• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມສຸດຍອດລັດຖະບານທົ່ວໂລກຄັ້ງທີ 7

ກອງປະຊຸມສຸດຍອດລັດຖະບານທົ່ວໂລກປີ 2019 ຄັ້ງທີ 7 ໄດ້ໄຂຂຶ້ນໃນວັນທີ 10 ກຸມພາ ຢູ່ນະຄອນຫລວງ Dubai ຂອງ ສະຫະລັດອາຣັບເອມີເລັດ (UAE) ດ້ວຍການເຂົ້າຮ່ວມຂອງຜູ້ແທນກ່ວາ 4.000 ຄົນທີ່ມາຈາກ 140 ປະເທດໃນໂລກ.

ໄຂກອງປະຊຸມສຸດຍອດລັດຖະບານທົ່ວໂລກຄັ້ງທີ 7 (ພາບ: arabianbusiness.com)

ກອງປະຊຸມໄດ້ດຳເນີນແຕ່ວັນທີ 10 – 12 ກຸມພາ ເພືຶ່ອແນໃສ່ປຶກສາຫາລືບັນດາວິທີການກຳນົດທິດໃນອະນາຄົດຂອງບັນດາລັດຖະບານ.

        ທ່ານນາຍົກລັດຖະມົນຕີ ສະຫະລັດອາຣັບເອມີເລັດ Mohammed bin Rashid Al Maktoum ໃຫ້ຮູ້ວ່າ: ກອງປະຊຸມສຸດຍອດລັດຖະບານທົ່ວໂລກປີນີ້ ຈະສຸມໃສ່ດ້ານມະນຸດດ້ວຍຈຸດໝາຍຄາດຄະເນອະນາຄົດຂອງບັນດາຂົງເຂດແຕກຕ່າງກັນ ແນໃສ່ປັບປຸງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ. ກອງປະຊຸມກໍ່ຈະສຸມຄວາມມານະພະຍາຍາມ ແລະ ຂໍ້ລິເລີ່ມ ແນໃສ່ປັບປຸງຄວາມວັດທະນາຖາວອນຂອງປະຊາຊົນ.

(ແຫຼ່ງຄັດຈາກ VOV)

ກຳ​ລັງ​ເສ​ນາ​ຮັກ ຫວຽດ​ນາມ ແລະ ຈີນ ກວດ, ປິ່ນ​ປົ່ວ​ພະ​ຍາດ​ໃຫ້​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ

ກຳ​ລັງ​ເສ​ນາ​ຮັກ ຫວຽດ​ນາມ ແລະ ຈີນ ກວດ, ປິ່ນ​ປົ່ວ​ພະ​ຍາດ​ໃຫ້​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ

ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍດ້ານການເມືອງ, ສັງຄົມ ແລະ ມະນຸດສະທຳອັນສູງສົ່ງ ເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນຕໍ່ການອຸ້ມຊູຊ່ວຍເຫຼືອຂອງປະຊາຊົນ, ອຳນາດການປົກຄອງທ້ອງຖິ່ນທີ່ມີຕໍ່ກອງທັບສອງປະເທດ. ການເຄື່ອນໄຫວນີ້ຈະປະກອບສ່ວນຍົກສູງນ້ຳໃຈຄວາມສາມັກຄີມິດຕະພາບຂອງປະຊາຊົນ, ກອງທັບສອງປະເທດເວົ້າລວມ ແລະ ກຳລັງເສນາຮັກເວົ້າສະເພາະ.

Top