• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

25 ປີ ຫວຽດ​ນາມ ເຂົ້າເປັນ​ສະ​ມາ​ຊິກ ​ອາ​ຊຽນ: ມາ​ນະ​ພະ​ຍາ​ຍາມຂອງ ຫວຽດ​ນາມ ໄດ​້​ປະ​ກອບ​ສ່ວນ​ສຳ​ຄັນ​​ໃນ​ການຊຸກ​ຍູ້​ຄວາມເຊື່ອ​ໝັ້ນ ແລະ ຮ່ວມ​ມື​ໃນ​ພາກ​ພື້ນ

ຕອບສຳພາດນັກຂ່າວສຳນັດຂ່າວສານ ຫວຽດນາມ ປະຈຳ ສ.ເກົາຫຼີ, ທ່ານ Lee Hyuk, ເລຂາທິການໃຫຍ່ສູນກາງ ອາຊຽນ-ສ.ເກົາຫຼີ, ອະດີດເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ, ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນທີ່ສຸດຂອງ ສ.ເກົາຫຼີໃນຈຳນວນບັນດາປະເທດສະມາຊິກ ອາຊຽນ.

ທ່ານ Lee Hyuk, ເລຂາທິການໃຫຍ່ສູນກາງ ອາຊຽນ-ສ.ເກົາຫຼີ (ພາບ: TTXVN)

ຕາມທ່ານ Lee Hyuk ແລ້ວ, ການພົວພັນສອງຝ່າຍລະຫວ່າງ ສ.ເກົາຫຼີ ແລະ ຫວຽດນາມ ໄດ້ພັດທະນາຢ່າງເຂັ້ມແຂງໃນຫຼາຍປີຜ່ານມາກ່ຽວກັບທຸກໆດ້ານ, ສ.ເກົາຫຼີ ແລະ ຫວຽດນາມ ໄດ້ຮັບການຮັບຮອງຈາກປະຊາຄົມສາກົນວ່າແມ່ນ 2 ໃນຈຳນວນບັນດາປະເທດໄດ້ຄວບຄຸມໂລກລະບາດໂຄວິດ-19ຢ່າງມີປະສິດທິຜົນ ແລະ ກັບຄຶນສູ່ຊີວິດເປັນປົກກະຕິຄືນໃໝ່ໄວກວ່າຫຼາຍປະເທດ.

ກ່ຽວກັບບົດບາດຂອງ ຫວຽດນາມ ໃນເລື່ອງຊີ້ນຳນຳພາ ອາຊຽນຜ່ານຜ່າບັນດາສີ່ງທ້າທາຍປະຈຸບັນ, ທ່ານ Lee Hyuk ຕີລາຄາສູງເລື່ອງ ຫວຽດນາມ ແບກຫາບບົດບາດເປັນປະທານ ອາຊຽນ ຢ່າງມີປະສິດທິຜົນໃນການປັບປຸງຄວາມເຫັນດີເຫັນພ້ອມໃນ ອາຊຽນ, ແລະ ການຮ່ວມມືພ້ອມກັບບັນດາປະເທດສະມາຊິກເພື່ອປ້ອງກັນສະກັດກັ້ນໂລກລະບາດໂຄວິດ-19. ທ່ານ Lee Hyuk ຢັ້ງຢືນວ່າ ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ແນໃສ່ເພີ່ມທະວີລັດທິຫຼາຍຝ່າຍໃນພາກພື້ນຜ່ານບັນດາພື້ນຖານໂດຍ ອາຊຽນ ສ້າງຕັ້ງຈະປະກອບສ່ວນສຳຄັນໃນການຊຸກຍູ້ຄວາມເຊື່ອໝັ້ນຊຶ່ງກັນແລະກັນ ແລະ ການຮ່ວມມືໃນພາກພື້ນ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top