
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ:VGP/Quang Hieu)
ປີ 2018, ຂະແໜງກະສິກໍາ ສືບຕໍ່ຢັ້ງຢືນທີ່ຕັ້ງບົດບາດສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ, ຫັນປ່ຽນໂຄງປະກອບຢ່າງຮອບດ້ານ ແລະ ຄົບຊຸດ ດ້ວຍບັນດາໝາກຜົນພົ້ນເດັ່ນ ທີ່ໄດ້ປະຕິບັດສໍາເລັດ ແລະລື່ນກາຍ 5/5 ຄາດໝາຍ. ລະດັບເຕີບໂຕ GDP ບັນລຸ 3,76%, ສູງທີ່ສຸດໃນຮອບ 7 ປີ ມານີ້; ມູນຄ່າການຜະລິດເພີ່ມຂຶ້ນ 3,86%; ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນໍ້າ ຄາດວ່າບັນລຸ 40,2 ຕື້ USD. ອັດຕາສ່ວນຕາແສງບັນລຸມາດຕະຖານຊົນນະບົດໃໝ່ ແມ່ນ 42,4%...ເມື່ອເນັ້ນໜັກເຖິງການພັດທະນາຂົງເຂດກະສິກໍາ ມີບົດບາດສໍາຄັນໃນການພັດທະນາເສດຖະກິດສັງຄົມ, ທ່ານນາຍົກລັດຖະມົນຕີສະເໜີ:
“ຂະແໜງກະສິກໍາ ຕ້ອງສ້າງຄວາມຄາດຫວັງຂອງປະເທດຊາດ, ຕ້ອງສູ້ຊົນໃນ 10 ປີຕື່ມອີກເພື່ອໃຫ້ ຫວຽດນາມ ຕິດໃນກຸ່ມ 15 ປະເທດ ມີພື້ນຖານກະສິກໍາພັດທະນາທີ່ສຸດ, ສະເພາະຂົງເຂດປຸງແຕ່ງຜະລິດຕະພັນກະເສດ, ຕ້ອງຕິດໃນກຸ່ມ 10 ປະເທດຂອງໂລກ. ຕ້ອງສູ້ຊົນໃຫ້ກາຍເປັນສູນປຸງແຕ່ງ, ສົ່ງອອກເຄື່ອງເຟີນີເຈີ, ເຄື່ອງປ່າຂອງດົງ ແຖວໜ້າຂອງໂລກ, ແມ່ນບ່ອນຜະລິດກຸ້ງໃຫຍ່ທີ່ສຸດຢູ່ໃນໂລກ. ການເຕີບໂຕກະສິກໍາຕ້ອງບັນລຸລະດັບສູງ, ຢ່າງໜ້ອຍສຸດແມ່ນ 3%, ສົ່ງອອກປະມານ 42 – 43 ຕື້ USD. ຂ້າພະເຈົ້າສະເໜີບັນດາສະຫາຍ ຕ້ອງຊອກຫາທຸກວິທີທາງ, ເສີມຂະຫຍາຍການປະດິດຄິດສ້າງ ເພື່ອປະຕິບັດໃຫ້ບັນລຸໝາກຜົນສູງກວ່າຄາດໝາຍທີ່ໄດ້ວາງໄວ້”.
ເມື່ອຕີລາຄາສູງບັນດາຜົນງານ ເຊິ່ງຂະແໜງກະສິກໍາ ແລະ ພັດທະນາຊົນນະບົດ ບັນລຸໄດ້ໃນປີ 2018, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃສ່ໃຈວ່າ ຂະແໜງກະສິກໍາຂອງຫວຽດນາມ ຍັງມີຂໍ້ຄົງຄ້າງຫຼາຍຢ່າງ, ພ້ອມທັງສະເໜີ ໃຫ້ ວິເຄາະວິໄຈ ເພື່ອໃຫ້ລັດຖະບານ ຊອກຫາມາດຕະການແກ້ໄຂຂໍ້ຕິດຂັດຕ່າງໆ ຢ່າງມີປະສິດທິຜົນ.