1. ຈັດຕັ້ງສຳເລັດ ກອງປະຊຸມໃຫຍ່ ບັນດາອົງຄະນະພັກຂັ້ນ ສູນ ກາງ; ເຮັດສຳເລັດເອກະສານ, ເປັນເອກະສັນດ້ານບຸກຄະລາກອນ ຍື່ນຕໍ່ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງ ພັກ

ພາບບັນຍາກາດກອງປະຊຸມຄົບຄະນະຄັ້ງທີ 14 ຂອງ ຄະນະບໍລິ ຫານງານ ສູນກາງພັກ ຄອມມູນິດ ຫວຽດນາມ ສະໄໝທີ XII,
ໃນ ຕອນເຊົ້າ ວັນທີ 14 ທັນວາ 2020. ພາບ: ຈີ້ຢຸງ/VNA
ບັນດາອົງການຈັດຕັ້ງຂອງພັກ ໄດ້ເສີມຂະຫຍາຍ ປະຊາທິປະໄຕ, ພູມປັນຍາ, ເຮັດໃຫ້ຈະແຈ້ງ ກາລະໂອກາດ ກໍຄືສິ່ງທ້າທາຍ ເພື່ອ ວາງ ອອກທິດທາງ, ໜ້າທີ່, ບັນດາບາດກ້າວກະໂດດຂັ້ນຍຸດທະ ສາດ, ວິທີ ການແກ້ໄຂ ທີ່ສອດຄ່ອງ, ມີຄວາມເປັນໄປໄດ້ສູງ ໃນ 5 ປີຕໍ່ໜ້າ. ຈຳນວນສະມາຊິກຄະນະກຳມະການບໍລິຫານງານ ຫຼຸດ ລົງຕາມ ຂໍ້ກຳນົດ, ແຕ່ຍັງຮັບປະກັນໂຄງປະກອບ ແລະ ຄຸນນະ ພາບ.
2. ຫວຽດນາມ ເປັນຕົວແບບທີ່ພົ້ນເດັ່ນຂອງໂລກ ໃນການຄວບ ຄຸມການ ລະບາດ ໂຄວິດ-19
2. ຫວຽດນາມ ເປັນຕົວແບບທີ່ພົ້ນເດັ່ນຂອງໂລກ ໃນການຄວບ ຄຸມການ ລະບາດ ໂຄວິດ-19

ດ່າໜັງ ວິເຄາະຫາ ເຊື້ອໄວຣັດ COVID-19 ໃຫ້ປະຊາຊົນ ແຂວງ ຝູ໋ອຽນ ກ່ອນກັບຄືນບ້ານເກີດ. ພາບ: VNA
ດ້ວຍຄວາມພ້ອມພຽງ ແລະ ການຕັດສິນໃຈ ຂອງທົ່ວລະບົບການ ເມືອງ ແລະ ປະຊາຊົນ, ຫວຽດນາມ ຄວບຄຸມໄດ້ໂດຍພື້ນຖານ ການແຜ່ລະບາດ ຂອງ ໂຄວິດ-19 (ມາຮອດຕອນເຊົ້າ ວັນທີ 25 ທັນວາ ໄດ້ມີ 1.433 ກໍລະນີ ຕິດເຊື້ອໂຄວິດ-19, ປິ່ນປົວ ຫາຍດີ 1.281 ກໍລະນີ ໃນສະພາບການທົ່ວໂລກ ມີຜູ້ຕິດເຊື້ອ ໂຄວິດ-19 ປະມານ 80 ລ້ານ ກວ່າ ຄົນ ເຮັດໃຫ້ມີຜູ້ເສຍຊີວິດກວ່າ 1,7 ລ້ານ ຄົນ).
ນອກຈາກ ການສ້າງຄວາມປະທັບໃຈ ໃນວຽກງານປິ່ນປົວ, ຫວຽດ ນາມ ຍັງບັນລຸຜົນງານ ໃນການແຍກເຊື້ອໄວຣັດ SARS-CoV-2 ແຕ່ເດືອນກຸມພາ ແລະ ເລີ່ມທົດລອງວັກຊີນ ໂຄວິດ-19 ໃນທ້າຍ ເດືອນ ທັນວາ.3. ການທູດ ຫຼາຍຝ່າຍ ຂອງ ຫວຽດນາມ ໄດ້ສ້າງຄວາມປະທັບໃຈ ຫຼາຍຢ່າງທ່ີສໍາຄັນ
ຫວຽດນາມ ດໍາລົງຕໍາແໜ່ງປະທານ ASEAN 2020, ປະທານ ສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດ ASEAN ຄັ້ງທີ 41 (AIPA 41) ແລະ ສະມາຊິກບໍ່ຖາວອນ ສະພາຄວາມ ໝັ້ນຄົງ ສະ ຫະປະຊາຊາດ (ສປຊ) ອາຍຸການ 2020-2021, ເປັນເຈົ້າການ ປະກອບສ່ວນ ຢ່າງຕັ້ງໜ້າ ເຂົ້າໃນການສ້າງ, ກຳນົດບັນດາ ກົດ ບັນຍັດ ຫຼາຍຝ່າຍ.

ຈັດຕັ້ງ ບັນດາເຫດການ ປະສົບສຳເລັດຜົນ ໃນສະພາບ ລະບາດ ໂຄ ວິດ-19 ມີການຜັນແປ ຢ່າງສັບສົນ ແຕ່ຕົ້ນປີມາຮອດປັດຈຸ ບັນ, ອີກຄັ້ງໜຶ່ງ ຫວຽດນາມ ໄດ້ຢືນຢັນທີ່ຕັ້ງ, ບົດບາດນຳໜ້າ,
ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ ຕໍ່ການເປັນປະທານ ASEAN ໝູນວຽນ ປະຈໍາປີ 2020. ພາບ: VNA
ບົນຈິດໃຈ “ສະໜິດຕິດພັນ ແລະ ເປັນເຈົ້າການໃນການປັບຕົວ” ຫວຽດນາມ ໄດ້ຈັດຕັ້ງສຳເລັດຜົນ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ແລະ 37 ພ້ອມກັບບັນດາກອງປະຊຸມຂັ້ນສູງທີ່ ກ່ຽວ ຂ້ອງ ຕາມຮູບແບບທາງໄກ.

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານ ASEAN 2020, ກ່າວປາໄສປິດກອງປະຊຸມສຸດຍອດ ASEAN ຄັ້ງທີ 37 ພ້ອມ ກັບ ບັນດາ ກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ. ພາບ: ຖົ໋ງເຍິດ/VNA
ໃນຖານະເປັນສະມາຊິກບໍ່ຖາວອນ ສະພາຄວາມ ໝັ້ນຄົງ ສປຊ, ຫວຽດນາມໄດ້ມີບັນດາຂໍ້ລິເລີ່ມ: ຈັດຕັ້ງກອງ ປະຊຸມເວທີສົນ ທະ ນາ ຄັ້ງທຳອິດ ກ່ຽວກັບການຮ່ວມມືລະຫວ່າງ ສປຊ-ASEAN “ຊຸກຍູ້ການປະຕິບັດ ຕາມກົດບັດ ສປຊ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ”; ເພື່ອສ້າງຕັ້ງ ວັນສາກົນ ເພື່ອຕ້ານ ພະຍາດ ໃນວັນທີ 27 ເດືອນ ທັນວາ ຂອງ ທຸກປີ.
4. GDP ມີການຂະຫຍາຍຕົວ ໃນສະພາບ ທ່ີເສດຖະກິດທົ່ວໂລກ ທົດຖອຍ ຢ່າງໜັກໜ່ວງ

ຜະລິດຕະພັນຕັດຫຍິບ ຢູ່ບໍລິສັດຫຸ້ນສ່ວນຕັດຫຍິບ ແລະ ບໍລິການ ຮຶງລອງ (ເມືອງ ໝີ໊ຮ່າວ, ແຂວງ ຮຶງອຽນ). ພາບ: ຟ້າມກຽນ/VNA
ປີ 2020, ເສດຖະກິດໂລກມີການທົດຖອຍຢ່າງໜັກໜ່ວງ ຍ້ອນ ຜົນສະທ້ອນ ຈາກການລະບາດໂຄວິດ-19, ຫວຽດນາມ ເປັນໜຶ່ງ ໃນຈຳນວນບໍ່ເທົ່າໃດປະເທດ ທ່ີມີອັດຕາການເຕີບໂຕ ຂອງ ຜະລິດ ຕະພັຮມວນລວມ (GDP) ແຕ່ 2-3%. ເສດຖະກິດ ຫວຽດນາມ ຍັງມີຈຸດພົ້ນເດັ່ນເຊັ່ນ: ການສົ່ງອອກ ບັນລຸໄດ້ຫຼາຍກວ່າ 20 ຕື້ ໂດ ລາ ສະຫະລັດ; ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດໄດ້ 2.500 ໂຄງການ, ລວມຍອດມູນຄ່າການລົງທຶນ ຈົດທະບຽນບັນລຸ ເກືອບ 15 ຕື້ ໂດລາ ສະຫະລັດ. ປະມານ 180 ວິສາຫະກິດໃໝ່ ໄດ້ສ້າງຕັ້ງ ແລະ ກັບຄືນດໍາເນີນທຸລະກິດ, ເພີ່ມຂຶ້ນ 0,9% ເມື່ອ ທຽບກັບປີ ກ່ອນ. ການປ່ອຍເງິນທຶນ ເພີ່ມຂຶ້ນຢ່າງແຂງແຮງ ໃນໄລ ຍະ 2011-2020, ບັນລຸກວ່າ 90%...ນີ້ແມ່ນໝາກຜົນຂອງຄວາມ ພະຍາຍາມ ຂອງ ທັງລະບົບການເມືອງ, ບັນດາຂະແໜງການ ເສດຖະກິດ ໃນການປະຕິບັດໜ້າທ່ີສອງຢ່າງໄປພ້ອມໆ ກັນຄື: “ທັງປ້ອງກັນການລະບາດ ແລະ ພັດທະນາເສດຖະກິດ” ແລະ ການເຂົ້າເປັນພາຄີ ສັນຍາການຄ້າເສລີລຸ້ນໃໝ່, ໂດຍສະເພາະ ແມ່ນສັນຍາການຄ້າເສລີ ຫວຽດນາມ- ສະຫະພາບເອົຣົບ (EVFTA) ມີຜົນສັກສິດ ແຕ່ວັນທີ 1 ສິງຫາ.
5. ພາຍຸ, ນໍ້າຖ້ວມ, ດິນເຈື່ອນ ຢ່າງຮຸນແຮງ ຢູ່ ພາກກາງ ເຮັດໃຫ້ ມີຜູ້ເສຍຊີວິດ ແລະ ຫາຍສາບສູນ 249 ຄົນ
5. ພາຍຸ, ນໍ້າຖ້ວມ, ດິນເຈື່ອນ ຢ່າງຮຸນແຮງ ຢູ່ ພາກກາງ ເຮັດໃຫ້ ມີຜູ້ເສຍຊີວິດ ແລະ ຫາຍສາບສູນ 249 ຄົນ

ນໍ້າຖ້ວມ ຂະໜາດໃຫຍ່ ເທິງແມ່ນໍ້າຮ໋ຽວ ກໍ່ເກີດນໍ້າຖ້ວມໃນພື້ນທີ່ ຕາແສງ ແທງອານ, ເມືອງ ກາມໂລ້, ບ້ານ ດົງຢາງ, ນະຄອນ ດົງ ຮ່າ, ແຂວງ ກວາງຈີ້. ພາບ: ໂຮ່ເກົ່າ/VNA
ໃນເດືອນຕຸລາ ຫາເດືອນພະຈິກ ປີ 2020, ມີລົມພາຍຸ 7 ຫົວຕິດຕໍ່ ກັນ ພັດເຂົ້າພາກກາງ ຫວຽດນາມ ຢ່າງຕໍ່ເນື່ອງ ເຊິ່ງກໍ່ໃຫ້ເກີດ ຝົນ ໜັກແບບບໍ່ເຄີຍມີມາກ່ອນ ທັງໃນດ້ານຄວາມຮຸນແຮງ ແລະ ເວລາ ກໍ່ໃຫ້ເກີດນໍ້າຖ້ວມ ເປັນບໍລິເວນກວ້າງ, ເຮັດໃຫ້ມີຜູ້ເສຍຊີວິດແລະ ຫາຍສາບສູນ 249 ຄົນ. ເນື້ອທ່ີປູກເຂົ້າ, ພືດພັນປະມານ 50.000 ເຮັດຕາ ຖືກເສຍຫາຍ, ສັດລ້ຽງກວ່າ 4,5 ລ້ານໂຕ ຕາຍ, ປ່າໄມ້ 149.000 ເຮັກຕາ ໄດ້ຮັບຜົນກະທົບ; ພື້ນຖານໂຄງລ່າງ ແລະ ເຮືອນ ຂອງ ປະຊາຊົນ ຫຼາຍຫຼັງ ຖືກເປ່ເພ.
ໂດຍສະເພາະແມ່ນໄພນໍ້າຖ້ວມ ທ່ີຮຸນແຮງ ແລະ ດິນເຊາະເຈື່ອນ ທີ່ຮຸນແຮງ ຢູ່ເຂື່ອນໄຟຟ້ານ້ຳຕົກ ຣ່າວຈັງ 3 (ແຂວງ ເທື່ອທຽນ-ເຫວ້); ເມືອງ ນາມຈ່າມີ ແລະ ເມືອງ ເຟືອກເຊີນ (ແຂວງ ກວ່າງ ນາມ), ເມືອງ ເຮື໋ອງຮ໋ວາ (ແຂວງ ກວ່າງຈີ້) ໄດ້ເຮັດໃຫ້ຫຼາຍຄົນ ເສຍຊີວິດ ແລະ ຫາຍສາມສູນ, ສ້າງຄວາມເສຍຫາຍ ຢ່າງໜັກ ໜ່ວງ ໃຫ້ບັນດາທ້ອງຖິ່ນ ດັ່ງກ່າວ.6. ພະນັກງານຂັ້ນສູງຫຼາຍຄົນ ທີ່ລະເມີດກົດລະບຽບ ສືບຕໍ່ຖືກ ລົງໂທດ ແລະ ປະຕິບັດວິໄນ ຢ່າງເຄັ່ງຄັດ

ຕອນເຊົ້າວັນທີ 23 ເມສາ 2020, ສານປະຊາຊົນສູງສຸດ ນະຄອນ ຫຼວງຮ່າໂນ້ຍ ໄດ້ພິຈາລະນາຄະດີ ບໍລິສັດໂທລະຄົມ ມະນາຄົມ ສື່ ສານ MobiFone
ຊື້ຫຸ້ນ 95% ຂອງ ບໍລິສັດ ຫຸ້ນສ່ວນ ຟັງ ແລະ ຊົມ ຕວ່ານເກົ່າ (AVG). ພາບ: ຢວ໊ານເຕິ໋ນ/VNA
ປີ 2020, ຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລ ຂາທິການ, ຄະນະກຳມະການກວດກາສູນກາງ ໄດ້ລົງໂທດ ຢ່າງ ເຄ່ັງຄັດ ພະນັກງານຂັ້ນສູນກາງ ຄຸ້ມຄອງ (ໃນນັ້ນມີສະມາຊິກ ກໍາ ມະການກົມ ການເມືອງ 2 ທ່ານ, ອະດີດ ກຳມະການກົມການ ເມືອງ 1 ທ່ານ; ກຳມະການ, ອະດີດກຳມະການສູນກາງ ພັກ 5 ທ່ານ) ຍ້ອນການກະທໍາຜິດ ກ່ຽວພັນເຖິງປາກົດການຫຍໍ້ທໍ້, ສໍ້ລາດ ບັງຫຼວງ.
7. ບາດກ້າວກະໂດດ ໃນໂຄງການຫັນເປັນ ດີຈີຕອນ ແຫ່ງຊາດ
7. ບາດກ້າວກະໂດດ ໃນໂຄງການຫັນເປັນ ດີຈີຕອນ ແຫ່ງຊາດ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ການນຳບັນດາກະ ຊວງ, ຂະແໜງການ ທໍາພິທີ “ເປີດຕົວເຄືອຂ່າຍ ເຊື່ອມຕໍ່ການ
ເລີ່ມຕົ້ນທຸລະກິດ ປະດິດສ້າງ ຫວຽດນາມ”. ພາບ: VNA
“ໂຄງການຫັນເປັນ ດີຈີຕອນ ແຫ່ງຊາດ ເຖິງປີ 2025, ກຳນົດທິດ ເຖິງປີ 2030” ໄດ້ນາຍົກລັດຖະມົນຕີ ຕົກລົງອະນຸມັດ, ດ້ວຍວິໄສ ທັດ ເຖິງປີ 2030 ຫວຽດນາມ ກາຍເປັນປະເທດດີຈີຕອນ ມີສະ ຖຽນລະພາບ ແລະ ວັດທະນາຖາວອນ, ເປັນຜູ້ບຸກເບີກ ໃນການ ທົດລອງ ບັນດາ ເຕັກໂນໂລຊີ ແລະ ແບບໃໝ່. ແຜນງານ ເພື່ອແນ ໃສ່ລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ ພ້ອມທັງສ້າງ ວິສາຫະກິດ ເຕັກໂນໂລຊີ ດີຈີຕອນຫວຽດນາມ ທ່ີມີ ທົ່ວໂລກ. ລັດຖະບານໄດ້ກໍານົດ ການຫັນເປັນດີຈີຕອນ ດ້ວຍພື້ນຖານເຕັກໂນໂລຊີ ຫວຽດ “Make in Vietnam” ເພື່ອໃຫ້ຫວຽດນາມ ສາມາດນໍາ ໃຊ້ເຕັກໂນໂລຊີ, ເລັ່ງລັດ ເຮັດໃຫ້ບັນລຸການພັດທະນາ ຢ່າງກ້າວກະໂດດ ແລະ ກາຍເປັນປະເທດ ທີ່ເຂັ້ມແຂງ ໃນ 5 ປີ ຕໍ່ໜ້າ.
ເພື່ອໃຫ້ບັນລຸເປົ້າໝາຍການພັດທະນາລັດຖະບານ ດີຈີຕອນ, ໃນ ປີ 2020, ປະຕູບໍລິການສາທາລະນະແຫ່ງຊາດ ໄດ້ປະມວນ ແລະ ສະໜອງກວ່າ 2.650 ບໍລິການສາທາລະນະຕາມຮູບແບບທາງ ໄກ, ກວ່າ 6.500 ລະບຽບການ ບໍລິຫານ ໃນ 4 ຂັ້ນລະດັບ ລັດຖະບານ.8. ເປັນຄັ້ງທຳອິດ ຫວຽດນາມ ປະຕິບັດ ໂຄງຮ່າງ ຫຼັກສູດການ ສອນດ້ວຍປຶ້ມຮຽນ ຫຼາຍຊຸດ
ໂດຍປະຕິບັດຕາມໂຄງການສຶກສາ ສາມັນໃໝ່ ຕໍ່ປໍ 1 ສົກຮຽນ 2020-2021, ເປັນຄັ້ງທຳອິດ ຫວຽດນາມ ປະຕິບັດ ຫຼັກສູດ ມີປຶ້ມ ແບບຮຽນ ຫຼາຍຊຸດທີ່ແຕກຕ່າງກັນ ຕາມຂອບໂຄງການສຶກສາ ສາມັນ, ປະຕິບັດນະໂຍບາຍຫັນເປັນສັງຄົມ ໃນການຮຽບຮຽບງປຶ້ມ ແບບຮຽນ ແລະ ລົບລ້າງສິດຜູກຂາດໃນວຽກງານການພິມແລະ ຈຳໜ່າຍປຶ້ມແບບຮຽນ.
ແຕ່ວ່າ, ບັນຫາປຶ້ມແບບຮຽນລາຄາສູງ, ການນຳໃຊ້, ເລືອກ ເຟັ້ນ ແຫຼ່ງ ເອກະສານໃນປຶ້ມສະບັບໃໝ່ຈຳນວນໜຶ່ງຍັງບໍ່ທັນສອດຄ່ອງ ຊຶ່ງສ້າງຄວາມກັງວົນໃຈ ໃນຫາງສຽງ. ກະຊວງການສຶກສາ ແລະ ບຳລຸງສ້າງ ໄດ້ຮັບເອົາ ແລະ ໄດ້ປັບປຸງເນື້ອໃນຈຳນວນໜຶ່ງ.
9. ມະຫັດສະຈັນ ໃນການ ຜ່າຕັດຕໍ່ມື ຈາກຜູ້ໃຫ້ ຍັງມີຊີວິດ ລາຍ ທຳອິດ ຂອງໂລກ

ພົນຕີ, ສຈ, ປອ, ທ່ານໝໍປະຊາຊົນ ມາຍຮົ່ງບ່າງ, ຜູ້ອຳນວຍການ ໂຮງໝໍສູນກາງ ທະຫານ 108 ກວດກາລະບົບການເຄື່ອນເໜັງ ຂອງ ຄົນເຈັບ ພາຍຫຼັງ ການຜ່າຕັດ. ພາບ: VNA
ວັນທີ 24 ກຸມພາ 2020, ໂຮງໝໍສູນກາງ ທະຫານ 108 ປະກາດ ປະສົບສຳເລັດຜົນ ໃນການຜ່າຕັດຕໍ່ມືຈາກຜູ້ໃຫ້ ຍັງມີຊີວິດ. ນີ້ ແມ່ນກໍລະນີຜ່າຕັດຕໍ່ມືລາຍທຳອິດ ຢູ່ພາກພື້ນອາຊີຕາເວັນ ອອກ ສ່ຽງໃຕ້, ທັງເປັນກໍລະນີຜ່າຕັດຕໍ່ມື ຈາກຜູ້ໃຫ້ຍັງມີຊີວິດ ລາຍທຳ ອິດ ຂອງໂລກ.
ໃນປີ 2020, ໂຮງໝໍຍີດົ່ງ (ເຍົາວະຊົນ) ນະຄອນໂຮ່ຈີມິນ ໄດ້ປະ ສົບຄວາມສໍາເລັດ ໃນການຜ່າຕັດແຍກ ເດັກຝາແຝດຕິດກັນ ຈຸກ ຍີ-ຢ້ຽວຍີ, ຊ່ວຍໃຫ້ເດັກທັງສອງ ສາມາດຍ່າງດ້ວຍຕີນ ຂອງ ຕົນ ຢ່າງເປັນອິດສະຫຼະ.
ພູເຂົາໄຟ ເນີມ ກແລ ຢູ່ ຕາແສງ ຖ້ວນອານ, ເມືອງ ດັກມິນ ຕັ້ງຢູ່ ໃນ ສວນສາທາລະນະ ດັກນົງ. ພາບ: VNA
ວັນທີ 7 ກໍລະກົດ 2020, ອົງການຈັດຕັ້ງການສຶກສາ, ວິທະຍາ ສາດ ແລະ ວັດທະນະທຳ ແຫ່ງສະຫະປະຊາຊາດ (UNESCO) ໄດ້ຮັບຮອງ ສວນສາທາລະນະ ດັກນົງ ເປັນສວນສາທາ ລະນະທໍ ລະນີສາດ ໂລກ. ດ້ວຍແຫຼ່ງມໍລະດົກ ທໍລະນີວິທະຍາ ແລະ ທໍລະ ນີສັນຖານວິທະຍາ ປະມານ 65 ແຫ່ງ, ລວມເຖິງລະບົບຖໍ້າ ເກືອບ 50 ແຫ່ງ ກັບຄວາມຍາວທັງໝົດກວ່າ 10.000 ແມັດ ແລະ ພູເຂົາ ໄຟ, ນໍ້າຕົກ... ສວນສາທາລະນະ ດັກນົງ ເປັນບ່ອນຮັກສາໄວ້ ບັນ ດາ ຄຸນຄ່າທີ່ເປັນເອກະລັກ ກ່ຽວກັບຄວາມຫຼາກຫຼາຍດ້ານ ຊີວະ ນາໆ ພັນ ພ້ອມກັບຄວາມເປັນເອກະລັກ ຫຼາຍຢ່າງ ກ່ຽວກັບ ວັດ ທະນະທຳ, ທຳມະຊາດ ກໍຄືຮ່ອງ ຮອຍການເຄື່ອນໄຫວ ຂອງ ຄົນ ໃນ ສະໄໝດຶກດຳບັນ ອີກດ້ວຍ.
ໂດຍ: VNA/VNP