• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

2019 ເປັນປີ ເຊິ່ງ ການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ - ອາເມລິກາ ພັດທະນາຢ່າງເຂັ້ມແຂງ

      ປີ 2019 ເປັນປີ ເຊິ່ງການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ - ອາເມລິກາ ພັດທະນາຢ່າງເຂັ້ມແຂງທີ່ສຸດ, ປະກອບສ່ວນ ເຂົ້າໃນການຊຸກຍູ້ການພົວພັນສອງຝ່າຍລະຫວ່າງສອງປະເທດຫຼາຍພໍສົມຄວນ.

ທ່ານ ບຸຍຮຸຍເຊີນ, ທູດການຄ້າ ຫວຽດນາມປະຈຳ ອາເມລິກາ ເມື່ອຕອບສຳພາດຕໍ່ນັກຂ່າວຂອງ vov ປະຈຳ ອາເມລິກາ 
      ເມື່ອຕອບສຳພາດຕໍ່ນັກຂ່າວຂອງ vov ປະຈຳ ອາເມລິກາ, ທ່ານ ບຸຍຮຸຍເຊີນ, ທູດການຄ້າ ຫວຽດນາມປະຈຳ ອາເມລິກາ ຕີລາຄາວ່າ: ບັນດາການເຄື່ອນໄຫວໄດ້ນຳມາເຊິ່ງ ໝາກຜົນຢ່າງລະອຽດທັງດ້ານການເມືອງ ກໍ່ຄືບັນດາການເຄື່ອນໄຫວສົ່ງອອກ - ນຳເຂົ້າລວມໃນ ຕະຫຼາດອີກດ້ວຍ. ທ່ານ ບຸ່ຍຮຸຍເຊີນ ເນັ້ນໜັກວ່າ:
            ທີໜຶ່ງ, ບັນດາຊ່ອງທາງແລກປ່ຽນນະໂຍບາຍ, ການໂອ້ລົມສົນທະນາລະຫວ່າງບັນດາອົງການລັດຖະບານໄດ້ຮັບການຮັກສາ ແລະ ພັດທະນາຢ່າງຮອບດ້ານ, ພິເສດແມ່ນຂອບເຂດການຮ່ວມມືແມ່ກ່ຽວກັບການລົງທຶນ (TIFA) ລະຫວ່າງ ຫວຽດນາມ ແລະ ອາເມລິກາ. ບົນພື້ນຖານດັ່ງກ່າວ, ນີ້ແມ່ນຄັ້ງທຳອິດທີ່ ພວກເຮົາ ໄດ້ສ້າງຕັ້ງ ແຜນການກະທຳຢ່າງຮອບດ້ານເພື່ອພັດທະນາການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ - ອາເມລິກາຢ່າງສົມດຸນ ແລະ ຍືນຍົງ. ທີສອງແມ່ນ ໃນເວລາຜ່ານມາ ຝ່າຍອາເມລິກາໄດ້ຮັບຮອງເອົາລະບົບການຄວບຄຸມຄຸນນະພາບຂອງປາໜັງຂອງຫວຽດນາມ ຢ່າງເປັນທາງການ ແລະ ພິເສດແມ່ນໝູນໃຊ້ໂຄງການຕິດຕາມກວດກາປາໜັງ, ກວດກາ 100% ບັນດາສິນຄ້າຂອງ ຫວຽດນາມ ທັງໝົດ. ທີ 3 ແມ່ນຕ້ອງເນັ້ນໜັກວ່າ ໃນປີ 2019, ການເຄື່ອນໄຫວສົ່ງອອກນຳເຂົ້າລະຫວ່າງ ຫວຽດນາມ ແລະ ອາເມລິກາບັນລຸໄດ້ບາດກ້າວບຸກທະລຸ, ດ້ວຍຍອດວົງເງິນສົ່ງອອກ - ນຳເຂົ້າບັນລຸໄດ້ 68.8 ຕື້ USD, ເພີ່ມຂຶ້ນ ກ່ວາ 24%.
            ທ່ານ ບຸ່ຍຮຸຍເຊີນ ໃຫ້ຂ້ໍສັງເກດວ່າ ແງ່ຫວັງໃນການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ ແລະ ອາເມລິກາໃນປີ 2020 ມີຄວາມເປັນໄປໄດ້ສູງ, ເປັນຕົ້ນແມ່ນ ເມື່ອ 2 ປະເທດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ເປັນປົກກະຕິ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top