• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜູນຊ່ວຍການຄ້າເອເລັກໂຕນິກເພື່ອໃຫ້ວິສາຫະກິດຂຸດຄົ້ນສັນຍາ EVFTA ຢ່າງມີປະສິດທິຜົນ

ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ກາວກ໊ວກຮືງ ຕີລາຄາສູງການຜັນຂະຫຍາຍການຮ່ວມມືລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງຈົ່ງຜັນຂະຫຍຍາຍນຳເຂົ້າເຄື່ອນໄຫວໃນຕະຫຼາດການຄ້າເອເລັກໂຕນິກວວິສາຫະກິດຫວຽດນາມ - ອີຢູ ຢ່າງເປັນທາງການໂດຍໄວ.
ພິທີລົງນາມການຮ່ວມມື. (ພາບ: TTXVN)
ຕອນບ່າຍວັນທີ 26 ມີນາ, ຢູ່ຮ່າໂນ້ຍ ກົມການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນ (ກະຊວງອຸດສາຫະກຳການຄ້າຫວຽດນາມ) ໄດ້ສົມທົບກັບສະຖາບັນຄຸ້ມຄອງວິສາຫະກິດ ແລະ ເສດຖະກິດດີຈີຕອນຫວຽດນາມ ແລະ ສະຫະສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍຫວຽດນາມ, ກຸ່ມບໍລິສັດ ກິມນາມ ກຣູບ ໄດ້ລົງນາມການຮ່ວມມື, ເປີດຕົວໂຄງການຮ່ວມມືໜູນຊ່ວຍວິສາຫະກິດຂຸດຄົ້ນສັນຍາການຄ້າເສລີຫວຽດນາມ - ສະຫະພາບເອີລົບ (EVFTA) ດ້ວຍພື້ນຖານການຄ້າເອເລັກໂຕນິກ. ກ່າວຄຳເຫັນທີ່ພິທີລົງນາມ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ກາວກ໊ວກຮືງ ຕີລາຄາສູງການຜັນຂະຫຍາຍການຮ່ວມມືລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງຈົ່ງຜັນຂະຫຍຍາຍນຳເຂົ້າເຄື່ອນໄຫວໃນຕະຫຼາດການຄ້າເອເລັກໂຕນິກວິສາຫະກິດຫວຽດນາມ - ອີຢູ ຢ່າງເປັນທາງການໂດຍໄວ. ຈາກນັ້ນ, ປະກອບສ່ວນຊ່ວຍໃຫ້ບັນດາວິສາຫະກິດຫວຽດນາມ ຂຸດຄົ້ນ ແລະ ເສີມຂະຫຍາຍບັນດາປະສິດທິຜົນ ກາລະໂອກາດຈາກສັນຍາ EVFTA.
(ແຫຼ່ງຄັດຈາກ VOV)

ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ ໄທ​ງວຽນ ປະ​ກອບ​ສ່ວນ​ປັບ​ປຸງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ ໄທ​ງວຽນ ປະ​ກອບ​ສ່ວນ​ປັບ​ປຸງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

ໃນອາຍຸການໃໝ່, ແນວໂຮມປະເທດ ແຂວງ ໄທງວຽນ ກຳນົດສືບຕໍ່ຍູ້ແຮງການຫັນເປັນດີຈີຕອນ, ຍົກສູງຄຸນນະພາບການຕິດຕາມກວດກາ, ຕີລາຄາໃນສັງຄົມ, ເສີມຂະຫຍາຍລັກສະນະອະທິປະໄຕ, ສ້າງຄວາມເຫັນດີເຫັນພ້ອມທາງສັງຄົມ, ປຸກລຸກຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງປະຊາຊົນ.

Top