• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

AIPA – 42 ​ກຳ​ມາ​ທິ​ການ​ການ​ເມືອງ ປຶກ​ສາ​ຫາ​ລື ເຫັນ​ດີ​ເປັນ​ເອ​ກະ​ພາບ​ບັນ​ດາ​ການ​ກະ​ທຳ​ເພື່ອ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ

ໂດຍສືບຕໍ່ໂຄງການກອງປະຊຸມສະມັດຊາໃຫຍ່ AIPA 42 ທາງອອນລາຍ, ຕອນເຊົ້າວັນທີ 24 ສິງຫາ, ໄດ້ດຳເນີນກອງປະຊຸມກຳມະທິການການເມືອງ. ສະພາແຫ່ງຊາດ/ລັດຖະສະພາບັນດາປະເທດໄດ້ປຶກສາຫາລືກ່ຽວກັບ 5 ຫົວເລື່ອງທີ່ກ່ຽວຂ້ອງ.
ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມກອງປະຊຸມກຳມາທິການການເມືອງ (ພາບ: qdnd.vn)

ດ້ວຍຫົວເລື່ອງເພີ່ມທະວີຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ແລະ ຮັກສາຂໍ້ມູນມຸ່ງໄປເຖິງທິດອິນເຕີແນັດ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນອາຊຽນ, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໄດ້ສະໜັບສະໜູນຮ່າງມະຕິ ແລະ ຖືວ່າ: ກົດໝາຍ ຂອງ ຫວຽດນາມ ວ່າດ້ວຍຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ແມ່ນຖືເປັນສຳຄັນການປົກປ້ອງສິດສ່ວນຕົວທາງອິນເຕີແນັດ ຜ່ານໂຄງການຫັນເປັນດີຈີຕອນແຫ່ງຊາດ ຮອດປີ 2025, ການກຳນົດທິດຮອດປີ 2030 ແລະ ສ້າງລັດຖະບານເອເລັກໂຕນິກ, ຖືການຮ່ວມມືສາກົນກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດໃນອາຊຽນເປັນສຳຄັນ. ທ່ານ ຫງວຽນມິງດຶກ, ສະມາຊິກຄະນະສະພາແຫ່ງຊາດ ຫວຽດນາມ ຢັ້ງຢືນວ່າ:

ຫວຽດນາມສະເໜີສ້າງບັນດາກົນໄກຮ່ວມມືໃນພາກພື້ນຜ່ານຊ່ອງທາງລັດຖະສະພາ, ແບ່ງປັນບົດຮຽນປະສົບການໃນການປະຕິສັດນະໂຍບາຍໃຫ້ສຳເລັດຜົນ, ຕິດຕາມກວດກາການຜັນຂະຫຍາຍຢ່າງປອດໄພ, ມີຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ແລະ ນຳມາເຊິ່ງບັນດາມາດຕະການເຕັກນິກເພື່ອໜູນຊ່ວຍການສະກັດກັ້ນໂລກລະບາດໂຄວິດ - 19. ທີ 2 ສືບຕໍ່ຮັກສາການຮ່ວມມືສາກົນ ດ້ວຍຈິດໃຈເຫັນດີເປັນເອກະພາບ, ຄວາມຮັບຮູ້ລວມ ແລະ ການກະທຳຂອງປະຊາຄົມອາຊຽນ ຕໍ່ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ແລະ ມຸ່ງໄປເຖິງຂອບເຂດຂອງການຮ່ວມມືໃນພາກພື້ນ ເພື່ອສ້າງຄວາມສະດວກໃຫ້ແກ່ການສົມທົບ ແລະ ຮັບປະກັນຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ.

ສຳລັບຫົວເລື່ອງຊຸກຍູ້ຄວາມໝັ້ນຄົງໃຫ້ແກ່ມະນຸດໃນຂົງເຂດດີຈີຕອນ ກວມລວມ ໃຫ້ ອາຊຽນ, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໄດ້ສະເໜີໃຫ້ບັນດາລັດຖະສະພາ AIPA ຊຸກຍູ້ການແບ່ງປັນຂໍ້ມູນ, ບົດຮຽນປະສົບການກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ຄວບຄຸມການແຜ່ລະບາດຂອງໂລກລະບາດໂຄວິດ - 19.

ກ່ຽວກັບຫົວເລື່ອງເພີ່ມທະວີການທູດລັດຖະສະພາມຸ່ງໄປເຖິງປະຊາຄົມອາຊຽນ. ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໄດ້ສົ່ງເສີມການທູດ ລັດຖະສະພາຕ້ອງປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນຕ່າງປະເທດ ລະຫວ່າງບັນດາປະເທດ, ພ້ອມທັງສະໜັບສະໜັບບັນດາລັດຖະບານບັນດາປະເທດ ອາຊຽນ ຍູ້ແຮງການເຊື່ອມໂຍງໃນພາກພື້ນ, ສ້າງປະຊາຄົມ ອາຊຽນ ທີ່ເຄົາລົບກົດໝາຍ, ຖືປະຊາຊົນເປັນໃຈກາງ, ມຸ່ງໄປເຖິງປະຊາຊົນ, ພ້ອມກັນຮັບມືກັບບັນດາສິ່ງທ້າທາຍທົ່ວໂລກຄື ໂລກລະບາດໂຄວິດ - 19.

ແລະກໍ່ໃນຕອນບ່າຍວັນທີ 24 ສິງຫາ, ໂດຍສືບຕໍ່ໂຄງການເຄື່ອນໄຫວຂອງສະມັດຊາໃຫຍ່ AIPA – 42 ທາງໄກ, ຄະນະຜູ້ແທນຫວຽດນາມ ໄດ້ສະໜັບສະໜູນການຊຸກຍູ້ການຫັນເປັນດີຈີຕອນ ເພື່ອແນໃສ່ຍົກສູງກຳລັງຄວາມສາມາດໃຫ້ແກ່ຈຸນລະວິສາຫະກິດ, ວິສາຫະກິດຂະໜາດກາງແລະ ໜ້ອຍ, ປະຕິບັດຍຸດທະສາດຫັນເປັນດີຈີຕອນ ກວມລວມ ທີ່ຂຶ້ນກັບກອບຟື້ນຟູສັງລວມ ອາຊຽນຢ່າງມີປະສິດທິຜົນ ແລະ ຍູ້ໄວການສ້າງຍຸດທະສາດທີ່ເໝາະສົມທີ່ສຸດກັບການປະຕິວັດອຸດສາຫະກຳ ຄັ້ງທີ 4 ໃຫ້ແກ່ ອາຊຽນ.

(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top