• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

50 ປີແຫ່ງການປະຕິບັດຄຳພິໄນກຳຂອງປະທານໂຮ່ຈີມິນ: ສຶກສາອົບຮົບອຸດົມການປະຕິວັດ, ຄຸນສົມບັດ, ແບບແຜນການດຳລົງຊີວິດວັດທະນະທຳໃຫ້ລຸ້ນໜຸ່ມ

ຕອນບາຍວັນທີ 18 ພຶດສະພາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ, ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ໄດ້ຈັດກອງປະຊຸມສຳມະນາດ້ວຍຫົວເລື່ອງ “ສຶກສາອົບຮົບອຸດົມການປະຕິວັດ, ຄຸນສົມບັດ, ແບບແຜນການດຳລົງຊີວິດວັດທະນະທຳໃຫ້ລຸ້ນໜຸ່ມຕາມຄຳພິໄນກຳຂອງປະທານໂຮ່ຈີມິນ”.

50 ປີແຫ່ງການປະຕິບັດຄຳພິໄນກຳຂອງປະທານໂຮ່ຈີມິນ 
ກອງປະຊຸມສຳມະນາດັ່ງກ່າວໄດ້ສຸມໃສ່ແລກປ່ຽນ, ເຮັດແຈ້ງບາງບັນຫາຄື: ບັນດາບັນຫາທິດສະດີ, ພຶດຕິກຳຕົວຈິງ ແລະ ເນື້ອໃນຕົ້ນຕໍຂອງແນວຄິດໂຮ່ຈີມິນ ໃນການບຳລຸງສ້າງ, ສຶກສາອົບຮົບອຸດົມການປະຕິວັດ, ຄຸນສົມບັດ, ແບບແຜນການດຳລົງຊີວິດວັດທະນະທຳໃຫ້ລຸ້ນໜຸ່ມ ເພື່ອແນໃສ່ປຸກລຸກນ້ຳໃຈຮັກຊາດຕາມຄຳພິໄນກຳຂອງປະທານໂຮ່ຈີມິນ; ເສີມຂະຫຍາຍບົດບາດຂອງຄະນະຊາວໜຸ່ມໃນການເຂົ້າຮ່ວມກໍ່ສ້າງພັກ ແລະ ສາມັກຄີ, ເຕົ້າໂຮມຊາວໜຸ່ມ, ສ້າງຊາວໜຸ່ມຫວຽດນາມ ໃນຍຸກສະໄໝໃໝ່ໃຫ້ເຕັມໄປດ້ວຍນ້ຳໃຈຮັກຊາດມີແບບແຜນການດຳລົງຊີວິດທີ່ດີງາມ, ມີອຸດົມການປະຕິວັດ, ມີຄຸນທາດວັດທະນະທຳຊາວຫວຽດນາມ; ບັນດາບົດຮຽນພຶດຕິກຳຕົວຈິງເພື່ອແນໃສ່ຍົກສູງປະສິດທິຜົນໃນວຽກງານບຳລຸງສ້າງ ສຶກສາອົບຮົບອຸດົມການປະຕິວັດ, ຄຸນສົມບັດ, ແບບແຜນການດຳລົງຊີວິດວັດທະນະທຳໃຫ້ລຸ້ນໜຸ່ມຫວຽດນາມ ຕາມຄຳພິໄນກຳຂອງປະທານໂຮ່ຈີມິນໃນໄລຍະປະຈຸບັນ.
 (ແຫຼ່ງຄັດຈາກ VOV)

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕອນເຊົ້າວັນທີ 15 ທັນວາ, ຢູ່ແຂວງ ແທັງຮວ໊າ, ຄະນະປະຈຳຄະນະພັກກອງບັນຊາການຕຳຫຼວດທະເລ ຫວຽດນາມ ໄດ້ສົມທົບກັບຄະນະປະຈຳພັກແຂວງ ແທັງຮວ໊າ ຈັດຕັ້ງກອງປະຊຸມຜັນຂະຫຍາຍໂຄງການສົມທົບວຽກງານຂົນຂວາຍປະຊາຊົນ “ຕຳຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ໄລຍະ 2025 – 2030.

Top