• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

10 ປີຕໍ່ໄປ, ຂະແໜງກະສິກໍາຫວຽດນາມ ຈະຕິດໃນກຸ່ມ 15 ປະເທດມີພື້ນຖານກະສິກໍາພັດທະນາທີ່ສຸດໃນໂລກ

ຂະແໜງກະສິກໍາ ສືບຕໍ່ຢັ້ງຢືນທີ່ຕັ້ງບົດບາດສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ, ຫັນປ່ຽນໂຄງປະກອບຢ່າງຮອບດ້ານ ແລະ ຄົບຊຸດ ດ້ວຍບັນດາໝາກຜົນພົ້ນເດັ່ນ ທີ່ໄດ້ປະຕິບັດສໍາເລັດ ແລະລື່ນກາຍ 5/5 ຄາດໝາຍ.
ແກ້ໄຂຂໍ້ຕິດຂັດກ່ຽວກັບທີ່ດິນ; ເພີ່ມທະວີການຮ່ວມສໍາພັນກັບວິສາຫະກິດ ແລະ ກຸ່ມບໍລິສັດ ເພື່ອມຸ່ງໄປເຖິງການເພີ່ມຍອດວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄ່ື່ອງປ່າຂອງດົງ, ສິນໃນນໍ້າ  ໃນປີ 2019” ແມ່ນຄໍາເຈາະຈີ້ມຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢູ່ກອງປະຊຸມຜ່ານທາງເຄືອຂ່າຍອິນເຕີເນັດ ຜັນຂະຫຍາຍໜ້າທີ່ປີ 2019 ຂອງຂະແໜງກະສິກໍາ ແລະ ພັດທະນາຊົນນະບົດ ທີ່ໄດ້ດໍາເນີນໃນຕອນເຊົ້າວັນທີ 03 ມັງກອນ, ຢູ່ຮ່າໂນ້ຍ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ:VGP/Quang Hieu)


ປີ 2018, ຂະແໜງກະສິກໍາ ສືບຕໍ່ຢັ້ງຢືນທີ່ຕັ້ງບົດບາດສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ, ຫັນປ່ຽນໂຄງປະກອບຢ່າງຮອບດ້ານ ແລະ ຄົບຊຸດ ດ້ວຍບັນດາໝາກຜົນພົ້ນເດັ່ນ ທີ່ໄດ້ປະຕິບັດສໍາເລັດ ແລະລື່ນກາຍ 5/5 ຄາດໝາຍ. ລະດັບເຕີບໂຕ GDP ບັນລຸ 3,76%, ສູງທີ່ສຸດໃນຮອບ 7 ປີ ມານີ້; ມູນຄ່າການຜະລິດເພີ່ມຂຶ້ນ 3,86%; ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນໍ້າ ຄາດວ່າບັນລຸ 40,2 ຕື້ USD. ອັດຕາສ່ວນຕາແສງບັນລຸມາດຕະຖານຊົນນະບົດໃໝ່ ແມ່ນ 42,4%...ເມື່ອເນັ້ນໜັກເຖິງການພັດທະນາຂົງເຂດກະສິກໍາ ມີບົດບາດສໍາຄັນໃນການພັດທະນາເສດຖະກິດສັງຄົມ, ທ່ານນາຍົກລັດຖະມົນຕີສະເໜີ:

ຂະແໜງກະສິກໍາ ຕ້ອງສ້າງຄວາມຄາດຫວັງຂອງປະເທດຊາດ, ຕ້ອງສູ້ຊົນໃນ 10 ປີຕື່ມອີກເພື່ອໃຫ້ ຫວຽດນາມ ຕິດໃນກຸ່ມ 15 ປະເທດ ມີພື້ນຖານກະສິກໍາພັດທະນາທີ່ສຸດ, ສະເພາະຂົງເຂດປຸງແຕ່ງຜະລິດຕະພັນກະເສດ, ຕ້ອງຕິດໃນກຸ່ມ 10 ປະເທດຂອງໂລກ. ຕ້ອງສູ້ຊົນໃຫ້ກາຍເປັນສູນປຸງແຕ່ງ, ສົ່ງອອກເຄື່ອງເຟີນີເຈີ, ເຄື່ອງປ່າຂອງດົງ ແຖວໜ້າຂອງໂລກ, ແມ່ນບ່ອນຜະລິດກຸ້ງໃຫຍ່ທີ່ສຸດຢູ່ໃນໂລກ. ການເຕີບໂຕກະສິກໍາຕ້ອງບັນລຸລະດັບສູງ, ຢ່າງໜ້ອຍສຸດແມ່ນ 3%, ສົ່ງອອກປະມານ 42  43 ຕື້ USD. ຂ້າພະເຈົ້າສະເໜີບັນດາສະຫາຍ ຕ້ອງຊອກຫາທຸກວິທີທາງ, ເສີມຂະຫຍາຍການປະດິດຄິດສ້າງ ເພື່ອປະຕິບັດໃຫ້ບັນລຸໝາກຜົນສູງກວ່າຄາດໝາຍທີ່ໄດ້ວາງໄວ້”.

        ເມື່ອຕີລາຄາສູງບັນດາຜົນງານ ເຊິ່ງຂະແໜງກະສິກໍາ ແລະ ພັດທະນາຊົນນະບົດ ບັນລຸໄດ້ໃນປີ 2018, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃສ່ໃຈວ່າ ຂະແໜງກະສິກໍາຂອງຫວຽດນາມ ຍັງມີຂໍ້ຄົງຄ້າງຫຼາຍຢ່າງ, ພ້ອມທັງສະເໜີ ໃຫ້ ວິເຄາະວິໄຈ ເພື່ອໃຫ້ລັດຖະບານ ຊອກຫາມາດຕະການແກ້ໄຂຂໍ້ຕິດຂັດຕ່າງໆ ຢ່າງມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ເກີດເຫດແຜ່ນດິນໄຫວມີຄວາມແຮງ 6,3 ຣິກເຕີຢູ່ທາງພາກເໜືອ ອາບການິດສະຖານ, ມີຄວາມສ່ຽງເກີດມີຜູ້ຮັບບາດເຈັບລົ້ມຕາຍຢ່າງຫຼວງຫຼາຍ

ເກີດເຫດແຜ່ນດິນໄຫວມີຄວາມແຮງ 6,3 ຣິກເຕີຢູ່ທາງພາກເໜືອ ອາບການິດສະຖານ, ມີຄວາມສ່ຽງເກີດມີຜູ້ຮັບບາດເຈັບລົ້ມຕາຍຢ່າງຫຼວງຫຼາຍ

ເຫດແຜ່ນດິນໄຫວມີຄວາມເລິກປະມານ 28 ກມ, ດ້ວຍຈຸດເກີດແມ່ນໃກ້ກັບນະຄອນ Mazar-i-Sharif ແລະ ເທດສະບານເມືອງ Khulm, ຂຶ້ນກັບແຂວງ Balkh.

Top