• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຕຳຫຼວດສູນກາງຄັ້ງທີ 7

      ກອງປະຊຸມໃຫຍ່ນີ້ມີໜ້າທີ່ສຳຫຼວດກວດຄືນການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຕຳຫຼວດສູນກາງຄັ້ງທີ 6, ອາຍຸການ 2015 – 2020; ກຳນົດທິດທາງ, ເປົ້າໝາຍ, ໜ້າທີ່ຂອງອົງຄະນະພັກອາຍຸການ 2020 – 2025

ກອງປະຊຸມກະກຽມ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຕຳຫຼວດສູນກາງຄັ້ງທີ 7
(ພາບ: bocongan.gov.vn)
      ຕອນເຊົ້າວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຕຳຫຼວດສູນກາງຄັ້ງທີ 7, ອາຍຸການ 2020 – 2025 ຖືກໄຂຂຶ້ນຢ່າງເປັນທາງການ ດ້ວຍການເຂົ້າຮ່ວມຂອງຜູ້ແທນ 350 ທ່ານທີ່ຕາງໜ້າໃຫ້ສະມາຊິກພັກກວ່າ 63 ໝື່ນຄົນໃນທົ່ວອົງຄະນະພັກຕຳຫຼວດ.
        ກອງປະຊຸມໃຫຍ່ນີ້ມີໜ້າທີ່ສຳຫຼວດກວດຄືນການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຕຳຫຼວດສູນກາງຄັ້ງທີ 6, ອາຍຸການ 2015 – 2020; ກຳນົດທິດທາງ, ເປົ້າໝາຍ, ໜ້າທີ່ຂອງອົງຄະນະພັກອາຍຸການ 2020 – 2025; ປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ແລະ ເລືອກຕັ້ງຄະນະສະມາຊິກອົງຄະນະພັກຕຳຫຼວດສູນກາງເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ…
        ກ່ອນໜ້ານັ້ນ, ກ່າວຄຳເຫັນທີ່ກອງປະຊຸມກະກຽມໃນວັນທີ 11 ຕຸລາ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດປະຊາຊົນ ໄດ້ເນັ້ນໜັກເຖິງຄວາມຕັດສິນໃຈສ້າງກຳລັງຕຳຫຼວດປະຊາຊົນປະຕິວັດ, ເປັນກຳລັງຫຼວງ, ກະທັດລັດ, ຫັນເປັນທັນສະໄໝເທື່ອລະກ້າວ; ແມ່ນກຳລັງການເມືອງທີ່ຈົ່ງຮັກພັກດີ ແລະ ມີຄວາມໄວ້ເນື້ອເຊື່ອໃຈໃນການປົກປ້ອງພັກ, ລັດ ແລະ ປະຊາຊົນ.
(ແຫຼ່ງຄັດຈາກ VOV)

SEA Games 33: ຄະ​ນະ​ນັກ​ກິ​ລາ ຫວຽດ​ໜາມ ​ຕັ້ງ​ຄວາມ​ຫວັງ​ຄ້​ວາ​ໄດ້ຫຼຽນ​ຄຳ​ຈາກ​ບັນ​ດາ​ປະ​ເພດ​ກິ​ລາ​ທີ່​ມີທ່າ​ແຮງ

SEA Games 33: ຄະ​ນະ​ນັກ​ກິ​ລາ ຫວຽດ​ໜາມ ​ຕັ້ງ​ຄວາມ​ຫວັງ​ຄ້​ວາ​ໄດ້ຫຼຽນ​ຄຳ​ຈາກ​ບັນ​ດາ​ປະ​ເພດ​ກິ​ລາ​ທີ່​ມີທ່າ​ແຮງ

ພາຍຫຼັງວັນແຂ່ງຂັນທີ 6, ຄະນະນັກກິລາ ຫວຽດນາມ ສືບຕໍ່ຮັກສາອັນດັບທີ 3 ໃນຕາຕະລາງສະຫຼຸບຫຼຽນດ້ວຍຫຼຽນຄຳ 40 ຫຼຽນ, ຫຼຽນເງິນ 47 ຫຼຽນ, ຫຼຽນທອງ 70 ຫຼຽນ.

Top