• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ADMM – 14 ແລະ ADMM+ ຄັ້ງທີ 7 ຈະດຳເນີນຜ່ານຮູບການທາງອອນລາຍ`

      ຕອນເຊົ້າວັນທີ 28 ຕຸລາ, ຢູ່ຮ່າໂນ້ຍ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ 2 ທ່ານ ນັ້ນຄື ທ່ານພົນໂທ ຫງວຽນຈິວິ້ງ ແລະ ທ່ານ ພົນໂທ ຮວ່າງຊວັນຈ໊ຽນ ໄດ້ເປັນປະທານກອງປະຊຸມສຳຫຼວດກວດຄືນບັນດາການເຄື່ອນໄຫວພົວພັນດ້ານປ້ອງກັນຊາດກັບຕ່າງປະເທດນັບແຕ່ນີ້ຮອດທ້າຍປີ 2020.

ທ່ານພົນໂທ ຫງວຽນຈິວິ້ງ ແລະ ທ່ານ ພົນໂທ ຮວ່າງຊວັນຈ໊ຽນ ເປັນປະທານກອງປະຊຸມ (ພາບ: qdnd.vn) 
      ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາອົງການ, ກົມກອງທີ່ກ່ຽວຂ້ອງໄດ້ລາຍງານ, ປຶກສາຫາລືແຜນການປະຕິບັດວຽກງານກະກຽມຈັດຕັ້ງບັນດາການເຄື່ອນໄຫວພົວພັນດ້ານປ້ອງກັນຊາດສອງຝ່າຍ ແລະ ຫຼາຍຝ່າຍ ນັບແຕ່ນີ້ຮອດທ້າຍປີ 2020. ໃນນັ້ນ, ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ຄັ້ງທີ 14 (ADMM – 14), ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ເປີດກວ້າງ (ADMM+) ຄັ້ງທີ 7 ແລະ ພິທີສະເຫຼີມສະຫຼອງວັນສ້າງຕັ້ງ ADMM+ ຄົບຮອບ 10 ປີ ຈະດຳເນີນຕາມຮູບການທາງອອນລາຍໃນ 2 ອາທິດຕົ້ນເດືອນ ທັນວາ 2020. ທ່ານ ພົນໂທ ຫງວຽນຈິວິ້ງ ແລະ ທ່ານພົນໂທ ຮວ່າງຊວັນຈ໊ຽນ ຮຽກຮ້ອງໃຫ້ບັນດາອົງການ, ກົມກອງທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ ຈັດຕັ້ງບັນດາການເຄື່ອນໄຫວພົວພັນດ້ານປ້ອງກັນຊາດກັບຕ່າງປະເທດ ນັບແຕ່ນີ້ຮອດທ້າຍປີ 2020, ເຖິງວ່າຈະຈັດຂຶ້ນໃນຮູບການໃດກໍຕາມ, ກໍຕ້ອງປະຕິບັດດ້ວຍຄວາມມານະພະຍາຍາມສູງສຸດ; ຮັບປະກັນຄວາມລອບຮອບຖີ່ຖ້ວນ, ສົມກຽດ ແລະ ສະແດງໃຫ້ເຫັນສີສັນວັດທະນະທຳຂອງຊາດຫວຽດນາມ ຢ່າງຈະແຈ້ງ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top