• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ລາວ


ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ລາວ ຫງວຽນ​ບ້າ​ຮຸ່ງ
ແລະ ທ່ານ​ຮອງ​ຫົວ​ໜ້າ​​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ ສົມ​ພອນ ສີ​ຈະ​ເລີນ
      ຕອນ​ເຊົ້າ​ວັນ​ທີ 22/3, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ລາວ ຫງວຽນ​ບ້າ​ຮຸ່ງ ໄດ້​ໄປສຳ​ນັກ​ງານ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ທີ່​ນະ​ຄອນຫຼວງວຽງ​ຈັນ​ເພື່ອ​ຊົມ​ເຊີຍ​ວັນ​ສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​​ລາວຄົບ​ຮອບ 62 ປີ( 22/3/1955-22/3/2017). ທີ່​ການ​ພົບ​ປະ​ກັບ ທ່ານ​ຮອງ​ຫົວ​ໜ້າ​​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ ສົມ​ພອນ ສີ​ຈະ​ເລີນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ລາວ ຫງວຽນ​ບ້າ​ຮຸ່ງ ເນັ້ນ​ໜັກ​ເຖິງ​ບັນ​ດາ​ໄຊ​ຊະ​ນະ​ຂອງ​​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ ຊຶ່ງບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ຢ່າງເລິກ​ເຊິ່ງສຳ​ລັບ​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ລາວ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ແຫຼ່ງ​ລະ​ດົມ​ກຳ​ລັງ​ໃຈ​ອັນ​ໃຫຍ່ຫຼວງ​ສຳ​ລັບ​ພັກ​ກອມ​ມູ​ນິດ​ຫວຽດ​ນາມໃນ​ກິດ​ຈະ​ການ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດເມື່ອ​ກ່ອນນີ້ ກໍ​ຄື​ໃນ​ກິດ​ຈະ​ການ​ສ້າງ​ສາ​ປະ​ເທດ​ຊາດ​ໃນ​ປະ​ຈຸ​ບັນ​ອີກ​ດ້ວຍ.
(ແຫຼ່ງຄັດຈາກ VOV)
 

ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຂອງທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ: ເປີດ​ບັນ​ດາ​ທິດ​ຮ່ວມ​ມື​ໃໝ່​ລະ​ຫວ່​າງ ຫວຽດ​ນາມ ແລະ ສະ​ຫະ​ພັນ ລັດ​ເຊຍ ແລະ ຝ​ລັ່ງ

ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຂອງທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ: ເປີດ​ບັນ​ດາ​ທິດ​ຮ່ວມ​ມື​ໃໝ່​ລະ​ຫວ່​າງ ຫວຽດ​ນາມ ແລະ ສະ​ຫະ​ພັນ ລັດ​ເຊຍ ແລະ ຝ​ລັ່ງ

ໄປ​ຄຽງ​ຄູ່​ກັບ​ການ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ ແລະ ປັບ​ປຸງ​ການ​ພົວ​ພັນ​ດ້ານ​ການ​ເມືອງ, ການ​ນຳ​ຂັ້ນ​ສູງ​ຫວຽດ​ນາມ, ລັດ​ເຊຍ ແລະ ຝ​ລັ່ງ​ມີ​ຄວາມ​ເປັນ​ເອ​ກະ​ພາບ​ສູງ, ມີ​ການ​ແລ​ກ​ປ່ຽນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ວຽກ​ງານ​ເຮັດ​ແນວ​ໃດ​ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້ໃຫ້​ມີ​ປະ​ສິດ​ທິ​ຜົນ ​ໃນ​ບັນ​ດາ​ຂົງ​ເຂດ

Top