃຫ່ຍ  ໂຮງງານຜະລິດນ້ຳນົມ Angkor Milk ໃຫ້ຮູ້ວ່າ:
   ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈຍ້ອນວ່າ ໃນວັນເປີດສະຫຼອງໂຮງງານຜະລິດນ້ຳນົມ Angkor Milk ກໍ່ມີທ່ານຮອງນາຍົກລັດຖະມົນຕີ ແລະ ເຈົ້າໜ້າທີ່ຂັ້ນສູງຫຼາຍທ່ານເຂົ້າຮ່ວມ. Angkor Milk ແມ່ນໂຮງງານຜະລິດນ້ຳນົມແຫ່ງທຳອິດຢູ່ກຳປູເຈຍ, ຊາວກຳປູເຈຍ ເປັນຜູ້ຜະລິດ ແລະ ໃຊ້ວັດຖຸດິບຢູ່ກຳປູເຈຍ. ພາຍຫຼັງໄລຍະເວລາໜຶ່ງ, ຜູ້ບໍລິໂພກກໍ່ເລີ່ມມີຄວາມເຊື່ອໝັ້ນຕໍ່ຜະລິດຕະພັນຂອງ Angkor Milk. ຄຸນນະພາບຂອງ  ໂຮງງານຜະລິດນ້ຳນົມ Angkor Milk ກໍ່ເທົ່າທຽມກັບບັນດາຜະລິດຕະພັນນຳເຂົ້າຕາມມາດຕະຖານສາກົນ.

(ພາບ: TTXVN)
      ສະເລ່ຍແຕ່ລະປີ, Angkor Milk ໄດ້ຜະລິດນ້ຳນົມປະເພດຕ່າງໆ 50 ລ້ານລິດ, ບັນລຸລະດັບການເຕີບໂຕກ່ວາ 50% ໃນໄລຍະ 2017 – 2019. ຄຽງຄູ່ກັນນັ້ນ, ແມ່ນໄດ້ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານກຳປູເຈຍກ່ວາ 450 ຄົນ, ພ້ອມທັງໄດ້ປະກອບສ່ວນເຂົາໃນພາສີອາກອນປະເພດຕ່າງໆດ້ວຍຈຳນວນ 12 ລ້ານ USD ໃຫ້ແກ່ປະເທດກຳປູເຈຍ. ເອື້ອຍ Ren Sray Mao, ຫົວໜ້າຫ້ອງບຸກຄະລາກອນ  ໂຮງງານຜະລິດນ້ຳນົມ Angkor Milk ແບ່ງປັນວ່າ:
   ໂຮງງານຜະລິດນ້ຳນົມ Angkor Milk ແມ່ນໂຮງງານຜະລິດນ້ຳນົມໃຫ່ຍກ່ວາໝູ່ຢູ່ກຳປູເຈຍ ຊື່ງໄດ້ນຳມາເຊິ່ງຄວາມປອດໄພ ແລະ ລາຄາທີ່ເໝາະສົມໃຫ້ແກ່ປະຊາຊົນກຳປູເຈຍ. ຂ້າພະເຈົ້າເຮັດວຽກຢູ່ທີ່ນີ້ໄດ້ 3 ປີແລ້ວ ແລະ ມີຄວາມເພິ່ງພໍໃຈຕໍ່ວຽກງານຂອງຕົນ ກໍ່ຄືສະພາບແວດລ້ອມໃນການເຮັດວຽກທີ່ຂະຫຍັນຂັນເຄື່ອນຢູ່ໂຮງງານ. ໂຮງງານຜະລິດນ້ຳນົມ Angkor Milk ໄດ້ແບ່ງປັນ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນກຳປູເຈຍ ຖືກຕ້ອງຕາມການກຳນົດດ້ານການອອກແຮງງານ ແລະ ກົດໝາຍກຳປູເຈຍ.
   ໂຮງງານຜະລິດນ້ຳນົມ Angkor Milk ປາດຖະໜາວ່າ ຈະປະກອບສວ່ນນັບມື້ນັບຫຼາຍກ່ວາອີກໃຫ້ແກ່ການເຕີບໂຕຂອງພື້ນຖານເສດຖະກິດ ແລະ ສັງຄົມກຳປູເຈຍ, ປະກອບສ່ວນເພີ່ມໂອກາດໄດ້ສຳຜັດກັບບັນດາຜະລິດຕະພັນໂພຊະນາການທີ່ມີຄຸນນະພາບສາກົນ ໃຫ້ແກ່ການພັດທະນາທັງຮ່າງກາຍ ແລະ ພູມປັນຍາຂອງເດັກນ້ອຍກຳປູເຈຍເວົ້າສະເພາະ ແລະ ປະຊາຊົນກຳປູເຈຍ ເວົ້າລວມ. Angkor Milk ພວມລົງທຶນສາຍຕ່ອງໂສ້ ເຄື່ອງອຸປະກອນຕື່ມອີກ ເພື່ອຍົກສະມັດຕະພາບການຜະລິດນ້ຳນົມປະເພດຕ່າງໆຂຶ້ນເຖິງ 90 ລ້ານລິດໃນແຕ່ລະປີ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການທີ່ນັບມື້ນັບຫຼາຍ ຂອງຕະຫຼາດກຳປູເຈຍ. ທ່ານ ດ່ວານກວັກແຄັງ ຜູ້ອຳນວຍການໃຫ່ຍ  ໂຮງງານຜະລິດນ້ຳນົມ Angkor Milk ໃຫ້ຮູ້ຕື່ມອີກວ່າ:
    ແຜນການພັດທະນາດຳເນີນທຸລະກິດຂອງພວກຂ້າພະເຈົ້າ ໃນໄລຍະຈະມາເຖິງ ແມ່ນຈະກາຍເປັນເຄື່ອງໝາຍການຄ້າຜະລິດນ້ຳນົມແຖວໜ້າຢູ່ຕະຫຼາດກຳປູເຈຍ. ພວກຂ້າພະເຈົ້າປາດຖະໜາວ່າ ຈະນຳເຄື່ອງໝາຍການຄ້າ Angkor Milk ກາຍເປັນຜະລິດຕະພັນທີ່ສະແດງໃຫ້ເຫັນນ້ຳໃຈມິດຕະພາບຫວຽດນາມ-ກຳປູເຈຍ, ແມ່ນຜະລິດຕະພັນສະຫງວນສະເພາະໃຫ້ແກ່ຊາວກຳປູເຈຍ.
  ການສ້າງຕັ້ງໂຮງງານຜະລິດນ້ຳນົມ Angkor Milk ໄດ້ຊ່ວຍກຳປູເຈຍ ເພີ່ມແຫຼ່ງນ້ຳນົມທີ່ຖືກຂາດເຂີນ, ຫລຸດຜ່ອນການນຳເຂົ້າ, ພ້ອມທັງສ້າງວຽກເຮັດງານທຳຕື່ມອີກໃຫ້ແກ່ຊາວທ້ອງຖິ່ນຕື່ມອີກ, ຈຳກັດການໄປເຮັດວຽກຢູ່ຕ່າງປະເທດຂອງປະຊາຊົນ. ທ່ານເລມິນດຽນ, ທູດການລົງທຶນ, ສະຖານທູດຫວຽດນາມ ປະຈຳກຳປູເຈຍ ໃຫ້ຮູ້ວ່າ:
      ນອກຈາກໝາກຜົນການດຳເນີນທຸລະກິດທີ່ດີ, ປະກອບສ່ວນເຂົ້າໃນງົບປະມານແຫ່ງລັດ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນກຳປູເຈຍ ແລ້ວ, ສິ່ງທີໜ້າປະທັບໃຈທີ່ສຸດ ນັ້ນ ແມ່ນ Angkor Milk ໄດ່້ນຳມາຂະແໜງຜະລິດນ້ຳນົມ,  ໂຮງງານຜະລິດນ້ຳນົມແຫ່ງທຳອິດໃຫ້ແກ່ກຳປູເຈຍ ຊື່ງໄດ້ສ້າງພື້ນຖານໃຫ້ແກ່ການພັດທະນາຂອງຂະແໜງຜະລິດນ້ຳນົມໃນອະນາຄົດ. ນີ້ກໍ່ແມ່ນຄວາມຕ້ອງການທີ່ຈຳເປັນທີ່ສຸດໃຫ້ແກ່ເດັກນ້ອຍ ແລະ ປະຊາຊົນກຳປູເຈຍ.
   ໂດຍແມ່ນໂຮງງານຜະລິດນ້ຳນົມແຫ່ງທຳອິດ ແລະ ແຫ່ງດຽວຢູ່ກຳປູເຈຍ ໃນຈຸດເວລາປະຈຸບັນ, ດ້ວຍເຕັກໂນໂລຊີການຜະລິດບັນລຸມາດຕະຖານສາກົນນັ້ນ, ໂຮງງານຜະລິດນ້ຳນົມ Angkor Milk ຈະຫັນເປົ້າໝາຍສະໜອງບັນດາຜະລິດຕະພັນເຮັດຈາກນ້ຳນົມ ທີ່ໄດ້ຜະລິດຢູ່ປະເທດກຳປູເຈຍ ດ້ວຍຄຸນນະພາບດີ ຕາມມາດຕະຖານສາກົນ ພ້ອມດ້ວຍລາຄາທີ່ເໝາະສົມ ໃຫ້ແກ່ປະຊາຊົນກຳປູເຈຍ ປະກົດຜົນເປັນຈິງ. ຄຽງຄູ່ກັນນັ້ນ, ກໍ່ແມ່ນເພື່ອຕອບສະໜອງຄວາມຕ້ອງການ ທີ່ມີຫຼາຍຮູບຫຼາຍແບບຂອງຜູ້ບໍລິໂພກ, ການພັດທະນາຮ່າງກາຍ ແລະ ພູມປັນຍາຂອງຊາວກຳປູເຈຍ.    
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top